ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ການບໍ່ມີໃຜຈັກຄົນ ຍ່ອມດີກວ່າ... ການຮັບຄົນບໍ່ດີເຂົ້າມາໃນຊີວິດ

ຊີວິດຂອງແຕ່ລະຄົນ ຕ່າງມີບາດແຜ “ເຊື່ອງ“ ຢູ່ຂ້າງໃນບໍ່ຄືກັນ

ໂລກຄວາມຈິງ ບາງທີມານຍາກວ່າໂລກຄວາມຝັນ

ເພາະບາງເທື່ອ ເຮົາບໍ່ຮູ້ວ່າແມ່ນຫຍັງຄືຄວາມຈິງ

ບາງຄົນຢູ່ໄກກັນ ຫົວໃຈສຳຜັດເຖິງກັນ

ບາງຄົນຢູ່ຊິດໃກ້ ຫົວໃຈຫ່າງເກີນຄວ້າເຖິງ

ການມີໄລຍະຫ່າງທີ່ພໍເໝາະ ເພື່ອໃຫ້ຄວາມຄິດເຖິງທຳງານ

ດີກວ່າການຢູ່ໃກ້ກັນຫຼາຍເກີນໄປ ຈົນສ້າງຄວາມອືດອັດໃຈ

ຖ້າຈົມຢູ່ກັບຄວາມເຈັບປວດຕະຫຼອດເວລາ

ແລ້ວຈະຫາຄວາມສຸກໃນຊີວິດໄດ້ແນວໃດ

ເຮົາສາມາດດຳເນີນຊີວິດຢ່າງມີຄວາມສຸກ ຖ້າຮູ້ຈັກ “ປ່ອຍວາງ“

ຄວາມຜິດພາດ ແລະຄວາມເຈັບປວດໃນອາດີດ

ເກີດມາລຳພັງ ໄປລຳພັງ ຢ່າຍືດຕິດຫຍັງຫຼາຍ

ເພາະບໍ່ມີຂອງຂ້ອຍ ຂອງເຈົ້າ ສຸດທ້າຍ ... ບໍ່ມີຫຍັງເປັນຂອງເຮົາ

ການຕັດບາງຢ່າງທີ່ບໍ່ດີອອກຈາກຊີວິດ

ຄືການຕັດເນື້ອຮ້າຍອອກຈາກຮ່າງກາຍ

ຄວາມຮັກບໍ່ແມ່ນພຽງເລື່ອງຫົວໃຈ ແຕ່ກ່ຽວເຖິງສະໝອງນຳ

ເພາະຄົນທີ່ ແມ່ນ ... ຄືຄົນທີ່ ບໍ່ແມ່ນ ນ້ອຍທີ່ສຸດ

ຄວາມຮັກບໍ່ແມ່ນການຂາຍເຄື່ອງ ບໍ່ຕ້ອງປະເມີນຜົນກຳໄລຫຼືຂາດທືນ

ຄົນຮັກ....

ບໍ່ຈຳເປັນຕ້ອງເປັນຄົນດີທີ່ສຸດໃນສາຍຕາໃຜ

ພຽງແຕ່... ເປັນຄົນທີ່ຮັກແລະເຂົ້າໃຈເຮົາທີ່ສຸດ

ເທົ່ານັ້ນພໍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອ່ານໃຫ້ຄົບເດີ...ມັນອາດຈະເຮັດໃຫ້ຄວາມຄີດດີຂື້ນ (ຫຼືບໍ່?)

1. ຄົນເຮົາມີຄວາມຮູ້ສືກຮັກ ມັກ ຄຽດ ເສົ້າ ບໍ່ຕ່າງກັນ

ຂື້ນຢູ່ກັບວ່າເວລາໃດມັນຈະສະແດງອອກມາຫຼາຍໜ້ອຍພຽງໃດເທົ່ານັ້ນ “ຄົນທີ່ຈະຫົວໄດ້ສຽງດັງ ຂ້າງໃນຄົງຕ້ອງຍິ້ມແດ່ພໍສົມຄວນ ຄົນທີ່ນ້ຳຕາຈະໄຫຼໄດ້ ຂ້າງໃນຄົງມີເລື້ອງປວດໃຈ... ຖ້າບໍ່ນັບການຮ້ອງໄຫ້ທີ່ມາຈາກຄວາມປິຕິຍິນດີ“

2. ໂລກສອນມະນຸດວ່າທຸກສີ່ງຕ້ອງມີການປ່ຽນແປງ...ແຕ່ໂລກກໍ່ກັບສອນໃຫ້ມະນຸດຜູກພັນ

3. ຄົນທີ່ຕະຫຼົກຫົວສົດໃສ ກໍ່ຄືຄົນດຽວກັບຄົນທີ່ສາມາດຮ້ອງໄຫ້ຟູມຟາຍໄດ້ ພຽງແຕ່ເຈົ້າຈະໄດ້ເຫັນຫຼືບໍ່ເທົ່ານັ້ນ ອາດຈະເຄີຍໄດ້ຍິີນວ່າ “ຄົນທີ່ຫົວໄດ້ດັງທີ່ສຸດ ກໍ່ຄືຄົນທີ່ສາມາດຮ້ອງໄຫ້ດັງທີ່ສຸດເຊັ່ນກັນ“

4. ເດັກນ້ອຍ ຈະເບີ່ງວ່າຜູ້ໃຫ່ຍຊີລຽສ໌ ໃນຂະນະທີ່ຜູ້ໃຫ່ຍຈະບອກວ່າ ເດັກນ້ອຍບໍ່ມີສາລະ ເພາະເດັກນ້ອຍບໍ່ເຄີຍເປັນຜູ້ໃຫ່ຍມາກ່ອນ ມື້ໜື່ງເຂົາຄົງຈະຮູ້ວ່າ ເປັນຫຍັງເຖິງຕ້ອງມີເລື້ອງຊີລຽສ໌ ສຳລັບຜູ້ໃຫ່ຍເຊີ່ງໄດ້ຜ່ານໄວເດັກມາແລ້ວອາດຈະລືມໄປວ່າ ວັນທີ່ຜ່ານມາ “ ສາລະ “ ໃນຊີວິດຂອງເຂົາ ຄືຫຍັງ

5. ຄອບຄົວມັກຈະລ້ຽງລູກຜູ້ຍິງໃຫ້ເປັນຝ່າຍຖືກເລືອກ ຄອຍສັ່ງສອນໃຫ້ເຮັດຕົວຮຽບຮ້ອຍ ບໍ່ຢ່າງນັ້ນຈະບໍ່ມີໃຜເລືອກໄປເປັນຄູ່ຄອງ...ແຕ່ຄວາມຈິງແລ້ວຜູ້ຊາຍແລະຜູ້ຍິງ ເຮົາຕ່າງເລືອກເຊີ່ງກັນແລະກັນຫຼາຍກວ່າ

6. ໝູ່ທີ່ດີທີ່ສຸດ ຄືຄົນທີ່ເຈົ້າສາມາດນັ່ງຢູ່ແຄມລະບຽງນຳກັນໂດຍບໍ່ເວົ້າຫຍັງກັນຈັກຄຳ ແຕ່ສາມາດຍ່່າງຈາກໄປ ດ້ວຍຄວາມຮູ້ສືກຄືໄດ້ລົມກັນຢ່າງປະທັບໃຈທີ່ສຸດ

7. ໃຜຫຼາຍຄົນບໍ່ກ້າເຂົ້າໄປປອບໃຈໃຫ້ຄຳປືກສາກັບໝູ່ເພາະຄິດວ່າເຮົາບໍ່ຮູ້ຈະບອກເຂົາແນວໃດ ເພາະເຮົາເປັນພຽງໝູ່...ແຕ່ຄວາມຈິງແລ້ວເຈົ້າເປັນຕັ້້ງໝູ່ຕ່າງຫາກ

8. ຜູ້ຊາຍທີ່ຮ້ອງໄຫ້ ແລະຍອມຮັບວ່າຕົວເອງຮ້ອງໄຫ້ເຂົາຄືສຸພາບບູລຸດທີ່ສຸດ ຢ່າງນ້ອຍການຊື່ສັດກັບຄວາມຮູ້ສືກຂອງຕົວເອງ...ຄືຄວາມກ້າຫານສຸດຍອດ

9. ກ່ອນທີ່ມື້ນີ້ ເຈົ້າຈະເຮັດຄວາມຮູ້ຈັກກັບຜູ້ຄົນໃຫ່ມໆ ຢ່າລືມສຳຫຼວດຕົວເອງກ່ອນວ່າ ໃນຊ່ວງເວລາທີ່ຜ່ານມາ... ເຮັດໃຫ້ໃຜຫຼົ່ນຫາຍໄປຈາກຊີວິດຫຼືບໍ່

10. ເງີນບໍ່ແມ່ນພະເຈົ້າ ແຕ່ເຮັດໃຫ້ເຮົາມີທາງເລືອກຫຼາຍຂື້ນ

11. ມີສະຕິ ສະຕັງຢູ່ ກໍ່ຫາເວລາໄປໃຊ້ແດ່ ອີກໜ້ອຍບໍ່ມີສະຕິສະຕັງ... ກໍ່ສາຍໄປເສຍແລ້ວ

12. ເວລາທີ່ເຮົາຮັກໃຜ ເຮົາຈະຮູ້ສືກຕົວນ້ອຍ ເຫຼືອເກີນ...ເວລາໃຜຮັກເຮົາ ເຮົາຈະຮູ້ສືກຕົວໃຫ່ຍເຫຼືອເກີນ...ແຕ່ຖ້າເຮົາເຈີະຄົນທີ່ເຮົາຮັກເຂົາແລະເຂົາກໍ່ຮັກເຮົາ ເຮົາຈະປ່ຽນກັນຕົວນ້ອຍກັບຕົວໃຫ່ຍ

13. ມື້ທີ່ເຈົ້າເຂັ້ມແຂງແລະແຂງແຮງພໍ ຢ່າລືມເປັນຜູ້ຟັງທີ່ດີໃຫ້ກັບຄົນທີ່ມີບັນຫານຳ “ເອົາບ່າໄຫລ່ໃຫ້ເຂົາເພີ່ງ ເອົາມືໃຫ້ເຂົາຈັບ“.... 100 ຄຳເວົ້າດີ ດີ ບໍ່ເທົ່າກັບ 1 ສຳຜັດທີ່ມີຄ່າດ໋ອກ

14. ເຈົ້າຮູ້ບໍ່ວ່າ ອາຍຸຄົນເຮົາສະເລ່ຍ 76 ປີ ນັ້ນຄືພຽງ3,952 ອາທິດເທົ່ານັ້ນເຈົ້າໝົດເວລາໄປກັບການນອນເຖິງ 1317 ອາທິດ ເຊີ່ງເທົ່າກັັບວ່າເຈົ້າເຫຼືອເວລາທີ່ໃຊ້ດຳເນີນຊີວິດພຽງ 2,635 ອາທິດເທົ່ານັ້ນເອງ

15. ລອງສະຫຼອງວັນເກີດກັບຄອບຄົວຈັກປີ ແລ້ວເຈົ້າຈະໄດ້ຮູ້ວ່າ ເມື່ອຕອນທີ່ເຈົ້າຮ້ອງໄຫ້ໃນວັນເກີດວັນທຳອິດ ຄົນໃນຄອບຄົວເຈົ້າມີຄວາມສຸກກັນຂະໜາດໃດ...

          ຫວັງວ່າທຸກຄົນອາດຮູ້ສືກຄືຂ້ອຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄົນໂງ່ ພ່ຳເພີ້ກັບອາດີດທີ່ປ່ຽນແປງບໍ່ໄດ້

ມັກມີຄວາມຄິດຖອຍຫຼັງທັ້ງໆ ທີ່ຊີວິດຕ້ອງກ້າວໄປຂ້າງໜ້າ

ຈື່ງຂັດແຍ້ງກັບຄວາມເປັນຈິງແຫ່ງໂລກຢູ່ເນື່ອງໆ

ຄົນສະຫຼາດ ເພີ້ເຈີ້ຢູ່ກັບອານາຄົດທີ່ຍັງບໍ່ແທ້ຈິງ

ມັກມີຄວາມຄາດຫວັງອັນຍິ່ງໃຫ່ຍແຕ່ເປັນໄປໄດ້ນ້ອຍ

ຈື່ງຮູ້ສືກບໍ່ພື່ງພໍໃຈກັບໂລກແຫ່ງຄວາມຈິງທີ່ເປັນຢູ່ຕະຫຼອດເວລາ

ຄົນເຈົ້າປັນຍາ ຍ່ອມຢືນຢູ່ບົນປະຈຸບັນ

ແລ້ວຍືດອາດີດ ປັດຈຸບັນ ອານາຄົດ ໃຫ້ເປັນເສັ້ນຊື່ດຽວກັນ

ເອົາພະລັງແຫ່ງອາດີດມາສ້າງປັດຈຸບັນໃຫ້ສົມບູນເພື່ອສານສ້າງອະນາຄົດທີ່ງົດງາມ

ຈື່ງດຳລົງຢູ່ຢ່າງມີຄວາມໝາຍ ມີຄວາມຫວັງ ແລະມີໂອກາດສຳເລັດໃຫ່ຍຫຼວງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂະນະທີ່ຄູກຳລັງສອນນັກຮຽນຂອງເຂົາໃນ

ຫົວຂໍ້ການຈັດການກັບຄວາມດັນແລະ

ຄວາມຄຽດ


ຄູໄດ້ຢິບຈອກແກ້ວໜ່ວຍໜື່ງຂື້ນມາແລະຖາມນັກຮຽນ

ວ່າ “ພວກເຈົ້າຄິດວ່າຈອກແກ້ວໜ່ວຍນີ້ໜັກຊ່ຳໃດ“


ຄຳຕອບຂອງນັກຮຽນມີຕັ້ງແຕ່

20 ກຣັມ ເຖິງ 500 ກຣັມ


“ມັນບໍ່ໄດ້ຂື້ນຢູ່ກັບນ້ຳໜັກທີ່ແທ້ຈິງຂອງຈອກແກ້ວວ່າໜັກ

ຊ່ຳໃດ ແຕ່ຂື້ນຢູ່ກັບວ່າເຈົ້າຈັບມັນໄວ້ດົນປານໃດ“


ຖ້າຄູຈັບມັນໄວ້ພຽງໜື່ງນາທີ ກໍ່ບໍ່ມີບັນຫາຫຍັງ


ຖ້າຄູຈັບມັນໄວ້ໜື່ງຊົ່ວໂມງ ແຂນຂອງຄູກໍ່ຈະປວດ


ຖ້າຄູຈັບມັນໄວ້ໜື່ງມື້ ພວກເຮົາຕ້ອງເອີ້ນລົດພະຍາບານ ຮາຮາ....


“ເຖິງວ່າທີ່ຈິງຈະເປັນນ້ຳໜັກດຽວກັນ ແຕ່ແຮງຈັບມັນໄວ້ດົນຊ່ຳໃດ

ມັນກໍ່ແຮງໜັກ ຫຼາຍຂື້ນເທົ່ານັ້ນ“


“ຖ້າເຮົາແບກພາລະ (ຄວາມທຸກ ຄວາມໜັກໃຈ ...)

ຂອງເຮົາໄວ້ຕະຫຼອດເວລາ ບໍ່ຊ້າກໍ່ໄວ ພາລະນັ້ນຈະແຮງ

ໜັກຂື້ນຈົນເຮົາຈະບໍ່ສາມາດແບກມັນໄວ້ໄດ້ອີກ“


ດັ່ງນັ້ນສິ່ງທີ່ເຈົ້າຕ້ອງເຮັດຄື ວາງຈອກນັ້ນລົງສາ

ແລ້ວພັກຈັກໄລຍະ ກ່ອນຈະຈັບມັນຂື້ນໃໝ່ອີກຕື່ມ


ເຮົາຈະຕ້ອງວາງສິ່ງເຮົາແບກໄວ້ລົງເປັນໄລຍະ ເຮົາຈື່ງຈະ

ສາມາດຟື້ນພະລັງຂື້ນມາໃໝ່ ແລະສາມາດແບກມັນໄດ້ອີກຕື່ມ


ດັ້ງນັ້ນກ່ອນເຈົ້າຈະກັບບ້ານໃນຄືນນີ້ ຈົ່ງວາງພາລະຂອງເຈົ້າລົງ


ຢ່າພາມັນກັບໄປບ້ານນຳ ເຈົ້າສາມາດ

ຍົກມັນຂື້ນມາໃໝ່ໄດ້ໃນມື້ຕໍ່ໄປ


ບໍ່ວ່າຈະເປັນພາລະໃດກໍ່ຕາມທີ່ເຈົ້າແບກຢູ່ໃນຕອນນີ້ ວາງມັນລົງ

ຈັກໜ່ອຍໜື່ງ ຖ້າຈົ້າເຮັດໄດ້


ຄ່ອຍຍົກມັນຂື້ນມາໃໝ່ເມື່ອເຈົ້າໄດ້ພັກແລ້ວ


ຊີວິດເຮົານັ້ນສັ້ນຫຼາຍ ຈົ່ງມີຄວາມສຸກກັບມັນ!!