ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັ່ງເບີ່ງ ນັ່ງລຸ້ນເກືອບຕາຍ ກີນເບຍຫມົດໄປຫຼາຍແກ້ວ ຍ້ອມໃຈໂຕເອງໃຫ້ເມົາກ່ອນຈະກ້າເຂົ້າໄປຂໍບີໂທ ລົມກັນດ້າມ 2 - 3 ເທື່ອ ໂທຫາອີກເທື່ອຜຼ້ສາວກໍ່ພັດບໍ່ຮັບສາຍແລ້ວ ບໍ່ຕ້ອງສົງໃສເລີຍວ່າຕ້ອງໄດ້ແດກແຫ້ວເຕັມໆ 555555555 ອ່ະ..... ໄປຂໍເບີສາວເທື່ອໃໝ່ລອງເອາວິທີນີ້ໄປອ່ານເບີ່ງໃດ້ຮັບຜົນແນວໃດມາໂພສ໌ທບອກແດ່ເດີ້
1. ໂທຣລົມພຽງແຕ່ເຄີ່ງຊົ່ວໂມງພໍ
ການໂທລົມນຳສາວໆ ຕ້ອງ ຕົງປະເດັນ ຈັບຈຸດປະສົງທີ່ແທ້ຈີງໃຫ້ໄດ້ ຄືການຊວນສາວອອກເດດ ຫຼື ນັດພົບຄັ້ງຕໍ່ໄປ ບໍ່ແມ່ນໄປສົນທະນາບັນຫາບ້ານເມືອງ ເອົາໄວ້ລົມກັນຕອນອອກເດດຈະດີກວ່າ
2. ຂໍວາງກ່ອນຕອນລົມກຳລັງມ່ວນ
ເຈົ້າອາດບໍ່ເຄີຍວາງສາຍຂະນະທີ່ການສົນທະນາເປັນໄປຢ່າງເມາມັນ ແຖມຍັງລົມຕໍ່ໄປ3ຊົ່ວໂມງ 4ຊົ່ວໂມງ ຈົນໃນທີ່ສຸດກໍ່ບໍ່ມີຫຍັງຊິເວົ້າອີກແລ້ວ ແຕ່ກໍ່ບໍ່ຍອມວາງສາຍ ຈົນໃນທີ່ສຸດເຂາກໍ່ຈະລຳຄານ( ເຫັນບໍ່ລ່ະ) ສີ່ງທີ່ຕ້ອງເຮັດກໍ່ຄື ເຈົ້າຕ້ອງວາງສາຍກ່ອນທຸກຄັ້ງທີ່ຄິດວ່າ ການສົນທະນາ ກຳລັງເປັນໄປຢ່າງມ່ວນຊື່ນ ເອີ້ນໄດ້ວ່າເມື່ອເຖີງ "ຈຸດສຸດຍອດ"ເມື່ອໃດ ເຈົ້າຕ້ອງວາງທັນທີ ມັນຈະເຮັດໃຫ້ລາວຄິດຮອດເຈົ້າ ຄິດຮອດຄຳເວົ້າ ບົດສົນທະນາທີ່ດີລະຫວ່າງເຈົ້າແລະລາວ ແລະພໍຄັ້ງຕໍ່ໄປທີ່ເຈົ້າໂທໄປຫາລາວ ເຈົ້າຈະຮຼ້ສືກໄດ້ວ່ານ້ຳສຽງຂອງລາວດີໃຈ ເວລາທີ່ເຈົ້າໂທຫາ
3. ວາງສາຍກ່ອນໄດ້ປຽບ
ຢ່າຖ້າໃຫ້ຜູ້ສາວຂອງເຈົ້າເປັນຄົນຂໍວາງສາຍກ່ອນ ເຈົ້າຕ້ອງບອກລາວກອນທຸກຄັ້ງ ໂດຍທີ່ເຈົ້າຈະຕ້ອງເຮັດໂຕໃຫ້ທ້າທາຍ ເຮັດຄືວ່າເຈົ້າມີສີ່ງທີ່ສຳຄັນກວ່າລາວລໍຖ້າເຈົ້າຢູ່ ເຮັດໃຫ້ຄືກັບວ່າເຈົ້ານັ້ນຢາກລົມນຳລາວ ແຕ່ຖ້າບໍ່ໄດ້ລົມ ເຈົ້າກໍ່ບໍແຄ
4. ຊິໂທເຮັດຫຍັງທຸກມື້
ເຄີຍໄດ້ຍີນມາຫລາຍຄັ້ງຫລາຍຄາວແລ້ວວ່າ ເວລາຈະໂທລະສັບຈີບສາວນັ້ນ ໃຫ້ໂທໄປທຸກມື້ ໂທໄປເລື້ອຍໆ ບອກວ່າຄິດຮອດ ແນວນັ້ນຄິດຮອດແນວນີ້ ຈັກໜ້ອຍລາວກໍ່ໃຈອ່ອນເອງ ເຈົ້າກຳລັງຄິດຜິດ ຜຼ້ຍີງນັ້ນຖ້າເຂົາມີໃຈໃຫ້ເຮົາ ບໍ່ວ່າເຮົາຈະໂທຫາທຸກມື້ຫຼືບໍ່ໂທຫາລາວ ລາວກໍ່ຍັງມັກເຮົາຢູ່ດີ ການທີ່ບໍ່ໂທໄປຫາລາວບາງຄັ້ງ ຈະເຮັດໃຫ້ລາວກະວົນກະວາຍໃຈ ແລະຄິດຮອດເຈົ້າຫຼາຍຂື້ນ ແຕ່ລອງຄິດເບີ່ງດູ ຖ້າລາວຍັງບໍ່ໄດ້ຕັດສີນໃຈວ່າມັກເຈົ້າຫຼືບໍ່ ແຕ່ເຈົ້າໂທໄປຫາລາວທຸກມື້ ທຸກມື້ ເຈົ້ານັ້ນກຳລັງບອກລາວເລີຍວ່າ ຄວາມສຸກຂອງເຈົ້າທັງໝົດ ຂື້ນຢູ່ກັບລາວຄົນດຽວ ເຈົ້າບໍ່ໄດ້ເປັນສີ່ງທ້າທາຍເລີຍສຳລັບລາວ ລາວຮູ້ໄດ້ເລີຍວ່າເຈົ້າເປັນ ' ລູກໄກ່ໃນກຳມື ' ໂທໄປມື້ໜື່ງ ບາໄວ້ 2ມື້ ບາງຄັ້ງ3 - 4 ມື້ຕໍຄັ້ງ ມັນຈະເຮັດໃຫ້ລາວຮູ້ວ່າເຈົ້າມີຊີວິດເປັນຂອງໂຕເອງ
5. ລົມເລື້ອງອື່ນແດ່
ຢ່າມົວແຕ່ລົມເລື້ອງທົ່ວໄປເຊັ່ນ: ເຮັດຫຍັງຢູ່? ຢູ່ໃສນິ? ມື້ນີ້ກີນເຂົ້າກັບຫຍັງ? ຊື້ເຄື່ອງມາຫວ໋າ? ຊື້ຫຍັງ? ການລົມແບບນີ້ແມ່ນໃຜກໍ່ລົມກັບລາວໃດ້ ແລະເຈົ້າຈະເຮັດໃຫ້ລາວເບື່ອລ້າໆ ການລົມແບບນີ້ ຈະລົມຕອນທຳອິດທີ່ໂທໄປໃໝ່ໆເທົ່ານັ້ນ ຈາກນັ້ນເຈົ້າຕ້ອງລົມກ່ຽວກັບຄວາມຮູ້ສືກຂອງລາວ ຄວາມຄິດຂອງລາວ ຖາມລາວວ່າ ລາວຮູ້ສືກແນວໃດກ່ຽວກັບເລື້ອງນີ້ເລື້ອງນັ້ນ ຈາກນັ້ນກໍ່ໃຫ້ລາວເຜີຍຕົວຕົນຂອງລາວອອກມາ ໃຫ້ລາວເປີດໃຈກັບເຈົ້າຫຼາຍຂື້ນ ແລະທີ່ສຳຄັນຄື ຢ່າລົມເລື້ອງທີ່ມັນຊີຣຽດ ຫາເລື້ອງທີ່ລົມແລ້ວເຮັດໃຫ້ລາວຮູ້ສືກສະບາຍໃຈ ແລ້ວລາວຈະຮູ້ສືກໄວ້ໃຈເຈົ້າ ຍາມທີ່ລາວມີເລື້ອງບໍ່ສະບາຍໃຈຫຍັງ ລາວຈະຄິດຮອດເຈົ້າເປັນຄົນທຳອິດ ແລະເປັນຝ່າຍໂທໄປຫາເຈົ້າເອງ ຈາກນັ້ນຄ່ອຍສ້າງສາຍສຳພັນ ແລ້ວຄ່ອຍຂໍລາວເປັນແຟນ ແຕ່ຂໍຝາກໄວ້ທ້າຍນີ້ວ່າ ບໍ່ແມ່ນໂທລົມກັນຄັ້ງທຳອິດກໍ່ຂໍເປັນແຟນເລີຍ ໄວລຸ້ນຢ່າໃຈຮ້ອນ ເພາະສີ່ງໃດທີ່ໃດ້ມາງ່າຍ ກໍ່ໄປງ່າຍ ເຊັ່ນດຽວກັນ ຄ່ອຍສືກສາກັນໄປຈະດີກວ່າ

Delicious Digg Fark Twitter