ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ສະບາຍດີໝູ່ເພື່ອນໝົດທຸກໆຄົນໃນພັນລາວ,ຖ້າໃຜຍັງບໍ່ທັນມີຄູ່ຢາກຮູ້ບໍວ່າເຮົາເອງຈະມີຄູ່ລັກສະນະແບບໃດລອງມາເບິ່ງ

ນຳກັນເລີຍເນາະຕາມເດືອນເກີດຂອງເຮົາເອງ.

"ເດືອນມັງກອນ"

*ເນື້ອຄູ່

+ຈະເປັນຄົນຜິວຂາວ

+ໂລແມນຕິກ

+ໃຈດີມັກຕາມໃຈເຮົາ

+ຮູບຮ່າງດີ.

"ເດືອນກຸມພາ"

*ເນື້ອຄູ່

+ຈະເປັນຄົນມີຖານະດີ,ມີເງິນ-ມີມໍລະດົກຫລາຍ

+ເປັນຄົນມີໜ້າມີຕາໃນສັງຄົມ, ມາດເທ້, ມີຕາທີ່ງາມ

+ມັກຈະຮ້າຍ ແລະ ຂົ່ມເຫັງເຮົາ

+ຖ້າມີລູກກົກເປັນຜູ້ຍິງຈະເສີມດວງ

"ມີນາ"

*ເນື້ອຄູ່

+ຮູບຮ່າງດີ, ຄາລົມດີ

+ລົດສະນິຍົມດີ

+ເປັນຄົນສຸພາບ, ລຽບງ່າຍສະບາຍໆເຂົ້າກັບຄົນໄດ້ງ່າຍ

+ຖ້າມີລູກກົກເປັນຜູ້ຊາຍຈະເສີມດວງ

"ເມສາ"

*ເນື້ອຄູ່

+ຜິວຂາວ ຫຼື ຂາວເຫຼືອງ

+ຮູບຮ່າງດີ, ສູງຄີງບາງຮ່າງນ້ອຍ

+ດວງຕາໃຫຍ່ ຕາຄົມ

+ຄາລົມດີມີມຸກຫລາຍ

"ພຶດສະພາ"

*ເນື້ອຄູ່

+ມີດວງຕາທີ່ສົດໃສງົດງາມ, ຄິ້ວງາມໄດ້ຮູບຊົງ

+ມາດໃຫຍ່ກວ່າອາຍຸ

+ໃຈເຢັນ, ໃຈດີ

"ມິຖຸນາ"

*ເນື້ອຄູ່

+ ໃບໜ້າຍາວ

+ ບໍ່ມີຄວາມໂລແມນຕິກ

+ ເປັນຄົນຈິງຈັງ, ຮັກເຮົາແທ້ ແລະ ໝັ້ນຄົງ

+ ເວົ້າຈາມີຫຼັກການ

"ກໍລະກົດ"

* ເນື້ອຄູ່

+ ສູງ, ຮູບຮ່າງໃຫຍ່

+ ອາຍຸແກ່ກ່ວາ ຫຼື ມາດທີ່ເປັນຜູ້ໃຫຍ່ກ່ວາເຮົາ

+ ມີຕາທີ່ສວຍງາມຫລາຍ

+ ມັກເກັບຄວາມຮູ້ສຶກແຕ່ຮັກເຮົາຫລາຍ

"ສິງຫາ"

* ເນື້ອຄູ່

+ ເປັນຄົນຕ່າງຊາດ ຫຼື ມີຄວາມແຕກຕ່າງກັບເຮົາຫຼາຍ

+ ມາດຫຍິ່ງ, ເຄັ່ງຄັດເຂັ່ມງວດແຕ່ໃຈດີ

+ ຢູ່ຮ່ວມທຸກຮ່ວມສຸກກັບເຮົາໄດ້ຍືນຍາວທີ່ໝັ້ນຄົງ

"ກັນຍາ"

* ເນື້ອຄູ່

+ ຜິວຂາວ ຫຼື ຂາວເຫຼືອງ

+ ຮູບຮ່າງສົມສ່ວນ

+ ອາລົມດີມັກຄວາມມ່ວນຊື່ນເຮຮາ

+ ຍ່າງຮ້າງກັນເທື່ອນຶ່ງແລ້ວຈະຢູ່ດ້ວຍກັນໄດ້ຍືນຍາວ

"ຕຸລາ"

* ເນື້ອຄູ່

+ ຮູບຮ່າງບາງ ຫຼື ສູງ

+ ຮິມສົບບາງ, ປາກຮ້າຍແຕ່ໃຈດີ, ຈົ່ມເກັ່ງ

+ ຂີ່ຫຶງ, ແຕ່ດວງຖືກໂຊກກັບເຮົາຫລາຍ

"ພະຈິກ"

* ເນື້ອຄູ່

+ ຄ່ອນຂ້າງຕຸ້ຍ

+ ຜິວພັນທີ່ງາມ, ນຽນ

+ ມັກຖຽງກັບເຮົາແຕ່ຮັກເຮົາຫລາຍ

+ ເປັນຄົນບໍ່ມັກຢູ່ເສີຍໆ

"ທັນວາ"

* ເນື້ອຄູ່

+ ຮູບຮ່າງບາງບໍ່ຕຸ້ບ

+ ຜິວພັນດີ

+ ເປັນທີ່ພິ່ງ ແລະ ທີ່ປຶກສາທີ່ດີ

+ ເບິ່ງແຍງດູແລເຮົາເປັນຢ່າງດີ.

ຂອບໃຈຫລາຍໆທີ່ເຂົາມາອ່ານຖ້າຂຽນຜິດຂໍອະໄພ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່