ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນອາດຈະບໍ່ຍອມຮັບອາການນີ້ວ່າໄດ້ເກີດຂື້ນກັບພຶດຕິກຳລ້ຽງສຳພັນຊາຍເທື່ອລະຫຼາຍໆ ຄົນ

1. ມັກປະຕິເສດວ່າເຂົາບໍ່ແມ່ນ

 ທຸກຢ່າງດຳເນີນໄປດ້ວຍເຫດແລະຜົນ ຊີວິດຮັກຂອງຜູ້ຍິງຫຼາຍໃຈເອງກໍ່ເຊັ່ນກັນ ຄົນທີ່ເຄີຍວ່າເປັນຮັກທີ່ “ແມ່ນ“ ຂອງເຈົ້າກັບເປັນຄົນຮັກທີ່ “ບໍ່ແມ່ນ“ ຂື້ນມາເສີຍໆແນວນັ້ນ ເຫດຜົນຂອງເຈົ້າກໍ່ເບີ່ງບໍ່ກະຈ່າງແຈ້ງ ຮູ້ແຕ່ວ່າທີ່ເຈົ້າເລີກຮັກເຂົາກໍ່ເພາະເຂົາບໍ່ແມ່ນເທົ່ານັ້ນ

2. ປາກຫວານຊວນຜູ້ຊາຍຫຼຽວເບີ່ງ

 ວາຈາຈິດຂອງເຈົ້າມັນຊ່າງເຢົ້າຢວນກວນອາລົມໃຫ້ຊາຍມາຫຼົງສະເນ່ຢ່າງຫົວປັກຫົວປຳ ຜູ້ຊາຍຄົນໃດກໍ່ຕາມທີ່ຫຼົງມາສະດັບຮັບຟັງຄຳເຈລະຈາສຸດສໍເລາະຂອງເຈົ້າ ມີອັນຕ້ອງໂດດລົງມາໃນຫຼຸມພາງຄວາມຮັກຂອງເຈົ້າທັ້ງນັ້ນ

3. ໝູ່ສະນິດຜູ້ຊາຍເຕັມໄປໝົດ

ຄົນຈັກຄົນຕໍ່ຈັກຄົນ ເຈົ້າກໍ່ບໍ່ຍອມເປີດວ່າເປັນ “ຄົນຮັກ“ ຈັກເທື່ອ ແຕ່ຜູ້ຊາຍເອງກໍ່ດັນບ້າເຫີ່ຕີຄວາມໄປເອງວ່າ “ການເປັນໝູ່ສະນິດຄືຈຸດສະຕາຮ໌ຄວາມສຳພັນຂອງຄວາມຮັກ“ ທັ້ງທີ່ຈິງແລ້ວເຈົ້າສະນິດແລະຮັກເຂົາໃນຖານະໝູ່ເພື່ອນກັນແທ້ໆ ຕ່າງຫາກ

4. ຢ້ານການຜູກມັດ

 ຜູ້ຍິງຫຼາຍຄົນທີ່ຢ້ານການຜູກມັດເມື່ອຕ້ອງຄົບກັບຜູ້ຊາຍຄົນໃດຄົນໜື່ງ ເພາະການທີ່ຈະຄົບໃຜຈິງຈັງຕ້ອງມີຄວາມເສຍສະຫຼະສູງ ແລະການທີ່ຕ້ອງເສຍສະຫຼະນີ້ເອງທີ່ເຮັດໃຫ້ຜູ້ຍິງຫຼາຍຄົນເຮັດບໍ່ໄດ້ ແລະອີກປະການໜື່ງຄືຄວາມເຈັບປວດທີ່ເຄີຍເກີດຂື້ນຈາກການເສຍສະຫຼະຂອງຜູ້ຍິງເຫຼົ່ານັ້ນ ແລະໄດ້ຮັບຜົນຕອບແທນອັນເຈັບປວດຈາກຜູ້ຊາຍຄົນເກົ່າຂອງພວກເຈົ້າ ເຮັດໃຫ້ພວກເຈົ້າຢ້ານທີ່ຈະເສຍຄວາມຮູ້ສືກຮັກນີ້ໃຫ້ໃຜອີກຄັ້ງ

5. ປ່ຽນໃຈຮັກງ່າຍ

 ຖ້າຄົນໃນອາດີດຄືຄົນທີ່ແມ່ນແລ້ວ ແຕ່ເຈົ້າກັບປະຕິເສດຄວາມຮັກເພື່ອໄປຮັກກັບຄົນປັດຈຸບັນທີ່ຖືເປັນຄົນທີ່ “ແມ່ນກວ່າ“ ເຊີ່ງສຳຫຼັບຄົນເຈົ້າຊູ້ຫຼາຍໃຈຢ່າງເຈົ້ານັ້ນບໍ່ມີຄົນທີ່ “ແມ່ນທີ່ສຸດ“ ດ໋ອກ ເພາະໃນອານາຄົດເຈົ້າອາດປ່ຽນໃຈໄປຮັກຄົນທີ່ “ແມ່ນຫຼາຍກວ່າແມ່ນ“ ຂື້ນໄປອີກເລື້ອຍໆ

6. ຊັງຜູ້ຊາຍຫຼາຍໃຈ

 ຜູ້ຍິງຫຼາຍໃຈບໍ່ມັກເລີຍ ຖ້າຈະຕ້ອງມາປະທະກັບຜູ້ຊາຍຫຼາຍໃຈນຳກັນເອງ ເພາະຕ່າງຄົນຮູ້ດີວ່າຕ່າງມີວິຖິຄວາມຮັກທີ່ບໍ່ທຳມະດາລວມເຖິງຕ່າງກໍ່ຮູ້ການທີ່ຈະຢຸດຫົວໃຈເອົາໄວ້ທີ່ໃຜນັ້ນມັນບໍ່ແມ່ນເລື່ອງງ່າຍ ເພາະຕ່າງກໍ່ຮັກງ່າຍຫຼາຍຮັກກັນທັ້ງນັ້ນ ດັ່ງນັ້ນຄວາມຮັກລະຫວ່າງຜູ້ຍິງເຈົ້າຊູ້ກັບຜູ້ຊາຍເຈົ້າຊູ້ຈື່ງມັກຈະໄປກັນບໍ່ລອດ

7. ມັກຄິດວ່າຕົວເອງບໍ່ໄດ້ເຈົ້າຊູ້ຈັກໜ້ອຍ

 ຫ້າມມາເອີ້ນເຈົ້າວ່າ “ເຈົ້າຊູ້“ ຫຼືກະທົບກະທັ່ງວ່າເຈົ້າຫຼາຍໃຈເປັນເດັດຂາດເພາະເຈົ້າມັກບໍ່ເຄີຍບອກຮັກໃຜງ່າຍໆ ແລະບໍ່ເຄີຍບອກຮັກໃຜກ່ອນຊ້ຳ ມັນຊ່ວຍບໍ່ໄດ້ທີ່ສະເນ່ແລະຄວາມງາມຂອງເຈົ້າໄດ້ດືງດູດເພດຕົງຂ້າມເຂົ້າມາຫາເຈົ້າເອງ

8. ຄ້ວາຜູ້ຊາຍເທື່ອລະຫຼາຍກວ່າ 1 ຄົນ

 ອີກສາຍາໜື່ງທີ່ຜູ້ຊາຍທັງຫຼາຍພາກັນແຕ່ງຕັ້ງໃຫ້ເຈົ້າຄື “ຜູ້ວ່າການລົດໄຟ“ ເພາະເຈົ້າສະຫຼັບລາງບໍ່ໃຫ້ຊົນກັນໄດ້ເກັ່ງຫຼາຍກວ່າເຈົ້າໜ້າທີ່ອີກ

9. ມັກຂູ່ດ້ວຍຊື່ຜູ້ຊາຍຄົນອື່ນ

 ມື້ໃດຖ້າເກີດເຈົ້າບໍ່ພໍໃຈເຂົາ ຫຼືວ່າເຂົາເຮັດຫຍັງບໍ່ໄດ້ດັ່ງໃຈເຈົ້າຂື້ນມາແລ້ວກໍ່ ເຈົ້າກໍ່ຈະສ້າງສະຖານະການຄຽດແລະກົດດັນເຂົາດ້ວຍການສະແດງບົດເອື້ອອາທອນສົນໃຈຜູ້ຊາຍຄົນອື່ນຫຼາຍກວ່າເຂົາ ຫຼືບໍ່ກໍ່ເຖິງຂັ້ນສະແດງພາບບາດຕາບາດໃຈກັບຜູ້ຊາຍຄົນອື່ນ ອັນເປັນການກວນໃຈບັນດານໂທສະແກ່ເຂົາ ຈົນເຂົາຕ້ອງຍອມແລະຍອມເຮັດຕາມທີ່ເຈົ້າບັນຊາມາທຸກຢ່າງແຕ່ໂດຍດີ

 

Delicious Digg Fark Twitter