ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ງານວິໄຈບັນລືໂລກທີ່ຈັດຂື້ນໂດຍ ໂທມັສ ສແຕນລີຍ໌ ຜູ້ສຳພາດ “ເສດຖີຂ້າງບ້ານ“ ມາແລ້ວ 1,100ຄົນ ພົບວ່າ

“ເຈົ້າຂອງເງິນລ້ານ“ ອາດມີວິທີສ້າງຕົວຕ່າງກັນ ແຕ່ກັບມີຄຸນລັກສະນະຄືກັນ 7 ປະການຕໍ່ໄປນີ້

1. ເລືອກອາຊີບທີ່ “ມັກ“

“ເຈົາຂອງເງິນລ້ານ“ ອາດມີອາຊີບຫຼາຍຢ່າງ ແຕ່ສຳຄັນມັນຕ້ອງເປັນອາຊີບທີ່ “ມັກ“ ສຳລັບເຂົາເທົ່ານັ້ນ

ແມ່ນຢູ່ທີ່ຜູ້ປະກອບການມີໂອກາດເປັນ “ເຈົ້າຂອງເງິນລ້ານ“ ໄວກວ່າຄົນທົ່ວໄປ 4 ເທົ່າ ແຕ່ນັ້ນກໍ່ບໍ່ພົບວ່າ

ມີທຸລະກິດປະເພດໜື່ງປະເພດໃດທີ່ຈະປະສົບຄວາມສຳເລັດຫຼາຍກວ່າປະເພດອື່ນໆ

ສະຫຼຸບວ່າຄວາມລ້ຳລວຍຮັ່ງມີມາຈາກລັກສະນະນິໄສຂອງພວກເຂົາ ຫຼາຍກວ່າປະເພດທຸລະກິດທີ່ເລືອກເຮັດ

2. ມຸ້ງສ້າງຕົວດ້ວຍສອງມື ບໍ່ສົນໃຈມໍລະດົກຫຼືການສະໜັບສະໜູນຈາກພໍ່ແມ່

80% ຂອງ “ເຈົ້າຂອງເງິນລ້ານ“ ສ້າງເງິນລ້ານດ້ວຍມືເຂົາເອງລ້ວນໆນ້ອຍຄົນທີ່ຈະເພິ່ງພາພໍ່ແມ່ຫຼືເຝົ້າຖ້າມໍລະດົກ

ແຮງເລີ່ມຕົ້ນຈາກຝີມື ພວກເຂົາກໍ່ຍີ່ງແຂງ ສ່ວນໃຫ່ຍສາມາດຢືນໄດ້ດ້ວຍແຂນຂາຕົວເອງຕັ້ງແຕ່ອາຍຸຍັງນ້ອຍ

3. ທຸ້ມເທເວລາສ່ວນໃຫ່ຍໄປກັບການວາງແຜນສ້າງຕົວ

 “ເຈົາຂອງເງິນລ້ານ“ ມັກໃຊ້ເວລາສະເລ່ຍມື້ລະ 8 ຊົ່ວໂມງຕໍ່ເດືອນກັບການວາງແຜນຊີວິດ ຂະນະຄົນທົ່ວໄປໃຊ້ເວລາຄິດ

ແຕ່ເລື້ອງຫາ         ຄວາມສຸກ

4. ໃຫ້ຄວາມສຳຄັນກັບອິດສະຫຼະພາບທາງດ້ານການເງິນຫຼາຍກວ່າສະຖານະທາງສັງຄົມ

“ເຈົ້າຂອງເງິນລ້ານ“   ຕົວຈິງມັກໃຊ້ຊີວິດແບບຊົນຊັ້ນກາງ ຢູ່ໃນເຮືອນຂະໜາດພໍສະບາຍ ຂີ່ລົດຍີ່ຫໍ້ທົ່ວໆໄປທີ່ໃຊ້ວຽກໄດ້ດີ

ພວກເຂົາບໍ່ມັກແຂ່ງຂັນເອົາໜ້າກັບໃຜ  ແມ່ນບໍ່ຕ້ອງມີໜີ້ກ້ອນໃຫ່ຍຄອຍພະຍູງຊີວິດ

5. ໃຊ້ຈ່າຍຢ່າງມີເຫດຜົນ

ຄົນສ່ວນໃຫ່ຍເຖິງວ່າເຮັດວຽກໜັກ ກະເປົາໜັກ ແຕ່ມັກໃຊ້ຈ່າຍໜັກນຳ ຈື່ງລວຍບໍ່ສຳເລັດ ກົງກັນຂ້າມກັບ “ເຈົ້າຂອງເງິນລ້ານ“

ທີ່ທັງເຮັດວຽກໜັກ ແຕ່ຄິດໜັກນຳເມື່ອໃຊ້ຈ່າຍປຽບໃສ່ຄົນທົ່ວໄປເປັນນັກເຕະບານກອງໜ້າທີ່ມຸ້ງແຕ່ຈະເກັບເກມຈົນເສຍປະຕູ

ແຕ່ຄົນລວຍພວກນີ້ໃຫ້ຄວາມສຳຄັນກັບການຮັກສາປະຕູເທົ່າໆກັບການເກັບເກມ

6. ມຸ້ງຊອກຫາສີ່ງທີ່ດີກວ່າຢູ່ສະເໝີ

“ເຈົ້າຂອງເງິນລ້ານ“ ບໍ່ມັກລົງທືນກັບສີ່ງບໍ່ມີສາລະ ແຕ່ຈະລົງທືນກັບສີ່ງໃຫ່ມໆ ທີ່ຈະເຮັດໃຫ້ເຂົາລ້ຳລວຍຂື້ນ ພວກເຂົາສົນໃຈເລື່ອງ

ຫຼາກຫຼາຍ ຕະຫຼາດໃຫ່ມໆ ຄຳແນະນຳເລື້ອງພາສີ ກົດໝາຍ ເທັກໂນໂລຢີ ຂ່າວສານ ການສືກສາ ... ສີ່ງໃດເຮັດໃຫ້ຊີວິດເຂົາພັດທະນາ

ເຂົາກໍ່ພ້ອມຈະລົງທືນກັບມັນ

7. ສ້າງພູມຄຸ້ມກັນໃຫ້ລູກຫຼານເພີ່ງພາຕົວເອງ

“ເຈົ້າຂອງເງິນລ້ານ“ ບໍ່ມັກຍື່ນປາໃຫ້ລູກກິນ ແຕ່ຈະສອນໃຫ້ຮູ້ວິທີຈັບປາກິນເອງຕະຫຼອດຊີວິດ

Delicious Digg Fark Twitter