ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2014 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                                    ຍາມຝົນ

      ລະດູ ການເຄື່ອນຍ້າຍ                ໝູນປ່ຽນແປໄປ
                     ຕາມເວລາ                ລ່ວງເລີຍເລີງເລື້ອຍ
                      ຕາມວັນມື້               ເດືອນປີວຽນຮອດ
         ລະດູ ຝົນເຄື່ອນເຂົ້າ                ຄືນໂຄ້ງຕ່າວມາ ອີກແລ້ວ

      ພຶກສາ ຊາດໃຫຍ່ນ້ອຍ               ລອຍເລີ່ມລຸກມາ
      ຈໍ່ຈາວ ຊອມແຊມຊອນ               ປົ່ງເຕັມຕາມຕົ້ນ
                      ຂຽວໆເຂັ້ມ               ຍວຍຍາຍຍອດຍື່ນ
             ປົກຄຸມ ກໍກິ່ງກ້ານ               ໂອຍເອັ້ນອວດສົມ ງາມເດ

      ຫລຽວເບິ່ງ ໄປທົ່ງກວ້າງ               ນໍ້າອັ່ງໃນນາ
                      ພວມລົງໄຖ               ຄາດພຽນແພງກ້າ
                     ປົວແປງປ້ອງ              ຄອງຄັນຄືນໃຫມ່
    ຫລຽວເຫັນ ກ້າອ່ອນນ້ອຍ               ລົມຕ້ອງແກວ່ງໄກວ ງາມເດ

        ເຕັມຕາມ ຄອງຮ່ອງນໍ້າ              ວັງບວກນາຫນອງ
       ກົບຂຽດ ໂຕນໂຢ໋ຍຢ໋າຍ              ຫມູ່ປາລອຍທັງບ້ອນ
           ນົກເຕັນ ງອຍຮຽວໄມ້             ແຄມຫນອງບິນແສ່ວ
              ປາຊີວ ຕິດປາກຂື້ນ             ເທິງໄມ້ງ່າງອຍ ພຸ້ນເດ

ສໍ ເມືອງຊໍາ       28 ກໍລະກົດ 2014

 

Delicious Digg Fark Twitter