ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຂອງຂວັນວັນເກີດທີ່ບົ່ງບອກເຖິງ  ຄວາມໝາຍ ແລະ ຄວາມຮູ້ສຶກຂອງຜູ້ໃຫ້

 

1 ການທີເຮົາຊື້ ໂມງ ໃຫ້ເປັນຂອງຂວັນວັນເກີດແຟນຫລືໝູ່ເພືອນແມ່ນເຮົາຢາກໃຫ້ເວລາເປັນເຄື່ອງເຕືອນຄວາມຈຳວ່າເຮົາ

 

  ຈະຮັກສາມິດຕະພາບຂອງເຮົາໄປໃຫ້ໄດ້ດົນທີ່ສຸດ ແລະ ເປັນເຄື່ອງປະດັບໜື່ງທີ່ເຮັດໃຫ້ເຮົາໃສ່ແລ້ວຮູ້ສຶກຄິດຮອດຜູ້ໃຫ້

 

2 ການທີເຮົາມັກຊື້ເສື້ອຜ້າໃຫ້ເປັນຂອງຂວັນວັນເກີດເຮົາຈະໃສ່ໃຈໃນການແຕ່ງໂຕຂອງຜູ້ນັ້ນຢາກໃຫ້ເຂົາມີຄວາມສົດໃສ

 

3 ການທີມີຄົນຊື້ຕຸກກະຕາໃຫ້ເປັນຂອງຂວັນເຮົາສະແດງວ່າເຂົາຢາກສະແດງຄວາມຮູ້ສຶກວ່າຕຸກກະຕາຕົວນີ້ຈະເປັນຕົວ  

 

ແທນຂອງຄົນທີໃຫ້ຈະຄອຍເປັນເພືອນຂ້າງໆໃຫ້ເຈົ້າຮູ້ສຶກວ່າບໍ່ອ້າງວ້າງ                                                

 

4 ຖ້າແຟນໃຫ້ແຫວນເປັນຂອງຂວັນເຂົາຜູ້ໃຫ້ຢາກບົ່ງບອກວ່າຢາກຜູກມັດເຈົ້າໄວ້ໃຫ້ຄົນໄດ້ຮູ້ວ່າເຈົ້າມີເຈົ້າຂອງແລ້ວເພາະ

 

ມີແຫວນເປັນສັນຍາລັກຂອງຄວາມຮັກ                                                                                             

 

5 ຖ້າແຟນຊື້ສັດເປັນຂອງຂວັນສະແດງວ່າເຂົາຢາກໃຫ້ເຈົ້າເຫັນວ່າເຂົາເປັນຄົນອ່ອນໂຍນໃຫ້ເຫັນວ່າໂຕເຂົານັ້ນດູດີເຖິງລັບ

 

     ຫລັງເຂົາອາດຊັງສັດນັ້ນກໍ່ຕາມແຕ່ມັນກໍ່ຊ່ອຍໃຫ້ມີຄວາມໜ້າຮັກຕໍ່ໜ້າເຈົ້າສ່ວນຫລາຍຜູ້ຊາຍຫລາຍໃຈມັກໃຫ້ຂອງຂວັນນິ

 

  6 ຖ້າແຟນຊື້ຂອງຂວັນທີເອ້ໂຊພາຍໃນເຮືອນສະແດງວ່າເຂົາຢາກໃຫ້ຄອບຄົວເຮົາຮູ້ສຶກດີກັບເຂົາວ່າເປັນຄົນຊາງເລືອກຊາງມີ

 

ນ້ຳໃຈໃຫ້ເຫັນວ່າມີສີຮັກ                                                                                                          

 

  ນີ້ກໍ່ເປັນພຽງສີ່ງເລັກໆນ້ອຍທີນຳມາໃຫ້ອ່ານພໍຮູ້ຄ້າວໆກັບຄວາມໝາຍຂອງຂວັນທີຄົນມັກນິຍົມໃຫ້ກັນ

Delicious Digg Fark Twitter