ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ມື້ກີ້ຫຼົງໄປຂຽນົວ້ໃນກະທູ້ ວ່າສິເຮັດໄດອາຣີ່ຊັ້ນນາ ແຫະໆ

ມື້ນີ້ມີງານເດີນແບບ ການກຸສົນ ທີ່ໂຮງແຮມ ດອນຈັນ ພາເລສ.
ໝູ່ເພື່ອນຄັນໃດສົນໃຈກໍ່ໄປໄດ້ເດີ ແຕ່ຂ້າພະເຈົ້າບໍ່ໄປ! ແຫະໆ
ແລະ ໃນງານກໍ່ມີ ນ້ອງສາວຂອງຂ້າພະເຈົ້າເອງທີ່ໄດ້ກຽດເປັນນາງແບບໜື່ງໃນຫຼາຍໆຄົນ.
ແຕ່ ເທວະດາຟ້າແຖນເອີຍຍ ພາຍໃຕ້ໃບໜ້າອັນງົດງາມຂອງເຫຼົ່າ ນາງແບບ
ແອບແຝງໄປດ້ວຍ "ຂີ້ລັກ" ວ່າຊັ້ນ..
ນ້ອງຂ້າພະເຈົ້າໄດ້ໂທຫາວ່າ: " ເກີບເສຍ!!!" ຕາຍລະບາດນິ ເກີບຊື່ໆ ກະຍັງລັກກັນ
ແລ້ວນ້ອງຂ້ອຍສິຍ່າງໄດ້ແນວໃດເນາະ, ວ່າບໍ່?
ຂ້ອຍກະເລີຍໄດ້ຫອບສັງຂານ ອອກໄປເລືອກເກີບຄູ່ງາມຄູ່ໃໝ່ໃຫ້ນ້ອງສາວທັນທີ!
ພວກທ່ານຄິດວ່າແນວໃດ? ງານກຸສົນແທ້ໆໆ ຍັງລັກຍັງໂລບກັນເນາະ!


 

Delicious Digg Fark Twitter