ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2010 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

“ເຈົ້າຄື ຕົວຈິງ“

“ເຈົ້າຄື ທີ່ໜື່ງ“

“.................”

ສຳລັບຜູ້ຊາຍເຈົ້າຊູ້ ຜູ້ບໍ່ຮູ້ຈັກພໍ ເຂົາບອກວ່າເຮົາເປັນທີ່ໜື່ງ

ແຕ່ບໍ່ໄດ້ໝາຍຄວາມຫຼືມີສີ່ງໃດມາບັງຄັບໄດ້ວ່າທີ່ໜື່ງ ຂອງເຂົາ ນັ້ນຄືເຮົາຄົນດຽວ

ດັ່ງນັ້ນ ເຂົາກໍ່ອາດຈະໃຊ້ລີ້ນລົມປາກບອກຄົນອື່ນໄດ້ເຊັ່ນກັນວ່າ ເຂົາຄົນນັ້ນ ຄືທີ່ໜື່ງ

ແລະຍີງໃດ ທີ່ເມື່ອມີຄວາມສຳພັນທາງກາຍກັບເຂົາແລ້ວ

ກໍ່ຈະໄດ້ເລື່ອນລຳດັບລົງເປັນພຽງກິ໋ກ ແລະເປັນຄົນທີ່ເຂົາບໍ່ເລືອກໃນອານາຄົດ

ເພາະອີ່ມເອມໃນລົດກາມ ທີ່ລີ້ມຊີມລົດຈົນເບື່ອໜ່າຍ

ໝົດຄວາມກະຫາຍໄດ້ ໝົດຄຸນຄ່າ ໝົດລາຄາ ໃນສາຍຕາຂອງເຂົາ

ແລະເຂົາກໍ່ຫາລາຍໃຫ່ມ ລົດຊາດໃຫ່ມມາລອງຕໍ່ໄປເລື້ອຍໆ

ໂດຍບໍ່ຄິດຈີງຈັງ ຫຼືຮັບຜິດຊອບໃຜ

ຕາມນິໄສຂອງພານ ຕາມສັນຊາດຕະຍານຂອງເສືອ

ທີ່ສົບໂອກາດກໍ່ຈະຄຸບເຫຍື່ອກິນເລືອດເນື້ອ

ເຮົາຮູ້ຈັກໜ້າຕາຂອງເຂົາ ແຕ່ຢັ່ງໄປບໍ່ເລີກເຖິງຈິດໃຈ

ການເປັນຝ່າຍເລືອກ ກັບ ການເປັນຝ່າຍລໍໃຫ້ເຂົາເລືອກ

ຢ່າງທຳອິດເຮົາສາມາດເລືອກ “ສີ່ງທີ່ດີທີ່ສຸດ“ ໃຫ້ກັບຊີວິດຕົວເອງ

ສ່ວນຢ່າງຫຼັງ ຄື ເຮົາຕ້ອງກົ້ມໜ້າຍອມຮັບສະພາບທຸກຢ່າງ

ຊີວິດເຮົາ ກຳຂອງເຮົາ ເຮົາເປັນຜູ້ກຳນົດ

ເມື່ອເຫັນວ່າ ຂ້າງໜ້າຄື ກອງໄຟ ກະໂດດເຂົ້າໄປ ກໍ່ໄໝ້ກຽມແສບຮ້ອນ

ເຮົາກໍ່ຄວນຢຸດພິຈາລະນາ ເຖິງວ່າແສງໄຟຈະເບີ່ງງາມ ຊ່ຳໃດ

ກໍ່ເປັນພຽງສີ່ງລວງຕາ ລໍ້ລວງຈິດໃນຮູບລົດນັ້ນ

ເປັນຝ່າຍເລືອກສາ ທຳໃຈໃຫ້ເຂັ້ມແຂງ

ຢ່າເປີດໂອກາດໃຫ້ກາມລາຄະ

ຢ່າປະໝາດເມື່ອຢູ່ລຳພັງກັບເຂົາ

ຢ່າເບີ່ງຂ້າມເຖິງການສຳພັດຮ່າງກາຍພຽງນ້ອຍ

ເພາະມັນສາມາດ ທີ່ຈະຊັກນຳໄປສູ່ສີ່ງທີ່ຫຼາຍຂື້ນເລື້ອຍໆ

ລະວັງຮັກສາກາຍໃຈຂອງເຮົາໄວ້ໃຫ້ດີ

ເພື່ອມອບໃຫ້ຄົນທີ່ຄູ່ຄວນ ແລະເຫັນຄຸນຄ່າຂອງເຮົາ

ເພື່ອບໍ່ໃຫ້ໃນວັນຂ້າງໜ້າທີ່ເມື່ອມອບກາຍໃຈໃຫ້ເຂົາຈົນໝົດສີ້ນ

ຕ້ອງກັບເປັນຝ່າຍວິງວອນຮ້ອງຂໍ ຂໍຮ້ອງ ໃຫ້ໄດ້ຢູ່ໃນສາຍຕາຂອງເຂົາ

ການຮ້ອງໄຫ້ເພື່ອຕັດໃຈ ໃນຂະນະທີ່ຍັງບໍ່ຜູກພັນລືກຊື້ງ

ກັບການຮ້ອງໄຫ້ຫຼັງຈາກສູນເສຍໄປແລ້ວນັ້ນ

ລະດັບຂອງຄວາມເຈັບປວດຈະແຕກຕ່າງກັນຢ່າງມະຫາສານ

ຂື້ນຢູ່ກັບເຮົາທີ່ຈະເປັນຜູ້ເລືອກຊະຕາຕົນໃນອານາຄົດເດີ!!!

Delicious Digg Fark Twitter