ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ໂຍ້ໆໆ ບາຍດີທຸກຄົນ ມາແລ້ວເດີພາກ 8 555+

ບໍ່ຮູ້ວ່າ ຍັງຊິຈື່ກັນໄດ້ບໍ່ ເພາະວ່າຢຸດອັພໄປເປັນຊາດເລີຍ ຍ້ອນຄວາມຄ້ານຂອງເຈົ້າຂອງເອງ ເຫີເຫີ !!  ວ່າແລ້ວກະໄປຕໍ່ກັນເລີຍ ໂກໆໆໆ

 

alt

 

 

alt

 

 

ທີ່ມາ : http://www.cyworld.com/realcrazyman

ຕິດຕາມຕອນຕໍ່ໄປ ຕາມເຄີຍ ( ຍັງຊິມີຕອນຕໍ່ໄປອີກເບາະນິ !! )

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ບໍ່ມີຫຍັງຫລາຍປ້ຳເງິນຫລິ້ນ5555+    ທີ່ມາ : dek-d.com

 

1.ຢ່າຂັບລົດໄວເກີນກວ່າເທວະດາປະຈຳຕົວຂອງທ່ານບິນທັນຢ່າງເດັດຂາດ

2.ການແກ້ແຄ້ນບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກດີຂຶ້ນຄືກັບທີ່ເຈົ້າດື່ມນ້ຳທະເລເວລາຫິວນ້ຳຫັ້ນແຫລະ

3.ຄວາມໝາຍຂອງຄວາມສຸກຂຶ້ນຢູ່ກັບສິ່ງທີ່ເຈົ້າຢາກໃຫ້ມັນເປັນ

4.“ຢ່າໄປຢ້ານຄວາມໃຝ່ຝັນຂອງເຈົ້າ ມັນງ່າຍກວ່າທີ່ຄິດ

5.ນັກວິທະຍາສາດກ່າວວ່າທຸກໆ4ຄົນຈະມີຄົນຕິງຕ໋ອງຢູ່ຄົນ1 ລອງສັງເກດໝູ່ເຈົ້າອີກ3ຄົນວ່າມີອາການ

ຂ້າງຕົ້ນທີ່ກ່າວມາຫລືບໍ່ ຖ້າໝູ່ເຈົ້າປົກກະຕິດີທຸກຄົນກໍ່ແມ່ນເຈົ້າຫັ້ນແຫລະ

6.ນ້ຳຕາຈະໃຫ້ເຈົ້າພຽງແຕ່ຄວາມເຫັນໃຈ ແຕ່ເຫື່ອຈະໃຫ້ຄວາມສຳເລັດກັບເຈົ້າ

7.ສິ່ງທີ່ດີທີ່ສຸດໃນຊີວິດບໍ່ແມ່ນວັດຖຸ

8.ການອອກກຳລັງກາຍທີ່ດີທີ່ສຸດສຳລັບຈິດໃຈແມ່ນ ການກົ້ມລົງແລ້ວຊ່ວຍໃຫ້ຄົນອື່ນລຸກຂຶ້ນ

9.ຄົນໆໜຶ່ງອາດຈະເຮັດເລື່ອງຜິດພາດມາຫລາຍເລື່ອງ ແຕ່ມັນຈະກາຍເປັນຄວາມປະລາໄຊໄປຖ້າຄົນໆນັ້ນເລີ່ມໂຍນຄວາມຜິດໃຫ້ຄົນອື່ນ

10.ມີແຕ່ປາຕາຍເທົ່ານັ້ນທີ່ລອຍຕາມນ້ຳ

11.ຄຸນຄ່າຂອງຄົນໆໜຶ່ງບອກໄດ້ຈາກວິທີທີ່ເຂົາປະຕິບັດຕໍ່ຄົນທີ່ເຂົາບໍ່ຕ້ອງການ

12.ປິ່ນໜ້າໄປທາງທີ່ມີແສງຕາເວັນ ແລ້ວເຈົ້າຈະບໍ່ໄດ້ພົບກັບເງົາມືດ

13.ຄົນອ່ອນແອເທົ່ານັ້ນທີ່ໃຫ້ອະໄພບໍ່ເປັນ ການໃຫ້ອະໄພເປັນຄຸນສົມບັດຂອງຜູ້ເຂັ້ມແຂງ

14.ໃນໂລກນີ້ບໍ່ມີຄົນແປກໜ້າສຳລັບເຮົາ ມີແຕ່ໝູ່ທີ່ເຮົາຍັງບໍ່ທັນໄດ້ຮູ້ຈັກ

15.ເມື່ອເຈົ້າເວົ້າຄວາມຈິງ ເຈົ້າກໍ່ບໍ່ຈຳເປັນຕ້ອງໄປຈື່ເລື່ອງຫຍັງໝົດ

16.ຄຳວ່າ listen(ຟັງ) ມີອັກສອນຊຸດດຽວກັບຄຳວ່າ silent(ງຽບ)

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 14, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ໃນຫ້ອງຮຽນມື້ໜຶ່ງ ໄອສໄຕລໄດ້ຖາມນັກຮຽນວ່າ

“ມີຄົນມາແປງປ່ອງໄຟ(ທີ່ໃຊ້ໃນຍາມໜາວຂອງເຮືອນແຖບຢູໂຣບ)

ສອງຄົນກຳແປງປ່ອງໄຟເກົ່າ ແຕ່ພໍພວກເຂົາອອກມາແຕ່ປ່ອງໄຟ

ປາກົດວ່າ ຄົນໜຶ່ງຕົນໂຕສະອາດ ອີກຄົນໜຶ່ງຕົນໂຕສົກກະປົກ

ເຕັມແຕ່ຂີ້ຝຸ່ນ”

ແລ້ວລາວກໍ່ຖາມນັກຮຽນວ່າ “ແມ່ນໃຜຊິໄປອາບນ້ຳກ່ອນກັນ ???”

ນັກຮຽນຄົນໜຶ່ງຕອບວ່າ

“ກໍ່ຕ້ອງແມ່ນຄົນທີ່ຕົນໂຕສົກກະປົກຫະແຫລະ ແນ່ນອນຢູ່ແລ້ວ”

ໄອສໄຕລຈຶ່ງເວົ້າວ່າ

”ແມ່ນສະເບາະ ເຈົ້າລອງຄິດເບິ່ງດີໆດຸ ຄົນທີ່ຕົນໂຕສະອາດ ເຫັນອີກຄົນໜຶ່ງເປື້ອນແຕ່

ຂີ້ຝຸ່ນ ຍ້ອນອອກມາແຕ່ປ່ອງໄຟບ່ອນດຽວກັນເຂົາກໍ່ຕ້ອງຄິດວ່າໂຕເອງກໍ່ຕ້ອງສົກກະປົກ

ຄືກັນລະ ???

ສ່ວນອີກຄົນໜຶ່ງ ເຫັນອີກຄົນໜຶ່ງຕົນໂຕສະອາດ ກໍ່ຕ້ອງຄິດວ່າໂຕເອງສະອາດຄືກັນ

ແລ້ວຂ້ອຍຂໍຖາມພວກເຈົ້າໃໝ່ ໃຜຊິເປັນຄົນໄປອາບນ້ຳກ່ອນ ???”

 ນັກຮຽນອີກຄົນໜຶ່ງເວົ້າຂຶ້ນດ້ວຍຄວາມຕື່ນເຕັ້ນວ່າ

”ຮູ້ແລ້ວ ຂ້ອຍຮູ້ແລ້ວ!!! ຄົນທີ່ຕົນໂຕສະອາດແຕ່ຍ້ອນເຫັນອີກຝ່າຍເປື້ອນ

ກໍ່ເລີຍຄິດວ່າໂຕເອງເປື້ອນຄືກັນເພາະອອກມາຈາກບ່ອນດຽວກັນ

ກົງກັນຂ້າມ ຄົນທີ່ເປື້ອນຢູ່ນັ້ນພັດເຫັນອີກຄົນສະອາດກໍ່ເລີຍຄິດວ່າໂຕເອງກໍ່ສະອາດຄືກັນ

ດັ່ງນັ້ນ ຄົນທີ່ຈະໄປອາບນ້ຳກ່ອນຕ້ອງແມ່ນຄົນທີ່ຕົນໂຕສະອາດ ແມ່ນບໍ່ !!!???”

 

ໄອສໄຕລແນມໄປຫານັກຮຽນທົ່ວຫ້ອງ ນັກຮຽນທຸກຄົນກໍ່ເຫັນດີກັບຄຳຕອບນັ້ນ

ແລ້ວໄອສໄຕລກໍ່ຄ່ອຍໆເວົ້າຂຶ້ນຢ່າງມີຫລັກການແລະເຫດຜົນວ່າ

“ຄຳຕອບນີ້ກໍ່ຜິດຄືກັນ !!!??

ທັງສອງຄົນອອກມາຈາກປ່ອງໄຟບ່ອນດຽວກັນ

ແລ້ວເປັນໄປໄດ້ແນວໃດ ທີ່ຄົນໜຶ່ງສະອາດ ແຕ່ອີກຄົນເປື້ອນ???

ນີ້ແຫລະເຂົາຮ້ອງວ່າ Logic (ພາສາລາວບໍ່ຮູ້ຮ້ອງວ່າ ຕັກກະ ຊິຖືກບໍ່)

ເມື່ອຄວາມຄິດຂອງຄົນເຮົາຖືກຊັກນຳຈົນສະດຸດ ກໍ່ຈະບໍ່ສາມາດໄຈ້ແຍກແລະຫາເຫດຜົນ

ຂອງເລື່ອງທີ່ແທ້ຈິງອອກມາໄດ້ ນັ້ນຄື ຕັກກະ

ຈະຫາຕັກກະໄດ້ກໍ່ຕ້ອງ ໂດດອອກມາຈາກ

ສິ່ງຍຶດຕິດຂອງຄວາມລື້ງເຄີຍ  ຫລີກລ່ຽງຈາກ

ກັບດັກທາງຄວາມຄິດ  ຫລີກໜີຈາກ

ສິ່ງທີ່ເຮັດໃຫ້ຫລົງທາງຈາກຄວາມຮູ້ແທ້ຈິງ ແລະ ກຳຈັດ

ຄວາມດຶງດັນຂອງສັນດານ

 

ຈະຫາ ຕັກກະ ໄດ້ກໍ່ຕໍ່ເມື່ອ ເຈົ້າຫລຸດພົ້ນຂັ້ນຕອນທັງໝົດ

ທີ່ຄົນເຂົາຈັດສາກຂຶ້ນມາເພື່ອວາງໄວ້ລໍ້ເຈົ້າ !!!

 

 

 ອືມ.... ເຮີ້ ຫລັງຈາກທີ່ບໍ່ໄດ້ຂຽນໄດຯມາດົນສົມຄວນ ຍ້ອນບໍ່ມີອາລົມ 5555+

ແລ້ວໃນມື້ນີ້ຮູ້ສຶກວ່າງໆເລີຍໄປຄົ້ນຫາໄຟຣຢູ່ຄອມຫລິ້ນແລ້ວກໍ່ເລີຍໄປເຈິ ໄຟຣword ທີ່ວ່າເຖິງເລື່ອງໜ້າຄິດຂອງໄອສໄຕລ 

ພໍມາເປີດອ່ານເບິ່ງກະຮູ້ສຶກວ່າຄັກດີ ກະເລີຍຈັດການແປເປັນພາສາລາວ ແລ້ວອັບລົງໄດຯໃຫ້ໝູ່ເພື່ອນໄດ້ອ່ານ

ແຕ່ແທ້ໆແລ້ວ ມັນຈະເປັນເລື່ອງຂອງໄອສໄຕແທ້ຫລືບໍ່ ຂ້ອຍກໍ່ບໍ່ຮູ້ຄືກັນ ເພາະເອົາມາຕໍ່ຈາກເຂົາອີກ ແຕ່ບໍ່ຈື່ແລ້ວວ່າມາແຕ່ໃສ 555+

ແນວໃດກໍ່ຕາມເນື້ອໃນຂອງເລື່ອງນີ້ມັນຄັກດີ ກໍ່ເລີຍຢາກໃຫ້ໝູ່ເພື່ອນໄດ້ອ່ານກັນ ^ ^

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

Dr.Peter J.D'Adamo ໄດ້ຂຽນໜັງສືກ່ຽວກັບອາຫານຂອງແຕ່ລະກຣຸບເລືອດ

ໃນນັ້ນມີເຫລັ້ມໜຶ່ງທີ່ໄດ້ອະທິບາຍວ່າ ເມັດເລືອດທັງ4ກຸ່ມຂອງຄົນເຮົາມີລາຍລະອຽດ

ທີ່ແຕກຕ່າງກັນ ອາຫານຂອງແຕ່ລະຄົນຈຶ່ງຕ່າງກັນຄືດັ່ງລຸ່ມນີ້ :

ກຣຸບO  ແມ່ນກຣຸບທີ່ເກົ່າແກ່ທີ່ສຸດ ໂດຍມາຈາກມະນຸດກຸ່ມທຳອິດຂອງໂລກ ດຳລົງຊີວິດ

ໂດຍການລ່າສັດເພື່ອມາເປັນອາຫານ ຈັດເປັນກຸ່ມຄົນທີ່ຂ້ອນຂ້າງແຂງແຮງ ອາຫານ

ຂອງຄົນກຸ່ມນີ້ແມ່ນ ອາຫານປະເພດຊີ້ນ ເນື່ອງຈາກນ້ຳຍ່ອຍໃນກະເພາະອາຫານຂອງກຣຸບໂອ

ມີຄວາມເປັນກົດສູງ ຈຶ່ງສາມາດຍ່ອຍໂປຣຕີນຈາກຊີ້ນສັດໄດ້ງ່າຍ ສາມາດກິນອາຫານປະເພດ

ຊີ້ນສັດໂດຍບໍ່ມີປັນຫາ ເມື່ອທຽບກັບກຣຸບອື່ນ, ໃນນັ້ນ ອາຫານທີ່ຄວນຫລີກເວັ້ນແມ່ນອາຫານ

ທີ່ເຂົ້າໄປເພີ່ມກົດໃນກະເພາະໃຫ້ມີປະລິມານຫລາຍຂຶ້ນໂດຍບໍ່ຈຳເປັນ ເຊັ່ນ: ເຄື່ອງດື່ມປະເພດ

ຊາ,ກາເຟ,ນ້ຳອັດລົມ ຫລື ໝາກໄມ້ທີ່ມີຄວາມເປັນກົດສູງ.

ນອກຈາກນີ້ ໃນໜັງສືຍັງກ່າວອີກວ່າ ຄົນກຸ່ມນີ້ ມີລັກສະນະຄວາມເປັນຜູ້ນຳສູງ, ມຸ່ງໝັ້ນ,ຈິງຈັງ

ເຂັ້ມແຂງ, ອົດທົນ ແລະ ເປັນນັກວາງແຜນ.

ເປັນກຣຸບເລືອດທີ່ເໝາະກັບການອອກກຳລັງກາຍໜັກໆໄດ້ເກືອບທຸກໆປະເພດ

ເພາະເປັນກຸ່ມທີ່ຂ້ອນຂ້າງແຂງແຮງ ເລືອດໄຫລດີ ອັດຕາການເຕັ້ນຂອງຫົວໃຈສູງ

ຈຶ່ງຄວນອອກກຳລັງກາຍຢ່າງໜ້ອຍອາທິດລະ 4 ເທື່ອ

 

 

ກຣຸບA   ເປັນກຸ່ມທີ່ພັດທະນາມາຈາກຄົນກຣຸບເລືອດໂອ ຄືເມື່ອໝົດຍຸກລ່າສັດ

ກໍ່ເລີ່ມຕົ້ນຕັ້ງຖິ່ນຖານ ແລະ ຮູ້ຈັກການປູກຝັງ ກິນຜັກໝາກໄມ້ເປັນອາຫານຫລັກ

ແທນຊີ້ນສັດ. ລັກສະນະເດັ່ນຂອງຄົນກຸ່ມນີ້້ຈະກົງກັນຂ້າມກັບຄົນກຣຸບໂອ

ຄື ນ້ຳຍ່ອຍໃນກະເພາະອາຫານມີຄວາມເປັນກົດຕ່ຳ ຫາກກິນອາຫານພວກຊີ້ນ

ໂດຍສະເພາະຊີ້ນບໍ່ສຸກຄັກເຂົ້າໄປຫລາຍຈະເຮັດໃຫ້ຍ່ອຍຍາກ ຈຶ່ງບໍ່ເໝາະກັບອາຫານປະເພດນີ້

ແລະ ອາຫານທີ່ຜະລິດຈາກຊີ້ນ ເຊັ່ນ:ໄສ້ກອກ, ແຮມຯ   ນົມ, ເນີຍ, ໄຂ່ກໍ່ຈັດເປັນອາຫານ

ທີ່ກິນໄດ້ເປັນບາງຄັ້ງ ເພາະມີໂປຣຕີນທີ່ຍ່ອຍຍາກຄືກັນ. ອາຫານທີ່ເໝາະກັບຄົນກຸ່ມນີ້ແມ່ນ

ຜັກ ແລະ ໝາກໄມ້ ເຊິ່ງຄວນຈະກິນໃຫ້ຫລາຍກວ່າອາຫານປະເພດອື່ນ ແລະ ສາມາດຫາກິນ

ອາຫານຈຳພວກຖົ່ວເຫລືອງເພື່ອຊົດເຊີຍໂປຣຕີນຂອງຊີ້ນສັດ ແລະ ດື່ມເຄື່ອງດື່ມປະເພດກາເຟ

ເພື່ອຊ່ວຍເພີ່ມກົດໃນກະເພາະ.

ລັກສະນະຂອງຄົນກຸ່ມນີ້ ແມ່ນມັກເປັນຄົນທີ່ມີອາລົມອ່ອນໄຫວ ມັກຄວາມສົມບູນແບບ

ມັກຮຽກຮ້ອງ ແລະ ຄິດແຕ່ກັບເລື່ອງໂຕເອງ, ແຕ່ກໍ່ມີຄວາມຄິດສ້າງສັນສູງ ແລະ ໃຫ້ຄວາມ

ຮ່ວມມືກັບຜູ້ອື່ນເປັນຢ່າງດີ, ເປັນກຸ່ມທີ່ເຈັບເປັນໄດ້ງ່າຍ ດັ່ງນັ້ນ ຈຶ່ງຄວນປ້ອງກັນເລື່ອງໂລກໄພ

ຕ່າງໆ ແລະ ເບິ່ງໃນເລື່ອງພູມຄຸ້ມກັນຂອງຮ່າງກາຍ ເຊິ່ງການອອກກຳລັງກາຍສາມາດຊ່ວຍໄດ້

ແຕ່ຄົນກຣຸບນີ້ ບໍ່ເໝາະກັບການອອກກຳລັງກາຍແບບໜັກໆ ຍ້ອນເປັນຄົນເມື່ອຍງ່າຍ

ຈຶ່ງຄວນຫລິ້ນກິລາເບົາໆແທນ ເຊັ່ນ: ຕີກ໊ອບ, ໂຍຄະ, ລຳມວຍຈີນ, ເຕັ້ນ....

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ເຫັນຊ່ວງນີ້ມີຄົນຕັ້ງກະທູ້ຖາມເລື່ອງກຣຸບເລືອດເນາະ

ກະເລີຍມາອະທິບາຍກັນວ່າເປັນຫຍັງຈຶ່ງວ່າເລືອດຄົນລະກຣຸບກັນແລ້ວຈຶ່ງໃຫ້ກັນບໍ່ໄດ້

ກຣຸບໂອກໍ່ຖືກເວົ້າວ່າເປັນກຣຸບທີ່ປະເສີດ  (ມີແຕ່ໃຫ້ບໍ່ຮັບຄືນ) ແຕ່ເມື່ອມາເບິ່ງດີໆແຫລະກະ

ແມ່ນພວກທີ່ເອົາແຕ່ໃຈນີ້ເອງ ເພາະເອົາກຣຸບຫຍັງໃຫ້ກໍ່ບໍ່ເອົາ ຢາກໄດ້ແຕ່ຂອງພວກດຽວກັນ

ສ່ວນກຣຸບເອບີເປັນກຣຸບທີ່ເຫັນແກ່ໂຕ (ມີແຕ່່ຮັບບໍ່ຍອມໃຫ້ໝູ່) ແຕ່ມາເບິ່ງອີກແງ່ໜຶ່ງແມ່ນ

ພວກທີ່ງ່າຍໆ ແນວໃດກະໄດ້ ເພາະຮັບໄດ້ໝົດທຸກກຣຸບ ແລະທີ່ຖືກເວົ້າວ່າເຫັນແກ່ໂຕນັ້ນ

ບໍ່ແມ່ນເລີຍເພາະວ່າ ໃຫ້ເຂົາໄປແລ້ວ ແຕ່ເຂົາບໍ່ເອົາເອງ ຮະຮະຮະ

ອັນນີ້່ກະເປັນເລື່ອງທີ່ເຂົາສົມທຽບກ່ຽວກັບກຣຸບເລືອດຕ່າງໆ

ເວົ້າຫລິ້ນເວົ້າຫົວກັນຊື່ໆຢ່າຄິດຫລາຍ ດ໋ຽວຜົມຫງອກ ^_^

 

ມາເຂົ້າເລື່ອງກັນເລີຍເນາະ ຖ້າໃຫ້ອະທິບາຍງ່າຍໆເລີຍກະແມ່ນ

ສົມມຸດຮ່າງກາຍຂອງຄົນທີ່ມີເລືອດເອຢູ່ໃຫ້ເປັນປະເທດໜຶ່ງ ແລະໃນເລືອດນັ້ນກໍ່ມີທະຫານ

ທີ່ຖື passport A ຢູ່ ໝາຍຄວາມວ່າຢູ່ໃນປະເທດນີ້ຈະອະນຸຍາດໃຫ້ຄົນເຂົ້າໄດ້ແຕ່ຜູ້ທີ່ມີ passport A

ເທົ່ານັ້ນ  ແລະ ກົງກັນຂ້າມຖ້າທະຫານເລືອດເອ ຈະຂ້າມໄປປະເທດອື່ນ (ໃຫ້ເລືອດ)

ກໍ່ເຂົ້າໄດ້ແຕ່ປະເທດທີ່ຖື passport ຄືກັນເທົ່ານັ້ນ

ຖ້າໄປເຂົ້າຜິດປະເທດ ສົມມຸດເປັນປະເທດບີ ເມື່ອຊິຂໍຜ່ານເຂົ້າປະເທດປຸບ ກໍ່ຈະຖືກກວດກ່ອນ

ແລະເມື່ອປະເທດເລືອດບີ ກວດພົບວ່າເປັນປະເທດເລືອດເອ ເຂົາຈະບົ່ງວ່າເປັນສັດຕູທັນທີ

ແລະທັງສອງປະເທດກໍ່ຈະຍົກທະຫານຕີກັນເລີຍ ( ເລືອດບໍ່ເຂົ້າກັນ )

ແຕ່ວ່າຄົນທີ່ມີເລືອດໂອ ຈະຖື passport ແບບພິເສດ ແບບວ່າພໍ່ກ...ເສັ້ນໃຫຍ່ປະມານນີ້

 ດັ່ງນັ້ນຈຶ່ງສາມາດເຂົ້າອອກໄດ້ທຸກປະເທດໂດຍບໍ່ມີຂໍ້ກຳນົດ ແຕ່ພາຍໃນປະເທດໂອກໍ່ຈະໃຊ້

Passport ພິເສດຄືກັນ ດັ່ງນັ້ນຄົນນອກຈຶ່ງບໍ່ມີສິດເຂົ້າມາໃນປະເທດນີ້ໄດ້ເລີຍ

ສ່ວນໃນປະເທດເອບີ ປຽບທຽບໄດ້ກັບປະເທດທີ່ເປີດແບບເສລີ

ດັ່ງນັ້ນບໍ່ວ່າໃຜກໍ່ສາມາດເຂົ້າມາໃນປະເທດເອບີໄດ້ໝົດ

ແຕ່ປະຊາກອນໃນປະເທດນີ້ຖືpassport ທັງສອງແບບຄືເອກັບບີ ແຕ່ເຮັດໃສ່ໃນປຶ້ມຫົວດຽວກັນ

ດັ່ງນັ້ນ ເວລາຄົນປະເທດເອບີຊິໄປເຂົ້າປະເທດອື່ນຈຶ່ງຖືກປະຕິເສດ

ເຊັ່ນ ຖ້າເຂົ້າປະເທດເອ passport A ຫະຜ່ານຢູ່ ແຕ່ມັນມາຄາຢູ່ບ່ອນມັນມີ B ຢູ່ນຳ

ດັ່ງນັ້ນ ປະຊາກອນເອບີ ຈຶ່ງສາມາດເຂົ້້າໄດ້ແຕ່ກັບປະເທດເອບີທີ່ເປີດເສລີຄືກັນເທົ່ານັ້ນ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

alt

 

 

 

alt

ເທື່ອກ່ອນນີ້ສ້າງຕອນມີຄົນສ້າງໄດຯຫລາຍ ບໍ່ຮອດໃສກະທູ້ກະຖືກຝັງແລ້ວ T__T

ຖ້າໃຜຍັງບໍ່ໄດ້ເບິ່ງໂຕເກົ່າກະໄປຊອກຫາອ່ານໄດ້ເດີ 



ຕິດຕາມຕອນຕໍ່ໄປ ....

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

alt

alt

 

 

 

 

 

 

 

 

ມີຕໍ່ອີກເດີ !!!???

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

alt

 

 

 

 

alt

 

 

 

 

 

alt

 

 

 

 


 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

 

 

 

 

alt

 

 

ທີ່ມາ : dek-d.com

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

altalt

ປະກາດຫາຜູ້ໄດ້ພາສາເກົາຫລີ ຢາກໃຫ້ມາແປກາຕູນຊ່ວຍ !!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

alt

alt

 

ໃນໄດອາຣີ່ກ່ອນໜ້ານີ້ກໍ່ຄຶື ຄວາມຕ່າງຂອງກຣຸບເລືອດ1ແລະ2 ໄດ້ມີ ຄຳເຫັນວ່າ ເອົາຮູບພວກນີ້

 

ມາແຕ່ເວັບໄທແມ່ນບໍ່ ??

 

ກະຂໍຕອບເລີຍເນາະວ່າຖືກສ່ວນໜຶ່ງ

 

 ອັນທີ່ຈິງແລ້ວຜູ້ທີ່ແຕ້ມຮູບເລື່ອງກຣຸບເລືອດນີ້ແມ່ນ ຄົນເກົາຫລີ

 

ແລະ ກະໄດ້ເຜີຍແຜ່ຢູ່ເວັບເກົາຫລີ

 

ແຕ່ເຈົ້າຂອງໄດຯກະບໍ່ໄດ້ພາສາເກົາຫລີ-_- ກະເລີຍຕ້ອງໄປຊອກຢູ່ບ່ອນອື່ນ

 

ສຸດທ້າຍກະໄປເຫັນຢູ່ເວັບໄທ ແລະກະຍັງມີເວັບຂອງຈີນ ແລະ ອັງກິດນຳອີກ

 

ກໍ່ເລີຍຢາກເອົາມາໃຫ້ໝູ່ເພື່ອນໄດ້ອ່ານຫລິ້ນ ແລະ ກະເຫັນດີນຳຫົວໜ້ານິນ

 

ທີ່ເພິ່ນໃຫ້ແປເປັນພາສາລາວກ່ອນຈຶ່ງເອົາລົງໃຫ້ອ່ານ

 

ກະມີເທົ່ານີ້ ແລນໍ ອິອິ ^_^ 

 

ໝາຍເຫດ ມື້ກ່ອນໄດ້ເຂົ້າໄປເບິ່ງໃໝ່ລະ ເຂົາໄດ້ອັບເດດຮູບມາໃໝ່ອີກແລ້ວ

 

ແຕ່ມັນເປັນພາສາເກົາຫລີ ໄປຊອກຢູ່ບ່ອນອື່ນກະຍັງບໍ່ມີໃຜແປ

 

ກະເລີຍຢາກປະກາດຖ້າໃຜໄດ້ພາສາເກົາຫລີ,ກະຢາກລົບກວນມາແປໃຫ້ແນ່ໄດ້ບໍ່

 

ທີ່ມາຂອງຮູບເຫລົ່ານີ້ແມ່ນມາຈາກ www.cyworld.com/realcrazyman

 

ຕິດຕາມຕອນຕໍ່ໄປ ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

alt

 alt

ຕິດຕາມຕອນຕໍ່ໄປ

ບໍ່ຮູ້ວ່າຮູບທີ2ຊິອ່ານເຫັນຫລືບໍ່ ໂທດເດີແລະເທື່ອຫນ້າຊິພິມໃຫຍ່ກວ່ານີ້