ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນບ່ອນເຮັດວຽກງານເຊີ່ງຕ້ອງເຮັດວຽກຮ່ວມກັນລະຫວ່າງສອງເພດ ຢ່າປ່ອຍໃຫ້ຄວາມແຕກຕ່າງລະຫວ່າງເພດ ເຮັດໃຫ້ເຈົ້າເວົ້າລົມກັນບໍ່ຮູ້ເລື່ອງ ນີ້ຄືກົນລະຍຸດທີ່ມີປະສິດທິພາບທີ່ສຸດ ໃນການສື່ສານກັນໃນບ່ອນເຮັດວຽກລະຫວ່າງສອງເພດ

       ໃນໜັງສືເລື່ອງ Brain Sex ນັກພັນທຸກຳວິທະຍາ ແອນນ໌ ມົວຮ໌ ແລະຜູ້ຮ່ວມຂຽນ ເດວິດ ຣັສເຊລລ໌ ລະຍຸວ່າ ສະໝອງຜູ້ຍິງແລະຊາຍມີໂຄງສ້າງ ແລະຂະບວນການຍ່ອຍຂໍ້ມູນທີ່ແຕກຕ່າງກັນ ດັ່ງນັ້ນ ດຣ. ມົວຮ໌ ຈື່ງຂໍໃຫ້ເຮົາຢຸດ “ສົງຄາມລະຫວ່າງເພດ“ ສາ ເນື່ອງຈາກບໍ່ມີໃຜທີ່ຖືກກວ່າຫຼືດີກວ່າ ເຮົາກໍ່ພຽງບໍ່ຄືກັນເທົ່ານັ້ນເອງ ແລະໃນການສື່ສານລະຫວ່າງກັນ ມັນຈະຊ່ວຍໄດ້ຫຼາຍຖ້າຍິງແລະຊາຍຢຸດຕັດສິນກັນ ແລະເລີກພະຍາຍາມທີ່ຈະປ່ຽນກັນແລະກັນສາ

ການສື່ສານຂອງຍິງແລະຊາຍ

       ຜູ້ຊາຍເນັ້ນທີ່ອຳນາດ ລຳດັບ ແລະສະຖານະພາບ ຜູ້ຍິງເນັ້ນທີ່ສຳພັນທະພາບ

       ຜູ້ຊາຍມັກຈະໃຫ້ລາຍງານຫຼືຂໍ້ມູນ ຜູ້ຍິງເວົ້າເພື່ອເກັບຂໍ້ມູນຫຼືຫາການສະນັບສະໜູນ

       ຜູ້ຊາຍເວົ້າເຖິງສີ່ງຂອງ (ທຸລະກິດ ກິລາ ອາຫານ) ຜູ້ຍິງມັກເວົ້າເຖິງຄົນ

       ຜູ້ຊາຍເນັ້ນບ່ອນຂໍ້ເທັດຈິງ ເຫດຜົນ ຜູ້ຍິງເນັ້ນອາລົມ ຄວາມຮູ້ສືກ ແລະຄວາມໝາຍ

       ຜູ້ຊາຍຮູ້ດ້ວຍການວິເຄາະແລະຄາດເດົາ ຜູ້ຍິງຮູ້ດ້ວຍລາງສັງຫອນ

       ຜູ້ຊາຍຈະຮັບຄຳສັ່ງ ກົດ ແລະໂຄງສ້າງໄດ້ຢ່າງສະບາຍໃຈ ຜູ້ຍິງມັກຫຍັງທີ່ລ່ຽນໄຫຼຫຼາຍກວ່າ

       ຜູ້ຊາຍຈະຢາກເລີ່ມລົງມືເຮັດວຽກໃນທັນທີ ຜູ້ຍິງມັກຈະຖາມຄຳຖາມຫຼາຍຢ່າງກ່ອນເລີ່ມວຽກ

       ຜູ້ຊາຍຢາກຄິດ ຜູ້ຍິງຢາກທີ່ຈະຮູ້ສືກ

  ເຊື່ອມຊ່ອງຫວ້າງການສື່ສານລະຫວ່າງເພດ

           ປະເດັນເລື່ອງຂໍ້ມູນ ຜູ້ຍິງຈະໄດ້ຂໍ້ມູນຈາກການຖາມຄຳຖາມ ແຕ່ຜູ້ຊາຍເບີ່ງວ່າການຖາມຄຳຖາມເປັນສັນຍານຂອງຄວາມອອ່ນແອ ດັ່ງນັ້ນ ຜູ້ຊາຍຈື່ງຄວນເຂົ້າໃຈໃນຂະບວນການລວບລວມຂໍ້ມູນນີ້ ແລະຟັງຄຳຖາມແດ່ ສ່ວນຜູ້ຍິງກໍ່ຕ້ອງແນ່ໃຈວ່າຜູ້ຊາຍມີຂໍ້ມູນຫຼາຍພໍ ເພາະຖ້າເຂົາບໍ່ເຂົ້າໃຈ ພວກເຂົາກໍ່ອາດບໍ່ຂໍຄວາມຊ່ວຍເຫຼືອ?

           ການປຽບທຽບ ຜູ້ຍິງມັກໃຊ້ເລື່ອງກ່ຽວກັບເຮືອນຫຼື ຄວາມສຳພັນເພື່ອການປຽບທຽບ ຂະນະຜູ້ຊາຍມັກຈະໃຊ້ປຽບທຽບກັບກິລາຫຼືສົງຄາມ ເຊີ່ງອາດຈະເຮັດໃຫ້ເກີດຄວາມເຂົ້າໃຈຜິດກັນໄດ້ ເພາະຕ່າງຝ່າຍຕ່າງຕາມຄວາມຄິດອີກຝ່າຍບໍ່ທັນ ເຮົາຈື່ງຄວນຫຼີກລ່ຽງການໃຊ້ພາບທີ່ສະເພາະເຈາະຈົງເຊັ່ນນີ້ໃນການສື່ສານ ແຕ່ລອງປ່ຽນມາໃຊ້ພາບທີ່ເປັນກາງໆ ແທນ ຕົວຢ່າງເຊັ່ນ ດິນຟ້າອາກາດ ຫຼືທຳມະຊາດ

           ອຳນາດ ຜູ້ຍິງເບີ່ງວ່າຜູ້ຊາຍເນັ້ນອຳນາດຫຼາຍເກີນໄປ ຂະນະທີ່ຜູ້ຊາຍກໍ່ເບີ່ງວ່າຜູ້ຍິງອອ່ນແອ ໃນກໍລະນີແຕ່ລະເພດຄວນຮຽນຮູ້ຈາກກັນແລະກັນ ຜູ້ຊາຍຄວນເນັ້ນທີ່ການປອງດອງກັນຫຼາຍຂື້ນ ແລະຜູ້ຍິງກໍ່ຄວນກ້າຫຼາຍຂື້ນ

          ການເຂົ້າສູ່ປະເດັນ ຜູ້ຍິງມັກເລົ່າເລື່ອງແລະຟັງເລື່ອງເລົ່າ ແຕ່ຜູ້ຊາຍບໍ່ຕ້ອງການຟັງເລື່ອງເລົ່າ ພວກເຂົາຢາກເຂົ້າປະເດັນເລີຍຫຼາຍກວ່າ ພວກເຂົາບໍ່ແຄຮ໌ເລື່ອງເສັ້ນທາງ ສົນໃຈກໍ່ແຕ່ຈຸດໝາຍປາຍທາງ ເຮັດໃຫ້ແຕ່ລະຝ່າຍເລີ່ມໝົດຄວາມອົດທົນຕໍ່ກັນ ຜູ້ຍິງຢາກໄດ້ລາຍລະອຽດ ແຕ່ຜູ້ຊາຍກ໙ຈະເບີ່ງແຕ່ພາບໃຫ່ຍ ສີ່ງທີ່ຕ້ອງເຮັດກໍ່ຄື ຜູ້ຊາຍຕ້ອງຮູ້ຈັກອະທິບາຍຄວາມຄິດຂອງຕົວເອງ ແລະບໍ່ສະຫຼຸບໄວເກີນໄປ ແລະຜູ້ຍິງກໍ່ຄວນເຂົ້າປະເດັນໃຫ້ໄວຂື້ນແດ່

          ຂໍ້ແທ້ຈິງກັບຄວາມຮູ້ສືກ ໂດຍທົ່ວໄປຜູ້ຍິງຈະຮູ້ສືກສະບາຍໃຈຫຼາຍກວ່າໃນການເວົ້າເຖິງຄວາມຮູ້ສືກຂອງຕົວເອງ ແຕ່ຜູ້ຊາຍມັກທີ່ຈະເນັ້ນເລື່ອງຂໍ້ແທ້ຈິງແລະຂ້າມເລື່ອງຄວາມຮູ້ສືກໄປ ແຕ່ການສື່ສານທຸກຢ່າງລວ້ນມີອົງປະກອບທັງສອງຢ່າງ ມັນຈື່ງເປັນເລື່ອງສຳຄັນທີ່ຈະເບີ່ງໃຫ້ເຫັນວ່າການສື່ສານມີທັງສອງສ່ວນ ຜູ້ຊາຍສາມາດເພີ່ມຄວາມສະຫຼາດທາງອາລົມເຂົ້າໄປ ດ້ວຍການເວົ້າທຳນອງວ່າ “ຂ້ອຍຮູ້ວ່າເລື່ອງນີ້ຄຽດຫຼາຍສຳຫຼັບເຈົ້າ ລອງມາຫາວິທີທີ່ຈະຈັດການກັບບັນຫາທີ່ເຮົາກຳລັງເຈີະກັນດີກວ່າ“ ສ່ວນຜູ້ຍິງກໍ່ຄວນຫຼົດຄວາມເຂັ້ມຂົ້ນຂອງອາລົມລົງ ແລະເວົ້າວ່າ “ຂ້ອຍຄິດວ່າເຮົາຕ້ອງລົມກັນເລື່ອງປະເດັນຫຼັກໆ ທີ່ຂວາງທາງໃນການເຮັດຕາມແຜນການຂອງເຮົາ”

Delicious Digg Fark Twitter