ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ກຸ່ມ B   ຫລັງຈາກມະນຸດໄດ້ຕັ້ງຖິ່ນຖານ ແລະ ປູກຝັງແລ້ວ ກໍ່ເລີ່ມລ້ຽງສັດເພື່ອກິນຊີ້ນ ທາງດ້ານຮ່າງ

ກາຍກໍ່ໄດ້ວິວັດທະນາການຫລາຍຂຶ້ນ ຈົນເກີດເປັນກຸ່ມເລືອດກຣຸບບີ ຄົນກຸ່ມນີ້ຈຶ່ງຂ້ອນຂ້າງຈະກິນອາຫານ

ໄດ້ຫລາກຫລາຍ ທັງຜັກໝາກໄມ້ ນົມ ໄຂ່ ແຕ່ບໍ່ໄດ້ຫລາຍ ແລະ ຊີ້ນສັດ ແຕ່ຍົກເວັ້ນຊີ້ນໄກ່ເພາະມັນ

ບໍ່ຄ່ອຍເຂົ້າກັບເລືອດກຸ່ມນີ້

ລັກສະນະຂອງເລືອດກຸ່ມນີ້ມັກມີບັນຫາກ່ຽວກັບພູມຄຸ້ມກັນບົກພ່ອງ ແລະ ໄວຣັສ ອາຫານທີ່ຄວນ

ໄດ້ຮັບເປັນພິເສດແມ່ນ ພວກຜັກສີຂຽວ ເຂົ້າກ້ອງ ເນື່ອງຈາກມີ Mg ຊ່ວຍປ້ອງກັນໂລກຜິວໜັງ

ອາຫານທີ່ມີ Ca ສູງຈະຊ່ວຍໄດ້

ການອອກກຳລັງຈະຊ່ວຍສ້າງພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງຂຶ້ນ ຫາກເນັ້ນເລື່ອງນັ່ງສະມາທິ ແລະ ຜ່ອນຄາຍຈິດໃຈຄວບຄູ່ກັນໄປພ້ອມຈະດີຫລາຍ

ຄົນກຣຸບບີ ມັນມີນິໄສຮັກໃນອິດສະຫລະ ບໍ່ຂຶ້ນກັບໃຜ ມີຄວາມຄິດສ້າງສັນ ເປັນນັກວາງແຜນ(ອີກແລ້ວ)

ເຊື່ອໝັ້ນໃນໂຕເອງສູງ ແຕ່ກໍ່ບໍ່ມັກມີເລື່ອງນຳໃຜ ສາມາດເຂົ້າກັບຄົນອື່ນໆໄດ້ເປັນຢ່າງດີ

 

ກຸ່ມ AB  ເປັນກຸ່ມທີ່ວິວັດທະນາການຊັບຊ້ອນຫລາຍຂຶ້ນ ເຊິ່ງເປັນກຸ່ມທີ່ເກີດຫລັງສຸດ ຖືກຄົ້ນພົບເມື່ອ

ປະມານ 1000-1500 ປີກ່ອນນີ້ເອງ ມີລັກສະນະຄ້າຍຄືກັບທັງ ເອ ແລະ ບີ ລວມກັນ, ດັ່ງນັ້ນ ອາຫານທີ່ດີຕໍ່ຄົນກຣຸບເອ

ແລະ ບີ ກໍ່ຈະດີຕໍ່ກຸ່ມນີ້ນຳ ແຕ່ກໍ່ມີອາຫານຫລາຍຢ່າງ ທີ່ຄວນຫລີກເວັ້ນ ເຊັ່ນ

ຊີ້ນສັດທີ່ຍ່ອຍຍາກ ອາຫານປະເພດໄສ້ກອກ ແຮມ ເພາະກະເພາະຂອງຄົນກຸ່ມນີ້ບໍ່ສາມາດຜະລິດນ້ຳຍ່ອຍ

ໄດ້ດີເທົ່າກັບກຣຸບໂອ ໂປຣຕີນທີ່ເໝາະສົມຄວນມາຈາກຊີ້ນສັດທີ່ຍ່ອຍງ່າຍເຊັ່ນ ຊີ້ນປາ, ນົມ

ອາຫານທະເລ ສາຫລ່າຍ ເຕົ້າຮູ້ ໄຂ່ ແຕ່ບໍ່ຄວນກິນຫລາຍ

ກຣຸບນີ້ມີິພູມຄຸ້ມກັນຂ້ອນຂ້າງອ່ອນແອ ຈຶ່ງຄວນກິນຜັກ ແລະ ໝາກໄມ້ສົດຫລາຍໆ ນ້ຳຊາ ໄວແດງ

ເປັນເຄື່ອງດື່ມທີ່ໄດ້ຜົນດີຕໍ່ກຸ່ມນີ້

ຄົນກຣຸບນີ້ມັກເປັນຄົນທີ່ມີອາລົມອ່ອນໄຫວງ່າຍ ແຕ່ກໍ່ມີຄວາມໜ້າເຊື່ອຖື ມີມະນຸດສຳພັນດີ ເຂົ້າໃຈ

ຄວາມຮູ້ສຶກຂອງຜູ້ອື່ນໄດ້ດີ ເປັນກຣຸບທີ່ບໍ່ເໝາະກັບການອອກກຳລັງກາຍໜັກເຊັ່ນດຽວກັບກຣຸບເອ