ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂີ້ຫຶງຈະເບີ່ງໂລກຜ່ານເລນສ໌ບິດບ້ຽວຜິດຮູບ ຄືເບີ່ງເຫັນອັນຕະລາຍໃນທີ່ໆບໍ່ມີຫຍັງເລີຍ

ທຸກຄົນຍ່ອມມີອາລົມຫຶງຫວງຂື້ນມາເປັນທຳມະດາຖ້າເຫັນໜຸ່ມຄູ່ໃຈໄປເກາະຕິດກັບສາວອື່ນໃນງານ ແຕ່ສຳຫຼັບຄົນທີ່ມີນິໄສຂີ້ຫຶງນັ້ນມັກເກີດຈາກປົມໃນອາດີດ ເຊັ່ນ ພໍ່ຫຼືແມ່ມີຊູ້ ຫຼືກັບບ້ານມາເຈີະຄົນຮັກກຳລັງມົ້ວກັບເພື່ອນບ້ານຢູ່ ແນ່ນອນວ່າປະສົບການຮ້າຍໆແບບນີ້ຍ່ອມກາຍເປັນປົມທີ່ຈື່ຈຳຝັງໃຈ

ນອກຈາກຈະສ້າງທັດສະນະຄະຕິເຊີງຖາກຖາງກ່ຽວກັບຄວາມສຳພັນແລ້ວ ຍັງເຮັດໃຫ້ເຮົາໃຊ້ປົມພວກນີ້ມາຕັດສິນ ເຊັ່ນ ຖ້າມີແຟນເປັນຜູ້ຊາຍເຈົ້າຊູ້ຈີບສາວບໍ່ເລືອກໜ້າ ເຮົາກໍ່ຈະຄິດເໝົາເລີຍວ່າ ຜູ້ຊາຍທຸກຄົນຈະນອນກັບຜູ້ຍິງໄປທົ່ວຖ້າມີໂອກາດເຖິງແມ້ພຽງໜ້ອຍດຽວ ສຳຫຼັບຜູ້ຊາຍບາງຄົນອາດເປັນເຊັ່ນນັ້ນແທ້ ແຕ່ຜູ້ຊາຍດີໆທີ່ບໍ່ມົ້ວກໍ່ຍັງພໍມີເຫຼືອຢູ່ໂລກໃບນີ້


ຄົນທີ່ອາການແບບນີ້ຕ້ອງປັບປຸງຄວາມເຊື່ອໝັ້ນໃນຕົວເອງໂດຍດ່ວນ

ເພາະຖ້າຢາກມີຄວາມສຸກກັບຄົນຮັກປັດຈຸບັນກໍ່ຕ້ອງພະຍາຍາມຄິດໃຫ້ໄດ້ວ່າ

ເຂົາຈະໄປຕ້ອງການຄົນອື່ນເຮັດຫຍັງໃນເມື່ອມີຂ້ອຍຢູ່ແລ້ວທັ້ງຄົນ

ອັດຕາເຕັມປ່ຽມແບບນີ້ຄືປະການປ້ອງກັນອາການຂີ້ຫຶງໄດ້ຫຼາຍ


ທຸກຄົນຍ່ອມມີອາລົມຫຶງຫວງແດ່ເປັນຄັ້ງຄາວ ແຕ່ຄົນທີ່ບໍ່ໄວ້ໃຈຜູ້ອື່ນແບບສຸດໆ ຈະມີອາການຫຶງຫວງກັບທຸກຄົນທີ່ຕົວເອງອອກເດດຫຼືມີຄວາມສຳພັນນຳ ແລະສາເຫດທີ່ຫຶງຈົນໜ້າມືດຂະໜາດນີ້ກໍ່ເພາະ


ຄວາມບໍ່ໝັ້ນຄົງ

ຄວາມຫຶງຫວງແລະຄວາມບໍ່ໄວ້ໃຈມັກມີບໍ່ເກີດມາຈາກຄວາມບໍ່ໝັ້ນຄົງ ເລື່ອງນີ້ເປັນເຫດເປັນຜົນກັນ

ຄົນທີ່ຢູ່ໃນອາລົມຫຶງຫວງແລະບໍ່ໝັ້ນຄົງຈະສະແດງອອກໄດ້ 2 ທາງຄື ເກີດອາການຈິດຕົກຄິດເອົາເອງເປັນຕຸເປັນຕະວ່າ ຄົນຮັກຂອງຕົວເອງກຳລັງຈະໜີໄປ ຫຼືບໍ່ກໍ່ເຮັດຕົວຊົ່ວໆຄືນັກເລງຄອຍຫາເລື້ອງ ຖ້າຮູ້ສືກວ່າຕົວເອງອາການບໍ່ດີ ພາຍໃນໃຈມັນປັ່ນປ່ວນເຫຼືອເກີນ ວິທີທີ່ດີທີ່ສຸດຄືເຮັດໃຫ້ຕົວເອງຮູ້ດສືກດີຂື້ນດ້ວຍການພະຍາຍາມຄວບຄຸມທຸກຢ່າງແລະທຸກຄົນທີ່ຢູ່ຮອບຕົວ ລອງຫຼິ້ນບົດໃຈແຂງດ້ວຍການປ່ອຍວາງທຸກເທື່ອທີ່ຮູ້ສືກຫຶງຫວງຫວານໃຈ ວິທີນີ້ຈະເຮັດໃຫ້ເຂັ້ມແຂງຂື້ນ ແຮງໄປກວ່ານັ້ນຖ້າເຮັດໃຈແຂງເມີນເສີຍບໍ່ສົນໃຈໃຍດີດົນນານເທົ່າໃດ ອີກຝ່າຍຈະກາຍເປັນຄົນທີ່ຮູ້ສຶກບໍ່ໝັ້ນຄົງຂື້ນມາແດ່ ໄປໆມາໆກໍ່ຈະບໍ່ກ້າຖິ້ມເຮົາໄປໃສເລີຍ

ໄວເດັກ

ຜູ້ຊ່ຽວຊານບອກວ່າລູກຄົນກາງມັກເປັນຄົນຂີ້ອິດສາ ອາດເປັນເພາະລູກຄົນກາງມັກຮູ້ສືກວ່າຖືກຖິ້ມແລະເບີ່ງຂ້າມ ນອກຈາກນັ້ນຖ້າໃນອາດີດພໍ່ຫຼືແມ່ມີຊູ້ ກໍ່ອາດເປັນປົມໃຫ້ເຮົາຄິດສົງໄສຄົນຮັກຂອງຕົວເອງເຊັ່ນກັນ ເຮົາອາດໃຊ້ຄວາມສຳພັນຂອງພໍ່ແມ່ທີ່ເຮົາເຄີຍເຫັນມາຕັດສິນຄວາມສຳພັນຂອງຕົວເອງນຳ

ອາດີດ

ຖ້າເຮົາເປັນຝ່າຍຖືກຖີ້ມມາກ່ອນໜ້ານີ້ ຫຼືຖືກນອກໃຈເປັນປະຈຳ ກໍ່ອາດເປັນເຫດຜົນສົມຄວນທີ່ຈະບໍ່ໄວ້ໃຈຄົນຮັກ ເຮົາຮຽນຮູ້ຈາກປະສົບການວ່າຄົນບາງຄົນບໍ່ຄວນຄ່າທີ່ຈະມອບຄວາມໄວ້ວາງໃຈໃຫ້ ຫຼືບໍ່ນັ້ນເຮົາກໍ່ເບີ່ງຄົນບໍ່ເກັ່ງຫຼາຍ ຖ້າຄັ້ງສຸດທ້າຍາທີ່ຄົນຮັກອອກໄປແອ່ນນອກເຮືອນ ແລ້ວແອບໄປສະບືມກັບຄົນອື່ນ ຈື່ງມີສິດທີ່ເຮົາຈະຄິດໄດ້ທັນທີວ່າ ຄົນຮັກທີ່ຢູ່ນຳກັນໃນປັດຈຸບັນກໍ່ໜ້າຈະເຮັດແບບນັ້ນຄືກັນ ເຖິງວ່າມັນອາດຟັງແລ້ວບໍ່ໄດ້ສະຫຼາດກໍ່ຊ່າງ ກໍ່ຄົນມັນມີປົມໃນໃຈນີ້ນະ

ປະຫວັດຄວາມຊື່ສັດຂອງຕົວເອງ

ຖ້າເກີດຮູ້ສືກວ່າມັນຊ່າງຍາກເຢັນເຂັນໃຈເຫຼືອເກີນທີ່ຈະຊື່ສັດກັບຄົນພຽງຄົນດຽວ

ໃນເມື່ອຄິດແບບນີ້ເຮົາກໍ່ອາດຈະເໝົາເອົາວ່າຄົນອື່ນກໍ່ອາດຄິດຄືກັນ ນັກຈິດວິທະຍາບອກວ່າ ນີ້ຄືການເບີ່ງເຫັນຄຸນສົມບັດ ( ບໍ່ດີ )

ຂອງຕົວເອງໃນຕົວຜູ້ອື່ນ ເຮົາບໍ່ໄວ້ວາງໃຈຕົວເອງ ( ບໍ່ວ່າຕອນນີ້ຫຼືໃນອາດີດ ) ດັ່ງນັ້ນເຮົາກໍ່ເລີຍບໍ່ໄວ້ໃຈຄົນຮັກໄປດ້ວຍໂດຍປະລິຍາຍ

ຖ້າເຮົາມີນິໄສນອກໃຈຜູ້ອື່ນເປັນປະຈຳ ແຖມຍັງໜີລອດມາໄດ້ຕະຫຼອດ

ບໍ່ຕ້ອງສົງໄສເລີຍວ່າຄົນອື່ນກໍ່ຕ້ອງເຮັດແບບນີ້ກັບເຮົາຄືກັນ...ກົງກຳກົງກວຽນເນ

Delicious Digg Fark Twitter