ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ດຽວນີ້ໃຜໆຕ່າງກໍ່ມີມືຖືຕິດຕົວນຳກັນທັງນັ້ນ ແຖມມືຖືສ່ວນໃຫ່ຍດຽວນີ້ກໍ່ມີກ້ອງຖ່າຍຮູບຕິດມາໃຫ້ໄດ້ເກືອບທຸກໜ່ວຍ

ເຊີ່ງຫຼາຍໆຄົນກໍ່ໃຊ້ໂທລະສັບມືຸຖືນີ້ແລະຖ່າຍພາບຄວາມປະທັບໃຈ ລວມໄປເຖີງຖ່າຍຕົວເອງໃນສະຖານທີ່ຕ່າງໆ ເກືອບເລື້ອຍໆ

ທັ້ງນີ້ບາງຄັ້ງພາບທີ່ຖ່າຍຈາກກ້ອງມືຖືນັ້ນອາດຈະງາມສູ້ພາບທີ່ຖ່າຍຈາກກ້ອງບໍ່ໄດ້ເພາະສະນັ້ນມາເບິ່ງກັນກວ່າວ່າຖ້າຈະໃຊ້ມືຖື

ຖ່າຍຮູບນັ້ນຄວນຈະໃຊ້ຢ່າງໃດເພື່ອພາບຈະໄດ້ອອກມາງາມໆ

ຢ່າງທຳອິດນັ້ນ ບໍ່ຄວນໃຫ້ກ້ອງຢູ່ໄກເກີນຕົວເຮົາ ເກີນ 30-60 ຊ.ມ

ເພາະນັ້ນຈະເປັນໄລຍະທີ່ແສງແຟຮຊຂອງກ້ອງສ່ອງເຖິງ

ໃນຂະນະທີ່ຖ້າຖ່າຍສີ່ງຂອງກໍ່ຄວນໃຫ້ຢູ່ໃນໄລຍະ 90-120 ຊ.ມ ແລະພະຍາຍາມຢູ່ໃນທີ່ມີແສງສະຫວ່າງຫຼາຍໆ

ເພາະກ້ອງມືຖືນັ້ນຄ່ອນຂ້າງແພ້ພື້ນທີ່ມືດໆ

ໃນການຖ່າຍພາບແຕ່ລະເທື່ອແນະນຳໃຫ້ຖ່າຍພາບສີຕະຫຼອດ ສ່ວນເອຟເຟດຕ່າງໆ ນັ້ນເຮົາສາມາດໃຊ້ໂປຮແກຣມ

ຕົບແຕ່ງພາບຊ່ວຍໄດ້ໃນພາຍຫຼັງ ແລະຕ້ອງເລືອກຄວາມລະອຽດຂອງພາບໃຫ້ສູງທີ່ສຸດ ເພື່ອພາບທີ່ໄດ້ຈະໄດ້ຄົມຊັດ

ແລະຕ້ອງບໍ່ລືມເບີ່ງແຍງດູແລເລນສ໌ກ້ອງໃຫ້ສະອາດຢູ່ສະເໝີ ທັ້ງມືຖືທີ່ມີຝາປິດກ້ອງ ແລະບໍ່ມີຝາປິດກ້ອງ ແນະນຳໃຫ້

ໃຊ້ຜ້າທີ່ໃຊ້ເຊັດເຮັດຄວາມສະອາດແວ່ນຕາມາທຳຄວາມສະອາດຈະດີທີ່ສຸດ

Delicious Digg Fark Twitter