ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

1. ເຮັດຫຍັງທີ່ໜ້າຕື່ນເຕັ້ນໃນແຕ່ລະມື້

2. ໄປທ່ຽວບ່ອນທີ່ເຮົາບໍ່ເຄີຍໄປ ກັບຄົນທີ່ເຮົາບໍ່ເຄີຍຄິດຈະລືມ

3. ຊື້ຄວາມສຸກ ດ້ວຍຮອຍຍິ້ມ

4. ລົມ ກັບຄົນແປກໜ້າ ເພື່ອຫາໝູ່ໃໝ່

5. ຊ່ວຍຄົນອື່ນ ເມື່ອເຮົາສາມາດຊ່ວຍໄດ້

6. ສັງເກດ ສິ່ງຮອບຕົວເຮົາ ອາດຈະເຈິະຄວາມສຸກນ້ອຍໆ ເຂົ້າມາໃນຊີວິດ

7. ຢູ່ມິດໆ ກັບຕົວເອງມື້ລະ 5 ນາທີ.. ເພື່ອຄິດ

8. ລົງທຶນເຕັມທີ່ ກັບການຫາທາງແກ້ໄຂບັນຫາ ທີ່ເຮົາກຳລັງເຈິະຢູ່

9. ຫຼິ້ນນຳຄົນທີ່ມອງໂລກໃນແງ່ດີ

10. ເຂົ້າຮຽນເພີ່ມເຕີມໃນເລື່ອງທີ່ເຮົາສົນໃຈ

11. ຈັດເວລາ ນັດພົບໝູ່ສະນິດ ໃນແຕ່ລະເດືອນໄປກິນ ທ່ຽວ ຫຼິ້ນ

12. ເບິ່ງຕາເວັນຂື້ນ ອາທິດລະເທື່ອ

13. ເບິ່ງຕາເວັນຕົກ ອາທິດລະເທື່ອ

14. ປູກຜັກເອງ ເອົາໄວ້ກິນເອງ

15. ໄປຫາໝູ່ ທີ່ບໍ່ໄດ້ເຈີະກັນຫຼາຍປີ

16. ຢຸດເຮິ່ຕາມກະແສໜ້ອຍໜື່ງ ແລະເຮັດຕາມແນວຄິດທີ່ເໝາະສົມສຳລັບຕົວເອງ

17. ບອກຕົວເອງວ່າ ບໍ່ມີຫຍັງສາຍເກີນໄປ

18. ຊອກຫາ ປະສົບການດີໆ ແປກໃໝ່ ໃຫ້ກັບຊີວິດ

19. ເລີກຄິດຫຼາຍກັບສິ່ງທີ່ເຮົາບໍ່ມີ ແລະມີຄວາມສຸກໃນສິ່ງທີ່ເຮົາມີ

20. ໂລແມນຕິກ ເຮັດເຊິໄພຮ໌ຄົນທີ່ເຮົາຮັກ

21. ເລີກຄິດເສີຍເວລາ ກັບເລື່ອງຈຸກຈິກ ທີ່ບໍ່ຈຳເປັນ

22. ກິນອາຫານໃຫ້ຊ້າລົງ ຊີມຄວາມແຊບ

23. ຂໍຄວາມຊ່ວຍເຫຼືອ ເມື່ອຕ້ອງການ ເພາະເຮົາຈະບໍ່ໄດ້ຮັບຄວາມຊ່ວຍເຫຼືອ ຖ້າບໍ່ເວົ້າອອກມາ

24. ຖາມຄຳຖາມ ເມື່ອສົງໄສ.. ຊ່ວຍປະຢັດເວລາ ແລະຫຼຸດຄວາມຫຍຸ້ງຍາກໃຈ

25. ຫຼິ້ນໃຫ້ມ່ວນແດ່ ຊີວິດມີພຽງຄັ້ງດຽວ

26. ເຮັດຫຍັງທີລະຢ່າງ ຈະໄດ້ເຮັດອອກມາໄດ້ດີ

27. ຝືກຄວາມພໍພຽງ ພໍດີ ເມື່ອມັນເກີດຂື້ນກັບເຮົາ ຈະບໍ່ມີໃຜ ເອົາໄປຈາກເຮົາໄດ້

28. ຮັກສາສັນຍາ

29. ເບິ່ງຕະລົກ ຟັງເລື່ອງຕະລົກ ແລະແບ່ງປັນກັບຄົນອື່ນ

30. ເປີດໂລກຄວາມຄິດສ້າງສັນຂອງເຮົາ ກັບ ວຽກສີນລະປະ ເຊັ່ນ ດົນຕີ ຮູບ ໜັງ...

Delicious Digg Fark Twitter