ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄຳເວົ້າທີ່ວ່າຜູ້ຍິງຈະຮັກຜູ້ຊາຍຈາກ 0 ໄປເຖິງ 100 ແຕ່ຜູ້ຊາຍຈະຮັກຜູ້ຍິງຈາກ 100 ໄປສູ່ 0 ຄືສີ່ງທີ່ຄົນສ່ວນໃຫ່ຍບອກວ່າເປັນເລື່ອງແທ້ ແລະຜູ້ຊາຍສ່ວນຫຼາຍ ກໍ່ບໍ່ປະຕິເສດວ່າ ຜູ້ຊາຍເບີ່ງຜູ້ຍິງ ທີ່ໜ້າຕາເປັນອັນດັບໜື່ງ ສ່ວນອັນດັບສອງ ກໍ່ຄື ບໍລິເວນ ໜ້າເອີກ ວ່າມີຂະໜາດທີ່ສົມໄວຫຼືບໍ່ ລຳດັບຖັດມາ ກໍ່ຄືນິໄສ ແຕ່ຖ້າມີຄົບທັງສາມຢ່າງແລ້ວກໍ່ ສຸດໆ ໄປເລີຍ

 ແຕ່ທີ່ເວົ້າມາຕາມຍໍ້ໜ້າຂ້າງເທີງ ກໍ່ບໍ່ໄດ້ໝາຍຄວາມວ່າ ຜູ້ຊາຍຫວັງຈະໃຫ້ຜູ້ຍິງສວຍງາມເລີດເລີ ຫຼືຕ້ອງໄປແປງໃບໜ້າ ໃຫ້ຄືສາວເກົາຫຼີ ຫຼືຈະຕ້ອງໄປເສີມໜ້າເອີກ ໃຫ້ມີໄຊສ໌ໃຫ່ຍ  ຈົນກາຍເປັນດາວຢົ້ວ ແຕ່ຢ່າງໃດ

 ຜູ້ຍີງສ່ວນໜື່ງ ຍັງມີຄວາມເຂົ້າໃຈຜິດວ່າ ຈະຫາແຟນໄດ້ຕ້ອງໜ້າຕາດີ ແລະໜ້າເອີກໃຫ່ຍເທົ່ານັ້ນ ເຊີ່ງໃນທາງວິທະຍາສາດ ກໍ່ຖືກຢູ່ ເພາະສອງສີ່ງນີ້ ຄືສີ່ງທີ່ຈະເຮັດໃຫ້ຜູ້ຊາຍເກີດອາການຫຼຸ້ມຫຼົງໃນຊ່ວງທຳອິດ ຫຼືທີ່ເອີ້ນວ່າ ຕົກຫຼຸມຮັກ ຫຼືເກີດອາການຫົວປັກຫົວປຳ ບາງຄົນ ກໍ່ອາການໜັກ ຈົນຖືກທັກວ່າໂດນໃສ່ຂອງມາ

 ແຕ່ເມື່ອເຖິງ ຊ່ວງເວລາໜື່ງ ຫຼັງຈາກທີ່ຄົບກັນມາໄດ້ຈັກພັກ ໜ້າຕາ ແລະໄຊສ໌ຂອງໜ້າເອີກ ກໍ່ຈະລົດບົດບາດຄວາມສຳຄັນລົງໄປ ສີ່ງທີ່ເພີ່ມຄວາມສຳຄັນເຂົ້າມາແທນທີ່ ກໍ່ຄືຄວາມເຂົ້າອົກເຂົ້າໃຈກັນ ການເສຍສະຫຼະ ການເປັນທັງຜູ້ໃຫ້ ແລະຜູ້ຮັບ ເພາະແທ້ຈິງແລ້ວ ຜູ້ຊາຍຕ້ອງການໃຜຈັກຄົນ ເປັນໝູ່ລົມ ເປັນຄູ່ຄິດ ແລະກ້າວໄປພ້ອມໆກັນ

 ຊີວິດຄົນເຮົາຍ່ອມມີວັນເວລາທີ່ປະສົບບັນຫາຫຼືມີເລື່ອງບໍ່ສະບາຍໃຈກັນທັງນັ້ນ ຖ້າຜູ້ຍີງ ບໍ່ສາມາດເຮັດໜ້າ ທີ່ເປັນໝູ່ຄູ່ຄິດ ໃນຍາມເຂົາມີບັນຫາ ກໍ່ອາດຈະເຮັດໃຫ້ຄວາມຮັກສັ່ນຄອນ ແລະເຮັດໃຫ້ຜູ້ຊາຍເກີດຄວາມຮູ້ສືກວ່າ ເຈົ້າຍັງບໍ່ແມ່ນຄົນທີ່ຄວນຈະໃຊ້ຊີວິດຄູ່ ຮ່ວມກັນ ຜູ້ຊາຍບາງຄົນ ມີແຟນທີ່ໜ້າຮັກຫຼາຍ ຄົບກັນຊ່ວງທຳອິດ ເຂົ້າກັນໄດ້ດ້ວຍດີ ທຸກຢ່າງດຳເນີນໄປຢ່າງສວຍງາມ ແຕ່ຜ່ານໄປດົນ ກໍ່ຕ້ອງເລີກລາກັນ ເພາະພົບວ່າ ຜູ້ຍີງບ໋ອງ ຫຼາຍເກີນໄປ ພ້ອມກັບໃຫ້ເຫດຜົນວ່າ “ນ້ອງເຂົາສົມ ທີ່ຈະເປັນແຟນ ແຕ່ບໍ່ສົມທີ່ຈະໃຊ້ຊີວິດຄູ່ຮ່ວມກັນໄດ້ “ເພາະຜູ້ຊາຍເອງ ກໍ່ເບີ່ງວ່າ ຖ້າຈະໃຊ້ຊີວິດຄູ່ ກໍ່ຕ້ອງມີໃຜຈັກຄົນ ທີ່ເປັນຄູ່ຄິດ ໃຫ້ຄຳປືກສາ ແລະຮ່ວມວາງແຜນສ້າງຄອບຄົວ ໄປນຳກັນໄດ້

 ແຕ່ພ້ອມດຽວກັນ ກໍ່ບໍ່ໄດ້ໝາຍຄວາມວ່າ ຜູ້ຍິງໜ້າຕາດີແຕ່ບ໋ອງ ຈະບໍ່ສາມາດມີຄູ່ໄດ້ ພຽງແຕ່ວ່າ ຄົນທີ່ຈະມາເປັນຄູ່ໄດ້ ຈະຕ້ອງເປັນຄົນປະເພດທີ່ມັກເປັນຜູ້ນຳຕະຫຼອດເວລາ ຫຼືເປັນຜູ້ຊາຍປະເພດ ທີ່ມັກເປັນຊ້າງຂາໜ້າຢ່າງແຮງກ້າ

 ສີ່ງທີ່ຢາກຈະແນະນຳຜູ້ຍິງ ທີ່ອາດຈະຂາດຄວາມໝັ້ນໃຈໃນເລື່ອງຮູບຮ່າງໜ້າຕາຂອງຕົວເອງ ລອງຄົ້ນຫາສະເນ່ ແລະຄວາມສາມາດທີ່ຕົວເອງຖະນັດ ແລະສະແດງມັນອອກມາຢ່າງເຕັມທີ່ ຜູ້ຊາຍຫຼາຍຄົນຕົກຫຼຸມຮັກ ຜູ້ຍິງທີ່ມີຄວາມຮູ້ ຄວາມສາມາດ ຜູ້ຊາຍບາງຄົນ ກໍ່ມັກຜູ້ຍິງທີ່ອາລົມດີ ສະນຸກສະໜານເຮຮາ ເພາະຢູ່ນຳກັນ ແລ້ວສະບາຍໃຈ ຈື່ງປະຕິເສດບໍ່ໄດ້ວ່າ ຜູ້ຊາຍ ໃຫ້ຄວາມສຳຄັນ ທີ່ຈະຄົບກັບຜູ້ຍິງ ເປັນແຟນ ຫຼືຄູ່ຊີວິດ ໂດຍຕັດສິນໃຈ ຈາກບຸກຄະລິກພາບໂດຍລວມ ບໍ່ແມ່ນເບີ່ງຈາກຮູບຮ່າງໜ້າຕາພຽງຢ່າງດຽວ

 ໜ້າຕາດີ ຫຼືໜ້າເອິກໃຫ່ຍ ບໍ່ແມ່ນວ່າ ຈະຊ່ວຍເຮັດໃຫ້ໄດ້ຮັບໄຊຊະນະໄປຊະທັ້ງໝົດ ນິໄສທີ່ດີ ຄວາມໜັ້ນໃຈ ແລະການເບີ່ງແຍງ ການເອົາໃຈໃສ່ຕ່າງຫາກ ທີ່ຈະຊ່ວຍໃຫ້ຮັກກັນໄດ້ຢ່າງຍາວນານ

Delicious Digg Fark Twitter