ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ຮູ້ຫຼືບໍ່ວ່າອາການແບບໃດທີ່ເອີ້ນວ່າກຳລັງຂາດວິຕາມິນຊີ

 ອາການອອ່ນເພຍ ເບື່ອອາຫານ ມີເລືອດອອກຕາມຮ່ອງແຂ້ວ ໂດຍສະເພາະເວລາສີແຂ້ວ ເປັນຫວັດງ່າຍ ແລະເປັນເລື້ອຍໆ

ດີແລ້ວກໍ່ເປັນອີກ ເພາະພູມຕ້ານທານຕ່ຳ ເນື່ອງຈາກວິຕາມິນຊີເປັນສານອາຫານໃນການເສີມພູມຕ້ານທານຂອງຮ່າງກາຍ

 ເມື່ອປ່ອຍໃຫ້ຂາດວິຕາມິນຊີໄປດົນໆ ກໍ່ຈະສະແດງອາການອອກມາທາງກ້າມເນື້ອ ຜີວໜັງ ແລະເສັ້ນເລືອດ ເຊັ່ນ ເຈັບກ້າມເນື້ອ

ອອ່ນແຮງ ເສັ້ນເລືອດບໍ່ແຂງແຮງ ເສັ້ນເລືອດຝອຍໃຕ້ຜີວໜັງແຕກງ່າຍ ຜີວຊ້ຳງ່າຍ ປາກແຫ້ງ ຜີວແຫ້ງ

 ຖ້າເປັນບາດຈະນານເຊົາ ແລະອາດເຮັດໃຫ້ນຳໄປເຖິງບັນຫາໂລກຂໍ້ກະດູກ ໂລກຫຼອດເລືອດ ແລະໂລກຫົວໃຈ

ໃນກໍລະນີທີ່ຂາດວິຕາມິນເປັນເວລາຍາວນານ

ຮູ້ແນວນີ້ແລ້ວ ຢ່າລືມເບີ່ງແຍງດູແລຕົວເອງບໍ່ໃຫ້ຂາດວິຕາມິນຊີ ເພື່ອສຸຂະພາບທີ່ແຂງແຮງ

Delicious Digg Fark Twitter