ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

   ຄຳວ່າ ເພື່ອນ ໝາຍເຖິງ ຜູ້ສະໜິດສໜົມຄຸ້ນເຄີຍກັນ ພໍອົກພໍໃຈເຊິ່ງກັນແລະກັນ, ຜູ້ຮ່ວມສະຖາບັນຫຼືຮ່ວມອາຊີບດຽວກັນ

ເຊັ່ນ ເພື່ອນຮ່ວມໂຮງຮຽນ ເປັນຕົ້ນ, ຜູ້ຮ່ວມທຸລະ ເຊັ່ນ ຢູ່ເປັນເພື່ອນກັນກ່ອນ ໄປເປັນເພື່ອນກັນແດ່, ຜູ້ຢູ່ໃນສະພາບດຽວກັນ

ເຊັ່ນ ເພື່ອນມະນຸດ ເພື່ອນຮ່ວມໂລກ.

   ໃນທາງທັມມະອັນເປັນຄຳສອນທາງພຮະພຸດທະສາສນາ ເນື້ອແທ້ຂອງຄວາມເປັນເພື່ອນຢູ່ທີ່ຄວາມມີໃຈຫວັງດີປາຖະນາດີ

ຕໍກັນ ການຄົບເພື່ອນເປັນປັດໄຈສຳຄັນຢ່າງໜຶ່ງທີ່ຈະນຳຊີວິດໄປສູ່ຄວາມເສື່ອມຄວາມພິນາດຫຼືສູ່ຄວາມຈະເລີນງອກງາມ

     ດັ່ງນັ້ນ ຄວນຫຼີກລຽງເພື່ອນປອມຫຼືເພື່ອນບໍ່ແທ້ບໍ່ຈິງ ແລ້ວເລືອກຄົບຫາຄົນທີ່ເປັນເພື່ອນແທ້ເພື່ອນຈິງ

     ເມື່ອເຮົາມີເພື່ນຄວນປະຕິບັດຕໍ່ເພື່ອນແນວໃນ?

     ທາງພຣະພຸດທະສາສນາເພິ່ນສອນໄວ້ວ່າ ເພື່ອນຄວນປະຕິບັດຕໍ່ກັນ ດັ່ງນີ

          ໑. ມີຈິດໃຈເຜື່ອແຜ່ແບ່ງປັນ

          ໒. ເວົ້າຈາມີນ້ຳໃຈ

          ໓. ຊ່ວຍເຫຼືອເກື້ອກູນກັນ

          ໔. ຮ່ວມສຸກຮ່ວມທຸກດ້ວຍກັນ ບໍ່ແມ່ນຮ່ວມແຕ່ສຸກຢ່າງດຽວ

          ໕. ຊື່ສັດຈິງໃຈຕໍ່ກັນ

     ເມື່ອເພື່ອນອີກຝ່າຍໄດ້ຮັບການປະຕິບັດດັ່ງນີ້ແລ້ວ ຄວນປະຕິບັດຕອບ ດັ່ງນີ

          ໑. ເມື່ອເພື່ອນປະໝາດຊ່ວຍຮັກສາປ້ອງກັນເພື່ອນ

          ໒. ເມື່ອເພື່ອນປະໝາດຊ່ວຍຮັກສາຊັບສົມບັດຂອງເພື່ອນ

          ໓. ໃນເວລາມີໄພເປັນທີ່ເພິ່ງໄດ້

          ໔. ບໍ່ປະຖິ່ມໃນຍາມທຸກຍາກ

          ໕. ນັບຖືຕະຫຼອດເຖິງຍາດພີ່ນ້ອງຂອງເພື່ອນ

     ຫາກປະຕິບັດໄດ້ແນວນີ້ຊີວິດກໍ່ຈະມີແຕ່ຄວາມສຸກຄວາມຈະເລີນ

Delicious Digg Fark Twitter