ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

- ວັນທີ່ຂ້ອຍ ປະທັບໃຈທີ່ສຸດໃນໂລກ ກະຄື ວັນເກີດໃນ ທີ 16 ເດືອນ6 ປີນີ້ ຂອງຂ້ອຍທີ່ຜ່ານມາ..

ທີ16 ແມ່ນວັນອັງຄານ, ເປັນມື້ທຳອິດຂອງການເສັງຈົບ ມໍ6, ນຸ້ຍ ໄປນອນບ້ານໝູ່ຕັ້ງແຕ່ວັນຈັນ ເພາະບ້ານໝູ່ໄກ້ໂຮງຮຽນ, ເຊິ່ງບໍ່ໄດ້ຢູ່ບ້ານ

ເລຍບໍ່ມີໂອກາດ ຢູ່ນຳຄອບຄົວ...

-ວັນເກີດ ບໍ່ມີຫຍັງເກີດຂຶ້ນ ເລີຍ ມີແຕ່ເບິ່ງບົດຮຽນ

-ແຕ່ເລື່ອງທີ່ເຮັດໃຫ້ຊຶ້ງຈົນນ້ຳຕາໄຫຼໄດ້ ກະຄື :

++ ໃນມື້ທີ 16 ປະມານ ຕອນເຊົ້າ ນຸ້ຍຍັງເສັງພາສາລາວຢູ່, ມືຖື ກະປິດເຄື່ອງໄວ້.. ຫຼັງຈາກເສັງແລ້ວ ມາເປີດມືຖື

++ແລະກໍມີຂໍ໊ຄວາມເຂົ້າ 1 ສະບັບ ..ທຳອິດນຸ້ຍ ບໍ່ສົນໃຈຈະເປີດອ່ານ .. ເພາະຄຶດວ່າ ຄືຊິແມ່ນ ຂໍ໊ຄວາມສົ່ງມາຖາມຕອນເສັງ

++ ແຕ່ແປປ1 ນຸ້ຍ ມາເປີດ ແລ້ວ ອ່ານ.. ແລ້ວ ກະຈະເອ໋ ກັບ ຊື່ຶ Mama ສົ່ງມາ

++ ນຸ້ຍທັງອ່ານ ທັງໄຫ້ ທັງຍິ້ມ ເພາະແມ່, ຜູ້ທີ່ພິມຂໍ້ຄວາມບໍ່ະເປັນ ໄດ້ສົ່ງມາອວຍພອນວັນເກີດ

>>> " ສຸກສັນວັນເກີດ"

-ຂໍໄຫ້ທຸກສິ່ງຢາງບັນດານໄຫ້ລູກເສັງໄດ້ ສະໝອງປອດໂປ່ງ

-ມື້ນີ້ແມ່ນວັນທີ່ ແມ່ ເຈັບປວດທີ່ສຸດ

-ແຕ່ເປັນມື້ທີ່ລູກ ໂຊກດີ ໄດ້ມືນຕາມາເບິ່ງໂລກນີ້

-ແມ່ສ້າງໂລກ ທີ່ສວຍງາມ ໄຫ້ລູກ

-ລູກຢ່າເຮັດໄຫ້ແມ່ ຜິດຫວັງ, ຢ່າເອົາສິ່ງເປິະເປື້ອນ ມາໃສ່ມັນເດີ້........<<<

     ຮັກລູກເດີ້ (ຈາກແມ່)

 

++ແລ້ວນ້ຳຕາມັນ ກະໄຫຼດ້ວຍຄວາມຕື້ນຕັນໃຈ ທີ່ສຸດແລະກະໄຫ້ຈົນຄົນໃນໂຮງຮຽນພາກັນງົງ 55+

ມັນແມ່ນວັນເກີດ ທີ່ ດີທີ່ສຸດ, ເຖິງຈະບໍ່ໄດ້ ຂອງຂວັນງາມໆ, ບໍ່ໄດ້ອະທີຖານຈາກເຄກແພງໆ ກະຊ່າງ

 

[[[ນຸ້ຍຮັກແມ່ທີ່ ສຸດ , ນຸ້ຍຈະບໍ່ເຮັດໄຫ້ແມ່ຜິດຫວັງ ]]] ^____^

Delicious Digg Fark Twitter