ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
 ສະບາຍດີບັນດາສາວົກ APPLE iOS ແລະ ພີ່ນ້ອງພັນລາວທັງຫຼາຍ     ມື້ນີ້ອ້າຍຈະມາແນະນຳວິທີສ້າງ  Apple ID ໃນ iTunes ໂດຍບໍ່ຈຳເປັນຕ້ອງໃຊ້ Credit Card
 
ເຊິ່ງເປັນບັນຫາຄ້າງຄາໃຈກັນຫຼາຍສຳລັບຄົນທີ່ໃຊ້ iOS ບໍ່ວ່າຈະເປັນ iPod, iPhone.. ທີ່ຈະຕ້ອງໃຊ້  Apple ID ໃນການດາວໂຫຼດສິ່ງຕ່າງໆໃນ iTune  ເອົາເປັນວ່າເຮົາມາເລີ່ມກັນເລີຍດີກວ່າ
 
 ----------------------------------
 
1. ເປີດໂປຣມແກຣມ iTune ຂື້ນມາ ແລ້ວເຂົ້າໄປທີ່ iTunes Store  ຈາກນັ້ນກໍເລືອກປະເທດເປັນ US
 
* ບໍ່ໃຫ້ເຂົ້າສູ່ລະບົບ iTunes ເທື່ອ
1-APPLE-ID
 
 
2. ຈາກນັ້ນກໍຄຣິກທີ່ App Store ແລ້ວເລືອກ Great Free Apps
2-APPLE-ID
 
 
3.ເລືອກທີ່ App ໃດໜື່ງ ແລ້ວດາວໂຫຼດໂດຍການກົດ FREE ຂ້າງ APP ນັ້ນໆ
3-APPLE-ID
 
 
4. ຈະມີໜ້າຕ່າງໃຫ້ເຂົ້າສູ່ລະບົບ / ລົງທະບຽນ ເດັ້ງຂື້ນມາ  ຈາກນັ້ນກໍກົດທີ່ “Create New Account
4-APPLE-ID
 
 
5. ຄິກທີ່ Continue
 

6. ຄຣິກເພື່ອເຮັດເຄື່ອງໝາຍທີ່ “I have read…” ຈາກນັ້ນກໍກົດ Continue ອີກຄັ້ງ
5-APPLE-ID
 
 
7. ມາຮອດຂັ້ນຕອນນີ້ ກໍໃຫເກອກຂໍ້ມູນທັງໝົດໃຫ້ຄົບຖ້ວນຕາມຮູບ
* ສຳລັບລະຫັດ ຕ້ອມີຢ່າງໜ້ອຍ 8 ໂຕ ໂດຍປະສົມລະຫວ່າງໂຕເລກ, ໂຕໜັງສື, ໂຕໜັງສືໃຫ່ຍ ເຊັ່ນ: Punlao2011
6-APPLE-ID
 
 
8. ຈາກນັ້ນກໍຈະມາທີ່ໜ້າ Payment Method, ໃຫ້ເລືອກ ເປັນ " None " ຕາມຮູບ ຈາກນັ້ນກໍກອກທີ່ຢູ່ລົງໄປ
* ແນະນຳ: ທີ່ຢູ່ຕ້ອງເປັນທີ່ຢູ່ອາເມລິກາ ເຊີ່ງຫາໄດ້ຈາກ Google ຫຼື ອາດຈະເປັນທີ່ຢູ່ທີ່ບໍ່ມີຢູ່ແທ້ (ບໍ່ທັງໝົດ)
 
7-APPLE-ID
 
9. ຈາກນັ້ນກໍກົດທີ່ Continue ແລ້ວປະຕິບັດຕາມຂັ້ນຕອນຕໍ່ໄດ້ ເຊິ່ງອາດຈະມີໃຫ້ ຢືນຢັນ Email ເຊີ່ງທຸກຄົນຄົງຈະຮູ້ໝົດແລ້ວ
 
 
ຫວັງວ່າທ່ານຈະມ່ວນຊື່ນກັບການດາວໂຫຼດ ໂດຍບໍ່ໃຊ Credit Card
 
 
 
 
-------------------------------------------------
ຂໍ້ຄວາມ ແລະ ຮູບພາບທັງໝົດແມ່ນພິມ ແລະ ຈັດທຳຂື້ນເອງໂດຍຂ້າພະເຈົ້າ, ການຄັດລອກໄປໃຊ້ບ່ອນອື່ນ ຫຼື ໃນຈຸດປະສົງໃດໆຄວນໃຫ້ Credit ແກ່ທີ່ມາ ແລະ ຜູ້ຂຽນ  ຂໍຂອບໃຈ
 
 
 

 

Delicious Digg Fark Twitter