ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ເຫັນຊ່ວງນີ້ມີຄົນຕັ້ງກະທູ້ຖາມເລື່ອງກຣຸບເລືອດເນາະ

ກະເລີຍມາອະທິບາຍກັນວ່າເປັນຫຍັງຈຶ່ງວ່າເລືອດຄົນລະກຣຸບກັນແລ້ວຈຶ່ງໃຫ້ກັນບໍ່ໄດ້

ກຣຸບໂອກໍ່ຖືກເວົ້າວ່າເປັນກຣຸບທີ່ປະເສີດ  (ມີແຕ່ໃຫ້ບໍ່ຮັບຄືນ) ແຕ່ເມື່ອມາເບິ່ງດີໆແຫລະກະ

ແມ່ນພວກທີ່ເອົາແຕ່ໃຈນີ້ເອງ ເພາະເອົາກຣຸບຫຍັງໃຫ້ກໍ່ບໍ່ເອົາ ຢາກໄດ້ແຕ່ຂອງພວກດຽວກັນ

ສ່ວນກຣຸບເອບີເປັນກຣຸບທີ່ເຫັນແກ່ໂຕ (ມີແຕ່່ຮັບບໍ່ຍອມໃຫ້ໝູ່) ແຕ່ມາເບິ່ງອີກແງ່ໜຶ່ງແມ່ນ

ພວກທີ່ງ່າຍໆ ແນວໃດກະໄດ້ ເພາະຮັບໄດ້ໝົດທຸກກຣຸບ ແລະທີ່ຖືກເວົ້າວ່າເຫັນແກ່ໂຕນັ້ນ

ບໍ່ແມ່ນເລີຍເພາະວ່າ ໃຫ້ເຂົາໄປແລ້ວ ແຕ່ເຂົາບໍ່ເອົາເອງ ຮະຮະຮະ

ອັນນີ້່ກະເປັນເລື່ອງທີ່ເຂົາສົມທຽບກ່ຽວກັບກຣຸບເລືອດຕ່າງໆ

ເວົ້າຫລິ້ນເວົ້າຫົວກັນຊື່ໆຢ່າຄິດຫລາຍ ດ໋ຽວຜົມຫງອກ ^_^

 

ມາເຂົ້າເລື່ອງກັນເລີຍເນາະ ຖ້າໃຫ້ອະທິບາຍງ່າຍໆເລີຍກະແມ່ນ

ສົມມຸດຮ່າງກາຍຂອງຄົນທີ່ມີເລືອດເອຢູ່ໃຫ້ເປັນປະເທດໜຶ່ງ ແລະໃນເລືອດນັ້ນກໍ່ມີທະຫານ

ທີ່ຖື passport A ຢູ່ ໝາຍຄວາມວ່າຢູ່ໃນປະເທດນີ້ຈະອະນຸຍາດໃຫ້ຄົນເຂົ້າໄດ້ແຕ່ຜູ້ທີ່ມີ passport A

ເທົ່ານັ້ນ  ແລະ ກົງກັນຂ້າມຖ້າທະຫານເລືອດເອ ຈະຂ້າມໄປປະເທດອື່ນ (ໃຫ້ເລືອດ)

ກໍ່ເຂົ້າໄດ້ແຕ່ປະເທດທີ່ຖື passport ຄືກັນເທົ່ານັ້ນ

ຖ້າໄປເຂົ້າຜິດປະເທດ ສົມມຸດເປັນປະເທດບີ ເມື່ອຊິຂໍຜ່ານເຂົ້າປະເທດປຸບ ກໍ່ຈະຖືກກວດກ່ອນ

ແລະເມື່ອປະເທດເລືອດບີ ກວດພົບວ່າເປັນປະເທດເລືອດເອ ເຂົາຈະບົ່ງວ່າເປັນສັດຕູທັນທີ

ແລະທັງສອງປະເທດກໍ່ຈະຍົກທະຫານຕີກັນເລີຍ ( ເລືອດບໍ່ເຂົ້າກັນ )

ແຕ່ວ່າຄົນທີ່ມີເລືອດໂອ ຈະຖື passport ແບບພິເສດ ແບບວ່າພໍ່ກ...ເສັ້ນໃຫຍ່ປະມານນີ້

 ດັ່ງນັ້ນຈຶ່ງສາມາດເຂົ້າອອກໄດ້ທຸກປະເທດໂດຍບໍ່ມີຂໍ້ກຳນົດ ແຕ່ພາຍໃນປະເທດໂອກໍ່ຈະໃຊ້

Passport ພິເສດຄືກັນ ດັ່ງນັ້ນຄົນນອກຈຶ່ງບໍ່ມີສິດເຂົ້າມາໃນປະເທດນີ້ໄດ້ເລີຍ

ສ່ວນໃນປະເທດເອບີ ປຽບທຽບໄດ້ກັບປະເທດທີ່ເປີດແບບເສລີ

ດັ່ງນັ້ນບໍ່ວ່າໃຜກໍ່ສາມາດເຂົ້າມາໃນປະເທດເອບີໄດ້ໝົດ

ແຕ່ປະຊາກອນໃນປະເທດນີ້ຖືpassport ທັງສອງແບບຄືເອກັບບີ ແຕ່ເຮັດໃສ່ໃນປຶ້ມຫົວດຽວກັນ

ດັ່ງນັ້ນ ເວລາຄົນປະເທດເອບີຊິໄປເຂົ້າປະເທດອື່ນຈຶ່ງຖືກປະຕິເສດ

ເຊັ່ນ ຖ້າເຂົ້າປະເທດເອ passport A ຫະຜ່ານຢູ່ ແຕ່ມັນມາຄາຢູ່ບ່ອນມັນມີ B ຢູ່ນຳ

ດັ່ງນັ້ນ ປະຊາກອນເອບີ ຈຶ່ງສາມາດເຂົ້້າໄດ້ແຕ່ກັບປະເທດເອບີທີ່ເປີດເສລີຄືກັນເທົ່ານັ້ນ

 

Delicious Digg Fark Twitter