ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

แปลก! ญี่ปุ่นผลิตสายสะดือชาร์จไอโฟน

แปลก! ญี่ปุ่นผลิตสายสะดือชาร์จไอโฟน

          ບໍລິສັດຜະລິດອຸປະກອນສື່ສານສັນຊາດຍີ່ປຸ່ນສຸດຍອດ ຜະລິດສາຍຊາຮ໌ໜ້າຕາປະຫຼາດ ເປັນຮູບສາຍບືອອກຂາຍ ແຖມຍັງກະດຸກກະດິກໄດ້ປານກັບມີຊີວິດ

           ໂດຍສາຍຊາຮ໌ໄອໂຟນຮູບຮ່າງປະຫຼາດນີ້ ເປີດຕົວຂື້ນຕັ້ງແຕ່ເດືອນຕຸລາປີກ່ອນ ມັນຖືກພັດທະນາໃຫ້ມີລັກສະນະເປັນສາຍບືຫຸ້ມສາຍຊາຮ໌ ມີການຈຳລອງເສັ້ນເລືອດໃຫ້ຄືແທ້ອີກນຳ ແລະທີ່ສຳຄັນ ມັນສາມາດໃຊ້ງານໄດ້ແທ້ ແຖມທັນທີທີ່ສຽບປັກເພື່ອຊາຮ໌ແບຕ ສາຍບືຍັງເຄື່ອນໄຫວໄດ້ ເຮັດໃຫ້ເບີ່ງຄືກັບວ່າໄອໂຟນເປັນເດັກນ້ອຍຫາເກີດໃຫ່ມແລະຍັງບໍ່ຕັດສາຍບື ຂະນະທີ່ຜູ້ໃຊ້ຫຼາຍຄົນກໍ່ບອກວ່າ ສາຍຊາຮ໌ພິດສະດານອັນນີ້ ເບີ່ງຄືສັດປະຫຼາດທີ່ກຳລັງກືນກິນໄອໂຟນຫຼາຍກວ່າ

        ອັນນີ້ ຖ້າໃຜຊື້ໄປໃຊ້ ແລ້ວບັງເອີນມີຄົນອື່ນມາເຫັນ ຮັບຮອງໄດ້ວ່າຜະຫວາກັນກ່ອນເຖິງຈະເອີ່ແນວນີ້ນີ້ເອງ

(ຂໍ້ມູນຈາກ Internet )

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 10 ຄຳເຫັນ ແລະ 0 trackback(s)


ເມື່ອວັນທີ່ 19 ກຸມພາ ເດລີ່ເມລ໌ລາຍງານເປີດຕົວຄອບຄົວທີ່ເຊື່ອວ່າຕ້ອງສ້າງຄວາມຮືຮາໄປທົ່ວໂລກ

ເນື່ອງຈາກຫົວໜ້າຄອບຄົວຊາວອິນເດຍລາຍນີ້ ມີພັນລະຍາ 39 ຄົນ ລູກ 94 ຄົນ ແລະຫຼານ 33ຄົນ

ຫົວໜ້າຄອບຄົວທີ່ໃຫ່ຍທີ່ສຸດໃນໂລກ ມີຊື່ວ່າ ໄຊອໍນາ ຊນາ

ອາໄສຢູ່ໃນບ້ານທີ່ເປັນອາຄານຫຼາຍຊັ້ນບໍລິເວນເນີນພູຂອງໝູ່ບ້ານພັກຕວັງ ໃນລັດມິໂຊລັມ

ທາງພາກຕາເວັນອອກສ່ຽງເໜືອຂອງອິນເດຍ ພາຍໃນອາຄານ

ບັນດາພັນລະຍານອນຢູ່ໃນຫ້ອງທີ່ເປັນຄືໂຮງນອນຊຸມຊົນຂະໜາດໃຫ່ຍ ເມື່ອນັບສະໃພ້ນຳແລ້ວ

ຄອບຄົວນີ້ມີສະມາຊິກທັງໝົດ 181 ຄົນ

     ຊນາ ກ່າວວ່າ “ທຸກມື້ນີ້ເຂົາຮູ້ສືກວ່າເປັນບຸກຄົນພິເສດຂອງພະເຈົ້າ ພະອົງຈື່ງສົ່ງຜູ້ຄົນ

ຈຳນວນຫຼາຍມາໃຫ້ເຂົາເບີ່ງແຍງດູແລ ເຂົາຮູ້ສືກວ່າຕົນເອງໂຊກດີຫຼາຍທີ່ມີພັນລະຍາເຖິງ 39 ຄົນ

ແລະມີຄອບຄົວໃຫ່ຍທີ່ສຸດໃນໂລກ“

      ຊນານັບຖືລັດທິທີ່ສະໜັບສະໜູນການຂະຫຍາຍຄອບຄົວ ເຄີຍມີປີໜື່ງແຕ່ງພັນລະຍາເຖິງ 10 ຄົນພາຍໃນເວລາປີດຽວ

ຊນາກ່າວອີກວ່າ ຍັງບໍ່ຢຸດເບີ່ງຫາພັນລະຍາຄົນຕໍ່ໄປ ແລະເພື່ອຂະຫຍາຍຄອບຄົວຕາມລັດທິ

ກໍ່ຍິນດີຈະໄປອາເມລິກາເພື່ອແຕ່ງເມຍອີກ

  ສຳຫຼັບກິດຈະກຳຕ່າງໆໃນເຮືອນ ອາໄສຫຼັກການແບບກອງທັບ ໂດຍພັນລະຍາຄົນທີ່ 1 ເປັນຜູ້ຈັດການເບີ່ງແຍງບ້ານ

ບໍ່ວ່າ ລ້າງຖ້ວຍ ຊັກເຄື່ອງ ໜື້ງເຂົ້າຄົວກິນຈະມີເວນຄອຍປະຕິບັດໜ້າທີ່ ເຊັ່ນ ການຄົວກິນມື້ແລງ ຕ້ອງໃຊ້ໄກ່ 30 ໂຕ

ມີໜ່ວຍປອກມັນຝຣັ່ງແລະໜື້ງເຂົ້າ ເປັນຕົ້ນ

  ດ້ານນາງລິນຄມິນີ ພັນລະຍາທີ່ອາຍຸ 35 ປີ ກ່າວວ່າ ພວກພັນລະຍາຄອຍເບີ່ງແຍງສາມີ ເພາະເປັນຄົນທີ່ສຳຄັນທີ່ສຸດໃນເຮືອນ

ແລະຫຼໍ່ທີ່ສຸດໃນໝູ່ບ້ານ ສຳຫຼັບຕົນພົບກັບນາຍຊນາຄັ້ງທຳອິດເມື່ອ 18 ປີກ່ອນຕອນຍ່າງຫຼິ້ນໃນໝູ່ບ້ານຕອນເຊົ້າ

ຈາກນັ້ນຊນາກໍ່ສົ່ງຈົດໝາຍມາຂໍແຕ່ງງານ

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ທ້ອງຟ້າສົດໃສ ເຄີຍສົງໄສຫຼືບໍ່ວ່າເປັນຫຍັງເທີງທ້ອງຟ້າຈື່ງເປັນສີຟ້າຄາມ?

ທີ່ຈີງແລ້ວແສງທີ່ມາຈາກດວງອາທິດປະກອບດ້ວຍສີຕ່າງໆ 7 ສີ ຄື ມ່ວງ ຄາມ ນ້ຳເງີນ ຂຽວ ເຫຼືອງ ແສດ ແດງ

ຄືທີ່ເຮົາເຫັນໃນສາຍຮຸ້ງ ເຊີ່ງເມື່ອລວມກັນຈະກາຍເປັນແສງສີຂາວ ເມື່ອແສງຜ່ານຊັ້ນບັນຍາກາດຈະແລ່ນຊົນ

ໂມເລກຸນແລະກ໊າສ ເຮັດໃຫ້ເກີດການກະຈາຍ

ແສງແຕ່ລະສີຈະມີຄວາມຍາວຄື້ນຕ່າງກັນ ແສງສີຟ້າແລະສີມ່ວງຈະມີຄວາມຍາວຄື້ນສັ້ນ ຈື່ງກະຈາຍໄດ້ດີກວ່າສີອື່ນ

ແຕ່ເຮຕິນາຂອງຄົນເຮົາຮັບແສງສີຟ້າໄດ້ດີກວ່າສີມ່ວງ ເຮົາຈື່ງເຫັນທ້ອງຟ້າເປັນສີຟ້າ

ໃນຂະນະດຽວກັນ ທ້ອງຟ້າທີ່ເປັນສີຟ້າກໍ່ສາມາດບົ່ງບອກຄຸນນະພາບຂອງອາກາດບໍລິເວນນັ້ນດ້ວຍ

ເພາະເຮົາຈະເຫັນທ້ອງຟ້າເປັນສີຟ້າເຂັ້ມໃນບໍລິເວນທີ່ມີມົນລະພາວະທາງອາກາດນ້ອຍ ເຊັ່ນ ພູດອຍ ເກາະກາງທະເລ

ເພາະມີກ໊າສແລະຝຸ່ນລະອອງໃນບັນຍາກາດຕ່ຳ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຄາຖາລົງຄານ

(ຄາຖາພາວະນາໃຫ້ຮູ້ວ່າ ຄູ່ວາດສະໜາຂອງຕົນຈະມີຫຼືບໍ່)


ປຸພເພວະ ສັນນິວາ ເສນະ

ປັຈຈະບັນນະ ຫິເຕນະ ວາ

ເອວັນຕັງ ຊະຍະເຕ ເປມັງ

ອຸປະລັງ ວະ ຍະໂສ ທະເກ


        ຈູດທູບທຽນ (ທຽນ 2 ເຫຼັ້ມ ທູບ 3 ເຫຼັ້ມ) ໃຫ້ເຮັດໃນວັນສິນຂື້ນ 15 ຄ່ຳ ແຮງດີ

ໃຫ້ຕັ້ງນ້ຳສະອາດ 1 ຂັນ ແລ້ວສູດຄາຖານີ້ເທົ່າອາຍຸ ເຊັ່ນ ອາຍຸ 35 ປີ ກໍ່ສູດ 35 ຈົບ

ແລ້ວນຳນ້ຳນັ້ນມາລ້າງໜ້າ ຫຼັງຈາກນັ້ນໃຫ້ຮີບເຂົ້ານອນ ເຊື່ອວ່າກາງຄືນຈະຝັນເຖິງ

ເນື້ອຄູ່ຄອງຂອງຕົນ ຖ້າມີວາດສະໜາບາລະມີ ຈະໄດ້ພົບຄວາມຮັກ

         ຄາຖາທີ່ໃຊ້ນີ້ ສຳຫຼັບຜູ້ທີ່ມີອາຍຸຫຼາຍແລ້ວທັງຍິງແລະຊາຍ ແລບໍ່ເຄີຍພົບກັບ

ຄວາມຮັກມາກ່ອນ ເໝາະສຳຫຼັບຜູ້ທີ່ກຳລັງເປັນໝ້າຍຫຼືກຳລັງຂາດແຄນຄວາມຮັກດ້ວຍ

ປະການຊະນີ້ແລ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມີນົກຊະນິດໜື່ງ ເກີດມາມີຄູ່ຮັກພຽງຄົນດຽວ.... ຮັກດຽວໃຈດຽວ........

ແຕ່ຄູ່ຂອງມັນຖືກລົດຊົນຕາຍ.... ຕົວຜູ້ເລີຍເຂົ້າໄປເບີ່ງຕົວເມຍ

ແລ້ວຮ້ອງໄຫ້.... ຮ້ອງໂຫຍຫາຄົນທີ່ຊົນຄູ່ຂອງມັນ.....

ແຕ່ຕົວເມຍໄດ້ຕາຍເສຍແລ້ວ.... ຕາມທຳມະຊາດນົກຊະນີດນີ້ຈະບໍ່ຍອມມີຄູ່ອີກ

ແລະມັນຈະເປັນແບບນີ້ທຸກຄູ່ ແລະຜົນສຸດທ້າຍຂອງຄວາມຮັກຂອງນົກຄູ່ນີ້ຄື...

ຕົວຜູ້ຈະນອນ... ກອດສົບຕົວເມຍ

ຈົນກວ່າມັນຈະໝົດແຮງຂາດໃຈຕາຍໄປໃນທີ່ສຸດ...

ແລະຕາຍຕາມຄົນທີ່ຮັກໄປ...

ເຈົ້າເຄີຍຮັກແລ້ວທຸ່ມເທທັ້ງຊີວິດແບບນີ້ຫຼືບໍ່....

ບໍ່ຂໍໃຫ້ທຽບເທົ່າ....ແຕ່ຂໍໃຫ້ຍາວນານກໍ່ພໍ.....