ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຊົ້່່າ, ສວາຍ, ບ່າຍ, ຄ່ຳ ຈາກເຮົາໄປອີກແລ້ວ, ມື້ນີ້ໄດ້ເຮັດຫຍັງແດ່, ຄິດດີ ເວົ້າດີ ແລະ ທຳດີແລ້ວບໍ, ໄດ້ຫົວ, ໄດ້ຍິ້ມ, ໄດ້ຮ້ອງໄຫ້, ໄດ້ເສັຍໃຈ, ດີໃຈ, ຄຽດ, ໂກດ, ໃຈຮ້າຍ ຕໍ່ໃຜແດ່, ໄດ້ບຸນຄືຄວາມສຸກ ຄວາມສະບາຍໃຈຫລາຍປານໃດ, ໄດ້ບາບ ຄືຄວາມທຸກອຸກອັ່ງໃນໃຈຫລາຍປານໃດ,

ແລ້ວຈະເກັບມັນໄວ້ດົນປານໃດ, ຈະມາຫລົງຢູ່ແຕ່ກັບຄຳຍ້ອງຍໍສໍລະເສີນຈົນຕົວລອຍ, ຫລືຈະມາເສັຍໃຈຮ້ອງໃຫ້ຮ່ຳໄຮກັບຄຳຕຳໜິນິທາ ຈົ່ມຂວັນ, ລາບ, ຍົດ, ສໍລະເສີນ, ສຸກ, ຫລື ເສື່ອມລາບ, ເສື່ອມຍົດ, ຕຳນິນິນທາ, ແລະ ຄວາມທຸກ, ມັນມາໄດ້ ມັນກໍ່ໄປໄດ້, ຢູ່ທີ່ຕົວຂອງເຮົາວ່າ ຈະໃຫ້ມັນອາໃສຢູ່ນຳດົນປານໃດ, ທຸກຢ່າງມັນບໍ່ທ່ຽງ ມີເກີດຂຶ້ນ, ຕັ້ງຢູ່ ແລະ ດັບໄປ(ອະນິຈຈັງ, ທຸກຂັງ, ອະນັຕຕາ).
ບາງຄັ້ງ ກວ່າທີ່ມັນຈະດັບໄປ ບາງຄົນກໍ່ຕາຍໄປກ່ອນແລ້ວ ເພາະທົນບໍ່ໄຫວ, ບໍ່ຮູ້ທາງອອກ.
ຈົ່ງມີສະຕິຕລອດເວລາ, ສະຕິ ເປັນທີ່ມາຂອງສະມາທິ, ສະມາທິ ເປັນທີ່ມາຂອງປັນຍາ ແລ້ວປັນຍາຈະແກ້ໄຂບັນຫາໃຫ້.
ຈົ່ງຢູ່ໃນບຸນ, ຢູ່ໃນຄວາມສຸກ ແຕ່ຢ່າຫລົງ ຈົ່ງມີສະຕິ.
Delicious Digg Fark Twitter