ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ລອງສັງເກດພືດຕິກຳຕ່າງໆ ທີ່ແອບແຝງເຂົ້າມາເພື່ອສ້າງຄວາມໄຂ່ວເຂລະຫວ່າງການຮຽນຊ່ວງຝືກງານ ຫຼືເລີ່ມເປັນນ້ອງໃຫ່ມສຳນັກງານ ຈາກບັນດາຫຼຸ່ນອ້າຍທີ່ຫາຮູ້ຈັກ ຄົນເຫຼົ່ານີ້ສ່ວນໃຫ່ຍດູດີມີສະເນ່ໜ້າຮັກ ມີມຸກມ່ວນໆ ໃຫ້ຫົວຕະຫຼອດ .........ແຕ່ພວກເຂົາມີພັນລະຍາແລະລູກແລ້ວ

1.ແອບເບີ່ງ

ໄປທາງໃດກໍ່ສົ່ງສາຍຕາຕາມໄປທາງນັ້ນ ແອບເລ່ຕາເບີ່ງແລ້ວເກັກເຮັດຫຼໍ່ ພໍເຮົາຮູ້ຕົວກັບແກ້ເຂີນດ້ວຍການສົນໃຈວຽກທີ່ເຮັດຢູ່ທ່າທາງຄຽດຈັດ ແບບວຽກຫຍຸ້ງເຫຼືອເກີນ

2.ຫາເລື່ອງເຂົ້າມາລົມນຳ

ທ່າທາງເອັນດູເຮົາຫຼາຍ ຖາມຫັ້ນຖາມນີ້ ຟັງຢ່າງສົນອົກສົນໃຈ ເວົ້າຕະຫຼົກໜ້ອຍໜື່ງ ຫົວເຮັດຄືກັບວ່າຕະຫຼົກແທ້ໆ ຍ້ອງນັກຍ້ອງໜາ

3.ແລກເບີມືຖື

ມີເຫດທຸລະຕ້ອງຕິດຕໍ່ທາງມືຖື ເພື່ອຕິດຂັດຕ້ອງຕິດຕາມວຽກຢ່າງໃກ້ຊິດນອກເວລາປົກກະຕິ ແຕ່ແປກແທ້...ໂທມາເມື່ອໃດບໍ່ມີສາລະທຸກເທື່ອ ແຖມເປັນຊ່ວງເດີກໆ

4.ມັກຕູ່ວ່າເຮົາກັບເຂົາມີຫຍັງຄືກັນ

ລົດສະນີຍົມໃນການເບີ່ງໜັງຄືກັນແບບບໍ່ໜ້າເຊື່ອ ເວົ້າລົມຖືກຄໍ ຟັງເພງສໄຕລ໌ດຽວກັນ ມັກນັກຮ້ອງກຸ່ມດຽວກັນ ໜ້າຕາເຮົາກັບເຂົາຍັງຄ້າຍໆກັນເລີຍ ...

5.ເບື່ອຄອບຄົວຕົວເອງ

ບໍ່ມັກເວົ້າເຖິງຄອບຄົວ ຄືກັບວ່າເປັນບ່າວໂສດສະນິດ ບໍ່ມີພາລະຫຼືພັນທະໃດໆ ຫາກບາງທີເຜິຫຼຸດເລົ່າເລື່ອງຄອບຄົວຂື້ນມາ ກໍ່ມັກຕີສີໜ້າເບື່ອໜ່າຍບໍ່ຊື່ນຊົມ ເຮັດຄືຄົນມີບັນຫາ

Delicious Digg Fark Twitter