ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2015 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

>>>>>>>> ກາບກອນ <<<<<<<<

• ເກີດເປັນຊາຍຊາດເຊຶ້ອ ----- ແນວໜໍ່ຄົນລາວ
~ ມີວາວສີແສງ -------ຮຸ່ງເຮືອງເຫຼືອງເຫຼື້ອມ
~ ເກີດເປັນຊາຍຈິ່ງເອື້ອມ -----ມີຫວັງຕັ້ງຕໍ່
~ ຫວັງໃຫ້ຝັນເປັນຈິງນັ້ນ ----- ດີແລ້ວເລີດປະມານ

• ຫວັງຢາກມີຄວາມຮັກນັ້ນ -----ກໍຫວັງໄດ້ດີຫຼາຍ
~ ຫວັງຍິງມາໝາຍຕາ ------ ຕີລາຄາຄວາມຮັກນັ້ນ
~ ບໍ່ໄດ້ເລືອກຊົນຊັ້ນ ------ ສູງດຳເຕ້ຍຕ່ຳ
~ ຊິສ່ຳໃດກໍຊ່າງ --------- ຮັກແທ້ ແລະ ເປັນຄົນດີນັ້ນກໍພໍ

• ອັນຊິເລືອກຄົນຄົບນັ້ນ ------ ຄົບຢ່າງໃດກໍໄດ້ດອກ
~ ເປັນສິດທິຂອງເຈົ້າ ------- ໃຜຊິເວົ້າບໍ່ຕ້ອງສົນ
~ ເປັນຄົນມີສາລະລົ້ນ -------ໄຝ່ໃຈຮຽນຮ່ຳ
~ ບາດຊິຮ່ຳຮັກແທ້ ------- ໃຫ້ຄິດຄົ້ນກ່ອນເດີຊາຍ

• ເຫັນວ່າມີສະເໜນັ້ນ ------- ທ່ຽວຫວ່ານສະແຫວງຫາ
~ ທຽວຕຶກປາໃສ່ບຸງ ------- ບໍ່ບຳລຸງມັນຕາຍຊ້ຳ
~ ທຽວບອກຮັກຄົນນັ້ນ ------ ຄົນນີ້ກໍບອກອີກ
~ ທຽວບອກຮັກຄົນໜ້າ ------ ຄົນນັ້ນກໍສົນໃຈ ວ່າເດ

• ເອົາ! ມີຮັກຫຼາຍຄົນແທ້ ----- ມີອື່ນຄືບໍ່ຈາ
~ ປ່ອຍໃຫ້ເຮົາເຫັນເອງ ------ ຫຍຸ້ງຂະເຢງໄປແລ້ວ
~ ເຈົ້າບອກຂ້ອຍວ່າແນວນັ້ນ ---- ຄົນອື່ນບອກແນວໃໝ່
~ ໄປຖາມຜູ້ເຂົາວ່າແຟນເຈົ້າເບິ່ງດູຫັ້ນ ---- ໂອຍແມ່ນແທ້ ບໍ່ຢາກຈາ

• ຊາຍຄືເປັນຈັ່ງຊີ້ ----- ຕວະຕົ້ມຫຼອກນາໆ
~ ບອກວ່າບໍ່ມີໃຜ ------ ຮັກເຮົາຄົນດຽວແທ້
~ ເອົາ! ມາຮອດມື້ນີ້ ----- ຄືແປປີ້ນແນວໃໝ່
~ ໃຈຊາຍເຮັດດ້ວຍຫຍັງແທ້ ----- ແປໄດ້ປີ້ນທຸກຍາມ

• ຍາມເມື່ອຖາມສໍ້ເຈົ້າ ----- ທຳທ່າບໍ່ສົນໃຈ
~ ບໍ່ຮູ້ຈັກເລື່ອງໃຜ ------- ເຊົາສາຂ້ອຍບໍ່ມີຫຍັງແທ້
~ ບໍ່ໄດ້ຮັກໃຜແລ້ວ ----- ເຊົາມາຖາມແສ່ສ່ອງ
~ ອັນເລື່ອງຜ່ານມານັ້ນ ------ ຂ້ອຍຜິດແລ້ວຂໍໂທດນຳ

• ເອົາຄືວ່າງ່າຍແທ້ ----- ເວົ້າປີ້ນແປທິດທາງ
~ ອັນຜ່່ານມາເດ ------ ຊິແກ້ຕົວວ່າແນວໃດນັ້ນ
~ ບາດເຮົາຖາມຖ່ອງແທ້ ----- ພັດແປໄປແນວອື່ນ
~ ບອກວ່າເຮົາໄຮ້ສາລະນັ້ນ ---- ບໍ່ມີແລ້ວແນວລົມນຳ ງ່າຍນໍ

• ອັນວ່າຄົນເຮົານີ້ ----- ຄວນໄຄ່ຈິງໃຈກັນ
~ ບໍ່ຫ້າວຫັນຮັກສາ ----- ສັນຍາບໍ່ເປັນຫຍັງແລ້ວ
~ ຄວນກ່າວຄວາມຈິງແທ້ ----- ເປັນແນວໃດໃຫ້ບອກຕໍ່
~ ປິດບັງຄວາມຜິດໄວ້ ----- ດີແທ້ເລີດປະມານ ແມ່ນບໍ?

• ມາເບິ່ງໂດຍລວມແລ້ວ ---- ເຈົ້າວ່າບໍ່ໄດ້ເຮັດຜິດຫຍັງ
~ ບໍ່ໄດ້ຫຼອກລວງໃຜ ----- ຊິມາໂທດລາວຫຍັງແທ້
~ ໂອຍ ເຮົາພຽງຢາກຮູ້ ----- ຄວາມເປັນຈິງທີ່ມັນເກີດ
ບໍ່ໄດ້ຮັກກໍບໍ່ວ່າ ------ ຕວະໜ້າ ຕວະຫຼັງ ເສຍເວລາລ້ຳເລີດປະມານ

• ຫາວ່າເຮົາສ້າງທຸກຢ່າງຂຶ້ນ ----- ແລ້ວທຳລາຍດັບມອດເອງ
~ ລາວບໍ່ໄດ້ກ່ຽວຫຍັງ ---- ພຽງຢູ່ເສີຍຊື່ໆ
~ ເພິ່ນວ່າເຮົາເກັ່ງຮ້າຍ ---- ເອົາແຕ່ປ້ອຍດ່າ
~ ເພິ່ນຈິ່ງໜີໄປຊົ້ນ ----- ຄົນອື່ນແທ້ ດີເລີດກວ່າ ວ່າຊັ້ນເດີ

• ບອກແລ້ວບໍ່ຮັກກໍບໍ່ວ່າ ----- ພຽງບອກດ້ວຍຄວາມຈິງ
~ ບໍ່ໄດ້ຊິງໄດ້ຊັງ ----- ອິຫຍັງຈັກຢ່າງແທ້
~ ພຽງວ່າບໍ່ໄດ້ຮັກນັ້ນ ------ ເຈົ້າເອີຍ ຢ່າຕວະວ່າຮັກກັນຕໍ່
~ ບາດວ່າຮູ້ຄວາມຈິງແທ້ ------ ຖາມທົ່ວພັດບໍ່ຕ້ານຕ່າວເປັນ

• ເຫັນວ່າເຮົານີ້ ----- ໄຮ້ສາລະໄປໝົດ
~ ເວົາ້ປະຊົດປະຊັນ ---- ວ່າເຮົາບໍ່ດີນັ້ນນີ້
~ ອັນບໍ່ດີຂ້ອຍຮັບໄດ້ ---- ຫຼາຍຢ່າງກໍໂອເຄ
~ ແຕ່ເວລາມີໃຜ ---- ບອກມາໄດ້ບໍຫັ້ນ

• ຢ່າຕວະນັ້ນຕວະນີ້ ----- ວ່າສະຖານະລາວຫຼົງ
~ ແອັດເຈົ້າມາເປັນແຟນ ---- ບາດຂ້ອຍຖາມລາວແລ້ວ
~ ລາວວ່າບໍ່ໄດ້ຫຼົງ ---- ລາວວ່າສອງຄົນເຈົ້າຕົກລົງປົງ
~ ຮັກກັນມາດົນແລ້ວ ---- ລາວຈິ່ງສົ່ງສະຖານະໃຫ້ ສອງຄົນເຈົ້າໄດ້ໂຊວ່າຄົບກັນ

• ຂ້ອຍໄປກວດເບິ່ງແລ້ວ ----- ເຈົ້າກໍມັກລາວ
~ ເຫັນດີໃຈແຮງ ---- ຜູ້ສາວມາຄົບເປັນແຟນນັ້ນ
~ ຮີບຟ້າວໄປກົດໄລຄ໌ ---- ກົດໂຊຕອບຮັບໃຫ້ໝູ່ເບິ່ງ
~ ວ່າເຈົ້າກັບລາວນັ້ນ ---- ຄົບກັນແລ້ວເປັນຄູ່ຮັກໝັ້ນໝາຍ ວ່າຊັ້ນເດ

• ຮັກກັນບໍ່ເຫັນກຸ້ມ ----- ບຶດໜຶ່ງພັດວ່າເລີກ
~ ເປີດປ່ຽນສະຖານະອື່ນເຂົ້າ ---- ວ່າໂສດປະລິຍາຍ
~ ສົມນ້ຳໜ້າແທ້ ---- ເຫັນວ່າຮັກງ່າຍໜ່າຍໄວ
~ ບໍ່ເຫັນກຸ້ມສ່ຳໃດ ---- ທຳເປັນນອກໃຈໂຊໜ້າ ຄິຄິ

• ຂ້ອຍກໍບໍ່ຢາກສົນເຈົ້າ ---- ໂຊສະຖານະກັບແຟນໃໝ່ 
~ ຈິ່ງໄດ້ ເລີກເປັນໝູ່ຊ້ຳ ---- ແຖມດ່າໃຫ້ເລີດປະມານ
~ ເຄືອງໃຈກັນບໍ່ໜ້ອຍ ---- ດ່າກັນໄດ້ໄປມາ
~ ຈັ່ງແມ່ນຄືຜີບ້າ ----- ຮັກຫາໄດ້ໃນເຟສບຸກນີ້

• ຫວັງຈະພົບຄົນດີນັ້ນ ----- ດັນພົບຄົນເວົ້າປີ້ນເກັ່ງ
~ ຈັ່ງແມ່ນເຮັງໆລ້ຳ ----- ດີລົ້ນເລີດປະມານ
~ ບໍ່ໄດ້ຈົ່ມຫຍັງເຈົ້າ ----- ບໍ່ໄດ້ຢາກວ່າຫຼາຍ
~ ພຽງແຕ່ໄດ້ລະບາຍ ---- ກໍສະບາຍໃຈລ້ຳ

• ຄຳວ່າຮັກນັ້ນ ------ ເວົ້າອອກໄດ້ກະຈາຍ
~ ປ່ອຍໃຫ້ມັນລອຍໄປ ----- ເປັນລົມບໍ່ມີຄ່າ
~ ເປັນຮັກລົມໆແລ້ງໆ ----- ຂົມແຮງກວ່າໝາກແຄ້ງຈ້ຳແຈ່ວ
~ ແນວຄົບຄົນບໍ່ຈິງໃຈແທ້ ----- ກໍແນວນີ້ແຫຼະທ່ານເອີຍ ເປັນທຳມະດາ 

>>>>>>> ຈົບກາບກອນ ຮາຮາຮາ <<<<<<

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.........................ກາບກອນ: ຖານະລູກຊ່າງມາຕ່າງພໍ່ແມ່!.......................

 ...................................................................................ແຕ່ງໂດຍ: ພາສຸກ 

ບາງຄົນຕົນຕົວແຕ່ງໂກ້..................ໄວ້ອວດໂອ້ຄົນທັງຫຼາຍ

ມາເບິ່ງທາງຈິດໃຈ............................ພັດບໍ່ຫ່ອນດີປານໃດລົ້ນ

ເຮືອນພໍແຕ່ມີບ່ອນຊົ້ນ.....................ພໍ່ແມ່ຫາເຊົ້າກິນຄ່ຳ

ແຕ່ຕົວເອງຫັ້ນຕິຫຼ້າ.......................ຫາທ່ຽວຫຼິ້ນແຕ່ກິນເບຍ

 

ມາຄິດອີ່ຕົນພໍ່ແມ່ແລ້ວ...................ເຮັດວຽກໜັກແບກຫາບ

ເຄື່ອງນຸ່ງກໍ່ຍ່ອຍຂາດ.....................ບາດຫຼຽວມາເບິ່ງລູກເຮັດເລີດລົ້ນ

ມາຄິດເບິ່ງບ່ອນເງື່ອນສົ້ນ...............ເປັນຕາອີ່ຕົນຜູ້ລ້ຽງສົ່ງ

ມາເບິ່ງຜູ້ເປັນລູກແລ້ວ....................ແຕ່ງປານແກ້ວເຫຼື້ອມໃນວັງ

 

ສັງມາເປັນຕາຄິດແທ້......................ຄິດເມື່ອຍນຳຜູ້ເປັນພໍ່ແມ່

ຄິດພູມໃຈດີຫຼືບໍ່ແທ້........................ລູກພໍ່ແມ່ຈັ່ງຊັ້ນແລ້ວ

ຫັນມາເບິ່ງລູກແກ້ວ........................ທຳຕົວຕົນຕ່າງ

ວຽກບໍ່ແລທຳຕົວບໍ່ຫວ່າງ................ຫາເລາະນັ່ງແຕ່ຮ້ານເບຍ ແທ້ແລ້ວ

 

ຄິດໄປມາຊ່າງເສົ້າ.........................ບໍ່ຊ່າງເວົ້ານຳເຫດການ

ຖ້າລູກທຳຕົວພໍປະມານ.................ສ່ອງເຫັນໃຈພໍ່ແມ່ແລ້ວ

ພໍ່ແມ່ຄືຊິໃຈບໍ່ເປັນແປ້ວ.................ພູມໃຈໃນຕົວລູກ

ແຕ່ບາງພໍ່ແມ່ຫັ້ນທຸກ.....................ມາເບິ່ງລູກເຮັດໄຮໂຊປານຫຍັງ ແທ້ແລ້ວ ອີ່ຕົນເດ ວ່າບໍ່?

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

>>>>>>>>>>>>>>ກອນ: ຫວ່າງມານັ່ງແຕ່ງກອນ<<<<<<<<<<<<<<<<<<<<<

ມື້ນີ້ເວລາຫວ່າງແລ້ວ..................................ມານັ່ງແຕ່ງກອນ

ຈັກຊິແຕ່ງແນວໃດ......................................ໃຫ້ອອນຊອນຫູໄດ້

ອັນວ່າແຕ່ງກອນນີ້......................................ບໍ່ຢາກຄິດຫຼາຍດອກ

ແຕ່ງບໍ່ເປັນມາບອກໄວ້................................ໃຫ້ເຂົ້າໃຈແທ້ ແນ່ເດີ

 

ຕອນນີ້ກຳລັງຫວ່າງ....................................ຂໍມານັ່ງແຕ່ງກອນ

ເຖີງບໍ່ມ່ວນອອນຊອນ.................................ບໍ່ເປັນຫຍັງຕິເນາະທ່ານ

ຫາກທ່ານອ່ານມານີ້..................................ບໍ່ມ່ວນອອນຊອນຕໍ່

ແຕ່ທ່ານກໍ່ອົດທົນໄວ້..................................ອ່ານໄດ້ໄປນຳກັນ

ເອົາແຕ່ງມາຮອດນີ້....................................ຈັກຊິແຕ່ງຮອດໃສ

ຄັນວ່າແຕ່ງກອນໄປ..................................ຢ້ານໄຮ້ສາລະຊື່ໆແທ້

ມີຫຍັງໃຫ້ກວດແກ້....................................ແນະນຳກັນຕື່ມ

ພໍໄດ້ເພີ່ມຄວາມຮູ້......................................ເສີມສ້າງຕໍ່ໄປແທ້ນໍ

 

ເອົາມາຮອດບັດນີ້.......................................ຊິເລົ່າເລື່ອງຫຍັງດີ

ເລື່ອງນາງຍັກຂີນີ.......................................ຄິດມາບໍ່ມີເລື່ອງເລົ່າຊ້ຳ

ມາເລົ່າເລື່ອງຮັກແທ້...................................ຕົວເອງບໍ່ເຄີຍພົບມາກ່ອນ

ມີແຕ່ເຂົາມາຕັດຕ່ອນໃຈຖິ້ມ........................ເຮົານັ້ນໄດ້ແຕ່ແນມ  ວ່າຊັ້ນໄປ :)

 

ອັນວ່າໂລກມະນຸດນີ້...................................ສັງແມ່ນມີຫຼາຍແບບ

ໃຫ້ແອບເບິ່ງແອບມອງ...............................ກໍ່ບໍ່ຫ່ອນເບິ່ງອອກຊ້ຳ

ປາກເວົ້າເວົ້າອອນຊອນແທ້..........................ຫຼັບຫຼັງກາຍເປັນອື່ນ

ຄົນເຮົາຊ່າງຂົມຂື່ນແທ້................................ຄຳເວົ້າການກະທຳນັ້ນ ບໍ່ຄືກັນແທ້ແລ້

 

ອັນວ່າຢັ່ງໂລກນີ້......................................ນັກວິທະຍາສາດກໍ່ຢັ່ງໄປ

ແຕ່ວ່າຢັ່ງໃຈຄົນ.......................................ບໍ່ມີໃຜແທກໄດ້ແທ້

ເປັນມາແລ້ວຈະແກ້..................................ໄຂຍາກເຫຼືອຕໍ່

ເວົ້າເລື່ອງອ່ານໃຈຄົນນີ້...............................ຍາກແທ້ອີ່ຫຼີນໍ

 

ໂອຍ! ແຕ່ງກອນມາຮອດນີ້..........................ພັດວ່າເລີ່ມເຈັບຫົວ

ຈັກເວົ້າຫຍັງເມົາມົວ...................................ງົງຕົວເອງຊ້ຳ

ຊິຂໍລາໄປກ້ຳ.............................................ອ່ານເລື່ອງອື່ນຕໍ່

ມາຮອດເລື່ອງອ່ານໃຈຄົນນີ້...................... ເຈັບຫົວແທ້ແນ່ນອນທ່ານເອີຍ

>>>>>>>>>>>>>>>>> ຂໍຈົບ (ອິອິ) <<<<<<<<<<<<<<<<<<<<<

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.......................................................

....................................................

............................ກາບກອນ: ກຳລັງໃຈໄປໃຫ້ຜ່ານອຸປະສັກ.........................


ຄົນເຮົາ ບາງຄັ້ງໃນຊີວິດນີ້................ມວ່ນຊື່ນເບີກບານ

ມີຄວາມສຸກສຳລານ........................ບໍ່ປຽບປຸນປານໄດ້

ຕໍ່ມາອາດຍາກໄຮ້..........................ທັງກາຍໃຈເກີດກໍ່

ນີ້ນໍຊີວິດແທ້..................................ແປປີ້ນໄດ້ສູ່ຍາມ


ຍາມມີຄວາມທຸກລ້ຳ.....................ໃຫ້ບຸກຜ່ານຫານໄປ

ຢ່າໄດ້ໄລນຳທຸກ...........................ບຸກບືນຝືນສູ້

ຫາກມີມື້ໜຶ່ງໄດ້...........................ເຖີງຝັນໄກດັ່ງຕັ້ງຕໍ່

ຄວາມທຸກນັ້ນຈໍ່ຂຶ້ນ.....................ບໍ່ເວັ້ນແມ່ນທຸກຍາມ


ໃຫ້ອົດທົນຕໍ່ສູ້.............................ບຸກຜ່ານອຸປະສັກນາໆປະການ

ວັນໜຶ່ງຈະເຖີງຝັນ.......................ທີ່ໄດ້ປັ້ນແຕ່ງໄວ້

ຢ່າທໍ້ແທ້ຈິດໃຈນັ້ນ.......................ຈົ່ງຫານຜ່ານຜ່າ

ອຸປະສັກນາໆປະການຜ່ານພົ້ນ.............ດີລົ້ນເລີດປະມານ  ແທ້ແລ້ວ

 

ຄົນທີ່ບໍ່ຜ່ານໄດ້............................ຍ້ອນບໍ່ອົດທົນ

ຄົນເຮົາຕ້ອງດິ້ນຮົນ....................ບໍ່ອາດນິ້ງເສີຍໄດ້

ພົບຄວາມທຸກຍາກໄຮ້.................ຄວາມສຳເລັດຈິ່ງເກີດກໍ່

ໃຫ້ຕັ້ງຕໍ່ຜ່ານຜ່າພົ້ນ..................ອຸປະສັກໄດ້ໃຫ້ດີແທ້ນັ້ນເດີ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.......................................ກາບກອນ: ຕິດພັນລາວ........................................

 

- ນັ່ງຢູ່ຫ້ອງການແລ້ວເມື່ອຍລ້າ...................................ມືຄິກມາຊອກຫາເວບ

ຈິ່ງໄດ້ມາກົດເຊບ.....................................................ເວບພັນລາວນີ້ໄວ້

ເຖີງເມື່ອເວລາຫວ່າງໄດ້...........................................ຮຽນຫຼິ້ນພັນລາວໜັກ

ຍັງບໍ່ຄິດຄັກແຕ່ຫຼິ້ນໜັກຊັກໃຊ້.................................ຈົນມາເຖີງທີ່ໄດ້ເຮັດຜິດກົດພັນລາວ


- ຕົນເອງບໍ່ອ່ານແຈ້ງ............................................ກົດລະບຽບຂອງເວບ

ບໍ່ໄດ້ມີການເຊບ..................................................ວ່າເວບມີກົດລະບຽບຫຍັງແທ້

ທັງບໍ່ໄດ້ກວດແກ້...............................................ວ່າຕົນເອງເວົ້າຫຍັງໄປແດ່

ບໍ່ອາດຮູ້ແນ່ແທ້.................................................ວ່າເວົ້າຕ້ອງໃຈຜູ້ໃດ


- ຫຼິ້ນພັນລາວທຸກມື້..........................................ຕິດໜັກຈາກໃຈ

ຈັກແມ່ນໄປເຮັດແນວໃດ...................................ຕິດພັນລາວຍິ່ງແທ້

ທຸກມື້ມາກວດແກ້.............................................ອັບເດດແດງກ່ອນ

ສະອອນໃຈຍິ່ງແທ້...........................................ໄດ້ມາຫຼິ້ນເວບພັນລາວ


- ມາທຳອິດບໍ່ຮູ້................................................ກ້າວກ່າຍຫຼາຍແນວ

ເວົ້າໃຫ້ຮອດເຈົ້າຂອງເວບ................................ເພາະຕົນບໍ່ຮູ້ທີມງານເວບຊ້ຳ

ຄິດວ່າຊິຖືກແບນຖີ້ມຊ້ຳ..................................ເພິ່ນຍັງຈົ່ງໄວ້ຕໍ່

ເຮົາໄດ້ຫຼິ້ນຕໍ່ເພີ່ມ...........................................ທຸກມື້ໄດ້ດີໃຈ


- ຄວາມຈິງກໍ່ບໍ່ຮູ້...........................................ຂໍໂທດເດີທີມງານ

ຄວາມຈິງບໍ່ຊຳນານ.....................................ທຸກເລື່ອງໄອທີນີ້

ທີມງານໄດ້ບອກຊີ້......................................ດີໃຈຊິໄປຕັ້ງຕໍ່

ກໍ່ຮຽນຮູ້ເພີ່ມຂຶ້ນ.........................................ດີໃຈແທ້ທີ່ກ່າວມາ


- ມາເຖີງຂັ້ນບັດນີ້......................................ຕິດພັນລາວມາດົນ

ຕົນເອງກໍ່ບໍ່ຄ່ອຍສົນ..................................ເວບອື່ນປານໃດທັງນັ້ນ

ອັນອອນເອັມຊ່າງທ້ອນ..............................ຄົນທັກຫຼາຍຢາກຮ້າຍຕື່ມ

ຢ້ານເປັນໂລກຊືມເສົ້າ...............................ຫາກຂ້າພະເຈົ້າຂາດພັນລາວແທ້ນ໋າ


-ສະເໜພັນລາວແຮງຍິ່ງກ້າ...................................ຍິ່ງກວ່າສິ່ງໃດ

ອັນວ່າຕິດບ່າວໃດ................................................ບໍ່ປຽບປຸນປານນີ້

ອັນວ່າຕັ້ງແຕ່ກີ້....................................................ເຫງົາໃຈໃສບໍ່ສ່ອງ

ບາດມາຕິດພັນລາວແລ້ວ....................................ຄິດຮອດຈ້ອຍບໍ່ໄດ້ລືມ


- ໄປທາງໃດກໍ່ຄິດຮອດແຕ່ໜ້າ.............................ເວບຂອງພັນລາວ

ໜ້າສີຂາວສະຫວ່າງໃຈ.......................................ໃຈທີມງານຫວັງສະອາດເຫຼື້ອມ

ບໍ່ຢາກໃຫ້ເສື່ອມເສຍຫຼ້າ....................................ວັດທະນາທຳລາວເກົ່າໃໝ່

ເອກະລັກລາວບອກໄວ້.....................................ອັກສອນຊາດຂອງລາວ ແທ້ນ໋າ


- ສົ່ງເສີມສິ່ງດີໃຫ້............................................ບໍ່ໃຫ້ໃສ່ລາມົກອານາຈານ

ໃຫ້ທຸກຄົນສື່ສານ............................................ສິ່ງດີໆທັງນັ້ນ

ໃຫ້ທຸກຄົນແຕ່ງປັ້ນ.........................................ບົດເລື່ອງຫຼາຍຫຼາກ

ຝາກໂອກາດໃຫ້ຫຼາຍຄົນໄດ້...........................ຮຽນຮູ້ສິ່ງດີງາມ ແທ້ແລ້ວ


- ມາເຖີງບັ້ນທ້າຍນີ້.......................................ຂໍຂອບໃຈພັນລາວ

ໃຫ້ໄດ້ຮຽນຮູ້ຫຼາຍສິ່ງເລື່ອງລາວ....................ຕໍ່ໄປມື້ນີ້ ແລະ ມື້ໜ້າ

ຂໍໃຫ້ພັນລາວແກ່ນກ້າ.................................ຍືນຍົງເກີດກໍ່

ໃຫ້ມີສິ່ງດີໆຈໍ່ຂຶ້ນ........................................ທຸກມື້ຢ່າຫ່າງຫາຍ ແທ້ແລ້ວ


- ຂໍໃຫ້ທີມງານມີຄວາມສຸກລົ້ນ.....................ໃນທຸກສິ່ງຢ່າງນາປະການ

ປາຖະໜາສິ່ງໃດໃຫ້ສຳລານ.........................ທຸກຄວາມຝັນໃຫ້ເປັນຈິງທ້ອນ

ໂຮມເງິນຄຳໃຫ້ໄດ້ໃຫຍ່ຫຼາຍກ້ອນ................ມູນມັງສົມບັດຈົ່ງມີເກີດກໍ່

ພັດທະນາຕໍ່ໄປເລື້ອຍໆ..............................ຢ່າຢຸດຢັ້ງເດີທ່ານເອີຍ


==================== ຈົບ =======================


========== ຜິດພາດປະການໃດຂໍອະໄພມາຍັງທ່ານທັງຫຼາຍ ==========

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບໍ່ໄດ້ແຕ່ງດົນ ຢາກລອງແຕ່ງເບິ່ງກ່ອນ ອິອິ

 

ຕາມຫຼັກການ:

o່້............o່oo
ooo.............່oo້
oo້............ooo່
o່້............o້່o

ໃຜວ່າ ຢູ່ໂລກນີ້............... ມັນງ່າຍເຫຼືອຫຼາຍ
ມີທັງຄວາມຕາຍ...............ເກີດກໍ່ທຸກມື້
ມີທັງຄວາມດີ-ຊົ່ວ..............ເຈືອປົນປານເບື່ອ
ມີທັງຄົນທຸກໄຮ້.................ຄົນລົ້ນຮັ່ງກໍ່ມີ
ຄົນເຮົາຜ່ານທຸກລົ້ນ.........ຈິ່ງຜ່ານສູ່ສະບາຍ
ແມ່ນ ຊີວີບໍ່ວາຍ...............ກໍ່ສານຕໍ່ສູ້
ມີຊີວິດກອບກູ້.................ເສີມສານຕັ້ງຕໍ່
ຫວັງໃຫ້ຄວາມສຸກຈໍ່ຂື້ນ.....ລືນເລີ້ງຢູ່ສູ່ຍາມ............ ແທ້ແລ້ວ


ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແປ ແລະ ຄັດລອກມາຈາກ ເວບສະນຸກ ຜິດພາດບ່ອນໃດຂໍອະໄພ.

ຂ້ອຍ​ຢູ່ດີໆ​ຂອງ​ຂ້ອຍ ….…….....​ແລ້ວ​ເຈົ້າມາ​ຕື້​ເຮັດ​ຫຍັງ

ຂ້ອຍ​ຢູ່​ຂອງ​ຂ້ອຍ​ເສີຍໆ………....​ເຈົ້າມາ​ຈີບ​ເຮັດ​ຫຍັງ

ຂ້ອຍ​ຢູ່​ຂອງ​ຂ້ອຍ​ນິ້ງໆ……….....​ເຈົ້າມາ​ປີ໋ງຂ້ອຍ​ເຮັດ​ຫຍັງ

ຂ້ອຍ​ກໍ່​ບໍ່​ໄດ້​ໄປ​ຂໍ………….........​ໃຫ້​ເຈົ້າມາ​ລໍ້​ຂ້ອຍ​ເຮັດ​ຫຍັງ

ຂ້ອຍ​ຢູ່​ຂອງ​ຂ້ອຍ​ຄົນ​ດຽວ………..​ເຈົ້າມາ​ກ່ຽວ​ຂ້ອຍ​ເຮັດ​ຫຍັງ

ບ້ານ​ຂ້ອຍ​ກັບ​ເອງ​ໄດ້…………....ບໍ່​ເຄີຍ​ບອກ​ຕອນ​ໃດ​ວ່າ​ຂ້ອຍ​ຈະ​ຫຼົງ

ກໍ່​ເຈົ້າອາສາ​ໄປ​ຮັບ​ໄປ​ສົ່ງ…….....ຂ້ອຍ​ກໍ່ຕາມ​ໃຈ

​ໃຜ​ໃຊ້​ໃຫ້​ໂທ​ມາ​ຫາ………….......ກໍ່​ນັ້ນລະ​ເຈົ້າມາ​ຂໍ​ເບີ

ສົ່ງ​ຂໍ້ຄວາມ​ເຂົ້າວ່າ​ຄິດ​ເຖີງ​ເຈົ້າ………ທຳທ່າ​ຈື່​ບໍ່​ໄດ້

ວັນ​ເກີດ​ຕ້ອງ​ມີ​ຂອງ​ຂັວນ…………....ທຸກ​ວັນ​ສຳຄັນ​ຕ້ອງ​ມີ​ຂອງຝາກ

ພຽງ​ຂ້ອຍ​ເວົ້າວ່າ​ມັກ​ຫຼາຍຫຼາກ………..ຈະ​ແສນ​ຍາກ​ກໍ່​ຫາ​ມາ​ໄດ້

ຂ້ອຍ​ຢູ່​ຂອງ​ຂ້ອຍ​ເຄີຍ​ຊິນ……………..​ເສົາ​ອາທິດ​ກິນ​ເຂົ້າທີ່​ບ້ານ

​ເຈົ້າກໍ່​ມາ​ກ່າຍ​ສະພານ…………….....ກິນ​ເຂົ້າຮ້ານ​ນັ້ນຮ້ານ​ນີ້​ກັນ​ບໍ່?

ກິນ​ເຂົ້າກໍ່​ແທບ​ຈະ​ປ້ອນ………….​.....ໂທ​ມາ​ອ້ອນ​ໃຫ້​ນອນ​ຫົ່ມ​ຜ້າ

ຖ້າ​ບອກ​ວ່າ​ເມນ​ຈະ​ມາ…………........ກໍ່​ຮີບ​ໄປ​ຊື້ຢາ​ແພນ​ສະ​ແຕນ​ໃຫ້

ຄົນ​ອີ່​ຫຍັງ​ແສນ​ດີ​ແທ້ໆ…………........ດີ​ໄປ​ໝົດ 24 ຊົ່ວ​ໂມງ

ຂ້ອຍ​ເລີຍ​ໃຈ​ງົງໆ………………........ຕົກລົງ​ເປັນ​ແຟນກໍ່​ໄດ້

ບໍ່​ນານ​ພໍ່​ເທບພະ​ບຸດ…………........…ກໍ່​ໄດ້​ຫຼຸດ​ປານ​ແຜ່ນ​ໜັງ​ລອກ

​ເລັບ​ທີ່​ບໍ່ເຄີຍອອກ​ກໍ່​ເລີ່​ມງອກ…….....…ບໍ່​ຢາກ​ບອກ​ວ່າ​ແສບ​ເທົ່າ​ໃດ

​ເມື່ອ​ກ່ອນ​ຮັບ​ສົ່ງ​ທຸກ​ວັນ………......….ບໍ່​ຕິນັ້ນວ່າ​ຍາກ​ພຽງ​ໃດ

ດຽວ​ນີ້​ບອກ​ມາ​ຮັບ​ແດ່​ຕີ……….......…​ເຈົ້າບອກ​ຂີ່​ລົດ​ໄປ​ເອງ​ກະ​ໄດ້

ຢູ່​ບ້ານ​ຄົນ​ດຽວ​ເຫງົາໆ………….........ກິນ​ແຕ່​ເຂົ້າອາຫານ​ຊ້ຳໆ

ຊວນ​ເຈົ້າ​ໄປ​ກິນ​ເຂົ້າຢູ່​ນອກ……........​ເຈົ້າກໍ່​ບອກ​ກິນ​ຢູ່​ເຮືອນ​ກະ​ໄດ້

ຢ່າ​ຫວັງ​ຂອງຂວັນ​ຫຼູຫຼາ………..........ວັນ​ເກີດ​ມາ​ເຈົ້າຍັງ​ບໍ່​ຈື່

​ເມື່ອ​ກ່ອນ​ອີງ​ແອບ​ແນບ​ຊິດ……........ຕົວ​ຈົນ​ຕິດ​ເໝືອນ​ປາທອງ​ໂກ໋

ດຽວ​ນີ້​ຍ່າງ​ຫ່າງ​ປານ​ກິ​ໂລ……......…​ເຈົ້າຊິ​ໂຊ​ວ່າ​ໂສດ​ແມ່ນ​ບໍ່

ບອກ​ຂ້ອຍ​ວ່າ​ບໍ່​ມີ​ຄວາມ​ລັບ…….......​ໂທລະສັບ​ບໍ່​ເຄີຍ​ໃຫ້​ແຕະ

ມາ​ຫາ​ວ່າ​ຂ້ອຍ​ເຕາະ​ແຕະ…….....….​ເຈົ້າຫັ້ນ​ແລະ​ມີ​ຄວາມ​ລັບ​ໃນ

​ເມື່ອ​ກ່ອນ​ຂ້ອຍ​ກໍ່​ແຊັກ​ຊີ່………........​ແຕ່​ດຽວ​ນີ້​ເບິ່ງ​ຂ້ອຍ​ແລ້ວ​ຫົວ

​ເອີ້ນ​ຂ້ອຍ​ວ່າ​ໂພນ​ຍາງ​ຄໍາ……........​ເຈົ້າຈະ​ຊ້ຳ​ເຕີມ​ຂ້ອຍ​ເຮັດ​ຫຍັງ?

ຫຼັງໆ​ນີ້​ເຈົ້າຈະ​ໜັກ……………........ຄຳ​ວ່າ​ຮັກ​ບໍ່​ຕົກ​ເຖີງທ້ອງ

ຄຸນ​ນະພາ​ບຂອງ​ເຈົ້າບົກ​ຜ່ອງ……...​ໃນ​ການ​ບໍລິການ​ຫຼັງ​ການ​ຂາຍ

ຢ່າ​ຄິດ​ວ່າ​ຂ້ອຍລໍ້າບາກ​ນະ………..ຢ່າ​ຄິດ​ວ່າ​ຂ້ອຍ​ລໍ້າບາກ

ຫຼໍ່​ກວ່າ​ເຈົ້າກໍ່​ຫາ​ບໍ່​ຍາກ…………......ພຽງ​ບໍ່​ຢາກ​ປ່ຽນ​ເຄື່ອຄ່າ​ຍ

ມາ​ຫາ​ວ່າ​ຂ້ອຍ​ໂງ່​ເງົ່າ………….......ຂ້ອຍ​ກໍ່​ເປັນ​ຂອງຂ້ອຍ​ແນວ​ນີ້

​ເຈົ້າບໍ່​ແຫກ​ຕາ​ເບິ່ງ​ດີໆ…………......ຕອນ​ເຈົ້າຈີບ​ຂ້ອຍ​ໃໝ່ໆ

ມາ​ຫາ​ວ່າ​ຂ້ອຍ​ບໍ່​ດີ…………...........​ພຽງ​ທວງ​ສິ່ງ​ທີ່​ດີທີ່ເຄີຍ​ມີມາ.

………………….( ຈົບ )……………….

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ເຂົ້າມາແຕ່ງກອນກາບນີ້..................ຈັກຊິແຕ່ງແນວໃດ

ຄິດໄປແຕ່ງໄປ................................ພັດຄິດບໍ່ອອອກຊ້ຳ

ຄິດມາເຖີງຝ່າຍກ້ຳ..........................ກ້ຳຝ່າຍຄວາມຮັກ

ແຮ່ງມາຄິດໜັກ..............................ແຕ່ງກອນຮັກບໍ່ເປັນຊ້ຳ

- ຍັງບໍ່ພົບຮັກແທ້............................ເວົ້າໄປຢ້ານໄຮ້ປະໂຫຍດບໍ?

ກໍ່ຢາກຄິດອອນຊອນ.......................ນຳກອນທີ່ມ່ວນແມ້ງ

ຢາກຮຽນຄິດແຕ່ງແຕ້ມໄວ້...............ໄປຢອກບັນດາໝູ່

ຈິ່ງມາຮຽນຮ່ຳຮູ້...............................ຢູ່ນີ້ທີ່ພັນລາວ...........ແທ້ນ໋າ!!!!!!!!!!

...............................(ຈົບ)............................

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແຕ່ງເອງ: ອິອິໆໆໆໆ

  • ຫວານແທ້ຄວາມຮັກເຈົ້າ.................ຫວານຍິ່ງມິ່ງໃນໃຈ

ຄິດຮອດເຈົ້າຍາມໃດ...................................ຄະນຶງຫາຢູ່ບໍ່ແລ້ວ

ຄິດເຖີງຊາຍຍອດແກ້ວ................................ຄວາມຫວັງຕັ້ງຕໍ່

ບໍ່ຮູ້ວ່າຫວັງຊິເກີດກໍ່ໄດ້................................ເປັນໄປແທ້ຢູ່ບໍ່ນໍ?

  • ສ່ຽງດວງເພື່ອຮັກເຈົ້າ....................ໃຈແຜ່ວຄະນິງຫາ

ບໍ່ອາດລືມຂວັນຕາ......................................ບ່າວຊາຍລົງໄດ້

ຄິດເຖີງຄວາມຮັກໄຄ້...................................ໃສຫວານເກີດກໍ່

ໃຈຕັ້ງຕໍ່ຕື່ນເຕັ້ນ..........................................ຝັນແລ້ວຢູ່ບໍ່ເຊົາ ....... ແທ້ເນີ!!!!!!!!!!!

-----------------------------(ຈົບ)--------------------------

ອິອິອິ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ນັກປະພັນໃນອຸດົມຄະຕິ (1)
 
ໂດຍ ບຸນທັນ ພົງພິຈິດ
 
 
 
ຖ້າຂ້ອຍເປັນນົກຂ້ອຍຈະຕິດຕາມເຈົ້າໄປທຸກຫົນທຸກແຫ່ງເຖິງວ່າໃນລະຫວ່າງທາງທີ່ບິນໄປນັ້ນຕົວຂ້ອຍຈະຖືກລູກທະນູ ຂ້ອຍກໍຈະອົດສາປະຄອງຕົວບິນໄປຕາຍຕໍ່ໜ້າຕັກເຈົ້າເພື່ອໃຫ້ຍອດຮັກໄດ້ເຊັດເລືອດແລະນໍ້າຕາໃຫ້ຂ້ອຍຈັກເທື່ອໜຶ່ງແລ້ວຂ້ອຍກໍຈະຕາຍຕາ​ຫລັບ
ດ້ວຍຄວາມເປັນສຸກອັນ​ນີ້​​ແມ່ນ​ໜຶ່ງ​ໃນ​ປະ​ໂຫຍ​ກກິນ​ໃຈ​ໃນ​ນະວະນິຍາຍ​ເລື່ອງ ສົງຄາມ​ຊີວິດຂອງ​ທ່ານກຸຫລາບ ສາຍ​ປຣະດິດ ນັກ​ປະພັນ​ທີ່​ຢູ່
ໃນ​ດວງ​ໃຈຂອງ​ຂ້າພະ​ເຈົ້າ.ຄວາມ​ຈິງ​ແລ້ວຂ້າພະເຈົ້າກໍມັກແນວທາງການຂຽນຂອງນັກປະພັນຫລາຍຄົນຢູ່ເຊັ່ນມັກການຂຽນເລື່ອງແນວປະຈົນໄພຂອງ
ແຈກລອນດອນ(ອາເມລິກາ), ​ຮູບແບບການຂຽນໃກ້ຄວາມຈິງຂອງແຮມມິງເວຍ໌(ອາເມລິກາ), ຄວາມຮັກຫວານຊື່ນຂອງຕວກເກເນຟ (ລັດເຊຍ), ​ການຂຽນທີ່ແຝງດ້ວຍປຣັດຊະຍາຊີວິດແລະພາສາທີ່ສູງສົ່ງຂອງຣາພິນດຣານາດທາຄຣໍ(ອິນເດຍ), ​ແນວປະຕິວັດແບບລູຊິ່ນ(ປະເທດຈີນ) ​ແລະນັກປະ
ພັນຄົນອື່ນໆ. ​ແຕ່ສໍາລັບທ່ານກຸຫລາບສາຍ​ປຣະດິດ​ແລ້ວ​​ຂ້າ ພ​ະເຈົ້າ​ໄດ້​ມີ​ໂອກາດ​ສຶກສາດ້ານ​ການ​ຂີດ​ຂຽນ​ຈາກຜົນງານ​ຂອງ​ເພິ່ນຫລາຍກວ່າ​ຄົນ​ອື່ນ.
 
      ​ເປັນຍ້ອນຟ້າລິຂິດຫລືເປັນເລື່ອງບັງເອີນກໍບໍ່ຮູ້ຕອນສະໄໝທີ່ເປັນນັກຮຽນຢູ່ຊັ້ນມັດທະຍົມແຂວງຫລວງພະບາງພວກເຮົາມັກອ່ານປຶ້ມແຕ່ປຶ້ມເປັນ
ພາສາລາວບໍ່ມີຫລາຍສະນັ້ນພວກເຮົາຈຶ່ງພະຍາຍາມຊອກຢືມປຶ້ມຢູ່ທຸກຫົນທຸກແຫ່ງເທົ່າທີ່ຈະສາມາດຊອກໄດ້ບໍ່ວ່າຈະເປັນຫ້ອງສະໝຸດຢູ່​ໃນ​ໂຮງຮຽນ, ຫ້ອງ​ສະໝຸດແຂວງຫລືຫ້ອງ​ສະໝຸດ​ຢູ່​ວັດ. ມີຄັ້ງໜຶ່ງພວກເຮົາຮູ້ວ່າມີຫ້ອງສະໝຸດຢູ່ວັດທາດພວກເຮົາຈຶ່ງເຂົ້າໄປເບິ່ງມີລຸງຄົນໜຶ່ງເປັນຄົນເຝົ້າຫ້ອງສະໝຸດນີ້ຢູ່ເພິ່ນຊື່ມະຫາຈັນທີ. ​ເພິ່ນເລົ່າເລື່ອງຄວາມສໍາຄັນຂອງປຶ້ມຕ່າງໆທີ່ມີຢູ່ໃນຫ້ອງສະໝຸດໃຫ້ພວກເຮົາຊາວໜຸ່ມຟັງ. ​ຕໍ່ມາເພິ່ນໄດ້ແນະນໍາພວກເຮົາວ່າພວກເຮົາເປັນຄົນໜຸ່ມນ້ອຍກໍາລັງມີຄວາມກະຫາຍຄວາມຮູ້ຕ້ອງຊອກຫາອ່ານວັນນະກໍາທີ່ກ້າວໜ້າຂອງສຣີບູຣະພາຊຶ່ງແມ່ນນັກປະພັນຂອງໄທແຕ່ໜ້າເສຍດາຍຢູ່ໃນຫ້ອງສະໝຸດຂອງເພິ່ນບໍ່ມີວັນນະກໍາຂອງນັກປະພັນຄົນນີ້ເລີຍແຕ່ຂ້າພະເຈົ້າກໍຍັງຈົດ
ຈໍາຊື່ນີ້ໄວ້ເຖິງວ່າຕົນເອງຈະໄດ້ໄປສຶກສາຢູ່ຕ່າງປະເທດເປັນເວລາຫລາຍປີກໍຍັງບໍ່ມີຫລົງລືມຊື່ນີ້ໄດ້ເລີຍຈົນກະທັ້ງຮອດເວລາກັບຕ່າວສູ່ບ້ານ
ເກີດເມືອງນອນຈຶ່ງໄດ້ມີໂອກາດໄດ້ສໍາຜັດຂໍ້ຂຽນແລະວັນນະກໍາຂອງເພິ່ນ.
ຖ້າຂ້ອຍເປັນນົກຂ້ອຍຈະຕິດຕາມເຈົ້າໄປທຸກຫົນທຸກແຫ່ງເຖິງວ່າໃນລະຫວ່າງທາງທີ່ບິນໄປນັ້ນຕົວຂ້ອຍຈະຖືກລູກທະນູ ຂ້ອຍກໍຈະອົດສາປະຄອງຕົວບິນໄປຕາຍຕໍ່ໜ້າຕັກເຈົ້າເພື່ອໃຫ້ຍອດຮັກໄດ້ເຊັດເລືອດແລະນໍ້າຕາໃຫ້ຂ້ອຍຈັກເທື່ອໜຶ່ງແລ້ວຂ້ອຍກໍຈະຕາຍຕາ​ຫລັບ
ດ້ວຍຄວາມເປັນສຸກອັນ​ນີ້​​ແມ່ນ​ໜຶ່ງ​ໃນ​ປະ​ໂຫຍ​ກກິນ​ໃຈ​ໃນ​ນະວະນິຍາຍ​ເລື່ອງ ສົງຄາມ​ຊີວິດຂອງ​ທ່ານກຸຫລາບ ສາຍ​ປຣະດິດ ນັກ​ປະພັນ​ທີ່​ຢູ່
ໃນ​ດວງ​ໃຈຂອງ​ຂ້າພະ​ເຈົ້າ.ຄວາມ​ຈິງ​ແລ້ວຂ້າພະເຈົ້າກໍມັກແນວທາງການຂຽນຂອງນັກປະພັນຫລາຍຄົນຢູ່ເຊັ່ນມັກການຂຽນເລື່ອງແນວປະຈົນໄພຂອງ
ແຈກລອນດອນ(ອາເມລິກາ), ​ຮູບແບບການຂຽນໃກ້ຄວາມຈິງຂອງແຮມມິງເວຍ໌(ອາເມລິກາ), ຄວາມຮັກຫວານຊື່ນຂອງຕວກເກເນຟ (ລັດເຊຍ), ​ການຂຽນທີ່ແຝງດ້ວຍປຣັດຊະຍາຊີວິດແລະພາສາທີ່ສູງສົ່ງຂອງຣາພິນດຣານາດທາຄຣໍ(ອິນເດຍ), ​ແນວປະຕິວັດແບບລູຊິ່ນ(ປະເທດຈີນ) ​ແລະນັກປະ
ພັນຄົນອື່ນໆ. ​ແຕ່ສໍາລັບທ່ານກຸຫລາບສາຍ​ປຣະດິດ​ແລ້ວ​​ຂ້າ ພ​ະເຈົ້າ​ໄດ້​ມີ​ໂອກາດ​ສຶກສາດ້ານ​ການ​ຂີດ​ຂຽນ​ຈາກຜົນງານ​ຂອງ​ເພິ່ນຫລາຍກວ່າ​ຄົນ​ອື່ນ.
 
      ​ເປັນຍ້ອນຟ້າລິຂິດຫລືເປັນເລື່ອງບັງເອີນກໍບໍ່ຮູ້ຕອນສະໄໝທີ່ເປັນນັກຮຽນຢູ່ຊັ້ນມັດທະຍົມແຂວງຫລວງພະບາງພວກເຮົາມັກອ່ານປຶ້ມແຕ່ປຶ້ມເປັນ
ພາສາລາວບໍ່ມີຫລາຍສະນັ້ນພວກເຮົາຈຶ່ງພະຍາຍາມຊອກຢືມປຶ້ມຢູ່ທຸກຫົນທຸກແຫ່ງເທົ່າທີ່ຈະສາມາດຊອກໄດ້ບໍ່ວ່າຈະເປັນຫ້ອງສະໝຸດຢູ່​ໃນ​ໂຮງຮຽນ, ຫ້ອງ​ສະໝຸດແຂວງຫລືຫ້ອງ​ສະໝຸດ​ຢູ່​ວັດ. ມີຄັ້ງໜຶ່ງພວກເຮົາຮູ້ວ່າມີຫ້ອງສະໝຸດຢູ່ວັດທາດພວກເຮົາຈຶ່ງເຂົ້າໄປເບິ່ງມີລຸງຄົນໜຶ່ງເປັນຄົນເຝົ້າຫ້ອງສະໝຸດນີ້ຢູ່ເພິ່ນຊື່ມະຫາຈັນທີ. ​ເພິ່ນເລົ່າເລື່ອງຄວາມສໍາຄັນຂອງປຶ້ມຕ່າງໆທີ່ມີຢູ່ໃນຫ້ອງສະໝຸດໃຫ້ພວກເຮົາຊາວໜຸ່ມຟັງ. ​ຕໍ່ມາເພິ່ນໄດ້ແນະນໍາພວກເຮົາວ່າພວກເຮົາເປັນຄົນໜຸ່ມນ້ອຍກໍາລັງມີຄວາມກະຫາຍຄວາມຮູ້ຕ້ອງຊອກຫາອ່ານວັນນະກໍາທີ່ກ້າວໜ້າຂອງສຣີບູຣະພາຊຶ່ງແມ່ນນັກປະພັນຂອງໄທແຕ່ໜ້າເສຍດາຍຢູ່ໃນຫ້ອງສະໝຸດຂອງເພິ່ນບໍ່ມີວັນນະກໍາຂອງນັກປະພັນຄົນນີ້ເລີຍແຕ່ຂ້າພະເຈົ້າກໍຍັງຈົດ
ຈໍາຊື່ນີ້ໄວ້ເຖິງວ່າຕົນເອງຈະໄດ້ໄປສຶກສາຢູ່ຕ່າງປະເທດເປັນເວລາຫລາຍປີກໍຍັງບໍ່ມີຫລົງລືມຊື່ນີ້ໄດ້ເລີຍຈົນກະທັ້ງຮອດເວລາກັບຕ່າວສູ່ບ້ານ
ເກີດເມືອງນອນຈຶ່ງໄດ້ມີໂອກາດໄດ້ສໍາຜັດຂໍ້ຂຽນແລະວັນນະກໍາຂອງເພິ່ນ.
     
ການທີ່ຂ້າພະເຈົ້າຫລົງໄຫລແລະນິຍົມຊົມຊອບຜົນງານຂອງເພິ່ນກໍຍ້ອນວ່າລັກສະນະການເລົ່າເລື່ອງໜ້າສົນໃຈສໍານວນໂວຫານຄົມຄາຍແລະລີລາການຂຽນເປັນໜ້າຈັບໃຈແຝງ​ໄປ​ດ້ວຍຄວາມຄິດສະຫລາດປາດເປື່ອງແລະອຸດົມຄະຕິອັນສູງສົ່ງ. ຍາມໃດທີ່ຈັບປຶ້ມຂອງເພິ່ນຂຶ້ນມາອ່ານໜ້າທໍາອິດກໍຊວນໃຫ້ຢາກອ່ານຕໍ່ໄປໃຫ້ຈົບເຖິງໜ້າສຸດທ້າຍ.ເຖິງຈະມີວຽກອື່ນເຮັດຫລາຍ​ປານ​ໃດ​ກໍ​ຕາມສະນັ້ນຂ້າພະເຈົ້າຈະພະຍາຍາມອ່ານນະວະນິຍາຍຂອງເພິ່ນໃຫ້ແລ້ວພາຍໃນສອງຫລືສາມມື້. ດ້ວຍແຮງບັນດານໃຈນີ້ເອງທີ່ເຮັດໃຫ້ຂ້າພະເຈົ້າຊອກຄົ້ນຫາແລະຊອກຊື້ວັນນະກໍາຂອງເພິ່ນບໍ່ວ່າຈະຍາກລໍາບາກພຽງໃດບໍ່ວ່າຈະຢູ່ແຫ່ງຫົນ
ໃດບໍ່ວ່າຖືກຫລືແພງກໍຫາມາ
ຄອບຄອງໃຫ້ໄດ້ດັ່ງປາຖະໜາ. ​ແຕ່ວ່າວັນນະກໍາຂອງເພິ່ນບໍ່​ແມ່ນ​ຈະ​ຫາ​ໄດ້​ງ່າຍ​ເພາະ​ໃນ​ອະດີດ​ຜົນງານ​ຂອງ​ເພິ່ນ​ຖືກ​ຫ້າມ​ເຜີຍ​ແຜ່ສະ​ນັ້ນ​ມີ​ພຽງ​ນັກຮຽນ​ຮູ້​ແລະ​ຜູ້​ທີ່​ສົນ​ໃຈ​ວັນນະ​ກໍາ​ຂອງ​ນັກ​ປະພັນ​ທີ່​ກ້າວໜ້າ​ອີ​ຫລີຈຶ່ງ​ພະຍາຍາມ​ຊອກ​ຫາ​ມາສະ​ສົມ​ໄວ້​ເພື່ອ​ເປັນ​ການ​ພັດທະນາ​ປັນຍາ.ຍາມ​ໃດ​ທີ່​ມີ​ໂອກາດ​​ໄດ້ໄປກຸງ​ເທບຂ້າພະ​ເຈົ້າ​ມັກ​ຊອກ​ເວລາ​ໄປ​ຕະຫລາດ​ສວນ​ຈັດ​ຕຸ​ຈັກ​ໄປ​ຊອກ​ຊື້ປຶ້ມ​ອ່ານ​ເກົ່າໆ​ທີ່​ຫາ​ຍາກ​ໂດຍ​ສະ​ເພາະ​ແລ້ວ​ມັກ​ຈະ​ໄປ​ຮ້ານຂາຍ​ປຶ້ມ​ຂອງ​​ແມ່​ຈິນດາ​ເພາະ​ເພິ່ນ​ສະ​ສົມ​ປຶ້ມ​ເກົ່າ​ຫາ​ຍາກໄວ້​ຫລາຍ​ກວ່າ​ຮ້ານ​ອື່ນ.
 
      ຊີວິດ​​ແລະ​ຜົນຂອງ​ທ່ານ ກຸຫລາບສາຍປຣະດິດນັ້ນ​ໜ້າ​ສຶກສາ​ຢ່າງ​ຍິ່ງ.​ຕະຫລອດ​ໄລຍະທີ່​ເພິ່ນ​ໃຊ້​ຊີວິດ​ເປັນ​ຄິດນັກ​ໜັງສືພິມ​ແລະ​ນັກ​ປະພັນ​​ໃນ​ລະຫວ່າງ​ປີ 1928-1958 ນັ້ນເພິ່ນ​ໄດ້​ສ້າງສັນ​ວັນນະ​ກໍາ​ທີ່​ມີ​ຄຸ່ນຄ່າ​ທັງ​ຮ້ອຍ​ແກ້ວ​ແລະ​ຮ້ອຍ​ກອງຈໍານວນ​ນັບ​ບໍ່​ຖ້ວນໄວ້​ໃຫ້​ແກ່​ສັງຄົມ​ໄທ​ແລະ​ແກ່​ໂລກ.​​ໃນ​ເວລາ​ນີ້​ເອງ​ທີ​ທ່ານ​ໄດ້​ພິສູດ​ທາດ​ແທ້​ຂອງ​ອາຊີບ​ການ​ເປັນນັກ​ໜັງສືພິມ​ແລະ​ນັກ​ປະພັນ​ໂດຍໃຊ້​ປາຍ​ປາກຕໍ່ສູ້​ກັບສິ່ງ​ທີ່​ບໍ່​ເປັນ​ທໍາ​​​ການ​ເອົາລັດ​ເອົາ​ປຽບ​ຢູ່​ໃນ​ສັງຄົມການ​ໃຊ້​ອໍານາດ​ທີ່​ບໍ່​ຖືກຕ້ອງ​ຂອງ​ຜະ​ເດັດ​ການ​ທີ່​ກົດ​ຂີ່​ຂູດ​ຮີດ​ປະຊາຊົນຈົນ​ຖືກ​ຝ່າຍ​ທີ່​ມີ​ອໍານາດ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ເປັນ​ພວກ​ນິຍົມ​ຊ້າຍ​ເຂົ້າ​ຂ້າງ​ຝ່າຍ​ຄອມ​ມູນິສ.ທ່ານ​ຖືກ​ທາງ​ການ​ຂົ່ມຂູ່​ແລະ​ຖືກຈັບ​ເຂົ້າ​ຄຸກ​ຫລາຍ​ເທື່ອ​ໃນ​ທີ່​ສຸດ​ທ່ານ​ຕ້ອງ​ຈໍາ​ໃຈ​ໄປ​ຂໍ​ລີ້​ໄພ​ຢູ່​ສາ​ທະ​ລະນະ​ລັດປະຊາຊົນ​ຈີນ​ແລະ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ​ໃນວັນ​ທີ 16 ມີ​ຖຸນາ ​ປີ 1974. ຊີວິດ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ການ​ຕໍ່​ສູ່ ດັ່ງທີ່​ທ່ານ​ໄດ້​ຂຽນ​ໄວ້​ໃນ​ນະວະນິຍາຍຜະຈົນ​ບາບວ່າ ຊີວິດ​ບໍ່​ແມ່ນ​ເວທີ​ຂອງ​ນັກ​ເຕັ້ນ​ລໍາ​ແຕ່​ຫາກ​ແມ່ນ​ເວທີ​ຂອງ​ນັກ​ຕໍ່ສູ້ ຊຶ່ງ​ເປັນ​ທໍາ​ມະ​ດາ​ເມື່ອ​ທຸກ​ຄົນ​ໄດ້​ຍ່າງ​ຂຶ້ນ​ມາ​ເວທີ​ນີ້​ແລ້ວກໍ​ຈະ​ຕ້ອງ​ໄດ້​ຮັບ​ບາດ​ເຈັບ​ບໍ່​ຫລາຍ​ກໍ​ໜ້ອຍ
 
      ​​ເນື່ອງ​ຈາກທ່ານ ກຸຫລາບສາຍປຣະດິດ​ໄດ້​ສ້າງ​ຜົນງານ​ດ້ານ​ການ​ຂຽນ​ໄວ້​ຢ່າງ​ຫລວງຫລາຍ​ພາຍ​ມາກມີບົດ​ຄວາມ​ແລະ​ສາລະ​ຄະດີ​ກ່ຽວ​ກັບ​ການ​ເມືອງ ສາດສະໜາ ປຣັດຊະ​ຍາ ສັງຄົມ ວິຊາ​ການນະວະນິຍາຍ ​ເລື່ອງ​ສັ້ນ ​ເລື່ອງ​ແປ​ແລະ​ບົດ​ກະວີ.ມີຫລາຍ​ເລື່ອງ​ໄດ້​ຮັບ​ການ​ພິມ​ຊໍ້າ​ຫລາຍ​ເທື່ອ​ຈົນ​ຮອດ​ປັດຈຸບັນ​ແລະ​ມີ​ຜູ້​ແປ​ເປັນ​ຫລາຍ​ພາສາ. ​ຕອນ​ທີ່​ເພິ່ນ​ມີ​ຊີວິດ​ຢູ່​ນັ້ນຊື່​ສຽງ​ຮຽງ​ນາມ​ຂອງ​ເພິ່ນ​ບໍ່​ມີ​ຄົນຮູ້​ຈັກ​ຫລາຍ​ປານ​ໃດ​​ເພາະ​ປະ​ເທດ​ໄທ​ຢູ່​ໃນ​ຍຸກ​ຜະ​ເດັດ​ການ ແຕ່​ເມື່ອ​​ເພິ່ນ​ຈາກ​ໂລກ​ນີ້​ໄປ​ແລ້ວປະກອບ​ກັບ​ມີ​ການ​ເປີດ​ກວ້າງ​ວຽກ​ສື່ສານ​ມວນ​ຊົນ ນັກຮຽນ​ຮູ້ນັກ​ສຶກສາ​ປັນຍາ​ຊົນ​​ເຫັນ​ວ່າ​ຜົນງານ​ຂອງ​ເພິ່ນ​​ມີ​ຄຸນຄ່າ​ຄວນ​ແກ່​ການ​ສຶກສາ​ຢ່າງ​ຍິ່ງຈຶ່ງ​ເອົາ​ມາ​ພິມ​ເຜີຍ​ແຜ່ ​ເຮັດ​ໃຫ້​ທັງຄົນ​ໄທ​ແລະຄົນ​ຕ່າງປະ​ເທດ​ສົນ​ໃຈ.​ສະຫລຸບ​ແລ້ວ​ຖານະ​ຂອງ​ທ່ານກຸຫລາບສາຍ​ປຣະດິດ​ໃນ​ໂລກ​ວັນນະ​ກໍາ​ຂອງ​ໄທ​ໃນ​ຍຸກ​ປັດຈຸບັນສູງ​ກວ່າ​ໃນ​ຊ່ວງເວລາທີ່​ທ່ານ​ມີ​ຊີວິດ​ຢູ່.ໃນ​ທີ່​ສຸດ​ໃນ​ປີ 2003 ອົງການ​ອຸຍ​ເນສ​ໂກ​ໄດ້​ປະກາດຍ້ອງຍໍ​ທ່ານ​ກຸຫລາບສາຍ​ປຣະດິດ​ເປັນ​ບຸກຄົນ​ສໍາຄັນ​ແລະ​ມີ​ຜົນ​ງານ​ດີ​ເດັ່ນ.
 
​ທ່ານ ກຸຫລາບ ສາຍ​ປຣະດິດ​​ເລີ່​ມຕົ້ນ​ອາຊີບ​ເປັນ​ນັກ​ຂຽນ​ໃຫ້​ໜັງສືພິມ​ລາຍ​ວັນ​ແລະ​ວາລະສານຕ່າງໆດ້ວຍ​ການ​ຂຽນ​ເລື່ອງ​ຈິງ​ແລະ​ເລື່ອງ​ແຕ່ງ​ຂຶ້ນ​ຈາກ​ຈິນຕະນາການ​ເປັນ​ປະ​ເພດ​ເລື່ອງ​ສັ້ນ​ແລະ​ນະວະນິຍາຍ​. ການ​ພິມ​ເຜີນ​ແຜ່​ເຮັດ​ຢູ່​ໃນ​ວົງ​ແຄບມັກ​ມີ​ບັນຫາ​ດ້ານ​ການ​ເງິນ​ຢູ່​ເລື້ອຍໆ.​ເຖິງ​ວ່າ​ໃນ​ຂະນະ​ນັ້ນ​ໜັງສືພິມ​ແລະ​ວາລະສານ​ມີ​ແນວ​ໂນ້ມທີ່​ຈະ​ຂະຫຍາຍຕົວ​ແຕ່​ນັກ​ຂຽນ​ໄດ້​ຄ່າ​ຈ້າງ​ຕໍ່າ​ ບາງ​ເທື່ອ​ກໍ​ບໍ່​ໄດ້​ເລີຍ.ນັກ​ຂຽນ​ຕ້ອງ​ຫາອາຊີບ​ອື່ນ​ເພີ່ມ​ເຕີມ ​ດັ່ງ​ທ່ານ ກຸຫລາບ ສາຍ​ປຣະດິດຈະ​ໄປ​ຮັບຈ້າງ​ສອນ​ພາສາ​ອັງກິດ. ຍ້ອນ​ຢາກໃຫ້ນັກຂຽນ ນັກປະພັນແລະນັກອ່ານໄທໄດ້ຊຶມຊັບ​ແລະເຂົ້າໃຈແນວທາງແລະຮູບແບບການຂຽນເລື່ອງ​ໃນ​ລະດັບ​ສາກົນທ່ານກຸຫລາບ ສາຍ​ປຣະດິດຈຶ່ງ​ໄດ້​ແປນະວະນິຍາຍ​ລັດ​ເຊຍ ​ເລື່ອງ "​ແມ່" ຂອງ​ມັກ​ຊິ​ມ ກອກກີ, ​ໂຮມເລື່ອງສັ້ນຂອງ ເຊຄອຟ ຊຸດ ເນລະເທດ”, “ເຂົາ​ຖືກ​ບັງຄັບ​ໃຫ້​ເປັນ​ໂຈນອັດຕະຊີວະປະຫວັດຂອງເນດ ເຄລລີ ຕໍານານວິລະຊົນໃນປະຫວັດສາດອົດສະຕຣາລີແລະອື່ນໆຫລາຍເລື່ອງ. ​ຕໍ່​ມາ​ກໍມີ​ຜູ້​​ເອົາ​ແບບຢ່າງ​ຂອງ​ເພິ່ນ​ໂດຍ​ການ​ແປ​ວັນນະ​ກໍາ​ໂລກ​ຈາກ​ຫລາຍ​ພາສາ​ມາ​ເປັນ​ພາ​ໄທ​ເຮັດ​ໃຫ້​ຄົນ​ໄທ​ໄດ້​ອ່ານ​ຢ່າງ​ກວ້າງ ຂວາງ ຈົນ​ເກີດ​ມີ​ນັກ​ຂຽນນັກ​ປະພັນ​​ແລະ​ນັກ​ແປຮຸ່ນ​​​ໃໝ່ແຈ້ງ​ເກີດ​ຢ່າງ​ຫລວງຫລາຍພາຍ​ມາກ.ຖ້າ​ພວກ​ເຮົາເປີດ​ໃຈກວ້າງ ​ສົນ​ໃຈ​ສຶກສາ​ຮໍ່າຮຽນ​ສິ່ງ​ທີ່​ດີໆ​ຈາກ​ປະ​ເທດ​ໄທ​ເຮົາ​ກໍບໍ່​ຕ້ອງ​ເສຍ​ເວລາ​ໄປ​ອ່ານ​ວັນນະ​ກໍາ​ເປັນ​ພາສາອັງກິດ ຝຣັ່ງ ​ຍີ່ປຸ່ນ​ເກົາຫລີ ​ເຢຍລະ​ມັນ ​ແອ​ສປາຍ​ໂຍນ​ແລະ​ອື່ນໆ​ເພາະ​ຢູ່​ປະ​ເທດ​ໃກ້​ຄຽງ​ນີ້​ເຂົາ​ເຈົ້າ​ແປ​ໄວ້​​ໃຫ້ແລ້ວ.
 
ກຸຫລາບສາຍປຣະດິດແມ່ນຊື່ແທ້ຂອງເພິ່ນສ່ວນສຣີບູຣະພາແມ່ນນາກປາກກາ. ສຣີແປວ່າຍິ່ງໃຫຍ່ສ່ວນບູຣະພາແປວ່າທິດບົວລະພາ”. ​ໃນການຂຽນນະວະນິຍາຍສ່ວນຫລາຍເພິ່ນຈະໃຊ້ນາມປາກກາສຣີບູຣະພາ”. ຍາມໃດທີ່ຂຽນບົດຄວາມກ່ຽວກັບການເມືອງ ເພິ່ນຈະໃສ່ຊື່ຈິງ. ສ່ວນການຂຽນປະເພດອື່ນໆນັ້ນບາງຄັ້ງໃສ່ນາມປະກາຕັ້ງສີ່ຊື່ ແລະບາງເທື່ອກໍໃສ່ປະສົມກັນ ລະຫວ່າງຊື່ແທ້ແລະນາມປາກກາ.ທ່ານ ສ. ສິວະຣັກ ນັກ​ວິພາກ​ວິຈານ​ສັງຄົມຂຽນ​ໄວ້​ວ່າກຸຫລາບ​​ໝາຍ​ເຖິງ​ຕົ້ນ​​ໄມ້​ທີ່ດອກມີ​ກິ່ນ​ຫອມ​ຫວນ ດົມ​ກໍ​ໄດ້ ຊົມ​ຄວາມ​ງາມກໍ​ດີ​​ເຮັດ​ຢາ​ກໍ​ໄດ້ ​ເອົາ​ໃສ່​ນໍ້າ​ເພື່ອ​ໃຫ້​ຊື່ນ​ອົກ​ຊື່ນ​ໃຈ​ກໍ​ໄດ້​ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ໜາມ​ທີ່​ແຫລມ​ຄົມພ້ອມ​ທີ່​ຈະ​ສຽບ​ແທງ​ຝ່າຍ​ອະ​ທໍາ​ແລະ​ນັກ​ຜະ​ເດັດ​ການ. ຖ້າ​ທ່ານ ກຸຫລາບສາຍປຣະດິດຍັງ​ມີ​ຊີວິດ​ຢູ່​ເທົ້າ​ປັດຈຸບັນທ່ານ​ກໍ​ຈະ​ເປັນ​ສິລິ​ມຸງຄຸນ​ຂອງ​ພວກ​ເຮົາ​ໃນ​ໂລກ​ຕະ​ເວັນ​ອອກ
 
​ເພື່ອ​ວິ​ເຄາະຮູບ​ແບບ​ການຂຽນຂອງ​ທ່ານກຸຫລາບສາຍປຣະດິດຂ້າພະ​ເຈົ້າຂໍ​ເລີ່​ມຕົ້ນ​ດ້ວຍ​ການ​ຂຽນ​ນະວະນິຍາຍ​​ເພາະ​ຜົນງານ​ດ້ານ​ນີ້​​ໄດ້​ສ້າງ​ຊື່​ສຽງ​ໃຫ້​​ເພິ່ນ​ແລະ​ຈະ​ຂໍ​ຍົກ​ຕົວຢ່າງ​ນະວະນິຍາຍ​ທີ່​ໂດດ​ເດັ່ນບາງ​ເລື່ອງຊຶ່ງ​ສະທ້ອນ​ໃຫ້​ເຫັນ​ການ​ພັດທະນາ​ທາງ​ດ້ານ​ຄວາມ​ຄິດ​ຂອງ​ນັກ​ປະພັນ​ຜູ້​ນີ້.​ໃນຍຸກ​ວັນນະ​ກໍາ​ໄທ​ກໍາລັງ​ເບັ່ງ​ບານ ຄື​ລະຫວ່າງທົດ​ສະ​ວັດ​ທີ​ສາມ​ສິບ​ຫາ​ສີ່​ສິບ. ​ທ່ານ ກຸຫລາບສາຍປຣະດິດ​ໄດ້​ຂຽນ​​ນະວະນິຍາຍ​ຫລາຍ​ເລື່ອງທີ່​ໄດ້​ຮັບ​ການ​ຍົກຍ້ອງ​ແລະ​​ເປັນ​ທີ່​ຊື່ນ​ຊົມ​ຂອງ​ຜູ້​ອ່ານ ​ເຊັ່ນ ເລື່ອງ"ລູກ​ຜູ້​ຊາຍ", “ປາບ​ພະຍົດ”, “ຫົວ​ໃຈ​ປາຖະໜາ”, “ປ່າ​ໃນ​ຊີວິດ”, “​ແສນ​ຮັກ​ແສນ​ແຄ້ນ”, “ມານ​ມະນຸດ”, “ຜະຈົນ​ບາບ", “ສົງຄາມ​ຊີ​ວິດ”, “ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ"​, “​ແລ​ໄປ​ຂ້າງ​ໜ້າ​ແລະ​ອື່ນໆ.
 
​ໃນ​ປີ 1928 ທ່ານ​ໄດ້​ພິມ​ນະວະນິຍາຍ ​ເລື່ອງ"ລູກ​ຜູ້​ຊາຍ" ອອກ​ສູ່​ສັງຄົມຊຶ່ງ​ນັກວິຊາການ​ຖື​ວ່າ​ເປັນ​ນະວະນິຍາຍ​ເລື່ອງ​ທໍາ​ອິດ​ຂອງ​ປະ​ເທດ​ໄທ.​ຜູ້​ປະພັນ​​ຍອມຮັບ​ວ່າ​ເພິ່ນ​ບໍ່​ໄດ້​ສຶກສາ​ແລະ​ບໍ່​ໄດ້​ຮູ້​ກົດ​ເກນ​ຫລື​ຫລັກການ​​ແຕ່ງນະວະນິຍາຍ​​ເລີຍ​ເພິ່ນ​ເອງ​ກໍ​ເລີ່​ມຮຽນ​ບິນ​ໃໝ່​ຢູ່​ໃນ​ແວດ​ວົງ​ວັນນະ​ກໍາ.​​​ເຖິງ​ແນວ​ໃດ​ພວກ​ເຮົາກໍ​ຮູ້​ໄດ້​ວ່າ​ເພິ່ນເລີ່​ມການ​ຂີດ​ຂຽນ​ດ້ວຍ​ເລື່ອງປະ​ເພດ​ຈິນຕະນິຍົມ ຄື​ເລື່ອງ​ຄວາມ​ຮັກ​ຫວານ​ຊື່ນ (Romantism) ຂອງ​ໜຸ່ມ​ສາວ. ​ເນື້ອ​ເລື່ອງ​ນະວະນິຍາຍລູກ​ຜູ້​ຊາຍ​ເນັ້ນ​ສັກ​ສີ​ຂອງ​ລູກ​ຜູ້​ຊາຍ​ຄົນ​ໜຶ່ງຊຶ່ງ​ຕ້ອງ​ຕໍ່ສູ້​ຜ່ານ​ຜ່າ​ອຸປະສັກ​ຕ່າງໆ​ໃນ​ຊີວິດ ຄື ດ້ານ​ຄວາມ​ຮັກດ້ານ​ຄວາມ​ບໍ່​ເທົ່າ​ທຽມ​ກັນ​ຢູ່​ສັງຄົມ ຄວາມ​ອິດສາ​ລິດສະຫຍາຄວາມ​ຊິງ​ດີ​ຊິງ​ເດັ່ນ​ກັນ.
 
ລັກສະນະ​ຄວາມ​ກ້າວໜ້າ​ຂອງ​ນະວະນິຍາຍ​ເລື່ອງ​ນີ້ ຄືການ​ໃຫ້​ຄວາມ​ສໍາຄັນ​ແກ່​ການ​ກໍານົດ​ຊີວິດ​ມະນຸດ​ດ້ວຍ​ຕົວ​ເຂົາ​ເອງບໍ່​ແມ່ນ​ດ້ວຍ​ປັດ​ໄຈ​ພາຍ​ນອກ ​​ເຊັ່ນ ວົງ​ຕະກຸນ ຊັບ​ສິນ​ແລະ​ຖານະ​ທາງ​ສັງຄົມ.ນະວະນິຍາຍ​ເລື່ອງ​ນີ້​ເປັນ​ບັນທຶກ​ທັດສະນະ​ຄວາມ​ມີ​ສັດທາ​ຕໍ່​ມະນຸດ​ທໍາ​ມະ​ດາສາມັນ​​ໃນ​ຍຸກ​ສະ​ໄໝ​ທີ່​ຄົນ​ສ່ວນ​ໃຫຍ່​ເຂົ້າ​ໃຈ​ວ່າຄຸນຄ່າ​ຂອງ​ມະນຸດ​ວັດ​ກັນ​ດ້ວຍ​ສົມ​ບັດ​ພາຍ​ນອກ​ຫລາຍ​ກວ່າ​ສົມບັດພາຍ​ໃນ. ມາ​ໂນ​ດ​ຕົວ​ລະຄອນ​ເອກຂອງ​ເລື່ອງ​ແມ່ນ​ລູກ​ຊ່າງ​ໄມ້​ທີ່​ທຸກ​ຍາກ​ແລະ​ກໍາພ້າ​ແມ່​ແຕ່​​​ດຸໝັ່ນຂະຫຍັນ​ຮຽນ ຈຶ່ງ​​ໄດ້​ໄປ​ສຶກສາ​ຕໍ່​ຢູ່​ຕ່າງປະ​ເທດ​ແລ້ວ​ກັບ​ມາ​ຮັບ​ໜ້າທີ່​ການ​ງານ​ທີ່​ມີ​ກຽດ​ຢູ່​ໃນ​ວົງ​ລັດຖະການ​ແລະສາມາດ​ໄຕ່​ເຕົ້າ​ຂຶ້ນ​ມາ​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ພວກ ຜູ້ດີ​ໄດ້.​ລູກ​ຜູ້​ຊາຍ​ຕ້ອງ​ມີ​ຄວາມ​ດີ​​ ຄວາມ​ຍຸຕິ​ທໍາ​ແລະ​ຄິດ​ເຖິງ​ສ່ວນຮວມດັ່ງ​ທີ່​ຜູ້​ປະພັນ​ຂຽນ​ວ່າຂ້ອຍ​ເກີດ​ມາ​ເພື່ອ​ໂລກບໍ່​ແມ່ນ​ເພື່ອ​ຕົວ​ເອງຖ້າ​ຂ້ອຍຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ດ້ວຍ​​ຄວາມ​ດີ​ບໍ່​ໄດ້​ກໍຈະ​ບໍ່​ຂໍ​ຢູ່​ດ້ວຍ​ຄວາມ​ຊົ່ວຫາກ​ມີ​ຫຍັງ​ມາ​ບັງຄັບ​ໃຫ້​ຂ້ອຍ​ຕ້ອງ​ຢູ່​ດ້ວຍ​ຄວາມ​ຊົ່ວ​ເມື່ອ​ນັ້ນ​ຂ້ອຍ​ຈະ​ເລືອກ​ຂ້າງ​ຄວາມ​ບໍ່​ມີ​ຊີວິດ…”
 
ປາບ​ພະຍົດ​ແມ່ນ​ໜຶ່ງ​ໃນ​ບົດ​ປະພັນ​ຂອງ ທ່ານກຸຫລາບສາຍປຣະດິດທີ່​ມີ​ການ​ນໍາ​ມາ​ຖ່າຍ​ທອດ​ເປັນ​ລະຄອນ​ໂທລະພາບຊຶ່ງ​ເປັນ​ຜົນງານ​ທີ່​​ເພິ່ນ​ຂຽນ​ຂຶ້ນ​ໃນ​ປີ 1938. ​ເລື່ອງ​ນີ້​ກໍ​ແມ່ນ​ເລື່ອງ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ໜຸ່ມ​ສາວ​ທີ່​ງອນ​ໃສ່​ກັນຕ່າງ​ຝ່າຍ​ຖື​ວ່າ​ຕົນ​ເດັ່ນ​ກວ່າ​ອີກ​ຝ່າຍ​ໜຶ່ງ ​ແລະ​ພະຍາຍາມ​ເອົາ​ຊະນະ​ກັນ​ໃຫ້​ໄດ້​ເປັນ​ເລື່ອງ​ຮັກ​ເບົາ​ສະໝອງ ​ແຕ່​ສອດ​ແຊກ​ປຣັດຊະ​ຍາ​ຂອງ​ຜູ້​ຂຽນ​ໃສ່​ໃນ​ບົດ​ປະພັນ​ເພື່ອ​ໃຫ້​ຜູ້​ອ່ານ​ໄດ້​ຂໍ້​ຄິດ.
 
ນະວະນິຍາຍ​ເລື່ອງ​ນີ້​ເວົ້າ​ເຖິງ ຊາຍ​ໜຸ່ມ​ຄົນ​ໜຶ່ງ ຊື່​ໂກມົນ ທີ່​ພໍ່​ສົ່ງ​ມາ​ຮຽນ​ວິຊາ​ກົດໝາຍ​ຢູ່​ເມືອງ​ຫລວງ​ແຕ່​ແທນ​ທີ່​ຈະ​ມາ​ຮຽນ​ໜັງສື ​ເຂົາ​ມາ​ຫຍຸ້ງ​ເລື່ອງ​ຄວາມ​ຮັກ​ເພື່ອ​ຢາກ​ເອົາ​ຊະນະ​ແລະ​ປາບ​ຄວາມ​ໂອ້​ອວດ​ແລະ​ທະ​ນົງ​ຕົວ​ຂອງ​ຍິງ​ສາວ​ຄົນ​ໜຶ່ງ​ຊື່ ຍວນ​ໃຈ.ຍາວ​ນ​ໃຈມີ​ຊືື່ສຽງ​ໂດ​ງດັງ​ແລະ​ມີ​ພອນ​ສະຫວັນ​ໃນ​ການ​ສ້າງ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ຊາຍ​ໜຸ່ມ​ທັງຫລາຍ​ທີ່​ມາ​ຫລົງ​ຮັກ​ນາງ.​ຊາຍ​ໜຸ່ມ​ຫລາຍ​ຄົນ​ເວົ້າ​ວ່າ “​ເຖິງ​ວ່າ​ນາງ​ຈະ​ບໍ່​ຮູ້ຈັກ​ຮັກ​ໃຜ​ກໍ​ຕາມ​ແຕ່​ນາງ​ກໍ​ຍິນ​ດີ​ໃຫ້​ຄົນ​ມາ​ຮັກ. ​ເວລາ​ທີ່​ນາງ​ມີ​ຄວາມສຸກ​ທີ່​ສຸດ​ແມ່ນ​ເວລາ​ທີ່​ຜູ້​ຊາຍ​ມາ​ຂໍ​ຄວາມ​ຮັກຈາກ​ນາງ​ແລະ​ເວລາ​ທີ່​ມີ​ຄວາມສຸກ​ຍິ່ງ​ກວ່າ​ນັ້ນ​ອີກ ຄືຕອນ​ທີ່​ນາງ​ບອກ​ປະຕິ​ເສດ​ດ້ວຍ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ວ່ານາງ​ບໍ່​ຮັກໃຜ
 
​ໂກມົນ​ສະໝັກ​ເຂົ້າ​ເຮັດ​ວຽກ​ຢູ່​ຮ້ານ​ຂາຍ​ປຶ້ມຊຶ່ງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຍວນ​ໃຈ.​ໃນ​ຂະນະ​ນັ້ນ​ມີ​ຂຸນ​ນາງ​ຮູບ​ຫລໍ່​ຄົນ​ໜຶ່ງ​ມາສະ​ໜິດສະໜົມ​ກັບ​ຍວນ​ໃຈ​ຕະຫລອດ​ເວລາ.​ແຕ່​ໂກມົນ​ກໍ​ບໍ່​ເກງ​ກົວ​ສັກ​ສີ​ຂອງ​ຂຸນ​ຂາງ​ຄົນ​ນັ້ນ​ເລີຍກົງກັນຂ້າມ​ເຂົາ​ຍິ່ງ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ເອົາ​ຊະນະ​ຄວາມ​ຍະ​ໂສ​ໂອ​ຫັງຂອງ​ຍວນ​ໃຈ​​ໃນ​ທີ່​ສຸດ​​ໂກມົນ​ກໍ​ເອົາ​ຊະນະ​ຂຸນ​ນາງ​ຄົນ​ນັ້ນ​ໄດ້.​ໂກມົນ​ລະບາຍ​ຄວາມ​ໂກດ​ແຄ້ນ​ທີ່​ມີ​ຕໍ່​ຍວນ​ໃຈ ​ດ້ວຍ​ຄວາມ​ເວົ້າ​ທີ່​ບາດ​ໃຈ​ວ່າຄົນ​ທີ່​ມັກ​ຫລິ້ນ​ກັບ​ໄຟ ຖ້າ​ບໍ່​ຖືກ​ໄຟ​ໄໝ້​ແດ່ ມັກ​ບໍ່​ເຫັນ​ໂທດ​ຂອງ​ໄຟມັກ​ຄິດ​ວ່າ​ໄຟ​ໃຫ້​ແຕ່​ຄຸນ​ປະ​ໂຫຍ​ດຢ່າງ​ດຽວ. ​ເມື່ອ​ທຽບ​ກັບ​ເຈົ້າ​ແລ້ວກໍ​ບໍ່​ແຕກ​ຕ່າງ​ກັນ​ເລີຍ.​ເຈົ້າ​ເຄີຍ​ຄິດ​ວ່າການ​ຄົບ​ຫາ​ຜູ້​ຊາຍ​ມີ​ແຕ່​ໄດ້​ກໍາ​ໄລ ຫລື​ທໍ່​ທຶນການ​ຂາດທຶນ​ບໍ່​ອາດ​ເກີດ​ຂຶ້ນ​ໄດ້. ບັດ​ນີ້​ເຈົ້າ​ເຫັນ​ແລ້ວ​ບໍ​ເຈົ້າ​ຂາດທຶນ​ບໍ່​ໜ້ອຍ​ເລີຍ. ​ແມ່ຍິງ​ທີ່​ຄົບ​ຫາ​ຜູ້​ຊາຍ​ຢ່າງ​ອິດ​ສະລະຈະ​ໜີ​ພົ້ນ​ຄໍາ​ນິນທາ​ບໍ່​ໄດ້​ດ໋ອກ.​ແມ່ຍິງ​ບາງ​ຄົນ​ອາດ​ຈະ​ຍົກ​ໄຫລ່​ບໍ່​ສະດຸ້ງ​ສະ​ເທືອ​ນ​ເມື່ອ​ໄດ້​ຍິນ​ຄໍາ​ນິນທາ​ເລັກໆ​ນ້ອຍໆ.​ເຈົ້າ​ເອງ​ກໍ​​ສະ​ແດງ​ອາການ​ແບບ​ນີ້​ອອກ​ມາ​​ແດ່ແລ້ວ ​ແມ່​ນຄວາມ​ຂ້ອຍ​ບໍ່ ຍວນ​ໃຈ?” ນີ້​ຄື​ຄໍາ​ກ່າວ​ຫາ​ທີ່​ໂກມົນ​ມອບ​ໃຫ້​ຍວນ​ໃຈຈົນ​ເຮັດ​ໃຫ້​ນາງລະ​ຄວາມ​ພະຍົດ​ຂອງ​ຕົນ​ເອງລົງຍ້ອນ​ນາງ​ທໍາ​ຕົວ​ເປັນ​ຄົນ​ມັກ​ຕິດ​ຜູ້​ບ່າວຊຶ່ງ​ເປັນ​ພຶດຕິ​ກໍາ​ທີ່​ບໍ່​ເໝາະ​​ສົມແກ່​ຄວາມ​ເປັນສຸພາບ​ສະຕຣີບໍ່​ວ່າ​ຈະ​ແມ່ນ​ຍຸກ​ໃດ​ສະ​ໄໝ​ໃດ​ກໍ​ຕາມ.
 
​ນະວະນິຍາຍ​ເລື່ອງ "ລູກ​ຜູ້​ຊາຍ"​ ແລະ ປາບ​ພະຍົດ”​ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄິດ​ແລະ​ແນວທາງ​​ການ​ຂຽນ​ນະວະ​ນະ​ຍາຍຍຸກ​​ເລີ່​ມຕົ້ນ​ທີ່ ທ່ານກຸຫລາບສາຍປຣະດິດກ້າວ​ເຂົ້າ​ສູ່​ວົງ​ການ​ວັນນະ​ກໍາຊຶ່ງ​ຈະ​ເນັ້ນ​ໃສ່​ຄວາມ​ຮັກ​ຂອງ​ບ່າວ​ສາວ ຄວາມ​ຊິງ​ຮັກ​ຫັກ​ສະຫວາດການ​​ແຂ່ງ​ດີ​ແຂ່ງ​ເດັ່ນ​ກັນ ​ແຕ່​ຄວາມ​ຮັກ​ນັ້ນ​ບໍ່​ແມ່ນ​ຈະ​ເຈັບ​ປວດ​ສ​ເໝີ​ໄປບາງ​ຄັ້ງຄວາມ​ຮັກ​ທີ່​ມີ​​ໃຫ້​ກັນ​ກໍ​ບໍ່​ຈືດຈາງ ຍັງ​ຈາ​ລືກ​ໄວ້​ຢູ່​ໃນ​ຫ້ວງ​ຫົວ​ໃຈຈົ​ນໃນ​ທີ່​ສຸດ​ສະຫວັນ​ກໍ​ບັນດານ​ໃຫ້​ຄວາມ​ຮັກ​ນັ້ນ​ສົມ​ຫວັງກໍ​ມີ.
                 
(
ອ່ານ​ຕໍ່ສະບັບ​ໜ້າ)
 
From: www.laostory.com