ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ໂລກກົມໆ ໃບນີ້ ບໍ່ມີຫຍັງໄດ້ມາຟຣີໆ

ຂອງຟຣີບໍ່ເຄີຍມີ ຂອງດີບໍ່ເຄີຍຖືກ

ເຈົ້າວ່າແມ່ນບໍ່ .....?

ຄົນເຮົາຕ້ອງກ້າວໜ້າ ເວລາຍັງໄປໜ້າເລີຍ

ບໍ່ຕ້ອງສົນໃຈວ່າ... ແມວຈະສີຂາວຫຼືດຳ ຂໍໃຫ້ຈັບໜູໄດ້ກໍ່ພໍ

 

ໃນໂລກກົມໆ ໃບນີ້ບໍ່ມີຄຳວ່າແນ່ນອນ

ຄົນເຮົາເມື່ອມ້າຕາຍ ກໍ່ຕ້ອງລົງຍ່າງ

ທໍ້ແທ້ໄດ້ ແຕ່ຢ່າທໍ້ຖອຍ

ອິດສາໄດ້ ແຕ່ຢ່າລິດສະຍາ


ເຫດຜົນຂອງຄົນໆໜື່ງ ອາດບໍ່ແມ່ນຂອງອີກຄົນໜື່ງ

ຖ້າບໍ່ລອງກ້າວເດີນ ຈະບໍ່ມີມື້ຮູ້ໄດ້ເລີຍວ່າ ທາງໜ້າເປັນແນວໃດ

ຫົນທາງອັນຍາວໄກ ຕ້ອງເລີ່ມຕົ້ນດ້ວຍບາດກ້າວທຳອິດກ່ອນສະເໝີ

 

ຢ່າຍອມແພ້ ຖ້າຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່

ຈົ່ງໃຊ້ສະຕິ ຢ່າໃຊ້ອາລົມ

ເບື້ອງຫຼັງຄວາມເຂັ້ມແຂງ ສົມຄວນມີຄວາມອອ່ນໂຍນ

ບໍ່ມີຄຳວ່າ ບັງເອີນໃນເລື່ອງຂອງຄວາມຮັກ ມີແຕ່ຄຳວ່າຕັ້ງໃຈ

 

ຍິນດີກັບສິ່ງທີ່ໄດ້ມາ ແລະຍອມຮັບກັບສິ່ງທີ່ເສຍໄປ

ຫຼັງພາຍຸຜ່ານໄປ ຟ້າຍ່ອມສົດໃສ

ຫຼັງຜ່ານບັນຫາຈະຮູ້ວ່າ ບັນຫານັ້ນນ້ອຍໜ້ອຍດຽວ

ບໍ່ເປັນຂ້າລາຊະການນະໄດ້ ແຕ່ບໍ່ເປັນຄົນບໍ່ໄດ້

ມີແຕ່ມື້ນີ້ທີ່ມີຄ່າ ບໍ່ມີມື້ໜ້າ ມື້ຫຼັງ ເມື່ອວານກໍ່ສາຍເກີນແກ້

ມື້ອື່ນກໍ່ສາຍເກີນໄປ

 

ຢ່າຫວັງວ່າ... ຈະໄດ້ຮັບຄວາມຮັກຈາກຄົນທີ່ເຈົ້າຮັກ

ເພາະຄົນທີ່ເຈົ້າຮັກ ບໍ່ໄດ້ຮັກເຈົ້າໝົດທຸກຄົນ


ໝູ່ທົ່ວໄປ...ບໍ່ເຫັນເຈົ້າຮ້ອງໄຫ້

ໝູ່ແທ້...ມີບ່າໄຫຼ່ໄວ້ຖ້າເຊັດນ້ຳຕາໃຫ້

ໝູ່ທົ່ວໄປ...ຈັບແກ້ວເບຍຕິດມືມາງານລ້ຽງຂອງເຈົ້າ

ໝູ່ແທ້...ຈະມາແຕ່ເວັນເພື່ອຊ່ວຍຕຽມງານ

ໝູ່ທົ່ວໄປ...ຄາດຫວັງໃຫ້ເຈົ້າຢູ່ຄຽງຂ້າງເຂົາສະເໝີ

ໝູ່ແທ້...ຄາດຫວັງທີ່ຈະຢູ່ຄຽງຂ້າງເຈົ້າຕະຫຼອດໄປ


ໝູ່ທົ່ວໄປ...ອ່ານແລ້ວຖິ້ມໄປ

ໝູ່ແທ້...ຈະສົ່ງຕໍ່ໆໄປ

ສົ່ງຜ່ານໃຫ້ໃຜກໍ່ໄດ້ທີ່ເຈົ້າຫ່ວງໃຍ

ຖ້າເຈົ້າໄດ້ຮັບຄືນ ໝາຍເຖິງ ເຈົ້າໄດ້ພົບໝູ່ແທ້ແລ້ວ!!!

Delicious Digg Fark Twitter