ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 ເລື່ອງຂອງເລື່ອງມີຢູ່ວ່າ: ມີຄູ່ ຜົວເມຍຄູ່ໜຶ່ງຫາກໍ່ແຕ່ງງານກັນໃໝ່ໆ ເອົາອົກ ເອົາໃຈກັນເປັນຢ່າງດີ ມີມື້ໜຶ່ງສາມີເກີດຢາກໄປກິນເບຍຢູ່ຮ້ານເບຍເລີຍບອກພັນລະ

ຍາວ່າ:

 ສາມີ: ມື້ນີ້ຂ້ອຍຂໍອະນຸຍາດໄປກິນເບຍນຳໝູ່ຢູ່ຮ້ານເບຍແນ່ເດີ້

ພັນລະຍາ : ບໍ່ ຕ້ອງໄປຮອດຮ້ານດອກທີ່ ຮັກ ຂ້ອຍແຊ່ເບຍຫລາຍແບບຫລາຍປະເທດໄວ້ ໃຫ້ເຈົ້າ  ແລ້ວເພື່ອເຈົ້າກັບມາເມື່ອຍໆຈະໄດ້ດື່ມໃຫ້ຊື່ນໃຈ

 ສາມີ: ແຕ່ຢູ່ຮ້ານເບຍມີແກ້ວແຊ່ແຂງເຢັນໆອີກໃດ!!

ພັນລະຍາ : ຂ້ອຍກຽມໄວ້ແລ້ວແກ້ວແຊ່ແຂງເຢັນໆໄວ້ໃຫ້ເຈົ້າຮຽບຮ້ອຍແລ້ວ

ສາມີ : ຢູ່ຮ້ານມີອາຫານຕາມສັ່ງກັບຂອງແກ້ມແຊບໆຫລາຍຢ່າງນຳອີກ  ທີ່ຢາກໄປກໍ່       ຍ້ອນຢາກໄປກິນອາຫານກັບຂອງແກ້ມຫັນນະ !

ພັນລະຍາ: ແຫມ!!! ທີ່ຮັກ ນຶກວ່າແມ່ນຫຍັງຊັນດອກ ! ຂ້ອຍໄປຮຽນແຕ່ງອາຫານມາເພື່ອແຕ່ງ

ໃຫ້ທີ່ຮັກຮັບປະທານ,ຢາກຮັບປະທານອາຫານປະເພດໃດບອກມາໄດ້ເລີຍ.

ຝ່າຍສາມີເລີ້ມບໍ່ພໍໃຈເພາະນັດຜູ້ສາວໄວ້ເລີຍໃຊ້ຂໍ້ອ້າງໃນທີ່ສຸດ.

ສາມີ : ແຕ່ທີ່ຮັກຮູ້ບໍວ່າ ຢູ່ຮ້ານເຂົ້າເຈົ້າໄດ້ໃຊ້ຄຳເວົ້າທີລາມົກນຳກັນອີກ

ໃດຈະໄດ້ມີລົດຊາດໃນການກິນເບຍ ແລະ ເປັນການເພີ້ມບັນຍາກາດອີກຢ່າງໜຶ່ງອີກໃດ!!!

ພັນລະຍາ : ໂຖ້ ໂຖ້ ໂຖ້!!! ບັກຫ້າມຶງເອີ້ຍ***ບໍ່ບອກກູແຕ່ດົນ ກູກາເວົ້າໄດ້ເຊີນ ຫົວມຶງໄປແດກເບຍໃນຕູ້ທີ່ກູແຊ່ໃຫ້ໝົດເດິ້ຖ້າບໍ່ຢາກຕາຍ!   ມື້ນີ້ບໍ່ຕ້ອງອອກໄປໃສ ທັງນັ້ນຮູ້ໄວ້ " ໄອສັດ"

  " ຂອບໃຈຫລາຍໆ"

 (ຂໍໂທດທີ່ໃຊ້ຄຳເວົ້າບໍ່ສຸພາບເພາະຂຽນຕາມເລື່ອງເດີ້)

                                                                                                             

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່