ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊີວິດຄູ່ທີ່ໝັ້ນຄົງ ອົບອຸ່ນໄປດ້ວຍຄວາມຮັກຄວາມເຂົ້າໃຈ ເປັນແຫຼ່ງພະລັງກາຍແລະພະລັງໃຈອັນສຳຄັນໃຫ້ເຮົາຢືນຢັດຢູ່ໄດ້ຢ່າງມີຄວາມສຸກ ດ້ວຍຫຼັກການງ່າຍໆ ຄື ຍົກຍ້ອງ ຍິນຍອມ ຍືດໝັ້ນ ແຍກແຍະ ແລະ ຢືນຢັນ

  ປັດຈຸບັນໃນສະພາວະສະພາບແວດລ້ອມທີ່ດຳເນີນຊີວິດນັ້ນຍາກລຳບາກກວ່າໃນອາດີດ ຄອບຄົວທີ່ໝັ້ນຄົງເຕັມປ່ຽມດ້ວຍຄວາມຮັກ ຄວາມເຂົ້າໃຈ ເປັນເໝືອນຂຸມພະລັງຫຼໍ່ລ້ຽງແລະສ້າງແຮງໃຈໃຫ້ເຮົາສາມາດຢືນຢັດໄດ້ຢ່າງມີຄວາມສຸກແລະມີຄວາມຫວັງເພື່ອອານາຄົດ ໃນການສົ່ງເສີມຄວາມສຳພັນຂອງຊີວິດຄູ່ຍຸກໃຫ່ມຫຼັກການ “5“ ຍ. ຈື່ງເປັນຫຼັກເບື້ອງຕົ້ນຂອງຄອບຄົວ


ຍົກຍ້ອງ


  ສຳລັບຄູ່ຊີວິດການຍົກຍ້ອງໃຫ້ກຽດກັນແລະກັນມີຄວາມສຳຄັນເປັນອັນດັບຕົ້ນໆ ການຮູ້ຈັກຍົກຍ້ອງຄູ່ຊີວິດບົນພື້ນຖານຂອງຂໍ້ແທ້ຈິງທັ້ງຕໍ່ໜ້າແລະຫຼັບຫຼັງນັ້ນຈະເຮັດໃຫ້ສາມາດຢູ່ຮ່ວມກັນໄດ້ຢ່າງລາບລື່ນບໍ່ມີບັນຫາ ເຖິງບໍ່ຮູ້ວ່າຈະໃຊ້ຄຳເວົ້າຍົກຍ້ອງແນວໃດ ເບື້ອງຕົ້ນຄືຕ້ອງບໍ່ນຳເອົາສາມີຫຼືພັນລະຍາໄປເວົ້າລົມຢ່າງສະນຸກປາກ ເພາະຖ້າໃຜໄດ້ຍິນຈະເຂົ້າໃຈວ່າສາມີພັນລະຍາຄູ່ນີ້ບໍ່ໃຫ້ກຽດກັນແລະກັນ


ຍິນຍອມ


  ຮູ້ຈັກຍິນຍອມ ອື່ເອີ່ ຕາມໃຈອີກຝ່າຍໜື່ງແດ່ ເພາະຄົນ 2 ຄົນທີ່ມາຈາກທີ່ຕ່າງກັນ ແລ້ວມາໃຊ້ຊີວິດຢູ່ນຳກັນ ຍ່ອມມີຈັກເທື່ອຫຼືຫຼາຍເທື່ອທີ່ມີຄວາມຄິດເຫັນບໍ່ລົງຮອຍກັນ ໃນຂະນະທີ່ການຢູ່ຮ່ວມກັນນັ້ນມີຫຼາຍເລື່ອງ ທີ່ທັ້ງຄູ່ຈຳເປັນຕ້ອງຕັດສິນໃຈຮ່ວມກັນ ຖ້າຕ່າງຄົນຕ່າງຖືເຫດຜົນຂອງຕົວເອງເປັນໃຫ່ຍ ບໍ່ມີໃຜຍອມໃຜ ມຸ່ງແຕ່ຈະເອົາຊະນະກັນ ຊີວິດຄູ່ແບບນີ້ຄົງຢູ່ກັນບໍ່ຍືນ

ຍືດຍານ

  ໃນການໃຊ້ຊີວິດຄູ່ ແຮງຢູ່ຮ່ວມກັນດົນ ແຮງຮູ້ຈັກກັນຫຼາຍຂື້ນ ແລະມີເລື່ອງລາວຕ່າງໆ ຜ່ານເຂົ້າມາໃນຊີວິດກັນແລະກັນຫຼາຍຂື້ນ ຕອນຢູ່ກັນໃຫ່ມໆ ອັນໃດໆ ກໍ່ພໍທົນໄດ້ຢູ່ດົນເຂົ້າທີ່ເຄີຍທົນໄດ້ ກໍ່ເລີ່ມຈະທົນບໍ່ໄດ້ຮັບບໍ່ໄດ້ຂື້ນມາ ເພາະເຈີະເລື່ອງເກົ່າໆ ຊ້ຳໆ ຊາກໆ ຄວາມຈິງຊີວິດຄູ່ແຮງຢູ່ດົນກໍ່ແຮງຕ້ອງມີການຍືດຍານໃຫ້ແກ່ກັນຫຼາຍກວ່າ ຮັກກັນທຳອິດ ຕ້ອງຮູ້ຈັກປະນີປະນອມຍອມຄວາມແລະຜ່ອນກັນ


ແຍກແຍະ

  ການໃຊ້ຊີວິດທັ້ງໃນສ່ວນທີ່ເປັນຊີວິດສ່ວນຕົວແລະຊີວິດຄູ່ ມັກມີເລື່ອງລາວຕ່າງມາປະປົນຈົນແຍກບໍ່ອອກ ຖ້າເປັນເລື່ອງນ້ອຍປະປົນກັນກໍ່ຍັງພໍເບີ່ງຂ້າມ ແຕ່ບາງເລື່ອງທີ່ປົນກັນບໍ່ໄດ້ ເຊັ່ນ ເລື່ອງວຽກກັບເລື່ອງສ່ວນຕົວບາງຄົນງຸດງິດຈາກບ່ອນເຮັດວຽກກັບບ້ານພານໃສ່ພັນລະຍາທີ່ເຮືອນຫຼືມີບັນຫາທີ່ເຮືອນແລ້ວໄປໂວຍກັບໝູ່ເພື່ອນຮ່ວມວຽກງານຫຼືລູກນ້ອງ ອາດສົ່ງຜົນໃຫ້ເກີດບັນຫາໄດ້ທັ້ງທີ່ບ້ານເຮືອນແລະບ່ອນເຮັດວຽກ ພັນລະຍາບາງຄົນໂທເຊັສ໌ສາມີຕະຫຼອດມື້ໜື່ງເປັນການລົບກວນສະມາທິໃນການເຮັດວຽກແທນທີ່ຈະຊື້ງວ່າຮັກແລະຫວ່ງໃຍອາດທົນບໍ່ໄຫວຕ້ອງແຍກທາງກັນ


ຍື່ນຢັນ

  ບໍ່ວ່າຈະເກີດບັນຫາໃດຂື້ນກໍ່ຕາມ ກຳລັງໃຈເປັນສີ່ງສຳຄັນທີ່ສຸດ ຄວາມປາຖະໜາທີ່ຈະມີຄວາມສຸກສົດຊື່ນຕະຫຼອດໄປໃນຊີວິດຄູ່ຕ້ອງມີໃຈທີ່ຈະຍື່ນຢັນຕໍ່ສູ້ດ້ວຍກັນຈະສຸກຈະທຸກກໍ່ຕ້ອງຮ່ວມກັນຟັນຝ່າ ໃຜທໍ້ແທ້ຫຼືລົ້ມລົງກໍ່ຕ້ອງຊ່ວຍດືງກັນໃຫ້ລຸກຂື້ນຢືນໃຫ່ມ ຢ່າງໝັ້ນຄົງເຂັ້ມແຂງໃຫ້ໄດ້


         ເພາະຄວາມສຳພັນທີ່ດີທີ່ສຸດສ້າງໄດ້ຈາກຄວາມຮັກ ຄວາມເຂົ້າໃຈ ແລະໄວ້ໃຈເຊີ່ງກັນແລະກັນ ຮັກນັ້ນຈື່ງຈະຍືນຍາວ

Delicious Digg Fark Twitter