ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ທຸກມື້ນີ້ເຮົາມີຕືກສູງຂື້ນ ມີຖະໜົນຫົນທາງກວ້າງຂື້ນແຕ່ຄວາມອົດກັ້ນນ້ອຍລົງ

ເຮົາມີບ້ານໃຫ່ຍຂື້ນ ແຕ່ຄອບຄົວຂອງເຮົາກັບນ້ອຍລົງ

ເຮົາມີຢາໃໝ່ໆ ຫຼາຍຂື້ນ ແຕ່ສຸຂະພາບກັບແຮງຊຸດໂຊມລົງ

ເຮົາມີຄວາມຮັກນ້ອຍລົງ ແຕ່ມີຄວາມຊັງຫຼາຍຂື້ນ

ເຮົາໄປເຖິງໂລກພະຈັນມາແລ້ວ ແຕ່ເຮົາກັບພົບວ່າ

ພຽງການຂ້າມຫົນທາງໄປທັກທາຍເພື່ອນບ້ານກັບຍາກຂື້ນ...

ເຮົາພິຊິດຫວ້ງອາກາດມາແລ້ວ ແຕ່ພຽງຫວັງໃນຫົວໃຈກັບບໍ່ອາດສຳຜັດເຖິງ

ເຮົາມີລາຍໄດ້ສູງຂື້ນ ແຕ່ສິນທຳກັບຕົກຕ່ຳລົງ

ເຮົາມີອາຫານດີໆ ຫຼາຍຂື້ນແຕ່ສຸຂະພາບຊຸດໂຊມລົງ

ທຸກມື້ນີ້ທຸກບ້ານເຮືອນມີຄົນຫາລາຍໄດ້ເຖິງ 2 ຄົນ ແຕ່ການຢ່າຮ້າງກັບເພີ່ມຫຼາຍຂື້ນ

ດັ່ງນັ້ນຈາກນີ້ໄປ...ຂໍໃຫ້ພວກເຮົາ ຢ່າເກັບຂອງດີໆ ໄວ້ໂດຍອ້າງວ່າເພື່ອໂອກາດພິເສດ

ເພາະທຸກມື້ທີ່ເຮົາຍັງມີຊີວິດຢູ່ຄືໂອກາດທີ່ພິເສດສຸດແລ້ວ

ກິນອາຫານໃຫ້ແຊບ ໄປທ່ຽວໃນທີ່ທີ່ຢາກຈະໄປ

ຊີວິດຄືໂສ້ຫວ່ງຂອງນາທີແຫ່ງຄວາມສຸກບໍ່ແມ່ນພຽງແຕ່ການຢູ່ໃຫ້ລອດ ຈົ່ງສະແຫວງຫາ ການຢັ່ງຮູ້

ຈົ່ງນັ່ງຂ້າງພະນັກເຮືອນເພື່ອຊື່ນຊົມກັບການມີຊີວິດຢູ່ ໂດຍບໍ່ໃສ່ໃຈກັບຄວາມທຸກຍາກ...

ຈົ່ງໃຊ້ເວລາກັບຄອບຄົວ ໝູ່ເພື່ອນຄົນທີ່ຮັກໃຫ້ຫຼາຍຂື້ນ...

ເອົາຄຳເວົ້າທີ່ວ່າ..........ຈັກມື້ໜື່ງ...........ອອກໄປເສຍຈາກພະນານຸກົມ

ບອກຄົນທີ່ເຮົາຮັກທຸກຄົນວ່າເຮົາຮັກພວກເຂົາເຫຼົ່ານັ້ນຊ່ຳໃດ

ຢ່າຜັດມື້ຜັດວັນ ທີ່ຈະເຮັດຫຍັງກໍ່ຕາມທີ່ເຮັດໃຫ້ເຮົາມີຄວາມສຸກເພີ່ມຂື້ນ!!!

Delicious Digg Fark Twitter