ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍໄດ້ຍິນສຳນວນອັນໜື່ງບໍ່ ທີ່ບອກວ່າ

ສີ່ງທີ່ເບີ່ງໜ້າຢ້ານ ມັກຈະບໍ່ອັນຕະລາຍ

ສີ່ງທີ່ອັນຕະລາຍ ມັກຈະເບີ່ງບໍ່ໜ້າຢ້ານ

ວ່າກັນວ່າ.. ສ່ວນທີ່ໜ້າຢ້ານທີ່ສຸດຂອງຄົນມີຄວາມຮັກ

ຄືການທີ່ຮັກກັນມາແນບແໜ້ນ ສວຍງາມຫຼູຫຼາ

ໂດຍບໍ່ເຄີຍມີບັນຫາຜິດຖຽງກັນເລີຍ

ເພາະຄວາມສວຍງາມລາບລື່ນ ມັນເຮັດໃຫ້ເຮົາ “ວາງໃຈ“

ຈົນອາດລືມໄປວ່າ.. ແນວໃດໆ ເຂົາກໍ່ເປັນ “ຄົນອື່ນ“

ແນວໃດໆ ເຂົາກໍ່ມີຫົວໃຈຄົນລະດວງກັບຂອງເຮົາ

ສະໝອງຄົນລະກ້ອນ ຕັດສິນໃຈໄດ້ເອງ ຮູ້ສືກໄດ້ເອງ

ວ່າຈະຮັກ ຈະເລີກ ຈະຢູ່ຫຼືຈະໄປ

ໃນເວລາອົກຫັກ ໃຜຈະມາບອກມາເວົ້າຫຍັງສາມມື້ສາມຄືນ

ກໍ່ບໍ່ຊ່ວຍຫຍັງໄດ້ຫຼາຍ ເທົ່າກັບການມີປັນຍາຂື້ນໃນໃຈເຮົາເອງ

ຖ້າເຮົາເຂົ້າໃຈໄດ້ວ່າ ຄົນເຮົາເກີດມາເພື່ອພົບກັນ

ເພື່ອມີວັນເວລາທີ່ດີນຳກັນ

ແລະເພື່ອພາກຈາກກັນໃນທີ່ສຸດ ບໍ່ຊ້າກໍ່ໄວ

ເຮົາກໍ່ຈະທຳໃຈ ແລະປ່ອຍວາງໄດ້

ໂດຍບໍ່ຕ້ອງການຄຳອະທິບາຍ ຫຼືຫາເຫດຜົນຫຍັງຫຼາຍຢ່າງ

ເວລາເຈີະເລື່ອງແບບນີ້

ຢ່າເສຍເວລາຖາມວ່າ “ເປັນຫຍັງ“ ໃຫ້ຫຼາຍຄວາມ

ຄິດເສຍວ່າເຂົາຕາຍຈາກຊີວິດເຮົາໄປແລ້ວ

ຄົນທີ່ເຄີຍເປັນຄົນຮັກແສນດີຂອງເຮົາ ເຂົາບໍ່ຢູ່ໃນໂລກຂອງເຮົາແລ້ວ

ຖ້າເຮົາຮັກເຂົາຫຼາຍແທ໊ ຢ່າງທີ່ບອກເຮົາສະເໝີ

ນີ້ແລະ... ສີ່ງສຸດທ້າຍທີ່ເຮົາຈະໃຫ້ເຂົາໄດ້

“ໃຫ້ອະໄພ“

ຄິດເສຍວ່າ ເຂົາຈະມີຄວາມສຸກຫຼາຍກວ່າທີ່ໄດ້ຢູ່ກັບເຮົາ

ອວຍພອນໃຫເຂົາໂຊກດີໃນໂລກໃຫ່ມຂອງເຂົາ

ບໍ່ຕ້ອງລໍຖ້າເຂົາດ໋ອກ

ຢ່າໄປຫວັງລົມໆແລ້ງໆ ວ່າຄົນຕາຍແລ້ວຈະຟື້ນຄືນກັບມາ

ເພາະມັນມີແຕ່ໃນໜັງ

ແລະເຖິງເຂົາຈະກັບມາ ເຊື່ອສະວ່າ

ຄວາມຮູ້ສືກດີໆ ມັນຈະບໍ່ຄືເກົ່າແລ້ວ

ເຂົາເລືອກທາງເດີນຊີວິດຂອງເຂົາແລ້ວ

ເຂົາເລີ່ມຕົ້ນຊີວິດໃຫ່ມຂອງເຂົາແລ້ວ

ເຮົາກໍ່ເລືອກໄດ້ຄືກັນ

ວ່າຈະເລີ່ມຕົ້ນຊີວິດໃຫ່ມ ຫຼືຈົມປັກໃນທຸກນີ້ຕໍ່ໄປ

ຢາກຮ້ອງໄຫ້ກໍ່ຮ້ອງແຕ່ພໍງາມ ພໍໃຫ້ຮູ້ສືກວ່າເຮົາມີເລືອດເນື້ອ

ແຕ່ຢ່າຮ້ອງຈົນເສຍສະຕິ ຄືຄົນຄິດສັ້ນ

ເພາະເຖິງເຮົາຈະຮ້ອງຈົນນ້ຳຖ້ວມບ້ານ

ກໍ່ບໍ່ເຮັດໃຫ້ແມ່ນຫຍັງກັບມາຄືເກົ່າໄດ້

ເຮົາອາດຮູ້ສືກຄືໂລກຈະດັບ

ແຕ່ບໍ່ແມ່ນເລີຍ... ຊີວິດຫາກໍ່ຈະເລີ່ມຮຽນຮູ້ຄວາມຈິງ

ການຮຽນຮູ້ຄວາມຮູ້ສືກຂອງການສູນເສຍຄັ້ງໃຫ່ຍ

ເປັນບົດຮຽນສຳຄັນຂອງມະນຸດ

ທີ່ຈະໄດ້ສອນຕົວເອງວ່າ.. ຢ່າຍືດໝັ້ນຖືໝັ້ນ

ທຸກຢ່າງເກີດຂື້ນ ຕັ້ງຢູ່ ແລ້ວກໍ່ດັບໄປ

ທັ້ງເຮົາ ທັ້ງເຂົາ ທັ້ງໃຜໆ

ທັ້ງສີ່ງນັ້ນ ສີ່ງນີ້ ສີ່ງໃດ

ທັ້ງໂລກນີ້ ຈັກກະວານ ແລະການເວລາ

ໃຜທີ່ປ່ວຍໃຈຢູ່ ຂໍໃຫ້ເຂັ້ມແຂງ... ໜັກແໜ້ນ... ມີສະຕິ

ແລະຂໍໃຫ້ຫາຍດີປ່ວຍໄວໆ

Delicious Digg Fark Twitter