ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຫຼັງຈາກຜິດຖຽງກັບພັນລະຍາ ກໍ່ກັບເຖິງບ້ານ

ຕ່າງຄົນຕ່າງບໍ່ເວົ້າບໍ່ຈາ ຕ່າງຄົນຕ່າງອາບນ້ຳ

ຕ່າງຄົນຕ່າງນອນ ບໍ່ຍອມເວົ້າລົມກັນ

ກ່ອນຈະປິດໄຟ ອ້າຍສົມຊາຍຜູ້ເປັນຜົວກໍ່ຄິດໄດ້ວ່າ

ມື້ອື່ນຕ້ອງຮີບໄປຕ້ອນຮັບລູກຄ້າລາຍໃຫ່ຍ ແຕ່ເຊົ້າ

ກໍ່ເລີຍຂຽນຂໍ້ຄວາມໃສ່ເຈ້ຍ “ມື້ອື່ນຫົກໂມງເຊົ້າ ຢ່າລືມປຸກຂ້ອຍ“

ສົ່ງໃຫ້ພັນລະຍາທີ່ນອນຢູ່ຂ້າງໆ ແລ້ວສົມຊາຍກໍ່ຫຼັບຕາມໄປ

ເຊົ້າມື້ຕໍ່ມາ ສົມຊາຍຕົກໃຈຕື່ນຂື້ນມາ

ຕາຍແລ້ວ! ເຈັດໂມງປາຍແລ້ວ

ອ້າວ!! ແລ້ວເມຍເຮົາລະຕື່ນແລ້ວ ເປັນຫຍັງບໍ່ປຸກ

ສົມຊາຍບໍ່ມີເວລາຈົ່ມຫຼາຍກວ່ານີ້

ຮີບເຂົ້າຫ້ອງນ້ຳ ອາບນ້ຳ ຖູແຂ້ວ ແລ້ວຮີບອອກມາແຕ່ງຕົວ

ສາຍຕາກໍ່ເລືອບໄປເຫັນເຈ້ຍແຜ່ນໜື່ງວາງຢູ່ຫົວຕຽງ ຂຽນວ່າ

“ ໝູຕອນ ຫົກໂມງແລ້ວ ຕື່ນໄດ້ແລ້ວ”

Delicious Digg Fark Twitter