ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຈົ່ງຍິ້ມໃຫ້ກັບຄວາມຫວັງ ແລະເພີ່ມພະລັງໃຫ້ກັບຊີວິດ

...ບໍ່ມີໃຜເກີດມາບໍ່ມີຄ່າ ແມ້ແຕ່ຄົນໂງ່ຈ້າທີ່ສຸດຍັງສະຫຼາດໃນບາງເລື່ອງແລະຄົນສະຫຼາດທີ່ສຸດ ກໍ່ຍັງໂງ່ຈ້າໃນຫຼາຍເລື່ອງ...

...ບໍ່ມີແມ່ນຫຍັງເສຍເວລາໄປຫຼາຍກວ່າ ການຄິດທີ່ຈະຢ້ອນກັບໄປແກ້ໄຂອະດີດ ບໍ່ເຄີຍມີຫຍັງຊ້າເກີນໄປ ທີ່ຈະເຮັດໃຫ້ສີ່ງທີ່ຕົນຝັນ...

...ຄົນທີ່ບໍ່ເຄີຍຫີວ ຍ່ອມບໍ່ຊາບຊື້ງລົດຊາດຂອງຄວາມອີ່ມ ຄວາມສຳເລັດທີ່ຜ່ານຄວາມລົ້ມເຫຼວ ຍ່ອມຫອມຫວານກວ່າເກົ່າ...

...ອັນຕະລາຍທີ່ສຸດຂອງຊີວິດຄົນເຮົາຄື ການຄາດຫວັງ ຢ່າຍອມແພ້ ຖ້າຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່ ເຫດຜົນຂອງຄົນໆໜື່ງ ອາດບໍ່ແມ່ນເຫດຜົນຂອງຄົນອີກຄົນໜື່ງ ຖ້າເຈົ້າບໍ່ລອງກ້າວເດີນ ເຈົ້າຈະບໍ່ມີທາງຮູ້ເລີຍວ່າ ທາງຂ້າງໜ້າເປັນແນວໃດ

...ບັນຫາທຸກຢ່າງລ້ວນຢູ່ທີ່ຕົວເຮົາທັງໝົດ ຍິນດີກັບສີ່ງທີ່ໄດ້ມາ ແລະຍອມຮັບກັບສີ່ງທີ່ເສຍໄປ ຫຼັງພາຍຸຜ່ານໄປ ຟ້າຍ່ອມສົດໃສສະເໝີ ມີແຕ່ມື້ນີ້ທີ່ມີຄ່າ ບໍ່ມີວັນໜ້າ ວັນຫຼັງ...

...ຄົນເຮົາບໍ່ຕ້ອງເກ່ງໄປທຸກຢ່າງ ແຕ່ຈົ່ງສະນຸກກັບວຽກງານທຸກຢ່າງ ທີ່ໄດ້ເຮັດ...

...ຫົວໃຈຂອງການເດີນທາງບໍ່ໄດ້ຢູ່ທີ່ຈຸດໝາຍ ແຕ່ຢູ່ທີ່ປະສົບການສອງຂ້າງທາງ...ຫຼາຍກວ່າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

“ຕອນທີ່...ທີ່ແຕກຕ່າງ“

ຕອນທີ່...ເຈົ້າກິນຖິ້ມກິນຂ່ວາງ ບາງຄົນອົດຕາຍ

ຕອນທີ່...ເຈົາລະຖິ້ມໂອກາດ ບາງຄົນຫວັງແຕ່ພຽງໄດ້ໂອກາດຈັກຄັ້ງໜື່ງ

ຕອນທີ່...ເຈົ້າຊື້ເກີບສົ້ນສູງລາຄາແພງ ບາງຄົນບໍ່ມີເກີບໃສ່

ຕອນທີ່...ເຈົ້າບໍ່ຢາກກັບເຮືອນ ບາງຄົນບໍ່ມີເຮືອນໃຫ້ກັບ

ຕອນນີ້ເຮົາທຸກຄົນກຳລັງເຮັດຫຍັງຢູ່?

ເຮົາຕ່າງມີສີ່ງທີ່ຕ້ອງເລືອກ ຕ້ອງເຮັດຕ້ອງທຳກັນຈົນຫວຸ້ນວາຍ ແມ່ນຫຍັງຕ່າງໆຫຼາກຫຼາຍວົນວຽນເຂົ້າມາໃນຊີວິດ “ເຮົາ“

ຕອນທີ່ເຮົາຕ່າງໄຂ່ວຄ້ວາຫາສີ່ງທີ່ຕ້ອງການຢ່າງບໍ່ຮູ້ຈົບສີ້ນ

“ເວລາ“ ໝູນໄປເລື້ອຍໆ ມັນບໍ່ໄດ້ເວົ້າ ເຕືອນເຮົາດ໋ອກວ່າມັນບໍ່ຖ້າເຮົາ

ເວລາ ໝູນ...ໝູນໄປ...ໝູນໄປເລື້ອຍໆ

ເຮົາທຸກຄົນຕ່າງຄິດວ່າ “ເຮົາຕ່າງກໍ່ມີເວລາ“

ມີຈັກເທື່ອທີ່ເຮົາມານັ່ງຄິດວ່າ “ເວລາທີ່ເຮົາມີ..ເຫຼືອເທົ່າໃດແລ້ວ?“

ຈົ່ງຢ່າເອົາໝູນໄປຂ້າງໜ້າເຊັ່ນເວລາ

ຈົ່ງໃຊ້ເວລາທີ່ “ເຫຼືອ“ ຢູ່ໃຫ້ຄຸ້ມຄ່າ

ຫຼຽວເບີ່ງໃຜບາງຄົນທີ່ຄອຍພະຍຸງຊ່ວຍເຫຼືອເຮົາສະເໝີມາ

ຢ່າໃຊ້ເວລາທີ່ເຫຼືອຢູ່ຄອຍຢ້ຳເຕືອນອາດີດ

ຈົ່ງໃຊ້ເວລາເຮັດສີ່ງທີ່ດີກວ່າໃນອາດີດ

ຍາມເຈົ້າເມື່ອຍໃຫ້ເຈົ້າລອງເບີ່ງຄົນທີ່ເມື່ອຍກວ່າເຈົ້າ

“ຢ່າລືມວ່າ...

ຕອນທີ່...ເຈົ້າກຳລັງສຸກ ບາງຄົນກຳລັງທຸກ

ຕອນທີ່...ເຈົາກຳລັງທຸກ ບາງຄົນທຸກກວ່າເຈົ້າ“

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ບາງທີ...

 

ຂ້ອຍເຄີຍຕັ້ງຄຳຖາມກັບຕົວເອງວ່າ ແມ່ນຫຍັງຄືເປົ້າໝາຍໃນຊີວິດ

 

ຄວາມສຳເລັດໃນໜ້າທີ່ການງານຄວາມລ້ຳລວຍຮັ່ງມີ

 

ຄວາມມີຊື່ສຽງໄດ້ຮັບການຍອມຮັບ

 

ການມີສຸຂະພາບສົມບູນ

 

ມີໝູ່ເພື່ອນທີ່ດີ ມີຄອບຄົວທີ່ອົບອຸ່ນ

 

ເບີ່ງແລ້ວມັນຈະມີຫຼາຍຢ່າງເຫຼືອເກີນ

 

ຈົນບໍ່ແນ່ໃຈວ່າ

 

ຈະຫາມັນມາໄດ້ທັນພາຍໃນ 1 ຊີວິດນີ້ຫຼືບໍ່

 

ຂ້ອຍຈື່ງຕັ້ງເປົ້າໝາຍໃຫ້ຊີວິດຕົວເອງເສຍໃຫ່ມ

 

ໂດຍທີ່ເປົ້າໝາຍນັ້ນບໍ່ເປັນສິ່ງທີ່ໄກເກີນໄຄ່ວຄວ້າ

 

ຫຼືເປັນສິ່ງທີ່ມືເອື້ອມເຖິງ

 

ຕັ້ງເປົ້າໝາຍໃຫ້ໄກພໍ

 

ທີ່ຈະບໍ່ເຮັດໃຫ້ແຮງໃຈໃນຊີວິດເດີນຢ້ຳຢູ່ກັບທີ່

 

ແລະຕັ້ງເປົ້າໝາຍນັ້ນໃຫ້ໃກ້ພໍ

 

ທີ່ຄວາມພະຍາຍາມຂອງເຮົານັ້ນ

 

ສາມາດເດີນທາງໄປເຖິງໄດ້ໃນມື້ຂ້າງໜ້າ

 

ບາງທີຄວາມສຳເລັດໃນຊີວິດ

 

ກໍ່ບໍ່ໄດ້ໝາຍເຖິງການມີທຸກສິ່ງ ທຸກຢ່າງຄົບໝົດ

 

ຂໍພຽງໃຫ້ເຮົາໄດ້ມີພຽງບາງສິ່ງ

 

ທີ່ເປັນສີ່ງທີ່ເຮົາຕ້ອງການແທ້ໆ

 

ກໍ່ໜ້າຈະພຽງພໍແລ້ວ!!!

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ໃນແວ່ນທີ່ຂ້ອຍແຍງຢູ່ນັ້ນ......

ຂ້ອຍ.....

ເຫັນຂ້ອຍ......

ນ້ຳໜັກເທົ່າຂ້ອຍ

ແຕ່ງຕົວຄືຂ້ອຍ

ຍິ້ມພ້ອມຂ້ອຍ....

ແລະ....

ຮ້ອງໄຫ້ພ້ອມຂ້ອຍ......

ເບິ່ງຄືເຮົາ

ຄືກັນຫຼາຍ.....

ແຕ່ວ່າ....

ມືຂວາຂອງຂ້ອຍ......

ກັບບໍ່ແມ່ນ

ຂ້າງຂວາຂອງເຂົາ.....

ຫົວໃຈ

ຊ້າຍຂອງຂ້ອຍ.....

ກັບຢູ່ຂ້າງຂວາ

ຂອງເຂົາ....

ເຮົາ....ກັບ....ເຮົາ

ຍັງບໍ່ຄືກັນ.

ແລ້ວ....

ຈະຫວັງແມ່ນຫຍັງ

ກັບຄົນອື່ນ

ໃຫ້ຄືເຮົາ....

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄົນເຮົາມັກເບິ່ງບໍ່ເຫັນຂອງດີທີ່ຄົນມີຢູ່ຈົນເມື່ອສູນເສຍມັນໄປແລ້ວ

ບໍ່ເຫັນຄຸນຄ່າຂອງວຽກ ຈົນກະທັ້ງບໍ່ມີວຽກເຮັດ

ບໍ່ເຫັນຄຸນຄ່າຄົນຮັກ (ທີ່ເຮົາວ່າບໍ່ເພີຮ໌ເຟັກ)

ຈົນກະທັ້ງເຂົາໄປກັບຄົນອື່ນ

ບໍ່ເຫັນຄຸນຄ່າຂອງພໍ່ແມ່ (ທີ່ເຮົາວ່າຂີ້ຈົ່ມ) ຈົນກະທັ້ງໄປງານສົບຂອງເພິ່ນ

ສິ່ງທີ່ຄົນຈຳນວນຫຼາຍເລືອກເຮັດຄື ຈົ່ມວ່າຕົນເອງບໍ່ມີຄວາມສຸກ ບໍ່ປະສົບຄວາມສຳເລັດ

ບໍ່ລວຍ ບໍ່ໄດ້ເປັນເຈົ້າຂອງສິ່ງນັ້ນສິ່ງນີ້ ແລະເອີ່ຍປະໂຫຍກຍອດຮິດວ່າ

“ມັນບໍ່ຍຸດຕິທຳເລີຍ“

ບາງທີ ທຸກເທື່ອທີ່ເຮົາຮູ້ສືກວ່າໂລກບໍ່ມີຄວາມຍຸດຕິທຳ ກ່ອນທີ່ເຮົາຈະຈົ່ມ

ລອງເບີ່ງຕົວເຮົາເອງດີໆ ເຮົາຈະພົບວ່າ ເຮົາມີຫຍັງດີ ຫຼາບຢ່າງທີ່ຄົນອື່ນບໍ່ມີ

ເຮົາສາມາເຮັດ “ໜື່ງມື້ດຽວກັນ“ ຂອງເຮົາໃຫ້ມີຄວາມໝາຍໄດ້

ກໍ່ຕໍ່ເມື່ອເຮົາເຫັນຄຸນຄ່າຂອງສິ່ງທີ່ເຮົາມີ ແລະໃຊ້ມື້ນີ້

ມື້ທຳອິດຂອງມື້ທີ່ເຫຼືອຢ່າງຄຸ້ມຄ່າທີ່ສຸດ

ເພາະມື້ທຳອິດຂອງຊີວິດທີ່ເຫຼືອນີ້ຊ່າງສັ້ນເຫຼືອເກີນ

ແລະເພາະເຮົາບໍ່ມີທາງຮູ້ວ່າເຮົາມີ  “ມື້ທຳອິດຂອງມື້ທີ່ເຫຼືອ” ຢູ່ອີກຈັກມື້

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

“ຢ່າຄິດວ່າສູນເສຍແລ້ວຊີວິດຈະຕ້ອງເປັນສູນ ເຮົານັບໜື່ງໃໝ່ໄດ້ສະເໝີຖ້າເຮົາຄິດຈະນັບຊະຢ່າງ“

ຖ້າສິ່ງທີ່ເຮົາຄາດຫວັງ...ບໍ່ເປັນດັ່ງຫວັງຖ້າສິ່ງທີ່ເຮົາພະຍາຍາມທຸ່ມເທເຮັດສຸດແຮງ ກາຍແຮງໃຈບໍ່ປະສົບຜົນສຳເລັດ ຖ້າສິ່ງທີ່ບໍ່ເຄີຍຄາດຄິດມາກ່ອນວ່າຈະເກີດຂື້ນມັນກໍ່ເກີດຂື້ນແລະໄດ້ສ້າງຄວາມເຈັບ ຊ້ຳຈົນເຮັດໃຫ້ເຮົາຕ້ອງຈົມຢູ່ກັບຄວາມທຸກ

ເຮົາກຳລັງກ້າວສູ່ “ຊີວິດທີ່ເປັນຈິງ“ ແລ້ວແລະ ເພາະຄວາມເປັນຈິງຂອງຊີວິດ ຈະສອນໃຫ້ເຮົາຮູ້ຈັກຍອມຮັບຄວາມພ່າຍແພ້ສອນໃຫ້ເຮົາຮູ້ຈັກສູນເສຍນ້ຳຕາ ເພື່ອທີ່ຈະໄດ້ຮອຍຍິ້ມຄືນກັບມາເປັນລາງວັນຕອບແທນແຕ່ມັນກໍ່ບໍ່ເຄີຍເຮັດໃຫ້ໃຜໝົດສິ້ນຄວາມຫວັງ ໝົດສິ້ນພະລັງແລະກຳລັງໃຈໄປກັບຄວາມພ່າຍແພ້ ພຽງແຕ່ຄວາມເປັນຈິງສອນໃຫ້ພວກເຮົາທຸກຄົນຮູ້ວ່າ

............ຢ່າພຽນສ້າງຄວາມຫວັງ ແຕ່ໃຫ້ເຊື່ອໝັ້ນໃນຄວາມຫວັງ.................

ເພາະຄວາມເຊື່ອໝັ້ນຈະນຳພາເຮົາໄປພົບກັບ   “ຫົນທາງສູ່ຄວາມສຳເລັດ“

ເຖິງວ່າຈະຕ້ອງຝ່າຟັນແມ່ນຫຍັງອີກຫຼວງຫຼາຍກວ່າມື້ນີ້

ເຖິງວ່າຈະຕ້ອງລົ້ມລົງອີກຈັກກີ່ເທື່ອ

ເຖິງວ່າຈະຕ້ອງຜິດຫວັງຢ່າງແຮງອີກຈັກຫົນກໍ່ຕາມ

ປ່ອຍໃຫ້ຊີວິດຜິດພາດແດ່ ປ່ອຍໃຫ້ຄວາມຄາດຫວັງໄດ້ເຈິະກັບຄວາມຜິດຫວັງ ປ່ອຍໃຫ້ຄວາມຝັນກາຍເປັນຝັນລອຍກາງອາກາດ ປ່ອຍໃຫ້ແມ່ນຫຍັງຈະເກີດກໍ່ໃຫ້ມັນເກີດ ເຖິງວ່າເກີດຂື້ນແລ້ວຈະຊົ່ວຮ້າຍກັບຊີວິດກໍ່ຕາມ ເພາະທຸກໆຢ່າງທີ່ເກີດຂື້ນ ຈະຊ່ວຍສອນແລະຊ່ວຍເປັນບົດຮຽນອັນລ້ຳຄ່າໃຫ້ແກ່ຊີວິດ ທີ່ຫາບ່ອນໃດບໍ່ໄດ້ອີກແລ້ວໃນໂລກໃບນີ້

“ບໍ່ມີຫຍັງທີ່ຢູ່ກັບເຮົາຕະຫຼອດຊີວິດ ທຸກຢ່າງມັນກໍ່ຖ້າເວລາຈາກເຮົາໄປທັງນັ້ນ ເຊື່ອວ່າຖ້າຊີວິດຄົນເຮົາບໍ່ຍືດຕິດ ບໍ່ຕ້ອງແຂວນຊີວິດໄວ້ກັບຄວາມຄາດຫວັງ ເວລາທີ່ເຮົາສູນເສຍ ຫຼືເວລາທີ່ເຮົາຕ້ອງເຈີະກັບຄວາມລົ້ມເຫຼວ ເຮົາຄົງມີພູມຕ້ານທານຫຼາຍພໍທີ່ຈະເອົາໄວ້ສູ້ກັບຄວາມທໍ້ແທ້ ຢ່າຄິດວ່າສູນເສຍແລ້ວຊີວິດຈະຕ້ອງເປັນສູນ ເພາະວ່າເຮົານັບໜື່ງໃໝ່ໄດ້ສະເໝີຖ້າເຮົາຄິດທີ່ຈະນັບຊະຢ່າງ ບໍ່ມີຫຍັງໃນໂລກທີ່ໜ້າຢ້ານ ແລະບໍ່ຈຳເປັນຕ້ອງຢ້ານກັບຄວາມເປັນຮອງຂອງຊີວິດ“

           “ມີພົບກໍ່ຕ້ອງມີຈາກ ມີໄດ້ກໍ່ຕ້ອງມີເສຍ ແລະມີສຸກກໍ່ຕ້ອງມີທຸກເປັນສັດຈະທຳ“

ເມື່ອໃດທີ່ເຮົາໄດ້ຮູ້ຈັກສຳຜັດ ແລະໄດ້ຮຽນຮູ້ກັບຊີວິດທັງສອງດ້ານ ເມື່ອນັ້ນເຮົາຈະບໍ່ຮູ້ສືກເສຍດາຍຖ້າເຮົາໄດ້ມີໂອກາດລົ້ມທັງຢືນ ແຕ່ເຮົາຈະເສຍໃຈໄປຕະຫຼອດຊີວິດຖ້າເຮົາບໍ່ສາມາດຜ່ານຄວາມລົ້ມເຫຼວທີ່ຜ່ານເຂົ້າມາໄດ້

ມີຄົນເຄີຍບອກເອົາໄວ້ວ່າ....

ການຕັ້ງຄວາມຫວັງ ຄືການສ່ຽງກັບຄວາມເຈັບປວດ

ການພະຍາຍາມ ຄືການສ່ຽງກັບຄວາມລົ້ມເຫຼວ

ແຕ່ແນວໃດກໍ່ຕ້ອງສ່ຽງ ເພາະໃນສິ່ງທີ່ອັນຕະລາຍທີ່ສຸດໃນຊີວິດກໍ່ຄື ການບໍ່ສ່ຽງຫຍັງເລີຍ

“ລົ້ມ“ ລົງຈັກເທື່ອ ຜິດຫວັງມາຈັກຫົນ ລຸກຂື້ນຢືນໃຫ້ໄດ້ ແລ້ວຈັກມື້ເຮົາຈະເຈິະຄວາມສຸກ ເພາະຄວາມສຸກບໍ່ໄດ້ໜີຈາກເຮົາໄປໃສດ໋ອກ ມັນຢູ່ໃກ້ເຮົາພຽງແຕ່ເອື້ອມມືແທ້ໆ ຖ້າເຮົາບໍ່ໄດ້ໄປຕັດສິນວ່າ ໂລກມັນຄວນເປັນແບບທີ່ເຮົາຢາກໃຫ້ເປັນ ແລະບໍ່ໄດ້ຕັ້ງກົດເກນໃຫ້ກັບຕົວເອງຫຼາຍຈົນເກີນໄປ ເວລາຄິດຫຼືເຮັດຫຍັງຈັກຢ່າງແລ້ວມີຂໍ້ບັງຄັບ ມີຂອບ ແລະສ້າງມະໂນພາບຄວາມສຳເລັດໄວ້ລ່ວງໜ້າ ເມື່ອແມ່ນຫຍັງໆ ບໍ່ເປັນໄປຕາມກົດຂອງເຮົາ ເຮົາກໍ່ທຸກ ເຮົາກໍ່ເສຍໃຈ ໄດ້ງ່າຍໆ

ມີຄົນເຄີຍບອກໄວ້ວ່າສິ່ງທີ່ເກີດຂື້ນກັບເຈົ້າ ບໍ່ແມ່ນສິ່ງທີ່ຈະກຳນົດຄວາມສຸກຂອງເຈົ້າ ແຕ່ມັນເປັນຄວາມຄິດຂອງເຈົ້າເອງຕ່າງຫາກ ຄວາມຄິດທີ່ມີຕໍ່ສິ່ງທີ່ໄດ້ເກີດຂື້ນກັບເຈົ້ານັ້ນເອງຈະສຸກຫຼືທຸກກໍ່ຂື້ນຢູ່ທີ່ເຮົາທັງນັ້ນເປັນຄົນກຳນົດ ລົ້ມທັງຢືນແດ່ກໍ່ບໍ່ເສຍຫາຍຫຍັງ ແຕ່ລົ້ມບໍ່ເປັນເລີຍຫັ້ນຕິ......

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຫຼັງຈາກຊາຍຄົນໜື່ງພົບຮັງໄໝຂອງຕົວອອ່ນແມງກະເບື້ອ

ເຂົາເຝ້າຈັບຕາຄວາມຄືບໜ້າມາຕະຫຼອດ

ຈົນກະທັ້ງໄດ້ເຫັນຮອຍແງະ ຂະໜາດນ້ອຍປາກົດຢູ່ທີ່ຜິວພາຍນອກ ຊາຍຄົນນັ້ນຈື່ງນັ່ງລົງ

ແລະເຝົ້າຈັບຕາເບິ່ງຄວາມເຄື່ອນໄຫວຂອງຕົວອອ່ນແມງກະເບື້ອຢູ່ດົນຫຼາຍຊົ່ວໂມງ

ເຂົາເຫັນມັນພະຍາຍາມດີ້ນຮົນຈະພົ້ນຈາກຮູນ້ອຍໆ ຂອງຮັງໄໝໃຫ້ໄດ້

ແຕ່ເມື່ອບໍ່ສຳເລັດ ເຈົ້າຕົວນ້ອຍກໍ່ຢຸດເຄື່ອນໄຫວ

ຄືຈະຍອມຮັບວ່າບໍ່ອາດຂືນເຮັດຫຍັງໄດ້ຫຼາຍໄປກວ່ານັ້ນ

ເມື່ອຕັດສິນໃຈໄດ້ວ່າຈະຊ່ວຍຕົວອອ່ນແລ້ວ....

ຊາຍຄົນນັ້ນຈື່ງຢິບມີດແຊມຂື້ນມາຕັດ ເປີດຊ່ອງຮັງໄໝຈົນກວ້າງພໍທີ່ຕົວອອ່ນຈະສາມາດ

ອອກມາໄດ້ຢ່າງງ່າຍດາຍ

ຕົວອອ່ນແມງກະເບື້ອນ້ອຍຈື່ງອອກມາປະເຊີນໂລກທັ້ງທີ່ສະພາບຮ່າງກາຍບວມກົມ

ກົງກັນຂ້າມກັບປີກທີ່ມີ ຂະໜາດນ້ອຍໜ້ອຍດຽວ!

ແຕ່ເຂົາກໍ່ເຝົ້າຈັບຕາເບິ່ງຕົວອອ່ນນັ້ນຕໍ່ໄປດ້ວຍຄວາມຫວັງວ່າ ອີກບໍ່ດົນ...

ປີກຂອງມັນຈະຂະຫຍາຍໃຫ່ຍຂື້ນ

ແລະແຂງແຮງພໍຈະພະຍຸງຮ່າງກາຍມັນໄດ້ເມື່ອເຖິງເວລາອັນຄວນ

ແຕ່ເມື່ອເວລາຜ່ານໄປ... ກັບບໍ່ມີຫຍັງປ່ຽນແປງ!

ແມງກະເບື້ອນ້ອຍຕ້ອງຍ່າງແລະຄານໄປມາທັ້ງຊີວິດ

ດ້ວຍສະພາບຮ່າງກາຍບວມກົມແລະປີກແຫ້ງ ນ້ອຍທີ່ບໍ່ເຄີຍມີໂອກາດຈະບິນໄດ້

ພາຍໃຕ້ການເບິ່ງແຍງຢ່າງອອ່ນໂຍນຂອງຊາຍຜູ້ຫວັງດີ

ສິ່ງທີ່ຊາຍຄົນນີ້ບໍ່ເຄີຍເຂົ້າໃຈກໍ່ຄື ທຳມະຊາດໄດ້ກຳນົດມາແລ້ວວ່າ

ຕົວອອ່ນຈະອອກໄປປະເຊີນໂລກໄດ້ກໍ່ຕໍ່ເມື່ອ

ຂອງແຫຼວໃນຮ່າງກາຍຫຼົດນ້ອຍລົງຈົນລຳຕົວມີຂະໜາດ ສົມດຸນກັບປີກເທົ່ານັ້ນ

ຈື່ງຈະສາມາດຖອດອອກຈາກຊ່ອງຫວ້າງຂະໜາດນ້ອຍຂອງຮັງໄໝໄດ້ ສຳເລັດ?

ແລະຖ້າຕົວອອ່ນໄດ້ຜ່ານການດິ້ນຮົນຈົນເຖິງເວລານັ້ນ ມັນຈື່ງຈະເຕີບໂຕເປັນ ແມງກະເບື້ອ

ທີ່ພ້ອມໂບຍບິນຈາກຮັງໄດ້ຢ່າງອິດສະຫຼະໂດຍແທ້

ການມີຊີວິດຢູໂດຍບໍ່ ຕ້ອງຜ່ານອຸປະສັກໃດໆ ເລີຍ

ຈື່ງມີແຕ່ຈະເຮັດໃຫ້ເຮົາພິການແລະບໍ່ແຂງແຮງ

ການດິ້ນຮົນຝ່າຟັນອຸປະສັກຕ່າງຫາກທີ່ເປັນຫົວໃຈສຳຄັນຂອງການດຳເນີນຊີວິດ

ເຊິ່ງຈະຊ່ວຍໃຫ້ເຮົາຢືນຢັດຢູ່ໄດ້ຢ່າງແຂງແກ່ງ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຖ້າທໍ້ເປັນພຽງຖ່ານ ຖ້າຜ່ານຈື່ງເປັນເພັດ

ສຳລັບຄົນທີ່ກຳລັງເມື່ອ ຫຼືທໍ້ແທ້

ເພັດມີຄ່າຫຼາຍກວ່າຖ່ານຫຼາຍລ້ານເທົ່າ ທັ້ງໆທີ່ເພັດເປັນທາດຄາບອນຄືກັນ

ໄມ້ຜ່ານການເຜົາ ບໍ່ດົນກໍ່ກາຍເປັນຖ່ານ

ແຕ່ເພັດຜ່າານຄວາມຮ້ອນ ບໍ່ຕ່ຳກວ່າ 5,000 ອົງສາຟາເຮນໄລ

ໄດ້ຮັບຄວາມກົດດັນຫຼາຍກວ່າ 1 ລ້ານປອນຕໍ່ຕາລາງນີ້ວ

ດ້ວຍໄລຍະເວລາອັນຍາວນານ ຈົນກາຍເປັນເພັດ

ເພັດທີ່ເປັນເຄື່ອງປະດັບອັນງົດງາມ

ພ້ອມໆກັບເປັນຂອງທີ່ມີຄວາມແຂງຫຼາຍທີ່ສຸດໃນໂລກ

ຖ້າທ່ານກຳລັງໄດ້ຮັບຄວາມກົດດັນຢູ່ ຈົ່ງອົດທົນ ຈົ່ງອົດທົນ

ຖ້າທ່ານກຳລັງຖືກຫຍ້ຳຖືກສັບຢູ່ ໃຫ້ຄິດວ່າເພີຍງແຕ່ນີ້ວ

ຈະເຮັດໃຫ້ເປົ້າໝາຍເຮົາສັ່ນຄອນໄດ້ຫວະ?

ຖ້າສະຖານະການກຳລັງບີບຄັ້ນ ສະແດງວ່າໄຊຊະນະກຳລັງຖ້າຢູ່ຂ້າງໜ້າ

ຖ້າຍັງຖືກໂຫມກະໜ່ຳອີກໃຫ້ຮູ້ຕົວວ່າ

ທ່ານກຳລັງໃກ້ຈະເປັນເພັດເຕັມທີ່ແລ້ວ...

ໃນສະຖານະການແບບນີ້ ຖ້າຢຸດຄິດພິຈາລະນາຢ່າງມີສະຕິ

ຍ່ອມຈະເກີດປັນຍາພົບຫົນທາງສະຫວ່າງໄດ້ສະເໝີ

ຈົ່ງມຸ່ງໝັ້ນອາດຫານສະຫງ່າງາມ ປຽບຄືດັ່ງເພັດ

ເຖິງເພັດຈະຕົກຢູ່ໃນສະຖາພາວະທຸກຍາກລຳບາກ ອ້າງວ້າງແລະໂດດດ່ຽວ

ແຕ່ເພາະເພັດບໍ່ເຄີຍຫຍໍ້ທໍ້ຕໍ່ສູ້ເລື້ອຍໄປ

ໃຫ້ຖືວ່າທຸກຢ່າງເປັນບົດຮຽນແລະບົດຝືກຕົວເອງສະເໝີ ຈົນການເວລາຜ່ານໄປ

ເພັດຈິ່ງພູມໃຈໃນຕົວຂອງມັນເອງ ແລະດ້ວຍຄວາມອົດທົນເຖິງທີ່ສຸດນັ້ນເອງ

ເພັດຈື່ງເປັນອັນຍະມະນີລ້ຳຄ່າ ຄວນແກ່ການປະດັບມົງກຸດຂອງພະລາຊາຜູ້ຍີ່ງໃຫ່ຍ

ຈາກອາດີດ.... ປັດຈຸບັນ.... ຕະຫຼອດໄປໃນອານາຄົດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ການເລີ່ມຕົ້ນຂອງແຕ່ລະຄົນແຕກຕ່າງກັນ ຂື້ນຢູ່ກັບວ່າພື້ນຖານແນວໃດ ຖ້າເກີດມາພຽບພ້ອມແລ້ວ ໜ້າຈະເລີ່ມຕົ້ນໄດ້ດີກວ່າ ຄົນທີ່ຕ້ອງສະແຫວງຫາຕັ້ງແຕ່ເລີ່ມຕົ້ນ

ຄວາມຈິງທີ່ວ່າ ການເລີ່ມຕົ້ນຂອງແຕ່ລະຄົນນັ້ນແຕກຕ່າງກັນ ແຕ່ເຮົາສາມາດກ້າວຂື້ນໄປທັນຄົນທີ່ຍ່າງໄປກ່ອນໜ້າ ດ້ວຍຄວາມພະຍາຍາມ ມຸ້ງໜັ້ນ ແລະອົດທົນ

ບໍ່ຕ້ອງເສຍໃຈ ຖ້າໄດ້ຕັດສິນໃຈຜິດພາດໄປ ເພາະບໍ່ມີສໃຜ ທີ່ໃນຊີວິດເຮັດແຕ່ສິ່ງທີ່ຖຶກຕ້ອງໄປໝົດ

ການຕັດສິນໃຈ ໝາຍເຖິງ ຄວາມເປັນຕົວຂອງຕົວເອງ ກ້າລົ້ມ.. ເພື່ອລຸກຍ່າງຕໍ່ໄປທາງໜ້າ

ລົ້ມເຫຼວ...ເພາະກ້າຕັດສິນໃຈ ດີກວ່າລົ້ມເຫຼວ...ເພາະບໍ່ກ້າຕັດສິນໃຈ

ເປັນກຳລັງໃຈ.. ໃຫ້ກັນແລະກັນ ເປົ້າໝາຍທີ່ຝັນ... ຈະບໍ່ໄກເກີນໄຂ່ວຄ້ວາ

ກ່ອນຈະຊະນະຄົນອື່ນ ຕ້ອງເອົາຊະນະຕົວເອງໃຫ້ໄດ້ກ່ອນ ກ່ອນທີ່ຈະວ່າຄົນອື່ນ ຕ້ອງເບິ່ງຕົວເອງໃຫ້ດີເສຍກ່ອນ ກ່ອນທີ່ຈະຮູ້ຈັກຄົນອື່ນ ຕ້ອງຮູ້ຈັກຕົວຕົນທີ່ແທ້ຈິງຂອງຕົວເອງເສຍກ່ອນ

ຄວາມຮັກ ບໍ່ໄດ້ແມ່ນດອກໄມ້ງາມ ຮອຍຍິ້ມອອ່ນໂຍນ ແລະສາຍລົມອັນອອ່ນຫວານເທົ່ານັ້ນ

ຖ້າຄວາມຮັກຍັງເປັນສີຂຽວແທ້ຂອງຕົ້ນໄມ້ ກາງແດດຮ້ອນໃນລະດູແລ້ງ ເປັນກອງໄຟໃນຍາມກາງຄືນທີ່ມືດສະນິດ ເປັນມືອົບອຸ່ນທີ່ຊ່ວຍອູບຊູໃນຍາມເດີນທາງໄກ

ເມື່ອມີຄວາມຮັກເປັນກຳລັງໃຈ ຄວາມຍາກລຳບາກທຸກຢ່າງ ກໍ່ບໍ່ມີຄວາມໝາຍ

ເຮົາບໍ່ສາມາດແກ້ໄຂອາດີດ ບໍ່ສາມາດຮູ້ການກະທຳໃນອານາຄົດ ສິ່ງດຽວທີ່ເຮົາປ່ຽນແປງໄດ້ ຄືການກະເຮັດໃນມື້ນີ້ ຊຶ່ງມີຜົນຕໍ່ຕົວເຮົາໃນວັນໜ້າ ເຮັດມື້ນີ້ໃຫ້ເປັນມື້ຂອງເຮົາ ຄິດໃຫ້ດີໃຫ້ຮອບຄອບກ່ອນຈະເຮັດສິ່ງໃດ

ທຸກຄົນຕ້ອງການຄວາມຢູ່ລອດ ແຕ່ຕ້ອງເປັນຄວາມຢູ່ລອດເພື່ອການຍ່າງໄປທາງໜ້າ

ທຸກຄົນຕ້ອງເຄີຍທຸກຍາກລຳບາກ ແຕ່ຕ້ອງໃຊ້ຄວາມທຸກຍາກລຳບາກສອນໃຫ້ຕົວເອງຍ່າງໄປທາງໜ້າລ

ທກຄົນເກີດມາຕ້ອງຕໍ່ສູ້ ແຕ່ຕ້ອງຕໍ່ສູ້ເພື່ອຄວາມສົມຫວັງທີຖ້າຢູ່ໃນທາງຂ້າງໜ້າ

ເຮົາເປັນກຳລັງໃຈໃຫ້ກັນແລະກັນ ຂ້ອຍຈະເຕີບໃຫ່ຍຂື້ນເລື້ອຍໆ ພ້ອມກັບການເຕີບໃຫ່ຍຂອງເຈົ້າ ເມື່ອເຈິະກັບຄວາມສຳເລັດ ເຮົາຈະໄດ້ຢືນຢູ່ນຳກັນ

ຄົນທີ່ໝົດຫວັງ ຄືຄົນທີ່ຕາຍໄປແລ້ວ ໂລກນີ້ເຕັມໄປດ້ວຍເຫວແຫ່ງຄວາມລົ້ມເຫຼວ ຕ້ອງມີບາງມື້ ທີ່ເຮົາເຜີຕົວລົ້ມລົງໄປ

ເກັບເວລາທີ່ຄິດສົງສານຕົວເອງໄວ້ ແລ້ວຄ່ອຍໆຫາເສດໄມ້ມາຕໍ່ເປັນຂັ້ນໄດຍ່າງຂື້ນຈາກເຫວ ເພື່ອເຈິະກັບແສງສະຫວ່າງທາງໜ້າ

ຄວາມຍາກຈົນ ເປັນບົດຮຽນອັນມີຄ່າ ເຮັດໃຫ້ເຮົາຕື່ນເຕັ້ນທີ່ຈະສະແຫວງຫາ ຍອມຮັບແຕ່ບໍ່ຍອມແພ້ ຄ່ອຍໆ ເຮັດໃນສິ່ງທີ່ດີໃຫ້ກັບຕົວເອງເທື່ອລະໜ້ອຍ

ຖ້າບໍ່ຮູ້ຈັກຍາກຈົນ ກໍ່ຈະບໍ່ຮູ້ຄຸນຄ່າຂອງຄວາມລວຍ ເພາະສິ່ງທີ່ຄົນເຮົາສະແຫວງຫານັ້ນຄືຄວາມສຸກ ແລະຄວາມສຸກ.. ກໍ່ບໍ່ໄດ້ຂື້ນຢູ່ກັບຄວາມຮັ່ງມີພຽງຢ່າງດຽວ!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ຂ້ອຍເຊື່ອວ່າທຸກຄົນລ້ວນມີຄວາມຝັນ

ແລະຂ້ອຍກໍ່ເປັນໜື່ງໃນນັ້ນ...

ບາງຄົນ...ມີຄວາມຫຼາຍຈົນບໍ່ຮູ້ຈະເຮັດຄວາມຝັນອັນໃດໃຫ້ກາຍເປັນຈິງກ່ອນດີ... (ຝັນຫຼາຍຂໍນອນຝັນກ່ອນເດິ)

ຄວາມຝັນເຫຼົ່ານັ້ນ ຈິ່ງເປັນໄດ້ແຕ່ “ຝັນຕອນສວາຍ“

ບາງຄົນ... ຄິດວ່າ ຝັນນັ້ນໄກເກີນ ຈິ່ງຍອມປ່ອຍຝັນນັ້ນໃຫ້ຫຼຸດລອຍໄປ ທັ້ງໆ ທີ່ຍັງບໍ່ລອງພະຍາຍາມເລີຍຈັກເທື່ອ...

ບາງຄົນ... ລົງມືຕາມຫາຝັນໃຫ້ກາຍເປັນຈິງ ແຕ່ກໍ່ເລີກລົ້ມກາງທາງ ເພາະຂາດກຳລັງໃຈ ທໍ້ໃຈ ແລະແຮງຄວາມຝັນ...ໝົດລົງ

ມີພຽງຄົນກຸ່ມນ້ອຍຈຳນວນໜື່ງ ທີ່ສາມາດເຮັດຄວາມຝັນໃຫ້ກາຍເປັນຈິງ ພວກເຂົາບອກເຄັດລັບວ່າ ສິ່ງທີ່ຈະເຮັດໃຫ້ຝັນເປັນຄວາມຈິງຂື້ນມາໄດ້ນັ້ນຄື ຄວາມອົດທົນ ແລະຄວາມພະຍາຍາມ ທີ່ຫຼາຍລົ້ນ...

ຂ້ອຍຈິ່ງແຂວນຄວາມຝັນໄວ້ບ່ອນທີ່ ຂ້ອຍເບິ່ງເຫັນງ່າຍ ເພື່ອວ່າມື້ໜື່ງ ຂ້ອຍເຜິເຮັດຄວາມຝັນນັ້ນຫາຍໄປ... ຈະໄດ້ ຮີບຄວ້າໄວ້ໃຫ້ທັນ... ເພາະ... ຂ້ອຍນັ້ນຢາກ... ເປັນຄົນໜື່ງໃນຄົນກຸ່ມນ້ອຍທີ່ສານຝັນໃຫ້ກາຍເປັນຈິງ... ເຖິງວ່າຕ້ອງເມື່ອຍ ຢ່າງໜັກຕ້ອງພະຍາຍາມຫຼາຍຄັ້ງ ຂ້ອຍກໍ່ຍັງຢາກໃຫ້ຝັນຂອງຂ້ອຍມີຕົວຕົນຂື້ນມາແທ້ໆ...