ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ສະບາຍດີ!! ຂ້ອຍຊື່ວ່າຟ້າ ເປັນນັກແຕ້ມຮູບທົ່ວໄປ ປົກກະຕິເປັນຄົນບໍ່ມັກຄຽດແຕ່ອອກແນວຕິງຕ໊ອງ...eee

ແຕ່ມື້ນີ້ຟ້າບໍ່ສະບາຍໃຈ ວຽກຊ່ວງນີ້ບໍ່ຄ່ອຍມີເລີຍບໍ່ມີເງິນເຫຼືອແບ່ງໃຫ້ພໍ່ແມ່ເລີຍ

ລູກ:   ພໍ່ລູກຂໍໂທດທີ່ເຮັດໜ້າທີ່ລູກບໍ່ໄດ້່ດີຢ່າງທີ່ພໍ່ຫວັງ

ອ້າຍນ້ຳ (ຜູ້ເປັນອ້າຍ) ເຂົາຍັງມີເງິນເດືອນແບ່ງໃຫ້ພໍ່ແມ່ໃຊ້ທຸກເດືອນແຕ່ຟ້າ..ຕອນໃດທີ່ບໍ່ມີວຽກເຮັດກໍ່ບໍ່ມີ

ເງິນ ຟ້າຮູ້ສຶກວ່າເປັນລູກທີ່ບໍ່ດີ ຫາແຕ່ເງິນໃຫ້ພໍ່ແມ່ໃຊ້ກໍ່ເຮັດບໍ່ໄດ້

ພໍ່: ເງິນອາດຈະລ້ຽງກາຍໃຫ້ສະບາຍ ແຕ່ຈິດໃຈພໍ່ແມ່ບໍ່ໄດ້ຢາກໄດ້ເງິນມາຫຼໍ່ລ້ຽງ...ຄວາມຮັກ ຄວາມເອົາໃຈ

ໃສ່ທີ່ລູກມີໃຫ້ພໍ່ແມ່ຕ່າງຫາກທີ່ມີຄ່າຫຼາຍທີ່ສຸດ..

ລູກ: ເຂົ້າໃຈແລ້ວພໍ່ ຖ້າແນວນັ້ນຟ້າຈະຈ່າຍຄວາມຮັກແທນເງິນເດືອນໃຫ້ທຸກມື້ ຈົນກ່ວາຈະໄດ້ເງິນຄ່ອຍເອົາ

ມາໃຫ້ພໍ່ກັບແມ່ທີຫຼັງເນາະ!! ອິອິອິ

Delicious Digg Fark Twitter