ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

        ຖ້າເຮົາຕ້ອງຕາກຝົນເຮົາຈະເຮັດແນວໃດ?

        ຢືນຕາກຝົນຢູ່ແບບນັ້ນ ຍ່າງຕາກຝົນໄປເລື້ອຍໆ ບໍ່ຟ້າວ ຫຼືແລ່ນສຸດແຮງເພື່ອຫາບ່ອນລີ້ຝົນ

        ຂ້ອຍເຄີຍໄດ້ຍິນວ່າການຍ່າງຕາກຝົນກັບການແລ່ນຕາກຝົນນັ້ນປຽກບໍ່ເທົ່າກັນ

       -ການຍ່າງຕາກຝົນປຽກໜ້ອຍກວ່າແລ່ນຕາກຝົນ

       -ແລ່ນຕາກຝົນເຮັດໃຫ້ເຮົາຕ້ອງປະທະກັບເມັດຝົນໃນຈຳນວນທີ່ຫຼາຍກວ່າ ແລ້ວແບບໃດມັນຈະ

ດີກວ່າກັນ

       ຍ່າງຕາກຝົນປຽກໜ້ອຍແຕ່ດົນ

       ແລ່ນຕາກຝົນປຽກຫຼາຍໃນເວລາທີ່ສັ້ນກວ່າ ແລະກໍ່ເມື່ອຍກວ່າ

       ຖ້າເຮົາເຫັນທີ່ທ່ີພໍຈະໃຫ້ເຮົາໄດ້ເຂົ້າໄປຢືນບຽດຕົວລົບຝົນຢູ່ບໍ່ໄກຫຼາຍເຮົາກໍ່ຄົງຈະແລ່ນເຕັມກຳ

ລັງບໍ່ຢ້ານເມື່ອຍກວ່າຫອບ ເພື່ອທີ່ຈະຫຼີກໜີຄວາມປຽກເຂົ້າມາລີ້ໃນບ່ອນຮົ່ມ

        ແຕ່ຖ້າວ່າໃນຂອບສາຍຕາເຮົາບໍ່ມີບ່ອນໃຫ້ລີ້ເຮົາຈະເຮັດແນວໃດ?  ແລ່ນສຸດແຮງ ເພື່ອວ່າຈະພົບ

ທີ່ທີ່ພໍຈະໃຫ້ເຮົາລີ້ຝົນ ຊື່ງເຮົາກໍ່ບໍ່ຮູ້ວ່າຈະພົບຕອນໃດ ແລະກໍ່ບໍ່ຮູ້ວ່າຕ້ອງແລ່ນໄປດົນເທົ່າໃດ? ແລະກໍ່ຕ້ອງປຽກຢູ່ດີ

        ຫຼືຈະເລືອກທີ່ຈະຍ່າງຕາກຝົນເຮັດຕົວເປັນນາງເອກ ພະເອກມີວຊິກເພງອົກຫັກຕາກຝົນໄປແບບນັ້ນ

ຍ່າງໄປເລື້ອຍໆ ປຽກຊ່າງມັນຂ້ອຍບໍ່ສົນ !!

         ຫຼືເລືອກທີ່ຈະຢູ່ເສີຍໆ ຢືນຕາກຝົນເຮັດທ່າທາງເທ້ ເຮັດຕົວເປັນຮຸ່ນ ຫຼືກໍ່ຫຼື້ນນ້ຳຝົນຢ່າງບໍ່ຢ້ານໄຂ້ຫວັດ

ໃຫ່ຍມັນເລີຍບ່ອນນັ້ນ

                                                         ເປັນເຈົ້າໆຈະເລືອກແນວໃດ?

         

 

Delicious Digg Fark Twitter