ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກເຮັດໃຫ້ຊີວິດມີຄວາມສຸກ ໃຜທີ່ມີຄວາມຮັກແລະໄດ້ຮັບຄວາມຮັກຕອບ ຍ່ອມເປັນຄວາມສຸກຂອງຊີວິດ

 

ໃນທາງກົງກັນຂ້າມຖ້າຮັກທີ່ເຄີຍສ້າງສຸກ ກາຍມາເປັນໝົດຮັກ ຊີວິດຍ່ອມເປັນທຸກ ຄວາມຮັກທີ່ມີຈື່ງຕ້ອງເບີ່ງແຍງຢ່າງດີ

ເພື່ອໃຫ້ຄວາມຮັກນັ້ນບໍ່ຈາກໄປ ດັ່ງເຊັ່ນ 25 ວິທີຕໍ່ໄປນີ້

1. ຢ່າເຂີນທີ່ຈະບອກຮັກ

2. ຈົດຈຳລາຍລະອຽດຂອງອີກຝ່າຍ ເຊັ່ນ ມັກກີນຫຍັງ ມັກຟັງເພງແນວໃດ ກິດຈະກຳສຸດໂປດຄືຫຍັງ

ແລ້ວຢິບຢື່ນສິ່ງເຫຼົ່ານີ້ໃຫ້ສະເໝີ

3. ໂລແມນຕິກຢ່າງຮູ້ກາລະເທສະ ເລືອກສະຖານທີ່ໃຫ້ຖືກທີ່ ເລືອກເວລາໃຫ້ຖືກເວລາ ເລື່ອງໂລແມນຕິກໃຜກໍ່ມັກ

ແຕ່ຄວາມພໍເໝາະພໍດີກໍ່ສຳຄັນ

4. ໃຫ້ກຽດກັນແລະກັນສະເໝື ທັງຕໍ່ໜ້າແລະລັບຫຼັງ

5. ຢ່າປ່ອຍໃຫ້ອາລົມຄຽດຢູ່ເໜືອຄວາມຮັກທີ່ມີ ຄິດເຖິງເລື່ອງດີໆ ທີ່ເຂົາເຄີຍເຮັດໃຫ້

ຈະຊ່ວຍໃຫ້ອາລົມຄຽດຫຼືອາລົມຊົ່ວວູບເບົາບາງລົງ

6. ເມື່ອມີບັນຫາຄວນໃຊ້ເຫດຜົນໃນການເວົ້າລົມ ເປັນເລື່ອງທຳມະດາທີ່ຄົນສອງຄົນຈະມີເລື່ອງຂັດແຍ້ງ

ແຕ່ຖ້າທັງຄູ່ພ້ອມທີ່ຈະປັບຕົວເຂົ້າຫາກັນ ບັນຫາທັງຫຼາຍກໍ່ຈະກາຍເປັນເລື່ອງນ້ອຍ

7. ປ່ອຍໃຫ້ອີກຝ່າຍມີເວລາເປັນຂອງຕົວເອງ ການເກາະຕິດ ຄວບຄຸມມີແຕ່ຈະເຮັດໃຫ້ຄວາມຮັກຈືດຈາງໄດ້ງ່າຍ

ປ່ອຍໃຫ້ອີກຝ່າຍໄປທ່ຽວກັບໝູ່ເພື່ອນແດ່ ລວມທັງພະຍາຍາມໃຫ້ຕົວເອງມີໂລກສ່ວນຕົວແດ່ ຈະໄດ້ບໍ່ອືດອັດເຊັ່ນກັນ

8. ເວົ້າກັນຕົງໆ ໂດຍເລືອກໃຊ້ຄຳເວົ້າທີ່ບໍ່ທຳຮ້າຍຈິດໃຈ

9. ມີຂອບເຂດໃນການປັບຕົວ ແນ່ນອນວ່າຕ່າງຝ່າຍທັງເຮົາແລະເຂົາຕ່າງຕ້ອງປັບຕົວເຂົ້າຫາກັນ ແຕ່ຄວນມີຂອບເຂດ

ບໍ່ແມ່ນຍອມປ່ຽນແປງໃຫ້ເປັນແບບທີ່ອີກຝ່າຍຕ້ອງການທຸກຢ່າງ ຈົນບໍ່ເຫຼືອຄວາມເປັນຕົວຂອງຕົວເອງ

ເພາະບໍ່ມີສໃຜສາມາດປ່ຽນຕົວເອງເພື່ອຄົນອື່ນໄດ້ຕະຫຼອດການ

10. ຫ້າມຂີ້ຕົວະ ຜົນລັບທີ່ຮ້າຍແຮງຂອງການຂີ້ຕົວະຄື ຕ່າງຝ່າຍຈະບໍ່ສາມາດເຊື່ອໃຈກັນໄດ້ອີກ

11. ຢ່າຄາດຄັ້ນຫາຄຳຕອບຖ້າາອີກຝ່າຍຍັງບໍ່ພ້ອມ ການດືງດັນໃຫ້ຮູ້ດຽວນັ້ນ ວ່າເປັນຫຍັງ? ເພາະຫຍັງ? ຈະເອົາຫຍັງ?

ເປັນການກົດດັນອີກຝ່າຍຢ່າງບໍ່ມີປະໂຫຍດ ຖ້າຢູ່ໃນສະຖານະການຕືງຄຽດ ຄວນລອງຖອຍອອກມາໜື່ງກ້າວ ເຮັດໃຈໃຫ້ສະງົບ

ຖ້າຈົນກວ່າທັງສອງຝ່າຍຈະພ້ອມ ແລ້ວຄ່ອຍລົມກັນໃຫ່ມກໍ່ຍັງບໍ່ສາຍ

12. ເບິ່ງແຍງຕົວເອງໃຫ້ດູດີສະເໝີ

13. ບໍ່ຄວນຄາດຫວັງກັບຄວາມຮັກ ເພາະເປັນເລື່ອງຄວາມຮູ້ສືກຂອງຄົນສອງຄົນທີ່ເອົາແນ່ນອນບໍ່ໄດ້

ແລະບໍ່ມີກົດເກນຕາຍຕົວ ຢ່າຄາດຫວັງວ່າອີກຝ່າຍຈະເປັນຢ່າງນັ້ນຢ່າງນີ້ ຈະເຮັດນັ້ນເຮັດນີ້ໃຫ້

ເພາະຖ້າຜິດຫວັງຈະເສຍໃຈທັງສອງຝ່າຍ ຄວນປ່ອຍໃຫ້ເປັນໄປຕາມທຳມະຊາດ

14. ຫ້າມເວົ້າຖ້ອຍຄຳຫຍາບ ຈະຜິດກັນຮ້າຍແຮງຊ່ຳໃດ ກໍ່ຫ້າມດ່າກັນເສຍໆ ຫາຍໆ

15. ຊື່ສັດແລະໄວ້ໃຈກັນ

16. ຫາສິ່ງຂອງທີ່ຕ້ອງເບີ່ງແຍງຮ່ວມກັນ ເຊັ່ນ ລ້ຽງສັດ ຕົ້ນໄມ້ ຫຼືກິດຈະກຳນ້ອຍໆ ເພື່ອສ້າງຄວາມຜູກພັນລະຫວ່າງສອງຄົນ

17. ໃຫ້ໂອກາດອີກຝ່າຍແກ້ໄຂຂໍ້ຜິດພາດ ກັບຄົນທີ່ເຮົາຮັກຍິ່ງຕ້ອງໃຫ້ອາໄພແລະໃຫ້ໂອກາດ

18. ຢ່າອາຍທີ່ຈະຂໍໂທດ

19. ຫາກິດຈະກຳສ້າງສັນທຳຮ່ວມກັນ ເຊັ່ນ ຊວນກັນຫຼິ້ນກິລາ ໄປເບິ່ງງານສິລະປະ ເພື່ອໃຫ້ຄວາມຮັກສົດໃສ

ແລະໄດ້ພົບສິ່ງໃຫ່ມໆໃນຊີວິດ

20. ຄິດເຖິງຄວາມຮູ້ສືກຂອງອີກຝ່າຍສະເໝີ ຢ່າມົວແຕ່ຄິດວ່າເປັນຫຍັງອີກຝ່າຍບໍ່ເຂົ້າໃຈເຮົາ

ນອກຈາກຈະບໍ່ມີປະໂຫຍດແລ້ວ ຍັງເຮັດໃຫ້ເປັນຄົນຂີ້ນ້ອຍໃຈຢ່າງບໍ່ມີເຫດຜົນ

21. ຮູ້ສືກດີກັບສັງຄົມທີ່ຢູ່ ທັງພໍ່ແມ່ ພີ່ນ້ອງ ໝູ່ ຈະເຮັດໃຫ້ພູມໃຈໃນຕົວເອງ

22. ຢ່າປິດກັ້ນໂອກາດ ເປີດຕົວເອງໃຫ້ຮູ້ຈັກກັບຄົນໃຫ່ມໆ ເພາະການໄດ້ຮູ້ຈັກຄົນທີ່ຫຼາກຫຼາຍ

ຈະເຮັດໃຫ້ຮູ້ຄຸນຄ່າຄົນໃກ້ຕົວແລະຮູ້ໃຈຕົວເອງ

23. ຮູ້ຈັກໃຊ້ພາສາກາຍໃນການສຳພັດຮ່າງກາຍຂອງອີກຝ່າຍ ເຊັ່ນຈັບມື ລູບຫຼັງ

ເພາະສາມາດສື່ຄວາມໃນໃຈໄດ້ດີກວ່າຄຳເວົ້າໃນຫຼາຍໂອກາດ

24. ຄິດເຖິງອານາຄົດ ແຕ່ຢ່າເວົ້າເລື້ອຍໆ ຈົນກາຍເປັນການຄວບຄຸມຜູກມັດ ເວົ້າໃນຈັງຫວະທີ່ເໝາະສົມ

ໃຫ້ຮູ້ວ່າອີກຝ່າຍຢູ່ໃນແຜນການອານາຄົດຂອງກັນແລະກັນ

25. ຮູ້ຈັກຮັກຕົວເອງ ເພື່ອໃຫ້ສາມາດຮັກຄົນອື່ນໄດ້ເຊັ່ນກັນ!!

Delicious Digg Fark Twitter