ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ວິທີການ Jailbreak iOS 6.x.x ເພື່ອລົງພາສາລາວ
 
ບົດຄວາມນີ້ສອນການ Jailbreak iPhone, iPad, iPod touch ທີ່ຕິດຕັ້ງລະບົບ
 iOS 6.0, 6.0.1, 6.0.2(iPhone 5) 6.1.1(iPhone 4S), 6.1.2 
ດ້ວຍໂປຣແກຣມ Evasi0n ເຊິ່ງເປັນການເຈວເບຣກທີ່ເວົ້າ ໄດ້ວ່າສົມບູຫລືທີ່ເອີ້ນກັນວ່
 Untethered Jailbreakສິ່ງທີ່ໄດ້ຄືຫລັງຈາກເຈວເບຣກແລ້ວເຄື່ອງຈະປິດ-ເປີດ ໄດ້ຕາມປົກກະຕິ
(ບົດຄວາມນີ້ຈະສອນແຕ່ວິທີເຈວເບຣກເທົ່ານັ້ນ ແຕ່ຈະບໍ່ໄດ້ອະທິບາຍວ່າເຈວເບຣກແມ່ນຫຍັງ 
ທີ່ແນ່ໆພາຍຫລັງການເຈວເບຣກແລ້ວຈະເຮັດໃຫ້ ອຸປະກອນຂອງທ່ານພິມພາສາລາວໄດ້) 

ອຸປະກອນທີ່ຮັບຮອງມີດັ່ງນີ້:

iPhone 3GS, 4, 4S, 5
iPad 2, 3, 4
iPad mini
iPod touch 4G, 5G
Apple TV 2G
 
ຄຳເຕືອນ
- Backup ຂໍ້ມູນທຸກຢ່າງໃນເຄື່ອງຂອງທ່ານລົງໃນ iTunes ຫລື iCloud ກ່ອນລົງມືເຈວເບຣກດ້ວຍ Evasi0n
ເພື້ອຄວາມໝັ້ນໃຈວ່າຂໍ້ມູນຂອງທ່ານຈະບໍ່ຫາຍຖ້າມີສິ່ງບໍ່ຄາດຄິດເກີດຂຶ້ນຈົນອາດຈຳເປັນຕ້ອງ Restore ເຄືອງໃໝ່
ຍົກເລີການປົດລ໋ອກໜ້າຈໍ (Lock Passcode) ໃນເຄື່ອງຂອງທ່ານກ່ອນລົງມືເຈວເບຣກເພາະອາດເຮັດ ໃຫ້ເກີດບັນຫາຕາມມາໄດ້
ກາລຸນາອົດທົນລໍຖ້າ ຢ່າເປີດໂປຣແກຣມ iTunes ຫລື Xcode ໃນຂະນະທີ່ກຳລັງເຈວເບຣກຫລືເວົ້າງ່າຍ ຫ້າມຈັບຄອມພີວເຕີຂອງທ່ານເລີຍ
ຍິ່ງເປັນການດີ (ນັ່ງເບິ່ງຢ່າງດຽວ)
ຖ້າເກີດບັນຫາເຄື່ອງຄ້າທີ່ຂັ້ນຕອນໃດໜຶ່ງທາງທີ່ດີທີ່ສຸດຄືປິດໂປຣແກຣມ > Reboot ເຄື່ອງໂດຍການ ກົດປຸ່ມHome ແລະ ປຸ່ມ Power ພ້ອມກັນຄ້າງໄວ້ຈົນກວ່າເຄື່ອງຂອງທ່ານຈະເປີດຄືນ ແລະ ລອງເຈວ ເບຣກໃໝ່
ເຄື່ອງລ໋ອກຫລືເຄື່ອງທີ່ນເຂົ້າຈາກຕ່າງປະເທດທີ່ຕິດສັນຍາຫ້າມ Update ເດັດຂາດ (ຖ້າຍັງບໍ່ທັນໄດ້ ປົດລ໋ອກຖາວອນ)


ສິ່ງທີ່ຕ້ອງກະກຽມ
1. ຄອມພີວເຕີທີ່ລົງໂປຣແກຣມ iTunes ແລ້ວ 
2. ໂປຣແກຣມ Evasi0n ສໍາລັບ JailBreak ດາວໂຫລດໄດ້ທີນີ້ www.evasi0n.com
3. ໃຊ້ເວລາໜ້ອຍກວ່າ 5 ນາທີ
4. ກຽມໃຈໃຫ້ພ້ອມ
 ຂັ້ນຕອນການ Jailbreak iOS 6.x.x ແບບສົມບູນ
1. ປິດທຸກແອຟ (Apps) ໃນ Multitasking ຈາກນັ້ນເຊື່ອຕໍ່ ອຸປະກອນຂອງທ່ານເຂົ້າຄອມພີວເຕີຜ່ານສາຍ USB ແລະ ປິດໂປຣມແກຣມ iTunes
2. ເປີດໂປຣມແກຣມ Evasi0n ຂຶ້ນມາເຊື່ອຕໍ່ອຸປະກອນພຽງອັນດຽວເທົ່ານັ້ນ
3. ກົດປຸ່ມ Jailbreak ແລ້ວລໍຖ້າ
 4. ຫ້າມແຕະຕ້ອງເຄື່ອງຂອງທ່ານເດັດຂາດ (ນັ່ງເບິ່ງຢ່າງໃຈເຢັນ)
5. ປົດລ໋ອກໜ້າຈໍໂທສະລັບຂອງທ່ານ (Slide to Unlock)
6. ຫລັງຈາກນັ້ນກົດປຸ່ມ Jailbreak
 7. ຫລັງຈາກນັ້ນລະບົບຈະດຳເນີນການເອງອັດຕະໂນມັດຈົນກວ່າຈະສຳເລັດ

 

- ການເຈວເບຣກແມ່ນສຳເລັດແລ້ວ, ລໍຖ້າເຄື່ອງຂອງທ່ານ Restart
10. ການເຈວເບຣກແມ່ນຈຳເລັດສົມບູນແລ້ວ ແລະ ເຄື່ອງຂອງທ່ານຈະມີໄອຄອນ Cydia ຂຶ້ນມາ
 
 
 ທີ່ມາ: iphonemod
Delicious Digg Fark Twitter