ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

“ຢ່າຄິດວ່າສູນເສຍແລ້ວຊີວິດຈະຕ້ອງເປັນສູນ ເຮົານັບໜື່ງໃໝ່ໄດ້ສະເໝີຖ້າເຮົາຄິດຈະນັບຊະຢ່າງ“

ຖ້າສິ່ງທີ່ເຮົາຄາດຫວັງ...ບໍ່ເປັນດັ່ງຫວັງຖ້າສິ່ງທີ່ເຮົາພະຍາຍາມທຸ່ມເທເຮັດສຸດແຮງ ກາຍແຮງໃຈບໍ່ປະສົບຜົນສຳເລັດ ຖ້າສິ່ງທີ່ບໍ່ເຄີຍຄາດຄິດມາກ່ອນວ່າຈະເກີດຂື້ນມັນກໍ່ເກີດຂື້ນແລະໄດ້ສ້າງຄວາມເຈັບ ຊ້ຳຈົນເຮັດໃຫ້ເຮົາຕ້ອງຈົມຢູ່ກັບຄວາມທຸກ

ເຮົາກຳລັງກ້າວສູ່ “ຊີວິດທີ່ເປັນຈິງ“ ແລ້ວແລະ ເພາະຄວາມເປັນຈິງຂອງຊີວິດ ຈະສອນໃຫ້ເຮົາຮູ້ຈັກຍອມຮັບຄວາມພ່າຍແພ້ສອນໃຫ້ເຮົາຮູ້ຈັກສູນເສຍນ້ຳຕາ ເພື່ອທີ່ຈະໄດ້ຮອຍຍິ້ມຄືນກັບມາເປັນລາງວັນຕອບແທນແຕ່ມັນກໍ່ບໍ່ເຄີຍເຮັດໃຫ້ໃຜໝົດສິ້ນຄວາມຫວັງ ໝົດສິ້ນພະລັງແລະກຳລັງໃຈໄປກັບຄວາມພ່າຍແພ້ ພຽງແຕ່ຄວາມເປັນຈິງສອນໃຫ້ພວກເຮົາທຸກຄົນຮູ້ວ່າ

............ຢ່າພຽນສ້າງຄວາມຫວັງ ແຕ່ໃຫ້ເຊື່ອໝັ້ນໃນຄວາມຫວັງ.................

ເພາະຄວາມເຊື່ອໝັ້ນຈະນຳພາເຮົາໄປພົບກັບ   “ຫົນທາງສູ່ຄວາມສຳເລັດ“

ເຖິງວ່າຈະຕ້ອງຝ່າຟັນແມ່ນຫຍັງອີກຫຼວງຫຼາຍກວ່າມື້ນີ້

ເຖິງວ່າຈະຕ້ອງລົ້ມລົງອີກຈັກກີ່ເທື່ອ

ເຖິງວ່າຈະຕ້ອງຜິດຫວັງຢ່າງແຮງອີກຈັກຫົນກໍ່ຕາມ

ປ່ອຍໃຫ້ຊີວິດຜິດພາດແດ່ ປ່ອຍໃຫ້ຄວາມຄາດຫວັງໄດ້ເຈິະກັບຄວາມຜິດຫວັງ ປ່ອຍໃຫ້ຄວາມຝັນກາຍເປັນຝັນລອຍກາງອາກາດ ປ່ອຍໃຫ້ແມ່ນຫຍັງຈະເກີດກໍ່ໃຫ້ມັນເກີດ ເຖິງວ່າເກີດຂື້ນແລ້ວຈະຊົ່ວຮ້າຍກັບຊີວິດກໍ່ຕາມ ເພາະທຸກໆຢ່າງທີ່ເກີດຂື້ນ ຈະຊ່ວຍສອນແລະຊ່ວຍເປັນບົດຮຽນອັນລ້ຳຄ່າໃຫ້ແກ່ຊີວິດ ທີ່ຫາບ່ອນໃດບໍ່ໄດ້ອີກແລ້ວໃນໂລກໃບນີ້

“ບໍ່ມີຫຍັງທີ່ຢູ່ກັບເຮົາຕະຫຼອດຊີວິດ ທຸກຢ່າງມັນກໍ່ຖ້າເວລາຈາກເຮົາໄປທັງນັ້ນ ເຊື່ອວ່າຖ້າຊີວິດຄົນເຮົາບໍ່ຍືດຕິດ ບໍ່ຕ້ອງແຂວນຊີວິດໄວ້ກັບຄວາມຄາດຫວັງ ເວລາທີ່ເຮົາສູນເສຍ ຫຼືເວລາທີ່ເຮົາຕ້ອງເຈີະກັບຄວາມລົ້ມເຫຼວ ເຮົາຄົງມີພູມຕ້ານທານຫຼາຍພໍທີ່ຈະເອົາໄວ້ສູ້ກັບຄວາມທໍ້ແທ້ ຢ່າຄິດວ່າສູນເສຍແລ້ວຊີວິດຈະຕ້ອງເປັນສູນ ເພາະວ່າເຮົານັບໜື່ງໃໝ່ໄດ້ສະເໝີຖ້າເຮົາຄິດທີ່ຈະນັບຊະຢ່າງ ບໍ່ມີຫຍັງໃນໂລກທີ່ໜ້າຢ້ານ ແລະບໍ່ຈຳເປັນຕ້ອງຢ້ານກັບຄວາມເປັນຮອງຂອງຊີວິດ“

           “ມີພົບກໍ່ຕ້ອງມີຈາກ ມີໄດ້ກໍ່ຕ້ອງມີເສຍ ແລະມີສຸກກໍ່ຕ້ອງມີທຸກເປັນສັດຈະທຳ“

ເມື່ອໃດທີ່ເຮົາໄດ້ຮູ້ຈັກສຳຜັດ ແລະໄດ້ຮຽນຮູ້ກັບຊີວິດທັງສອງດ້ານ ເມື່ອນັ້ນເຮົາຈະບໍ່ຮູ້ສືກເສຍດາຍຖ້າເຮົາໄດ້ມີໂອກາດລົ້ມທັງຢືນ ແຕ່ເຮົາຈະເສຍໃຈໄປຕະຫຼອດຊີວິດຖ້າເຮົາບໍ່ສາມາດຜ່ານຄວາມລົ້ມເຫຼວທີ່ຜ່ານເຂົ້າມາໄດ້

ມີຄົນເຄີຍບອກເອົາໄວ້ວ່າ....

ການຕັ້ງຄວາມຫວັງ ຄືການສ່ຽງກັບຄວາມເຈັບປວດ

ການພະຍາຍາມ ຄືການສ່ຽງກັບຄວາມລົ້ມເຫຼວ

ແຕ່ແນວໃດກໍ່ຕ້ອງສ່ຽງ ເພາະໃນສິ່ງທີ່ອັນຕະລາຍທີ່ສຸດໃນຊີວິດກໍ່ຄື ການບໍ່ສ່ຽງຫຍັງເລີຍ

“ລົ້ມ“ ລົງຈັກເທື່ອ ຜິດຫວັງມາຈັກຫົນ ລຸກຂື້ນຢືນໃຫ້ໄດ້ ແລ້ວຈັກມື້ເຮົາຈະເຈິະຄວາມສຸກ ເພາະຄວາມສຸກບໍ່ໄດ້ໜີຈາກເຮົາໄປໃສດ໋ອກ ມັນຢູ່ໃກ້ເຮົາພຽງແຕ່ເອື້ອມມືແທ້ໆ ຖ້າເຮົາບໍ່ໄດ້ໄປຕັດສິນວ່າ ໂລກມັນຄວນເປັນແບບທີ່ເຮົາຢາກໃຫ້ເປັນ ແລະບໍ່ໄດ້ຕັ້ງກົດເກນໃຫ້ກັບຕົວເອງຫຼາຍຈົນເກີນໄປ ເວລາຄິດຫຼືເຮັດຫຍັງຈັກຢ່າງແລ້ວມີຂໍ້ບັງຄັບ ມີຂອບ ແລະສ້າງມະໂນພາບຄວາມສຳເລັດໄວ້ລ່ວງໜ້າ ເມື່ອແມ່ນຫຍັງໆ ບໍ່ເປັນໄປຕາມກົດຂອງເຮົາ ເຮົາກໍ່ທຸກ ເຮົາກໍ່ເສຍໃຈ ໄດ້ງ່າຍໆ

ມີຄົນເຄີຍບອກໄວ້ວ່າສິ່ງທີ່ເກີດຂື້ນກັບເຈົ້າ ບໍ່ແມ່ນສິ່ງທີ່ຈະກຳນົດຄວາມສຸກຂອງເຈົ້າ ແຕ່ມັນເປັນຄວາມຄິດຂອງເຈົ້າເອງຕ່າງຫາກ ຄວາມຄິດທີ່ມີຕໍ່ສິ່ງທີ່ໄດ້ເກີດຂື້ນກັບເຈົ້ານັ້ນເອງຈະສຸກຫຼືທຸກກໍ່ຂື້ນຢູ່ທີ່ເຮົາທັງນັ້ນເປັນຄົນກຳນົດ ລົ້ມທັງຢືນແດ່ກໍ່ບໍ່ເສຍຫາຍຫຍັງ ແຕ່ລົ້ມບໍ່ເປັນເລີຍຫັ້ນຕິ......

Delicious Digg Fark Twitter