ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

1. ຄາຖາຄົນເຮັດວຽກ

ຂັ້ນທຳອິດ...ທ່ອງນະໂມ 3 ຈົບ ກ່ອນ ແລ້ວຈື່ງຄ່ອຍທ່ອງຄາຖາເດີ

ອາດຈະມີ...ເຊັງໄປແດ່...ໃນບາງເທື່ອ

ອາດຈະມີ...ເບື່ອກັນແດ່... ໃນບາງຫົນ

ອາດຈະມີ...ເໝັນຂີ້ໜ້າ...ກັບບາງຄົນ (ອັນນີ້ໂດນເຕັມໆ)

ພະຍາຍາມທົນ ເຮັດວຽກໄປ ເພາະໄດ້ເງິນ (ອັນນີ້ໂດນກວ່າ)

 

2. ຄາຖາປ່ອຍວາງ

ກູວ່າແລ້ວໃນໂລກນີ້ມີບັນຫາ

ເຂົາບໍ່ດ່າ ກໍ່ຍ້ອງຍໍ ຫຼືເສີຍໆ

ສາມ ປະເພດທີ່ວ່ານີ້ບໍ່ປ່ຽນເລີຍ

ຈົ່ງວາງເສີຍໃຜຖືສາເປັນບ້າຕາຍ

 

3.ຄຳສອນຂອງພະພຸດທະເຈົ້າ

ຢ່າໄປຄິດວ່າ “ຄົນອື່ນ“ ເໜືອ ກວ່າເຮົາ ເພາະເຮັດໃຫ້ເກີດພົມດ້ອຍ

ຢ່າໄປຄິດວ່າ “ຄົນອື່ນ“ ຕ່ຳ ກວ່າເຮົາ ເພາະເຮັດໃຫ້ເກີດເປັນຄົນເຫັນແກ່ຕົວ ບໍ່ດີ

ຢ່າໄປຄິດວ່າ “ຄົນອື່ນ“ ສະເໝີ ເທົ່າເຮົາ ເພາະ ເຮັດໃຫ້ເກີດການແຂ່ງຂັນ ຊິງດີຊິງເດັ່ນ

ຈົ່ງຄິດສະເໝີວ່າ “ຄົນອື່ນທຸກຄົນ“ ເປັນເພື່ອນຮ່ວມທຸກ ເກີດ ແກ່ ເຈັບ ຕາຍ ນຳກັນທັ້ງໝົດ

 

 

Delicious Digg Fark Twitter