ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຖ້າຕ້ອງການໃຫ້ຄວາມສຳພັນຢູ່ລອດປອດໄພສະບາຍໃຈຫາຍຫ່ວງ ພຽງຄວາມຮັກຢ່າງດຽວບໍ່ພໍ ການສື່ສານໃຫ້ເຂົ້າໃຈກັນກໍ່ເປັນສີ່ງສຳຄັນຫຼາຍ ຖ້າເອົາແຕ່ຫຼັບຫູຫຼັບຕາຮັກໆ ຢ່າງດຽວ ແຕ່ເວົ້າກັນບໍ່ຮູ້ເລື້ອງ ກໍ່ຈະມີແຕ່ຜິດຖຽງກັນໄປຄຽດກັນມາ

 

ໃຫ້ກຽດແລະມີສັດທາ

ເມື່ອເຮົາໃຫ້ກຽດຄົນຮັກ ນັ້ນສະແດງວ່າເຮົາເຂົ້າໃຈແລ້ວວ່າອີກຝ່າຍຄືມະນຸດທີ່ມີຄວາມຄິດ ຄວາມຮູ້ສືກແລະຄວາມຕ້ອງການເປັນຂອງຕົວເອງ ບໍ່ແມ່ນຄົນສະນິດຖ້າຍ່າງຕາມເຮົາອືອອອອໄປເລື້ອຍ

ການເຄົາລົບຄວາມຄິດເຫັນຂອງຄົນຮັກເຮັດໃຫ້ເຮົາເປັນຄົນທີ່ຍອມຮັບຄວາມຄິດເຫັນທີ່ແຕກຕ່າງບໍ່ແມ່ນຍືດເອົາຄວາມຄິດຕົວເອງເປັນໃຫ່ຍຝ່າຍດຽວ

ດັ່ງນັ້ນເວລາທີ່ເຂົາເຫັນບໍ່ຄືກັບເຮົາກໍ່ຢ່າຟ້າວໂຍນຄວາມຄິດຂອງເຂົາຖິ້ມ ຫຼືເໝົາເອົາວ່າຄວາມຄິດຂອງເຂົາໄລ້ສາລະ

ແທນທີ່ຈະເຮັດແບບນີ້ກໍ່ຮັບເອົາຂໍ້ມູນມາແບ່ງປັນພິຈາລະນາແລະເຮັດຄວາມເຂົ້າໃຈທີ່ມາທີ່ໄປຂອງມັນ

 

ຊື່ນຊົມແລະໃສ່ໃຈ

ຢ່າຊື່ນຊົມຢູ່ແຕ່ໃນໃຈ ສະແດງມາທາງຄຳເວົ້າແລະການກະທຳໄດ້ເລີຍ ເວລາທີ່ຕ້ອງແກ້ບັນຫາຫຍັງເຮົາຍ່ອມຕ້ອງການໃຫ້ຄົນຮັກພໍໃຈນຳການປະນີປະນອມພົບກັນເຄີ່ງທາງ ເຮົາຍ່ອມບໍ່ຢາກເອົາຊະນະຄັດຄ້ານຄົນຮັກເພື່ອແລະກັບຄວາມສຸກຂອງເຮົາ ຄົນເຮົາເວລາຄົບກັນໄປດົນໆ ຄວາມເຄີຍຊິນເຮັດໃຫ້ຫຼົງລືມທີ່ຈະເວົ້າຈາຊື່ນຊົມກັນແລະກັນໃນທາງທີ່ດີ ຄວາມຮັກທັ້ງຫຼາຍທັ້ງມວນໃນໂລກຊ່ວຍຫຍັງບໍ່ໄດ້ເລີຍຖ້າອີກຝ່າຍບໍ່ຮູ້ວ່າເຮົາແຄຮ໌! ດັ່ງນັ້ນພຽງແຕ່ແຄຮ໌ໃນໃຈມິດໆ ຍັງບໍ່ພໍ ຕ້ອງສະແດງອອກມາທາງຄຳເວົ້າແລະການກະທຳນຳ

 

ຊື່ສັດ ເຊື່ອໝັ້ນແລະໄວ້ໃຈ

ມີຫຍັງຄວນສື່ສານກັນຢ່າງກົງໄປກົງມາ ແຕ່ບໍ່ຕ້ອງເວົ້າອອກມາທຸກຢ່າງກໍ່ໄດ້ ອາດມີການຫຼົບລ້ຽງແດ່ຖ້າຫາກຈຳເປັນ ເຊັ່ນ ຍັງບໍ່ຢາກເວົ້າຫຍັງຕອນນີ້ ຫຼື ຮູ້ສືກອືດອັດທີ່ຈະເວົ້າເລື່ອງນັ້ນ ແບບນີ້ໂອ່ເຄ່ແຕ່ຢ່າຂີ້ຕົວະ ເພາະວ່າຄົນທີ່ເຂົ້າໃຈກັນດີຍ່ອມໄວ້ໃຈວ່າອີກຝ່າຍພະຍາຍາມຈະປົກປ້ອງບໍ່ໃຫ້ມີຫຍັງຕ້ອງລະຄາຍໃຈກັນ ເລື່ອງບາງຢ່າງບໍ່ຕ້ອງເວົ້າກໍ່ໄດ້ ເຮົາໄວ້ໃຈເຂົາ ເຂົາໄວ້ໃຈເຮົາ ຫຼືຖ້າມັນຄາໃຈຫຼາຍໆ ກໍ່ຢ່າຟ້າວຄິດຫຍັງໃນທາງຮ້າຍ ຖ້າໃຫ້ສະຖານະການສະຫງົບແລ້ວຄ່ອຍຫາໂອກາດລົມກັນດີໆ ຍ່ອມດີກວ່າການສະແດງອາການອາລະວາດດ່າຜິດຖຽງກັນ ເພື່ອຄົ້ນເອົາຄວາມຈິງອອກມາໃຫ້ໄດ້ດຽວນີ້ ເຊີ່ງສະແດງໃຫ້ເຫັນເຖິງຄວາມບໍ່ໄວ້ໃຈກັນ ເຮົາຢາກໄດ້ຮັບການປະຕິບັດແນວໃດກໍ່ຄວນປະຕິບັດກັບເຂົາແນວນັ້ນ

 

ເປັນໝູ່ຮັກສຸດສະນິດ

ຄວາມສຳພັນທີ່ໝັ້ນຄົງແຂງແຂງນັ້ນຄູ່ຮັກຕ້ອງເປັນໝູ່ທີ່ສະນິດສຸດໆ ຂອງກັນແລະກັນອີກນຳ ເຮົາຈຳເປັນຕ້ອງເວົ້າລົມກັບຄົນຮັກດ້ວຍລັກສະນະອາການດຽວກັນກັບເວລາເວົ້າກັບໝູ່ຮັກໃຫ້ໄດ້ນຳ ບາງຄົນບໍ່ມີຄວາມອົດກັ້ນເອົາເສຍເລີຍເວລາລົມກັບແຟນ ແຕ່ກັບໝູ່ເພື່ອນຫຼືຄົນແປກໜ້າກໍ່ເຮັດເກງອົກເກງໃຈເກືອບຕາຍ ມັນໜ້ານ້ອຍໃຈແມ່ນບໍ່ ເລີກສາພຶດຕິກຳແບບນີ້ແລ້ວຫັນມາໃສ່ໃຈກັບຄົນໃກ້ຊິດຫົວໃຈດີກວ່າ ເພາະເຂົາສຳຄັນກວ່າຄົນແປກໜ້າທີ່ເຮົາບັງເອີນເຈິະຕາມທ້ອງຖະໜົນຫຼາຍທີ່ສຸດ

 

ແບ່ງປັນຄວາມຮູ້ສືກ

ເພື່ອສື່ສານກັນຢ່າງໄດ້ຜົນ ທັງສອງຝ່າຍຄວນຮັບຜິດຊອບຄວາມຮູ້ສືກຂອງຕົວເອງ ນອກຈາກນັ້ນແຕ່ລະຄົນກໍ່ມີສິດທີ່ຈະຮູ້ສືກແນວໃດກໍ່ໄດ້ເຖິງວ່າຈະຮູ້ສືກແຕກຕ່າງກັນໃນສະຖານະການດຽວກັນ ແລະບໍ່ຕ້ອງມີຂໍ້ອ້າງວ່າ ທຸກຄົນຕ້ອງຮູ້ສືກແບບນີ້ຖ້າເຈີະສະຖານະການແບບນີ້ ເຮົາມີສິດຈະຮູ້ສືກແນວໃດກໍ່ໄດ້ໂດຍບໍ່ຕ້ອງມີຄະແນນໂຫວດຫຼືໂພລລ໌ມາຕັດສິນ ແລະເພື່ອການສື່ສານທີ່ດີເລີດຄວນຮຽນຮູ້ແລະແບ່ງປັນຄວາມຮູ້ສືກຂອງຕົວເອງກັບຄົນຮັກນຳ

 

ຄິດບວກ

ຄູ່ຮັກຈຳເປັນຕ້ອງມີທັດສະນະຄະຕິຕໍ່ຊີວິດແລະສີ່ງທີ່ມີຮ່ວມກັນໃນແງ່ບວກເພື່ອໃຫ້ຄວາມສຳພັນຢູ່ລອດ ສີ່ງນີ້ຊ່ວຍໃຫ້ທັງສອງຝ່າຍມີຄວາມເຊື່ອໝັ້ນທີ່ຈະເວົ້າລົມປືກສາແກ້ໄຂບັນຫານຳກັນຢ່າງເປັນມິດ ຄວາມຄິດເຫັນທີ່ມີຕໍ່ກັນຕ້ອງເປັນໄປໃນທາງບວກຫຼາຍກວ່າທາງລົບ ແລ້ວທັງສອງຈະຮູ້ສືກຕື່ນເຕັ້ນມີຊີວິດຊີວາເວລາຢູ່ນຳກັນ ແລະພ້ອມທີ່ຈະແບ່ງປັນແລະສື່ສານກັນຢ່າງເຂົ້າອົກເຂົ້າໃຈແລະມີຄວາມສຸກ.

Delicious Digg Fark Twitter