ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອ່ານໃຫ້ຄົບເດີ...ມັນອາດຈະເຮັດໃຫ້ຄວາມຄີດດີຂື້ນ (ຫຼືບໍ່?)

1. ຄົນເຮົາມີຄວາມຮູ້ສືກຮັກ ມັກ ຄຽດ ເສົ້າ ບໍ່ຕ່າງກັນ

ຂື້ນຢູ່ກັບວ່າເວລາໃດມັນຈະສະແດງອອກມາຫຼາຍໜ້ອຍພຽງໃດເທົ່ານັ້ນ “ຄົນທີ່ຈະຫົວໄດ້ສຽງດັງ ຂ້າງໃນຄົງຕ້ອງຍິ້ມແດ່ພໍສົມຄວນ ຄົນທີ່ນ້ຳຕາຈະໄຫຼໄດ້ ຂ້າງໃນຄົງມີເລື້ອງປວດໃຈ... ຖ້າບໍ່ນັບການຮ້ອງໄຫ້ທີ່ມາຈາກຄວາມປິຕິຍິນດີ“

2. ໂລກສອນມະນຸດວ່າທຸກສີ່ງຕ້ອງມີການປ່ຽນແປງ...ແຕ່ໂລກກໍ່ກັບສອນໃຫ້ມະນຸດຜູກພັນ

3. ຄົນທີ່ຕະຫຼົກຫົວສົດໃສ ກໍ່ຄືຄົນດຽວກັບຄົນທີ່ສາມາດຮ້ອງໄຫ້ຟູມຟາຍໄດ້ ພຽງແຕ່ເຈົ້າຈະໄດ້ເຫັນຫຼືບໍ່ເທົ່ານັ້ນ ອາດຈະເຄີຍໄດ້ຍິີນວ່າ “ຄົນທີ່ຫົວໄດ້ດັງທີ່ສຸດ ກໍ່ຄືຄົນທີ່ສາມາດຮ້ອງໄຫ້ດັງທີ່ສຸດເຊັ່ນກັນ“

4. ເດັກນ້ອຍ ຈະເບີ່ງວ່າຜູ້ໃຫ່ຍຊີລຽສ໌ ໃນຂະນະທີ່ຜູ້ໃຫ່ຍຈະບອກວ່າ ເດັກນ້ອຍບໍ່ມີສາລະ ເພາະເດັກນ້ອຍບໍ່ເຄີຍເປັນຜູ້ໃຫ່ຍມາກ່ອນ ມື້ໜື່ງເຂົາຄົງຈະຮູ້ວ່າ ເປັນຫຍັງເຖິງຕ້ອງມີເລື້ອງຊີລຽສ໌ ສຳລັບຜູ້ໃຫ່ຍເຊີ່ງໄດ້ຜ່ານໄວເດັກມາແລ້ວອາດຈະລືມໄປວ່າ ວັນທີ່ຜ່ານມາ “ ສາລະ “ ໃນຊີວິດຂອງເຂົາ ຄືຫຍັງ

5. ຄອບຄົວມັກຈະລ້ຽງລູກຜູ້ຍິງໃຫ້ເປັນຝ່າຍຖືກເລືອກ ຄອຍສັ່ງສອນໃຫ້ເຮັດຕົວຮຽບຮ້ອຍ ບໍ່ຢ່າງນັ້ນຈະບໍ່ມີໃຜເລືອກໄປເປັນຄູ່ຄອງ...ແຕ່ຄວາມຈິງແລ້ວຜູ້ຊາຍແລະຜູ້ຍິງ ເຮົາຕ່າງເລືອກເຊີ່ງກັນແລະກັນຫຼາຍກວ່າ

6. ໝູ່ທີ່ດີທີ່ສຸດ ຄືຄົນທີ່ເຈົ້າສາມາດນັ່ງຢູ່ແຄມລະບຽງນຳກັນໂດຍບໍ່ເວົ້າຫຍັງກັນຈັກຄຳ ແຕ່ສາມາດຍ່່າງຈາກໄປ ດ້ວຍຄວາມຮູ້ສືກຄືໄດ້ລົມກັນຢ່າງປະທັບໃຈທີ່ສຸດ

7. ໃຜຫຼາຍຄົນບໍ່ກ້າເຂົ້າໄປປອບໃຈໃຫ້ຄຳປືກສາກັບໝູ່ເພາະຄິດວ່າເຮົາບໍ່ຮູ້ຈະບອກເຂົາແນວໃດ ເພາະເຮົາເປັນພຽງໝູ່...ແຕ່ຄວາມຈິງແລ້ວເຈົ້າເປັນຕັ້້ງໝູ່ຕ່າງຫາກ

8. ຜູ້ຊາຍທີ່ຮ້ອງໄຫ້ ແລະຍອມຮັບວ່າຕົວເອງຮ້ອງໄຫ້ເຂົາຄືສຸພາບບູລຸດທີ່ສຸດ ຢ່າງນ້ອຍການຊື່ສັດກັບຄວາມຮູ້ສືກຂອງຕົວເອງ...ຄືຄວາມກ້າຫານສຸດຍອດ

9. ກ່ອນທີ່ມື້ນີ້ ເຈົ້າຈະເຮັດຄວາມຮູ້ຈັກກັບຜູ້ຄົນໃຫ່ມໆ ຢ່າລືມສຳຫຼວດຕົວເອງກ່ອນວ່າ ໃນຊ່ວງເວລາທີ່ຜ່ານມາ... ເຮັດໃຫ້ໃຜຫຼົ່ນຫາຍໄປຈາກຊີວິດຫຼືບໍ່

10. ເງີນບໍ່ແມ່ນພະເຈົ້າ ແຕ່ເຮັດໃຫ້ເຮົາມີທາງເລືອກຫຼາຍຂື້ນ

11. ມີສະຕິ ສະຕັງຢູ່ ກໍ່ຫາເວລາໄປໃຊ້ແດ່ ອີກໜ້ອຍບໍ່ມີສະຕິສະຕັງ... ກໍ່ສາຍໄປເສຍແລ້ວ

12. ເວລາທີ່ເຮົາຮັກໃຜ ເຮົາຈະຮູ້ສືກຕົວນ້ອຍ ເຫຼືອເກີນ...ເວລາໃຜຮັກເຮົາ ເຮົາຈະຮູ້ສືກຕົວໃຫ່ຍເຫຼືອເກີນ...ແຕ່ຖ້າເຮົາເຈີະຄົນທີ່ເຮົາຮັກເຂົາແລະເຂົາກໍ່ຮັກເຮົາ ເຮົາຈະປ່ຽນກັນຕົວນ້ອຍກັບຕົວໃຫ່ຍ

13. ມື້ທີ່ເຈົ້າເຂັ້ມແຂງແລະແຂງແຮງພໍ ຢ່າລືມເປັນຜູ້ຟັງທີ່ດີໃຫ້ກັບຄົນທີ່ມີບັນຫານຳ “ເອົາບ່າໄຫລ່ໃຫ້ເຂົາເພີ່ງ ເອົາມືໃຫ້ເຂົາຈັບ“.... 100 ຄຳເວົ້າດີ ດີ ບໍ່ເທົ່າກັບ 1 ສຳຜັດທີ່ມີຄ່າດ໋ອກ

14. ເຈົ້າຮູ້ບໍ່ວ່າ ອາຍຸຄົນເຮົາສະເລ່ຍ 76 ປີ ນັ້ນຄືພຽງ3,952 ອາທິດເທົ່ານັ້ນເຈົ້າໝົດເວລາໄປກັບການນອນເຖິງ 1317 ອາທິດ ເຊີ່ງເທົ່າກັັບວ່າເຈົ້າເຫຼືອເວລາທີ່ໃຊ້ດຳເນີນຊີວິດພຽງ 2,635 ອາທິດເທົ່ານັ້ນເອງ

15. ລອງສະຫຼອງວັນເກີດກັບຄອບຄົວຈັກປີ ແລ້ວເຈົ້າຈະໄດ້ຮູ້ວ່າ ເມື່ອຕອນທີ່ເຈົ້າຮ້ອງໄຫ້ໃນວັນເກີດວັນທຳອິດ ຄົນໃນຄອບຄົວເຈົ້າມີຄວາມສຸກກັນຂະໜາດໃດ...

          ຫວັງວ່າທຸກຄົນອາດຮູ້ສືກຄືຂ້ອຍ

Delicious Digg Fark Twitter