ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມນູທີ່ຈະສະເໜີຕໍ່ໄປນີ້ຄື ....ຂົ້ວຮັກແທ້....

ເມນູນີ້ ມີສ່ວນປະສົມອັນເໝາະເຈາະແລະມີສັບພະຄຸນຄອບຈັກກະວານ

ແກ້ໄດ້ທັ້ງໂລກ ຮັກຈາງ ຮັກໜ່າຍແໜງ ຍິ່ງຖ້າຮັກກັນຢູ່ແລ້ວຈະເຮັດໃຫ້ຮັກກັນຫຼາຍຍິ່ງຂື້ນ

ສ່ວນປະສົມ

1. ຄວາມຮັກຂອງຫົວໃຈ 2 ໜ່ວຍ

2. ຄວາມຈິງໃຈທີ່ບໍ່ໃສ່ສານປຸງແຕ່ງ ຫຼືຕ້ອງບໍ່ຜ່ານຂະບວນການເສແສ້ງ 1 ຖ້ວຍ

3. ຄວາມເຂົ້າໃຈທີ່ຜ່ານການບົ່ມດອງດ້ວຍການເວລາແຫ່ງຄວາມເຫັນອົກເຫັນໃຈ 4 ຈອງ

4. ການໃຫ້ກຽດ 2 ຈອງ

5. ຄວາມອົດທົນທີ່ຕັດຄວາມຮ້າຍແລະຄວາມບໍ່ພໍໃຈຈົນກາຍເປັນການໃຫ້ອະໄພ 3ຈອງ

6. ຄວາມຊື່ສັດທີ່ເດັດເອົາມາຈາກຕົ້ນພັກດີແລະຕົ້ນໄວ້ວາງໃຈ 10 ໃບ

ວິທີປຸງແຕ່ງ

1. ເລີ່ມທີ່ເອົາຄວາມຮັກໃສ່ໝໍ້ຂາງຕັ້ງເຕົາໄຟແຫ່ງຄວາມຮູ້ສືກດີໆ ຕໍ່ກັນ ຈາກນັ້ນໃສ່ຄວາມຈິງໃຈລົງໄປ

2. ຂົ້ວຈົນຫົວໃຈສອງດວງກາຍເປັນໜື່ງດຽວ ຈາກນັ້ນປຸງລົດຊາດດ້ວຍສ່ວນປະສົມທີ່ເຫຼືອ

ຄືການໃຫ້ກຽດ ຄວາມເຂົ້າໃຈ ຄວາມອົດທົນ ແລະການໃຫ້ອະໄພ ເພື່ອໃຫ້ໄດ້ລົດຊາດທີ່ແຊບ

3. ກ່ອນຍົກເສີຮ໌ຟ ຢ່າລືມໂຮຍໜ້າດ້ວຍຄວາມຊື່ສັດ ທີ່ມາຈາກຕົ້ນພັກດີແລະຕົ້ນໄວ້ວາງໃຈ

ເພື່ອວ່າຜູ້ກິນຈະໄດ້ເກີດຄວາມປະທັບໃຈ ແລະຂໍ້ສຳຄັນຢ່າເຜີເຢາະນ້ຳປາແຫ່ງຄວາມເຫັນແກ່ຕົວລົງໄປເປັນອັນຂາດ

ບໍ່ດັ່ງນັ້ນຮັກແທ້ອາດກາຍເປັນຮັກທໍ້ ແລະລໍ່ແລ້ໃນທີ່ສຸດ ສ່ວນກໍລະນີຄູ່ທີ່ຢູ່ກັນມາດົນນານອາດຈະຕ້ອງມີການປ່ຽນບັນຍາກາດໄປເຮັດກິນນອກສະຖານທີ່ກັນແດ່ ເພື່ອບໍ່ໃຫ້ເກີດຄວາມຊ້ຳຊາກ

ຫວັງວ່າອາຫານຈານນີ້ອາດເຮັດກັນໄດ້ງ່າຍໆ

ແລະອາດເປັນອາຫານທີ່ແຊບທີ່ສຸດອາຫານຈານນີ້ບໍ່ມີຜົນເຮັດໃຫ້ໝູ່ເພື່ອນ ເປັນທ້ອງຫຼືອາການອື່ນໆນອກຈາກຈະໃຫ້ຄວາມສຸກ

Delicious Digg Fark Twitter