ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການຂຽນໜັງສືດ້ວຍບິກຫຼືສໍໃສ່ເຈ້ຍແຜ່ນດຽວນັ້ນ ຂຽນໃສ່ເທື່ອທຳອິດກໍ່ຍ່ອມອ່ານອອກງ່າຍ ອ່ານເຂົ້າໃຈງ່າຍ ແຕ່ແຮງຂຽນທັບຂຽນຊ້ຳລົງໄປໃສ່ເຈ້ຍແຜ່ນດຽວນັ້ນໂຕໜັງສືແຮງຈະທັບກັນຫຼາຍຂື້ນທຸກເທື່ອ ການອ່ານກໍ່ແຮງຍາກຂື້ນທຸກເທື່ອຈົນເຖິງອ່ານບໍ່ອອກເລີຍ ບໍ່ເຫັນເລີຍວ່າເປັນໂຕໜັງສື ຈະເຫັນແຕ່ຮອຍນ້ຳເມີກຫຼືຮອຍສໍທັບກັນໄປມາ ໃຫ້ພຽງຮູ້ເທົ່ານັ້ນວ່າມີການຂຽນໃສ່ເຈ້ຍແຜ່ນນັ້ນອ່ານບໍ່ຮູ້ເລື່ອງ ແລະບໍ່ຮູ້ວ່າແມ່ນຫຍັງຂຽນກ່ອນແລະແມ່ນຫຍັງຂຽນທີຫຼັງ

ການເຮັດເວນກຳຫຼືການເຮັດຄວາມດີ ຄວາມຊົ່ວກໍ່ເຊັ່ນກັນ

ຕ່າງໄດ້ເຮັດກັນມານັບຫຼາຍພົບຊາດນັບບໍ່ຖ້ວນຍິ່ງກ່ວາໂຕໜັງສືທີ່ຂຽນທັບຈົນອ່ານບໍ່ອອກແລະບໍ່ສາມາດຮູ້ວ່າແມ່ນຫຍັງຂຽນກ່ອນຂຽນລຸນ ຄືກັບການເຮັດກຳໃດໄວ້ກໍ່ບໍ່ຮູ້ວ່າກຳໃດເຮັດກ່ອນກຳໃດເຮັດລຸນ ບໍ່ສາມາດຮູ້ ແລະແຍກແຍະໄດ້ ແລະເຮັດຫຼາຍເຮັດໜ້ອຍເຮັດໜັກເຮັດເບົາກວ່າກັນແນວໃດ ເປັນຄວາມຊັບຊ້ອນຂອງກຳທີ່ເຮັດໄວ້ຈົນແຍກບໍ່ອອກມາຫຼາຍພົບຫຼາຍຊາດ

ຄວາມຊັບຊ້ອນຂອງກຳ ແຕກຕ່າງຈາກຄວາມຊັບຊ້ອນຂອງຕົວໜັງສື ບ່ອນທີ່ຕົວໜັງສືເມື່ອຂຽນທັບກັນຫຼາຍ ຍ່ອມບໍ່ມີທາງຮູ້ວ່າຂຽນເລື່ອງດີຫຼືເລື່ອງບໍ່ດີແນວໃດ ແຕ່ກຳນັ້ນເຖິງຈະເຮັດຊັບຊ້ອນຊ່ຳໃດ ຫຼືເຮັດກຳບໍ່ດີໄວ້ຫຼາຍໜ້ອຍພຽງໃດ ໂດຍຜົນທີ່ປາກົດຂື້ນຂອງກຳນັ້ນເອງເປັນເຄື່ອງຊ່ວຍສະແດງໃຫ້ເຫັນ

ຊີວິດຊາດນີ້ຂອງທຸກຄົນມີຊາດຕະກຸນບໍ່ຄືກັນ ເປັນລາວກໍ່ມີ ຈີນກໍ່ມີ ໄທກໍ່ມີ ... ເປັນຕົ້ນ ມີຊາດຕະກຸນບໍ່ຄືກັນ ຕະກຸນສູງກໍ່ມີ ຕະກຸນຕ່ຳກໍ່ມີ ຖານະຕ່າງກັນ ຮັ່ງມີຍາກຈົນ ໂງ່ສະຫຼາດ ສະຕິປັນຍາຕ່າງກັນ ຄວາມແຕກຕ່າງຫ່າງກັນນາໆປະການເຫຼົ່ານີ້ລ້ວນເປັນເຄື່ອງຊີ້ໃຫ້ຜູ້ເຊື່ອໃນກຳແລະຜົນຂອງກຳ ເຫັນຄວາມມີພົບຊາດໃນອາດີດຂອງແຕ່ລະຊີວິດໃນຊາດປະຈຸບັນທີ່ເກີດມາຕ່າງກັນໃນຊາດນີ້ ເພາະເຮັດກຳທີ່ຕ່າງກັນໄວ້ໃນຊາດອາດີດ

ຄວາມແຕກຕ່າງຂອງຊີວິດທີ່ສຳຄັນທີ່ສຸດທີ່ສະແດງໃຫ້ເຫັນອຳນາດທີ່ໃຫ່ຍທີ່ສຸດຂອງກຳ ຄືຄວາມໄດ້ພົບຊາດຂອງມະນຸດ ກັບຄວາມໄດ້ພົບຊາດຂອງສັດ ເປັນຕົ້ນ ແມ້ແຕ່ເທວະດາອາດຈະມາເປັນມະນຸດໄດ້ເປັນສັດກໍ່ໄດ້ ມະນຸດອາດເປັນເທວະດາໄດ້ເປັນສັດໄດ້ ສັດອາດເປັນເທວະດາໄດ້ເປັນມະນຸດໄດ້ ດ້ວຍອຳນາດທີ່ຍິ່ງໃຫ່ຍຂອງກຳອັນນຳໃຫ້ເກີດນັ້ນເອງ!

ສະຫວັນຢູ່ໃນອົກ ນະລົກຢູ່ໃນໃຈ

Delicious Digg Fark Twitter