ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ບຸກຄະລິກເປັນເລື່ອງສຳຄັນ ເພາະເປັນປະການດ່ານທຳອິດທີ່ຈະນຳພາຊີວິດໄປສູ່ຄວາມສຳເລັດທີ່ຄາດຫວັງໄວ້ ມີວິທີການສ້າງບຸກຄະລິກໃຫ້ດູດີມາແນະນຳ

ເລີ່ມຈາກ ການເບີ່ງ ເພາະສາຍຕາສາມາດບົ່ງບອກອາລົມຄວາມຮູ້ສືກໄດ້ ເຊັ່ນ ຄວາມຮັກ ຄວາມຊັງ ຄວາມຄຽດ ຄວາມເຄົາລົບ ຫຼືຄວາມຢຽບຫຍາມດູມິ່ນ ດັ່ງນັ້ນ ເວລາເບີ່ງຜູ້ອື່ນຄວນໃຊ້ສາຍຕາທີ່ສະແດງເຖິງຄວາມສຸພາບຮຽບຮ້ອຍ ການຍ່າງ ຕ້ອງໃສ່ຄວາມໝັ້ນໃຈແລະສະຫງ່າງາມ ບາດຍ່າງຍາວພໍປະມານແລະສອດຄ້ອງກັບເສື້ອຜ້າຫຼືເກີບທີ່ໃສ່

ຖັດມາຄື ການແຕ່ງຕົວ ທີ່ບົ່ງບອກເຖິງການເອົາໃຈໃສ່ຕົວເອງ ເພາະການແຕ່ງຕົວຈະເຮັດໃຫ້ດູດີຫຼືຂີ້ລ້າຍໄດ້ ດັ່ງນັ້ນຄວນເລືອກເຄື່ອງແຕ່ງຕົວເໝາະສົມກັບກາລະເທສະ ສະອາດຮຽບຮ້ອຍ

ມາເຖິງຫົວໃຈສຳຄັນ ຄື ການເວົ້າ ການເວົ້າຕ້ອງມີສິລະປະ ເວົ້າເພື່ອໃຫ້ຊະນະໃຈຜູ້ຟັງ ໂດຍຄຳເວົ້າຕ້ອງສຸພາບ ມີເຫດຜົນ ນ້ຳສຽງມ່ວນຫູຊວນຟັງ ແລະການໃຊ້ຄຳເວົ້າຄວນເໝາະສົມກັບຜູ້ຟັງ ໂດຍຄຳນືງເຖິງໄວ ເພດ ລະດັບການສືກສາ ອາຊີບ ແລະຄວາມສົນໃຈພິເສດຂອງຜູ້ຟັງ

ສດທ້າຍທີ່ ສຸຂະພາບ ຄື ສຸຂະພາບດີ ບໍ່ມີໂລກໄພ ຮ່າງກາຍແຂງແຮງ ເພາະຄົນປ່ວຍອອດໆ ແອດໆ ຈະເບີ່ງອ່ອນແອ ບໍ່ຄ່ອງແຄ້ວ ບາງໂລກສົ່ງຜົນເຖິງຄວາມຊີດເຫຼືອງ ມົ່ນໝອງ ຈົນຂາດສະຫງ່າລາສີ ສະນັ້ນການເບີ່ງແຍງສຸຂະພາບໃຫ້ດີຄືຕົ້ນທືນຂອງການພັດທະນາບຸກຄະລິກທີ່ສຳຄັນ

Delicious Digg Fark Twitter