ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ທາຍໃຈຄູ່ຮັກດ້ວຍເລກທ້າຍຂອງເບີໂທລະສັບ

ທ່ານອາດແປກໃຈວ່າພຽງເລກທ້າຍຂອງເບີໂທຈະສາມາດເດົາໃຈຄູ່ຮັກໄດ້ນິ້ກໍ່ເປັນພຽງຂໍ້ມູນໜື່ງ

 

ທີ່ນຳມາໃຫ້ອ່ານແບບມ່ວນໆ   ບໍ່ຕ້ອງໄປຈີ່ງຈັງກັບມັນຫລາຍບາງທີມັນອາດເດົາຖືກກໍ່ເປັນໄດ້ຂອງແນວນິບໍ່ລອງອ່ານບໍ່ຮູ້ໃດ້!

 

1 ​ເລກໜື່ງແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຈະຈິງຈັງກັບຊີວິດຫລາຍຮັກໃຜກໍ່ໃສ່ໃຈເຫັນຄົນຮັກສຳຄັນກ່ອນທຸກຢ່າງ.

 

2 ເລກສອງແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງລິກລັບຫລາຍໃຈເສີຍຊາບໍ່ຄອຍມີຄວາມອ່ອນຫວານກັບຄູ່ຮັກປານໃດ.

 

3 ເລກສາມແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຈະບໍ່ໝັ້ນໃຈໂຕເອງປານໃດແຕ່ມີຄວາມສືສັດຕໍ່ຄວາມຮັກຫລາຍມີມິດໄມຕີທີ່ດີຕໍ່ຄົນຣອບຂ້າງ.

 

4 ເລກສີ່ແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງລ້າເລີງມັກເອົາໃຈຄົນຮັກຄຽດງ່າຍແຕ່ເຊົາໄວບໍ່ໃສ່ໃຈເລື່ອງທີຜ່ານມາ.

 

5 ເລກຫ້າແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຂີ້ຫຶງຂີ້ຫວງມັກລະແວງຄົນຮັກ ແລະ ບໍ່ມັກຈິງຈັງກັບຄວາມຮັກເລີຍ.

 

6 ເລກຫົກແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງໃຈງ່າຍເຫັນໃຜກໍ່ມັກ ແລະ ເບື່ອໄວເຮັດດີເວລາຢູ່ຕໍ່ໜ້າແຟນໃຫ້ຄືຕົນເອງໜ້າຮັກ.

 

7 ເລກເຈັດແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງມັກຄົ້ນຫາໃນເລື່ອງຂອງຄວາມຮັກເພື່ອໃຫ້ຄົນຮັກປະທັບໃຈເວລາຢູ່ນຳ.

 

9 ເລກເກົ້າແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງເສຍສະລະໄດ້ທຸກຢ່າງເພື່ອເຮັດໃຫ້ຄົນຮັກສະບາຍໃຈມີຈິດໃຈເພື່ອແຜ່

 

0 ເລກສູນແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງເປັນຄົນບໍ່ສົນໃນຄວາມຮັກເລີຍຄົບໄປຫລີ້ນພໍຂ້າມມື້ຂ້າມວັນບໍ່ສົນກັບໃຜ.

Delicious Digg Fark Twitter