ໃນຫ້ອງຮຽນມື້ໜຶ່ງ ໄອສໄຕລໄດ້ຖາມນັກຮຽນວ່າ
“ມີຄົນມາແປງປ່ອງໄຟ(ທີ່ໃຊ້ໃນຍາມໜາວຂອງເຮືອນແຖບຢູໂຣບ)
ສອງຄົນກຳແປງປ່ອງໄຟເກົ່າ ແຕ່ພໍພວກເຂົາອອກມາແຕ່ປ່ອງໄຟ
ປາກົດວ່າ ຄົນໜຶ່ງຕົນໂຕສະອາດ ອີກຄົນໜຶ່ງຕົນໂຕສົກກະປົກ
ເຕັມແຕ່ຂີ້ຝຸ່ນ”
ແລ້ວລາວກໍ່ຖາມນັກຮຽນວ່າ “ແມ່ນໃຜຊິໄປອາບນ້ຳກ່ອນກັນ ???”
ນັກຮຽນຄົນໜຶ່ງຕອບວ່າ
“ກໍ່ຕ້ອງແມ່ນຄົນທີ່ຕົນໂຕສົກກະປົກຫະແຫລະ ແນ່ນອນຢູ່ແລ້ວ”
ໄອສໄຕລຈຶ່ງເວົ້າວ່າ
”ແມ່ນສະເບາະ ເຈົ້າລອງຄິດເບິ່ງດີໆດຸ ຄົນທີ່ຕົນໂຕສະອາດ ເຫັນອີກຄົນໜຶ່ງເປື້ອນແຕ່
ຂີ້ຝຸ່ນ ຍ້ອນອອກມາແຕ່ປ່ອງໄຟບ່ອນດຽວກັນເຂົາກໍ່ຕ້ອງຄິດວ່າໂຕເອງກໍ່ຕ້ອງສົກກະປົກ
ຄືກັນລະ ???
ສ່ວນອີກຄົນໜຶ່ງ ເຫັນອີກຄົນໜຶ່ງຕົນໂຕສະອາດ ກໍ່ຕ້ອງຄິດວ່າໂຕເອງສະອາດຄືກັນ
ແລ້ວຂ້ອຍຂໍຖາມພວກເຈົ້າໃໝ່ ໃຜຊິເປັນຄົນໄປອາບນ້ຳກ່ອນ ???”
ນັກຮຽນອີກຄົນໜຶ່ງເວົ້າຂຶ້ນດ້ວຍຄວາມຕື່ນເຕັ້ນວ່າ
”ຮູ້ແລ້ວ ຂ້ອຍຮູ້ແລ້ວ!!! ຄົນທີ່ຕົນໂຕສະອາດແຕ່ຍ້ອນເຫັນອີກຝ່າຍເປື້ອນ
ກໍ່ເລີຍຄິດວ່າໂຕເອງເປື້ອນຄືກັນເພາະອອກມາຈາກບ່ອນດຽວກັນ
ກົງກັນຂ້າມ ຄົນທີ່ເປື້ອນຢູ່ນັ້ນພັດເຫັນອີກຄົນສະອາດກໍ່ເລີຍຄິດວ່າໂຕເອງກໍ່ສະອາດຄືກັນ
ດັ່ງນັ້ນ ຄົນທີ່ຈະໄປອາບນ້ຳກ່ອນຕ້ອງແມ່ນຄົນທີ່ຕົນໂຕສະອາດ ແມ່ນບໍ່ !!!???”
ໄອສໄຕລແນມໄປຫານັກຮຽນທົ່ວຫ້ອງ ນັກຮຽນທຸກຄົນກໍ່ເຫັນດີກັບຄຳຕອບນັ້ນ
ແລ້ວໄອສໄຕລກໍ່ຄ່ອຍໆເວົ້າຂຶ້ນຢ່າງມີຫລັກການແລະເຫດຜົນວ່າ
“ຄຳຕອບນີ້ກໍ່ຜິດຄືກັນ !!!??
ທັງສອງຄົນອອກມາຈາກປ່ອງໄຟບ່ອນດຽວກັນ
ແລ້ວເປັນໄປໄດ້ແນວໃດ ທີ່ຄົນໜຶ່ງສະອາດ ແຕ່ອີກຄົນເປື້ອນ???
ນີ້ແຫລະເຂົາຮ້ອງວ່າ Logic (ພາສາລາວບໍ່ຮູ້ຮ້ອງວ່າ ຕັກກະ ຊິຖືກບໍ່)
ເມື່ອຄວາມຄິດຂອງຄົນເຮົາຖືກຊັກນຳຈົນສະດຸດ ກໍ່ຈະບໍ່ສາມາດໄຈ້ແຍກແລະຫາເຫດຜົນ
ຂອງເລື່ອງທີ່ແທ້ຈິງອອກມາໄດ້ ນັ້ນຄື ຕັກກະ
ຈະຫາຕັກກະໄດ້ກໍ່ຕ້ອງ ໂດດອອກມາຈາກ
ສິ່ງຍຶດຕິດຂອງຄວາມລື້ງເຄີຍ ຫລີກລ່ຽງຈາກ
ກັບດັກທາງຄວາມຄິດ ຫລີກໜີຈາກ
ສິ່ງທີ່ເຮັດໃຫ້ຫລົງທາງຈາກຄວາມຮູ້ແທ້ຈິງ ແລະ ກຳຈັດ
ຄວາມດຶງດັນຂອງສັນດານ
ຈະຫາ ຕັກກະ ໄດ້ກໍ່ຕໍ່ເມື່ອ ເຈົ້າຫລຸດພົ້ນຂັ້ນຕອນທັງໝົດ
ທີ່ຄົນເຂົາຈັດສາກຂຶ້ນມາເພື່ອວາງໄວ້ລໍ້ເຈົ້າ !!!
ອືມ.... ເຮີ້ ຫລັງຈາກທີ່ບໍ່ໄດ້ຂຽນໄດຯມາດົນສົມຄວນ ຍ້ອນບໍ່ມີອາລົມ 5555+
ແລ້ວໃນມື້ນີ້ຮູ້ສຶກວ່າງໆເລີຍໄປຄົ້ນຫາໄຟຣຢູ່ຄອມຫລິ້ນແລ້ວກໍ່ເລີຍໄປເຈິ ໄຟຣword ທີ່ວ່າເຖິງເລື່ອງໜ້າຄິດຂອງໄອສໄຕລ
ພໍມາເປີດອ່ານເບິ່ງກະຮູ້ສຶກວ່າຄັກດີ ກະເລີຍຈັດການແປເປັນພາສາລາວ ແລ້ວອັບລົງໄດຯໃຫ້ໝູ່ເພື່ອນໄດ້ອ່ານ
ແຕ່ແທ້ໆແລ້ວ ມັນຈະເປັນເລື່ອງຂອງໄອສໄຕແທ້ຫລືບໍ່ ຂ້ອຍກໍ່ບໍ່ຮູ້ຄືກັນ ເພາະເອົາມາຕໍ່ຈາກເຂົາອີກ ແຕ່ບໍ່ຈື່ແລ້ວວ່າມາແຕ່ໃສ 555+
ແນວໃດກໍ່ຕາມເນື້ອໃນຂອງເລື່ອງນີ້ມັນຄັກດີ ກໍ່ເລີຍຢາກໃຫ້ໝູ່ເພື່ອນໄດ້ອ່ານກັນ ^ ^