ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກັບຄຳຖາມງ່າຍໆທີ່ວ່າ ໃຜແດ່ທີ່ຮັກຕົວເອງ

ເຊື່ອວ່າທຸກຄົນຈະຕ້ອງຕອບເປັນສຽງດຽວກັນວ່າ

ຮັກຕົວເອງ ກັນໝົດ

ຄືຊິບໍ່ມີໃຜຕອບວ່າ ບໍ່ຮັກຕົວເອງ ແມ່ນບໍ່

ແຕ່...ເຈົ້າແນ່ໃຈຫຼືວ່າ ຮັກຕົວເອງແທ້ໆ

ເປັນຫຍັງເຖິງເວົ້າແນວນັ້ນ

ກໍ່ເພາະໂດຍປົກກະຕິທົ່ວໄປ ເວລາເຮົາຮັກຫຍັງ ເຮົາກໍ່ມັກຢາກຢູ່ກັບສີ່ງນັ້ນແມ່ນບໍ່?

ຮັກພໍ່ຮັກແມ່ ກໍ່ຢາກຢູ່ໃກ້ຊິດກັບ ພໍ່ກັບແມ່

ຮັກແຟນ ກໍ່ຢາກຢູ່ໃກ້ຊິດກັບ ແຟນ

ຮັກທຳມະຊາດ ກໍ່ຢາກຢູ່ໃກ້ຊິດກັບ ທຳມະຊາດ

ແລ້ວເຄີຍຕອບຕົວເອງໄດ້ບໍ່

ທີ່ເວົ້າວ່າຮັກຕົວເອງ

ແຕ່ພໍໃຫ້ຢູ່ກັບຕົວເອງຄົນດຽວແທ້ໆ ເປັນຫຍັງເຮົາກັບບໍ່ຢາກຢູ່ ຫຼືຢູ່ບໍ່ໄດ້

ລອງຄິດເບີ່ງໃຫ້ດີ...ຖ້າເຮົາຢູ່ກັບຕົວເອງບໍ່ໄດ້

ຈະເອີ້ນວ່າ ຮັກຕົວເອງໄດ້ບໍ່

ໃນຄວາມເປັນຈິງຄື ເຮົາແຕ່ລະຄົນ ຄືມີ 2 ຮ່າງຢູ່ໃນຕົວຄົນດຽວກັນ

ແຕ່ 2 ຮ່າງນີ້ມັກຈະຜິດຖຽງກັນ ຂັດແຍ້ງກັນຢູ່ສະເໝີ

ຮ່າງໜື່ງ ຄື ຮ່າງກາຍ ອີກຮ່າງ ຄື ຈິດໃຈ

ເມື່ອໃດທີ່ຮ່າງກາຍເຄື່ອນໄຫວ ເຮັດວຽກ ຫຼືເວົ້າລົມ

ມັກບໍ່ຄ່ອຍໄດ້ສັງເກດຈິດໃຈ

ແຕ່ເມື່ອໃດທີ່ຮ່າງກາຍຢຸດ ບໍ່ເຮັດຫຍັງ ບໍ່ເໜັງຕິງ

ມັກຈະເຫັນຈິດໃຈມີແຕ່ຄວາມ ອືດອັດ ຫຼືຄິດຫຼາຍ

ຈົນຄົນສ່ວນໃຫ່ຍຕ້ອງພະຍາຍາມ ໜີຕົວເອງ ດ້ວຍການຫາຫຍັງມາເຮັດ ຫຼືຫາໝູ່ເພື່ອນມາລົມ

ເຫດທີ່ເຮົາພະຍາຍາມ ໜີຕົວເອງ ກໍ່ເພາະເຮົາທົນຢູ່ກັບຕົວເອງບໍ່ໄດ້

ຢູ່ເມື່ອໃດເປັນຕ້ອງ ອືດອັດ ຂັດແຍ້ງ ສະເໝີ

ລອງຖາມຕົວເອງແມ໋

ເຮົາໜີຕົວເອງໄປຕະຫຼອດໄດ້ບໍ່

ບໍ່ໄດ້ແມ່ນບໍ່ລະ

ເມື່ອເຮົາໜີຕົວເອງບໍ່ໄດ້ ສີ່ງທີ່ເຮົາຄວນເຮັດກໍ່ຄື ຢູ່ກັບຕົວເອງໃຫ້ໄດ້ ຮັກຕົວເອງໃຫ້ເປັນ

ແລ້ວຄວາມສຸກກໍ່ຈະຢູ່ບໍ່ໄກເລີຍ

ເພາະບໍ່ວ່າ ສຸກ ຫຼື ທຸກ ກໍ່ຢູ່ທີ່ໃຈເຮົາເປັນສຳຄັນ

ຢ່າລືມ? ຄົນເຮົາເກີດມາຄົນດຽວ ແລະຕ່າງກໍ່ມີວິຖີຊີວິດທີ່ແຕກຕ່າງກັນໄປຕາມ ກຳລິຄິດ ສຸດທ້າຍກໍ່ຈາກໄປຄົນດຽວ

ດັ່ງນັ້ນ

ເມື່ອຄວາມທຸກເກີດຂື້ນກັບຜູ້ໃດແລ້ວ ກໍ່ມີແຕ່ຜູ້ນັ້ນເທົ່ານັ້ນແລະທີ່ຈະແກ້ໄຂໄດ້

ຄົນອື່ນເປັນໄດ້ແຕ່ຜູ້ແນະນຳເທົ່ານັ້ນ

ຖ້າມື້ນີ້ ເຮົາຍັງຢູ່ກັບຕົວເອງບໍ່ໄດ້ ຍັງບໍ່ສາມັກຄີກັບຕົວເອງ ແນວນີ້

ເຮົາກໍ່ບໍ່ສາມາດມີຄວາມສຸກກັບຕົວເອງໄດ້

ດັ່ງພຸດທະສຸພາສິດທີ່ວ່າ ອັຕຕາຫິ ອັຕໂນນາໂຖ ຕົນນັ້ນແລເປັນທີ່ເພີ່ງແຫ່ງຕົວ

ແຕ່ຖ້າມື້ນີ້ ເຮົາຍັງຊ່ວຍຕົວເອງບໍ່ໄດ້ ຮັກຕົວເອງບໍ່ເປັນ...ແລ້ວເຮົາຈະມີຕົວເອງເປັນທີ່ເພີ່ງໄດ້ແນວໃດ

Delicious Digg Fark Twitter