ຂຽນເມື່ອ: ກ.ຍ.. 28, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ສຽງເພງປະສານກັບຂອດກິຕ້າດັງກັງວານກ້ອງມາຕາມສາຍລົມ ເຮັດໃຫ້ຍິງສາວທີ່ຢືນຢູ່ລະບຽງຊັ້ນສອງຂອງຫໍພັກຍິງຫຼັງທີໜຶ່ງທີ່ໃກ້ຮົ້ວມະຫາວິທະຍາໄລເບື້ອງທິດເໜືອ ຕ້ອງຢືນຊຶງກຶ້ງຕາໄປສູ່ທີ່ມາຂອງສຽງດັ່ງກ່າວດ້ວຍຫົວໃຈລັນຈວນຊວນໃຫ້ເສົ້າ…
* ເຖິງຈາກກັນໄປ.............ຈົນສຸດຂອບຟ້າ
ແຕ່ອຸລາສອງເຮົາ..............ຍັງຢູ່ຄຽງກັນ
ຈາກໄປຄາວນີ້..................ໄປຕາມໜ້າທີ່ວຽກງານ
ບໍ່ລືມຄຳໝັ້ນ....................ສັນຍາແຂ່ງຂັນກັນໄວ້
* ອາໄລອາວອນ.........ຫວນຄືນພາບແຫ່ງຄວາມຫຼັງ
ຄັ້ງເຮົາຍັງ..................ພ້ອມກັນຮໍ່າຮຽນສຶກສາ
ວຽກງານຫຍຸ້ງຍາກ....ພວກເຮົາພ້ອມກັນຜ່ານຜ່າ
ຄ້ອຍໃຈໜັກໜ້າ..........ສັ່ງລານໍ້າຕາຫລັ່ງນອງ
* ບໍ່ຢາກຈາກໄກ..........ຈຳໃຈຕ້ອງຂໍລາຈາກ
ບໍ່ຢາກຈະພາກ............ຈຳຈາກໄປກ່ອນຂວັນໃຈ
ຂໍຝາກສຽງເພງ...........ບັນເລງອອກຈາກດວງລືໄທ
ມອບແດ່ຊາມໄວ..........ຂວັນໃຈໃນວັນຈາກລາ…
ແມ່ນແລ້ວ ເຊົ້າມື້ອື່ນນີ້ ຊາຍໃນດວງໃຈຂອງນາງຈະໄດ້ອອກເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດເປັນເວລາ 3 ປີ. ກ່ອນທີ່ຈະສັ່ງລາເປັນເທື່ອສຸດທ້າຍ ເຂົາໄດ້ໃຫ້ຄຳໝັ້ນສັນຍາກັບນາງວ່າ ຈະຍຶດໝັ້ນສາຍສຳພັນທີ່ມີມາກັບນາງຕະຫຼອດປີກວ່າໆມານີ້ ແລະຈະບໍ່ລືມສົ່ງຂ່າວຄາວຫານາງໃຫ້ໄດ້ອາທິດລະເທື່ອ. ກ່ອນຍ່າງລົງຈາກຫໍພັກຍິງໄປ ເຂົາໄດ້ຍື່ນຫໍ່ຂອງຂວັນໃຫ້ແກ່ນາງ ແລະໄດ້ສັ່ງຄວາມໃຫ້ນາງຮັກສາຂອງຂວັນນີ້ໄວ້ດີໆ ແລະນຳໃຊ້ໃຫ້ເປັນປະໂຫຍດ… ແຕ່ຍ້ອນຄວາມອາໄລຕໍ່ຊາຍໜຸ່ມທີ່ຮູ້ໃຈ ຈຶ່ງໃຫ້ນາງຮູ້ສຶກສະທ້ານໃຈ ໂດຍບໍ່ໄດ້ສົນໃຈນຳຫໍ່ຂອງຂວັນນັ້ນ ໄດ້ແຕ່ຄິດຄຳນຶງກັນຕົນເອງວ່າ ອີກດົນປານໃດນໍຈຶ່ງຈະໄດ້ພົບກັນອີກ…