ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

  • ຂໍເຊີນຊວນບັນດາຫມູ່ເພື່ອນທີ່ຢູ່ໃກ້ແລະໄກມາຮ່ວມມ່ວນຊື່ນນຳກັນໃນງານແຂວງບໍ່ແກ້ວຄົບຮອບ 30ປີ ເຊິ່ງງານດັ່ງກ່າວແມ່ນຈະໄດ້ຈັດຂື້ນໃນລະຫວາງວັນທີ 23-26/03/2013 ນີ້ສະຖານທີ່ແມ່ນ ເດີນກິລາ ບ້ານ ປ່າອອ້ຍ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເຊິ່ງງານດັ່ງກ່າວກໍ່ຈະໄດ້ມີການຟ້ອນເພງພື້ນເມືອງແຂວງບໍ່ແກ້ວນຳອີກ ຈາກນ້ອງໆນັກຮຽນ ມ ຕົ້ນແລະ ມ ປາຍ ເມື່ອຊົມງານດັ່ງກ່າວຈົບແລ້ວກໍ່ມາເບິ່ງຄ້າຍເກົ່າທະຫານຝລັງທີ່ຄຸ້ມມ່ວງແກ້ວ ຖ້າຫາກມາຮອດບໍ່ແກ້ວທັງທີແລ້ວກໍ່ຢ່າລື່ມໄປແວະກິນເຂົ້າຊອຍນໍາເກິ່ງໄປຫລິ້ນຄາຊິໂນຂອງ ເມືອງຕົ້ນເຜິ້ງນຳ ແລະເຂົ້າປຸ້ນຫົວໂລ້ງ ບ້ານ ປາກຮາວນຳເດີ໋ ເພາະອາຫານທັງ2ຢ່າງນີ້ລ້ວນແຕ່ເປັນອາຫານພື້ນເມືອງຂອງບໍ່ແກ້ວຖ້າໃຜມາແລ້ວບໍ່ໄດ້ໄປກິນເຂົ້າຊອຍນ້ຳເກິ່ງຖືວ່າຍັງມາບໍ່ຮອດບໍ່ແກ້ວເທື່ອເດີ໋  ຢ່າລືມຢ່າພາດມາທ່ຽວຊົມກັນເດີ໋.   ຂໍອະໄພທີ່ຂໍ້ມູນພິດພາດ
Delicious Digg Fark Twitter