ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ການຢູ່ຄົນດຽວ ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງເປັນຄົນທີ່ມີບັນຫາ ບໍ່ມີຄົນຢາກຄົບ ແຕ່ນັ້ນອາດເປັນວິທີສຳລັບຄົນສະຫຼາດໃນການຮູ້ຈັກໃຫ້ເວລາກັບຕົວເອງກໍ່ໄດ້

“ການຢູ່ຄົນດຽວ“ ໃນເວລານີ້ບໍ່ໄດ້ໝາຍລວມເຖິງວ່າ ເຮົາຕ້ອງປະຕິເສດການສ້າງຄວາມສຳພັນກັບຄົນອື່ນ ເພາະມັນກະຖືເປັນດ້ານໜື່ງທີ່ສຳຄັນຂອງງຊີວິດ ໃນຂະນະທີ່ເຮົາຕ້ອງຮູ້ຈັກສ້າງສົມດຸນລະຫວ່າງສອງຢ່າງນີ້ ແລະນີ້ຄືເຫດຜົນທີ່ວ່າເປັນຫຍັງເຮົາຕ້ອງຮູ້ຈັກໃຫ້ເວລາກັບຕົວເອງແດ່

1. ເພື່ອຄົ້ນພົບຕົວເອງ

ການໃຊ້ເວລາຢູ່ກັບຕົວເອງເຮັດໃຫ້ເຮົາມີເວລາພໍທີ່ຈະຄົ້ນຫາຕົວຕົນ ແລະເຂົ້າໃຈຄວາມເປັນຕົວເຮົາຫຼາຍທີ່ສຸດ ບາງເທື່ອຄົນເຮົາເມົາມົວແຕ່ຊື່ນຊົມ ເຂົ້າໃຈຄົນອື່ນ ແຕ່ລືມວ່າສິ່ງທີ່ສຳຄັນກວ່ານັ້ນ ຄື ການເຂົ້າໃຈຕົວເອງຕ່າງຫາກ ຮູ້ວ່າແທ້ໆ ແລ້ວເຮົາມັກຫຼືບໍ່ມັກຫຍັງ ໂດຍປາສະຈາກອິດທິພົນພາຍນອກມາກ່ຽວຂ້ອງ

2. ເພີ່ມຄວາມນັບຖືໃຫ້ຕົວເອງ

ການຢູ່ຄົນດຽວເປັນການເພີ່ມອິດສະຫຼະໃຫ້ກັບຕົວເຮົາ ລວມເຖິງຖ້າເຮົາໄດ້ໃຊ້ຄວາມເປັນຕົວເຮົາເລືອກແລະຕັດສິນໃຈຫຍັງແດ່ແລ້ວ ຈະຍິ່ງເປັນການເພີ່ມຄວາມໝັ້ນໃຈໃນຕົວເຮົາໄປອີກ ເຊິ່ງມັນຈະຄ່ອຍແຊກຊືມໄປສູ່ການໃຊ້ຊີວິດດ້ານອື່ນໆ ຂອງເຮົາແດ່ ໂດຍສະເພາະເວລາທີ່ເຮົາຢູ່ຮ່ວມກັບຄົນອື່ນ

3. ບາງເທື່ອກໍ່ບໍ່ຈຳເປັນຕ້ອງໃຊ້ການປານີປານອມ

ຫຼາຍເທື່ອທີ່ຄົນເຮົາພະຍາຍາມໃຊ້ຄວາມປານີປານອມເມື່ອຕ້ອງຢູ່ຮ່ວມກັບຄົນອື່ນ ເຮົາມັກຈະອົດທົນເຮັດວຽກຮ່ວມກັບຄົນອື່ນເພື່ອໃຫ້ບັນລຸຂໍ້ຕົກລົງຫຼືເປົ້າໝາຍໃດໆ ແທນການໃຊ້ເວລາກັບນັ່ງກິນອາຫານແລງພ້ອມເບິ່ງທໍລະທັດ ເພາະບາງເທື່ອການໃຊ້ເວລາກັບຕົວເອງກໍ່ຄືການປ່ອຍໃຫ້ເຮົາໄດ້ຕາມໃຈຕົວເອງ ເຮັດໃນສິ່ງທີ່ຕ້ອງການ ຫຼືສິ່ງທີ່ເຮົາຮັກໂດຍບໍ່ມີຂໍ້ແມ້ໃດໆ

4.ເຮັດໃຫ້ຕົວເອງກັບໄປເປັນເດັກໄວຫຼຸ້ນອີກຄັ້ງໜື່ງ

ຈະມີຈັກໄວບໍ່ທີ່ເຮົາເລືອກຫຼີກໜີຈາກຜູ້ຄົນ ເພື່ອປົດປ່ອຍຄວາມເປັນຕົວເຮົາ ຖິ້ມຄວາມຄຽດໄວ້ທາງຫຼັງ ແລ້ວພັກຜ່ອນຢ່າງເຕັມທີ່ ເຊິ່ງຊ່ວງເວລານັ້ນເໜືອນເປັນການ ລີ່ສະຕາດ ເພື່ອເປີດໂອກາດໃຫ້ຕົວເຮົາໄດ້ເຂົ້າເຖິງຄວາມຕ້ອງການທີ່ແທ້ຈິງຂອງຕົວເອງ ເຊິ່ງບາງເທື່ອອາດເປັນສິ່ງທີ່ຄົນອື່ນຕໍ່ຕ້ານ

5. ມີມູມມອງທີ່ສົດໃສ

ການຢູ່ກັບຕົວເອງເຮັດໃຫ້ເຮົາມີເວລາທີ່ຈະລ້າງຊ່ວຍຈິດໃຈ ຖິ້ມຄວາມຄິດທັງຫຼາຍ ແລະເປັນການເປີດໃຫ້ເຫັນຄວາມຮູ້ສຶກທີ່ມາຈາກໃຈຂອງເຮົາ ໂດຍບໍ່ມີອິດທິພົນຂອງຄົນອື່ນ ເປັນຊ່ວງເວລາທີ່ເຮົາຈະໄດ້ສະທ້ອນເບິ່ງວ່າຫຍັງຄືສິ່ງທີ່ສຳຄັນໃນຊີວິດຂອງເຮົາ ແລະແທ້ໆແລ້ວເຮົາຮູ້ສຶກແນວໃດກັບສະຖານະການໃນຊີວິດປະຈຳວັນທີ່ເຮົາຕ້ອງປະເຊີນເປັນປະຈຳ

6. ເຫັນຄຸນຄ່າໃນສິ່ງທີ່ເຮົາຮັກຫຼາຍຂື້ນ

ການຢູ່ຄົນດຽວເປັນການປົດປ່ອຍຕົວເຮົາໃຫ້ມີຊ່ວງເວລາທີ່ຈະໄດ້ຊື້ງກັບຊ່ວງເວລາທີ່ໄດ້ຢູ່ກັບຄົນອື່ນ ຖ້າເຮົາບໍ່ເຄີຍມີເວລາທີ່ຢູ່ກັບຕົວເອງ ເຮົາຍ່ອມປາຖະໜາມັນ ເຊິ່ງມັນເປັນເລື່ອງສຳຄັນທີ່ເຮົາຈະຕ້ອງຫາສົມດຸນໃຫ້ໄດ້ ເພາະຖ້າເຮົາສາມາດເຮັດໄດ້ ເຮົາຈະມີຄວາມສຸກກັບການມີຄວາມສຳພັນກັບຄົນອື່ນຫຼາຍຂື້ນ

ໃຜທີ່ອ່ານມາເຖິງບ່ອນນີ້ແລ້ວເຈິະວ່າການໃຊ້ເວລາຢູ່ກັບຕົວເອງເປັນເລື່ອງທີ່ຍາກ ແລະທ້າທາຍ ແນະນຳໃຫ້ເຮົາເລີ່ມຈາກການໃຊ້ເວລາຢູ່ກັບຕົວເອງມື້ລະໜ້ອຍ ເລີ່ມຈາກມື້ລະ 1 ນາທີຈົນເປັນຊົ່ວໂມງ ແລະຫຼັງຈາກການຝຶກຝົນໄປເລື້ອຍໆ ເຮົາຈະເຈິະວ່າມັນຈະມາເອງຕາມທຳມະຊາດໃນທີ່ສຸດ!

Delicious Digg Fark Twitter