ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ສາວໆ ຄົນໃດມັກການຕໍ່ເລັບເປັນຊີວິດຈິດໃຈ ຕ້ອງຢ່າລືມເບິ່ງຂ້າມຄວາມປອດໄພ ແລະຈົ່ງລະວັງໄພທີ່ເກີດຈາກການຕໍ່ເລັບເປັນພິເສດ ເອົາເປັນວ່າໄປຕິດຕາມກັນເລີຍດີກວ່າວ່າໄພຮ້າຍນີ້ຄືຫຍັງ...

ໄພຮ້າຍທີ່ອາດເກີດຂື້ນໄດ້ຈາກການຕໍ່ເລັບນັ້ນ ເປັນອັນຕະລາຍທີ່ຫຼາຍຄົນອາດຄາດບໍ່ເຖິງ ເນື່ອງຈາກການຕໍ່ເລັບນັ້ນປັດໄຈທີ່ສຳຄັນໄດ້ແກ່ “ກາວ“ ເຊິ່ງສ່ວນໃຫ່ຍມັກຈະໃຊ້ກາວທີ່ມີລາຄາຖືກ ໂດຍຈະມີລັກສະນະກິ່ນເໝັນ ແລະເປັນພິດ ອາດຈະມີປະຕິກິລິຍາກັບຜິວໜັງຫຼືເຮັດໃຫ້ເລັບເສຍຫາຍຖາວອນໄດ້

ອີກທັງເມື່ອກາວແຫ້ງຈະແຂງຕົວ ແລະມັກຈະຍືດຕິດກັບເລັບແທ້ຢ່າງແໜ້ນໜາ ຈື່ງອາດເຮັດໃຫ້ເລັບຈີກໄດ້ເມື່ອຈະເອົາອອກ ບາງເທື່ອເມື່ອຖອດເອົາເລັບປອມບໍ່ອອ ເຖິງກັບຕ້ອງໃຊ້ຕະໄບຄັດອອກ ກໍ່ແຮງເຮັດໃຫ້ເລັບທີ່ຢູ່ທາງໃນເສຍຫາຍຫຼາຍ ເຊິ່ງຈະສົ່ງຜົນເຖິງສຸຂະພາບຂອງເລັບໄດ້ ນອກຈາກນັ້ນກາວ ເຊິ່ງເປັນສານເຄມີອາດຖືກດູດຊືມເຂົ້າສູ່ເລັບ ແລະອາດເປັນສາເຫດຂອງການຕິດເຊື້ອລາຫຼືສະສົມເຊື້ອລາພາຍໃຕ້ເລັບ

ຮູ້ແບບນີ້ແລ້ວ                   ສາວຄົນໃດ                ທີ່ຮັກຄວາມສວຍຄວາມງາມ

ແລະມັກການຕໍ່ເລັບຕ້ອງລອງກັບມາໃຫ້ຄວາມສຳຄັນກັບເລື່ອງຂອງຄວາມປອດໄພັນແດ່ແລ້ວເດີ..........

 

Delicious Digg Fark Twitter